ມ.ເຊໂປນບໍ່ຮູ້ເຣື້ອງຣົດໄຟ ລາວ-ວຽດ

ປະຊາຊົນ ເມືອງ ເຊໂປນ ແຂວງ ສວັນນະເຂດ ຍັງບໍ່ຮູ້ ເຖິງ ຜົລກະທົບ ຈາກ ໂຄງການ ສ້າງ ທາງຣົດໄຟ ສວັນ-ລາວບາວ.

ສວັນ-ລາວບາວ RFA

ປະຊາຊົນ ສວ່ນໃຫຍ່ ຢູ່ ເມືອງເຊໂປນ ແຂວງ ສວັນນະເຂດ ຍັງບໍ່ຮູ້ ເຣື້ອງ ກ່ຽວກັບ ໂຄງການ ສ້າງທາງ ຣົດໄຟ ສວັນ-ລາວບາວ ວ່າຄອບຄົວ ຈະຖືກຍ້າຍ ຫລືບໍ ເພາະ ຮູ້ມາວ່າ ໂຄງການ ດັ່ງກ່າວ ຈະຖືກດິນ ຂອງ ປະຊາຊົນ ບາງສ່ວນ ແຕ່ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ພາກສ່ວນໃດ ອອກມາ ອະທິບາຍ ຣາຍລະອຽດ ໃ ຫ້ຂະເຈົ້າຮູ້ນໍາ. ດັ່ງ ເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 16 ມິນາ ນີ້ວ່າ:

"ເຂົາພຽງແຕ່ ຍັງບໍ່ທັນ ໄດ້ເວົ້າ ຍັງບໍ່ທັນ ໄດ້ຮູ້ຫັ້ນນະ ເຂົາ ຊິໄປທາງໃດ ຍັງບໍ່ຮູ້ຈັກ ເຂົາຊິເຮັດ ເບື້ອງໃດ ເບື້ອງຂ້າງ ພູນີ້ບໍ ຫລືວ່າ ທາງນ້ຳ ຍັງບໍ່ຮູ້ ກະຍິນຢູ່ ກະມັນບໍ່ຮູ້ຈັກ ຊັດເຈນ ເຂົາກະຍັງ ບໍ່ທັນ ປະກາດວ່າ ບ່ອນນີ້ ບ່ອນນັ້ນ".

ທ່ານກ່າວ ຕື່ມວ່າ ຕາມແຜນການ ຢູ່ເມືອງເຊໂປນ ຈະມີການ ສ້າງ ສະຖານີ ຣົດໄຟ ຂນາດໃຫຽ່ ແຫ່ງນຶ່ງ ຄື ສະຖານີ ບ້ານແດນສວັນ ຊຶ່ງເປັນ ສະຖານີ ທີ່ ຈະເຊື່ອມຕໍ່ ກັບ ຊາຍແດນ ວຽດນາມ, ແຕ່ ປະຊາຊົນ ຍັງບໍ່ຮູ້ວ່າ ໂຄງການ ຣົດໄຟ ສວັນ-ລາວບາວ ນັ້ນ ຂະເຈົ້າ ຈະຖືກໂຍກຍ້າຍ ຈາກບ່ອນຢູ່ ອາໄສຫລືບໍ ແລະ ຈະເສັຽດິນ ປູກຝັງ ໜ້ອຍຫຼາຍ ປານໃດ.

ທ່ານ ສອນສັກ ນໍຍານຊະນະ ຮອງ ຫົວຫນ້າ ຣົດໄຟ ກ່າວຜ່ານ ຫນັງສືພິມ ທາງການລາວ ວັນທີ 14 ມິນາ ນີ້ວ່າ ປັດຈຸບັນ ໂຄງການ ຣົດໄຟ ສວັນ-ລາວບາວ ໄດ້ສຳຣວດ ອອກແບບ ວາງແລວທາງ ໃຫຽ່ ເປັນຄັ້ງ ທີສອງ ເພາະເຫັນວ່າ ການອອກແບບ ຄັ້ງທຳອິດ ນັ້ນ ຕ້ອງໄດ້ໃຊ້ ງົປມານ ຫຼາຍ ໃນການສ້າງ ແລະ ຈະສົ່ງ  ຜົລກະທົບ ຕໍ່ ສິ່ງແວດລ້ອມ ຍ້ອນ ອອກແບບ ເປັນລາງຄູ່ ເປັນເສັ້ນຂະໜານ ໄປກັບ ເສັ້ນທາງ ເລກ 9.

ໂຄງການ ຣົດໄຟ ສວັນ-ລາວບາວ ຈະມີຄວາມຍາວ ປະມານ 220 ກິໂລແມັດ ບໍຣິສັດ giant consolidation ຂອງ ມາເລເຊັຽ ເປັນ ຜູ້ສ້າງ ໃນມູນຄ່າ ການລົງທຶນ ປະມານ 5 ຕື້ ໂດລາ ສະຫະຣັດ ໂດຍການ ສຳປະທານ ເປັນເວລາ 50 ປີ ແລະ ສາມາດ ຂຍາຍອອກ ໄປຕື່ມອີກ. ໂຄງການນີ້ ຈະສ້າງ ສະຖານີ ທັງຫມົດ 11 ສະຖານີ ຕາມແຜນການ ຈະສ້າງໃຫ້ແລ້ວ ພາຍໃນ 5 ປີ ແຕ່ຍັງບໍ່ມີ ກຳນົດວ່າ ຈະເລີ້ມລົງມື ເມື່ອໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org