ຂ.ອຸດົມໄຊເລີ້ມທາງຣົດໄຟ

ນັກວິຊາການ ຈີນ ກໍາລັງ ເລັງ ວັດແທກ ແລວທາງ ຣົດໄຟ ລາວ-ຈີນ ຢູ່ ແຂວງ ອຸດົມໄຊ.

ຮູປຈໍາລອງ ຣົດໄຟ ທີ່ຈະໃຊ້ຢູ່ ສປປ ລາວ RFA

ປັດຈຸບັນ ນັກວິຊາການ ລົດໄຟ ຂອງຈີນ ກໍາລັງ ເລັງ ວັດແທກ ພື້ນທີ່ ຕາມແຂວງ ຕ່າງໆ ທີ່ ທາງຣົດໄຟ ລາວ-ຈີນ ຈະ ຜ່ານ ເປັນຕົ້ນ ຢູ່ ແຂວງ ອຸດົມໄຊ ທີ່ມີນັກ ວິຊາການ ຈີນ ກວ່າ 30 ຄົນ ກໍາລັງ ເຮັດວຽກງານ ນີ້ຢູ່. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ອຸດົມໄຊ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 15 ມິນາ 2016 ນີ້.

"ປັດຈຸບັນ ກະມີແຕ່ວ່າ ວິຊາການ ຫັ້ນ ມີປະມານ 30 ປາຍຄົນ ກໍາລັງ ວັດແທກ ຄືນຕື່ມນະ ຍັງເຫັນເຂົາ ແທກຕລອດຢູ່ ແທກລະກະ ຊ່ອງກ້ອງໝາຍ ສິແມ່ນ ເປັນລາງໄປ ແບບນັ້ນແຫຼະ".


ທ່ານເວົ້າວ່າ ການວັດແທກ ພື້ນທີ່ນັ້ນ ຖືເປັນວຽກ ຂອງ ນັກວິຊາການ ຈີນ ໂດຍຕຣົງ ເພາະ ແຕ່ລະມື້ ທີ່ພວກເຂົາເຮັດ ແມ່ນບໍ່ມີ ເຈົ້າໜ້າທີ່ ຝ່າຍລາວ ຮ່ວມນໍາ ແລະ ພວກເຂົາ ຂົນອຸປກອນ ຫຼາຍຢ່າງ ມາເອງ. ແລະວ່າ ສໍາລັບບ່ອນທີ່ ມີການປັກ ແລວທາງ ຣົດໄຟ ນັ້ນ ທາງການ ໄດ້ປະກາດ ບໍ່ໃຫ້ ປະຊາຊົນ ປຸກສ້າງ ຫຍັງຂຶ້ນຕື່ມ ເພື່ອ ອໍານວຍ ຄວາມສະດວກ ໃນການ ປະຕິບັດງານ ຂອງ ນັກວິຊາການ.

ທ່ານ ກ່າວອີກວ່າ ສໍາລັບ ຄົນງານຈີນ ທີ່ຈະເຂົ້າມາ ກໍ່ສ້າງ ທາງລົດໄຟ ນັ້ນ ຍັງບໍ່ທັນ ມີຫຼາຍເທື່ອ ຂນະທີ່ ເຈົ້າໜ້າທີ່ ລາວ ໃນແຕ່ລະ ທ້ອງຖິ່ນ ໄດ້ຕຣຽມແຜນ ຄຸ້ມຄອງ ໄວ້ແລ້ວ ເພື່ອບໍ່ໃຫ້ ມີບັນຫາ ກັບ ຊຸມຊົນ. ປັຈຈຸບັນ ທາງການລາວ ຍັງເປີດ ການປະມູນ ໃຫ້ ບໍຣິສັດ ຮັບເໝົາ ເພື່ອກໍ່ສ້າງ ທາງຣົດໄຟ ຢູ່ແຕ່ລະ ແຂວງ ທີ່ ທາງຣົດໄຟ ຈະຜ່ານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org