ທາງຣົດໄຟສວັນນະເຂດ ລາວບາວ
ໂຄງການ ທາງ ຣົດໄຟ ສວັນນະເຂດ ລາວບາວ ຈະ ຜ່ານດິນນາ ຂອງ ປະຊາຊົນ ຫລາຍຕອນ ພໍ ສົມຄວນ.
-
ສົມເນ
2014-09-18 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ທາງການ ທີ່ ບໍ່ ປະສົງ ອອກຊື່ ກ່າວກັບ ເອເຊັຽ ເສຣີ ວ່າ ໂຄງການ ທາງ ຣົດໄຟ ຄວາມໄວສູງ ສວັນນະເຂດ ໄປຫາ ເມືອງ ລາວບາວ ຊາຍແດນ ວຽດນາມ ຈະຖືກດິນ ໄຮ່ນາ ແລະ ບ້ານເຮືອນ ປະຊາຊົນ ຫລາຍ ຄອບຄົວ ພໍ ສົມຄວນ ແຕ່ ບໍ່ທັນມີ ຣາຍຣະອຽດ ເທື່ອວ່າ ຈະຖືກບ່ອນ ໃດແດ່ ຍ້ອນ ຕ້ອງລໍຖ້າ ຣາຍງານ ການສໍາຣວດ ໃຫ້ ແລ້ວກ່ອນ. ດັ່ງທ່ານ ໄດ້ກ່າວ:
"ຫລາຍຫລັງຄາ ເຮືອນ ຫລາຍຕອນ ເນາະ ເຂົາຮູ້ແລ້ວ ແລ້ວ ເຂົາຈິ່ງສີ່ ມາເວົ້າ ເຣື້ອງ ຕອນດິນ ນໍາ ສີ່ຖືກຈັກ ຕອນນະ ຊ່ວງນີ້ ກໍາລັງ ສໍາຣວດ ເອົາແລ້ວກ່ອນ ຕ້ອງໃຫ້ ທົດແທນ ຫລາຍ ຫັ້ນແຫລະ".
ເຈົ້າໜ້າທີ່ ວ່າທາງ ຣົດໄຟ ທີ່ຈະຜ່ານ ເມືອງ ອຸທຸມພອນ ມີ ທັງໝົດ 17 ກິໂລແມັດ. ການປະເມີນ ຂອງ ເຈົ້າໜ້າທີ່ ວິຊາການ ທີ່ໄດ້ ປັກຫລັກ ແລວທາງ ຈາກ ເມືອງ ໄກສອນ ພົມວິຫານ ຫາເມືອງ ອຸທຸມພອນ ໄປແລ້ວ ນັ້ນວ່າ ເສັ້ນທາງ ນີ້ ຈະຕັດຜ່ານ ທົ່ງໄຮ່ນາ ປະຊາຊົນ ຫລາຍ ຄອບຄົວ. ທ່ານວ່າ ຫລ້າສຸດນີ້ ເຈົ້າໜ້າທີ່ ວິຊາການ ກໍາລັງ ທໍາການ ສໍາຣວດ ແລະ ປັກຫລັກ ແລວທາງ ຢູ່ ເມືອງ ອາດສະພັງທອງ. ຈາກນັ້ນ ກໍຈະໄປ ເມືອງ ພະລານໄຊ ເມືອງພິນ ແລະ ເມືອງ ເຊໂປນ ຊຶ່ງ ຈະໃຊ້ເວລາ ປະມານ 2 ເດືອນ.
ຫລັງຈາກ ການ ສໍາຣວດ ຜົນກະທົບ ແລະ ການວາງ ແລວທາງ ສໍາເຣັດແລ້ວ ທາງ ບໍຣິສັດ Giant Consolidated Ltd. ຈຶ່ງ ຈະຫາລື ກັບ ທາງການ ລາວ ກ່ຽວກັບ ການ ຈ່າຍຄ່າ ຊົດເຊີຍ ໃຫ້ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກ ເສັ້ນທາງ ຣົດໄຟ ສາຍນີ້.
ໂຄງການ ທາງ ຣົດໄຟ ຄວາມໄວສູງ ສວັນນະເຂດ ລາວບາວ ມີຄວາມຍາວ ປະມານ 220 ກິໂລແມັດ ມູນຄ່າ ການ ກໍ່ສ້າງ ປະມານ 5 ຕື້ ໂດລາ ສະຫະຣັຖ ປະກອບ ດ້ວຍ 11 ສະຖານີ ໃນ ນັ້ນມີ 4 ສະຖານີ ໃຫ່ຽ
ສ້າງຂົວ 14 ແຫ່ງ. ຕາມໂຄງການ ນັ້ນ ແຕ່ລະ ສະຖານີ ຈະມີການ ສ້າງສາ ພັທນາ ສະຖານທີ່ ສາທາຣະນະ ເປັນຕົ້ນ ໂຮງໝໍ ໂຮງຮຽນ ນໍ້າປະປາ ໂຮງແຮມ ແລະ ຕລາດ.
ວຽກງານ ກໍ່ສ້າງ ຈະເລີ້ມຂຶ້ນ ໃນທ້າຍປີ ນີ້ ແລະ ຈະສ້າງໃຫ້ ສໍາເຣັດ ໃນປີ 2018. ເມື່ອ ວັນທີ່ 12 ກັນຍາ ຜ່ານມານີ້ ບໍ່ຣິສັດ Giant Consolidated ໄດ້ ເຊັນສັນຍາ ຈ້າງ ບໍຣິສັດ ທີ່ ປຶກສາ ຂອງ ມາເລເຊັຽ ໃນການ ອອກແບບ ການກໍ່ສ້າງ ຢ່າງ ຣະອຽດ.