ໂຄງການປັກແລວທາງຣົຖໄຟ ລາວ-ຈີນ
ການ ສໍາຣວດ ແລະ ປັກ ແລວ ທາງ ຣົຖໄຟ ລາວ-ຈີນ ໃນເຂດ ພາກເໜືອ ຂອງລາວ ດໍາເນີນ ໄປ ໄດ້ ຫລາຍ ແລ້ວ.
-
ໄມຊູລີ
2015-03-25 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ໂຍທາ ທິການ ແລະ ຂົນສົ່ງ ຂອງລາວ ເປິດເຜີຍ ວ່າ ປັຈຈຸບັນ ການ ສໍາຣວດ ແລະ ປັກ ແລວ ທາງ ຣົຖໄຟ ຄວາມໄວ ສູງ ລາວ-ຈີນ ໃນ ພາກເໜືອ ຂອງລາວ ສໍາເຣັດ ໄປແລ້ວ ໃນ ຫລາຍ ພື້ນທີ່ ແຕ່ຕົ້ນ ປີ ມາ ທ່ີ ທາງການ ລາວ ໄດ້ເນັ້ນ ໃຫ້ ແຂວງ ຕ່າງໆ ທີ່ ຖືກເປັນ ທາງຜ່ານ ຂອງ ທາງ ຣົຖໄຟ ໃຫ້ ເລັ່ງຣັດ ລົງມື ສໍາຣວດ. ດັ່ງ ເຈົ້າໜ້າທີ່ ເວົ້າວ່າ:
“ສໍາຣວດ ຫັ້ນ ເຂົາເຈົ້າ ກະມາ ປີແລ້ວ ນີ້ໃດ໋ ດຽວນີ້ ເຂົາແລ້ວ ໝົດແລ້ວ ສ່ວນຫລາຍ ກໍແມ່ນ ພາກເໜືອ ເຮົາມີ ແຕ່ພູ ເດ່ 85% ມັນກໍ ລອດພູ ໄປເລີຍ ກະມີແຕ່ ພູ ຈົນໄປຮອດ ເມືອງ ກາສີ ພູ້ນ ແຫລະ ເຈາະພູ ຫລາຍ ໜ່ວຍ ສ່ວນຫລາຍ ກໍແມ່ນ ຢູ່ ແຂວງ ອຸດົມໄຊ”.
ທ່ານກ່າວ ຕໍ່ໄປ ວ່າ ແຜນການ ສ້າງ ທາງ ຣົຖໄຟ ຜ່ານເຂດ ພູດອຍ ນັ້ນ ຖືວ່າ ເປັນ ວຽກຫນັກ ຢ່າງ ແນ່ນອນ ເພາະ ຕ້ອງ ຣະເບິດ ຫີນ ແລະ ເຈາະ ອຸມົງ ເພື່ອເຮັດ ທາງ ຣົຖໄຟ ຜ່ານອີກ ເທື່ອນຶ່ງ ຊື່ງ ບໍ່ແມ່ນ ເຣື້ອງງ່າຍ ແຕ່ ກໍເຊື່ອວ່າ ທາງ ໂຄງການ ຈະ ມອບໝາຍ ໃຫ້ ນັກ ຊຽວຊານ ມາເຮັດວຽກ ດັ່ງກ່າວ ຈົນ ສໍາເຣັດ ແຕ່ ອາດຈະ ໃຊ້ ເວລາ ດົນແດ່.
ທ່ານກ່າວ ຕໍ່ໄປວ່າ ເຖິງຢ່າງໃດ ກໍຕາມ ມາຮອດ ປັຈຈຸບັນ ຍັງບໍ່ມີ ຣາຍ ຣະອຽດ ກ່ຽວກັບ ການວາງ ແລວທາງ ເທື່ອ ຮູ້ພຽງແຕ່ ວ່າ ດຽວນີ້ ທາງ ຣັຖບານ ລາວ ມີການ ປຶກສາ ຫາລື ກັບ ຈີນ ຢູ່ ເພື່ອ ສຶກສາ ຄວາມ ເປັນໄປໄດ້ ຂອງ ໂຄງການ ແລະ ຍັງ ຕົກລົງ ເຣື້ອງ ງົບປະມານ ທີ່ ຈະໃຊ້ ກໍ່ສ້າງ ຊຶ່ງ ຍັງ ບໍ່ສາມາດ ເປິດເຜີຍ ໄດ້ ເທື່ອ.
ໂຄງການ ທາງ ຣົຖໄຟ ຄວາມໄວ ສູງ ລາວ-ຈີນ ຕາມ ໂຄງການ ສະເພາະ ຝ່າຍລາວ ຈະເຣີ້ມ ຈາກ ແຂວງ ຫລວງ ນໍ້າທາ ຜ່ານ ແຂວງ ອຸດົມໄຊ, ແຂວງ ຫລວງພຣະບາງ, ແຂວງ ວຽງຈັນ ຈົນຮອດ ນະຄອນ ຫລວງ ວຽງຈັນ ມີ ຄວາມຍາວ ທັງໝົດ ປະມານ 417 ກິໂລແມັດ. ໃນນັ້ນ ຈະສ້າງ ອຸມົງ ລອດພູ 76 ແຫ່ງ ແລະ ມີ ສະຖານີ 36 ແຫ່ງ.
ຢ່າງໃດ ກໍຕາມ ປະຊາຊົນ ລາວ ຫລາຍຄົນ ຢາກໃຫ້ ທາງການ ລາວ ເປິດເຜີຍ ຂໍ້ມູນ ກ່ຽວກັບ ໂຄງການ ທາງ ຣົຖໄຟ ຄວາມໄວ ສູງ ລາວ-ຈີນ ໃຫ້ ແຈ້ງຂາວ ກວ່ານີ້.