ຂ.ອຸດົມໄຊ ເຣື້ອງຣົດໄຟ ຫຼາຍຄົນ ຍັງບໍ່ຮູ້
ປະຊາຊົນ ໃນ ແຂວງ ອຸດົມໄຊ ຫຼາຍຄົນ ຍັງບໍ່ຮູ້ ກ່ຽວກັບໂຄງການ ສ້າງທາງ ຣົດໄຟ ລາວ-ຈີນ.
-
ສິດນີ
2016-12-18 -
-
-
Your browser doesn’t support HTML5 audio
ປະຊາຊົນ ທ້ອງຖີ່ນ ຢູ່ຕາມແລວ ເສັ້ນທາງ ຣົດໄຟ ຈະຜ່ານ ທີ່ ແຂວງອຸດົມໄຊ ມີຫຼາຍຄົນ ຍັງບໍ່ຮູ້ ກ່ຽວກັບໂຄງການ ຣົດໄຟ ລາວ-ຈີນ ທີ່ເລີ້ມຈາກ ຊາຍແດນຈີນ ຫາ ແຂວງຫຼວງນ້ຳທາ ລົງສູ່ ນະຄອນຫຼວງວຽງຈັນ, ຊຶ່ງປັດຈຸບັນ ບ່ອນພັກເຊົາ ຂອງຄົນງານ ແລະ ການປັກ ຫຼັກແລວເສັ້ນທາງ ກໍກຳລັງ ດຳເນີນການຢູ່ ໃນສີ່ແຂວງຂອງລາວ ເປັນຕົ້ນທີ່ ແຂວງຫຼວງນ້ຳທາ ແຂວງອຸດົມໄຊ ແຂວງ ຫຼວງພຣະບາງ ແລະ ແຂວງວຽງຈັນ.
ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແຂວງອຸດົມໄຊ ກ່າວຕໍ່ນັກຂ່າວ ວ່າປະຊາຊົນ ທ້ອງຖີ່ນຫຼາຍຄົນ ຍັງບໍ່ຮູ້ ກ່ຽວກັບ ໂຄງການ ຣົດໄຟ ລາວ-ຈີນ ທີ່ຈະສ້າງ ໃນລາວ. ຖ້າພວກຂະເຈົ້າ ຮູ້ ຂະເຈົ້າແຮ່ງ ຈະດີໃຈ ທີ່ຈະເຫັນ ຣົດໄຟ ຄວາມໄວສູງ ໃນລາວ.
ແຕ່ເຖີງຢ່າງໃດກໍຕາມ ທ່ານວ່າປັດຈຸບັນ ປະຊາຊົນທ້ອງຖີ່ນ ໃນເຂດສາມເມືອງ ເປັນຕົ້ນ ເມືອງອຸດົມໄຊ ເມືອງນາຫມໍ້ ແລະເມືອງໄຊງາ ຈຳນວນ 40 ຄົນ ບ່ອນທີ່ ແລວຣົດໄຟ ຈະຜ່ານ ໄດ້ຮຽກຮ້ອງ ຄ່າຊົດເຊີຍ ໃນການໂຍກຍ້າຍ.
ທ່ານ ພອນປະດິດ ພົມມະຈີດ ຜູ້ປະສານງານ ໃນໂຄງການ ຣົດໄຟ ທີ່ແຂວງ ອຸດົມໄຊ ເວົ້າວ່າ ເສັ້ນທາງ ຣົດໄຟ ລາວ-ຈີນ ຈະຜ່ານ ແຂວງ ອຸດົມໄຊ ໃນຣະຍະທາງຍາວ ປະມານ 126 ກິໂລແມັດ ຊຶ່ງໃນປັດຈຸບັນ ເຈົ້າຫນ້າທີ່ ກ່ຽວຂ້ອງ ກຳລັງ ປັກຫລັກ ແລວເສັ້ນທາງ ແລະ ເຈຣະຈາ ກັບຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ກ່ຽວກັບ ເຣື້ອງ ຄ່າຊົດເຊີຍຢູ່.ຜູ້ປະສານງານ ທາງຣົດໄຟ ທີ່ ແຂວງຫຼວງນ້ຳທາ ທ່ານ ຈັນທະຈອນ ແກ້ວລະຄອນ ເວົ້າວ່າ ທີ່ ແຂວງຫຼວງນ້ຳທາ ເສັ້ນທາງ ຣົດໄຟ ຈະຜ່ານສາມບ້ານ ດັ່ງບ້ານ ບໍ່ເຕັນ ນາເຕີຍ ແລະ ຕີນຊານ ໃນໄລຍະທາງຍາວ ປະມານ 16.9 ກິໂລແມັດ.