ຣົດໄຟລາວຈີນຍັງບໍ່ຮູ້ ມື້ສ້າງ
ຍັງບໍ່ມີ ການ ຢືນຢັນ ຢ່າງເປັນ ທາງການ ວ່າ ຈະເລີ້ມ ລົງມື ສ້າງ ເສັ້ນທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ເມື່ອໃດ.
-
ສິດນີ
2015-09-28 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ຣະດັບ ສູງ ຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສປປລາວ ເວົ້າວ່າ, ຍັງ ບໍ່ສາມາດ ໃຫ້ ຄຳຕອບ ໄດ້ວ່າ, ໂຄງການ ຣົດໄຟ ຄວາມໄວສູງ ລາວ-ຈີນ ຈະ ເລີ້ມລົງມື ສ້າງ ເມື່ອໃດ ຍ້ອນວ່າ ໃນ ປັດຈຸບັນ ຍັງ ເຈຣະຈາ ໃນ ຂໍ້ຕົກ ລົງກັນ ຢູ່. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:
"ຍັງບໍ່ທັນ ມີ ຄຳຕອບ ເທື່ອ ອັນນີ້ ຖືວ່າ ທາງ ຣັຖບານ ຍັງປຶກສາ ກັນຢູ່ ແຕ່ກໍຄາດວ່າ ຄົງຈະ ໄວໆນີ້, ເພາະວ່າ ຫລັກການ ໃຫຍ່ໆ ຍັງ ລົມກັນຢູ່".
ແຕ່ ຫນັງສືພິມ ວຽງຈັນ ທາມສ ສະບັບ ວັນທີ 28 ກັນຍາ 2015, ຣາຍງານ ທີ່ ອ້າງຕາມ ຄຳເວົ້າ ຂອງ ດຣ. ບຸນຈັນ ສິນທະວົງ ຣັຖມົນຕຣີ ກະຊວງ ຄົມມະນາຄົມ ແລະ ຂົນສົ່ງ ສປປລາວ ວ່າ ທາງການ ລາວ ຈະວາງ ສີລາລຶກ ສ້າງ ເສັ້ນທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ໃນ ເດືອນ ພິສຈິກາ ປີ ນີ້, ຖ້າທຸກຢ່າງ ເປັນໄປຕາມ ແຜນ, ແຕ່ ບໍ່ໄດ້ເວົ້າ ຣະອຽດ ວ່າ ຈະລົງມືສ້າງ ໃນ ເດືອນ ນັ້ນ.
ໃນຂນະ ດຽວກັນ ເສັ້ນທາງ ຣົດໄຟ ທີ່ ຝັ່ງໄທ ກໍຍັງ ບໍ່ມີການ ຢືນຢັນ ວ່າ ຈະສ້າງ ເມື່ອໃດ ເຊັ່ນກັນ ຍ້ອນຍັງ ລໍຖ້າ ເອກສານ ກ່ຽວກັບ ການປະເມີນ ຜົລ ການສຶກສາ ຄວາມ ເປັນໄປໄດ້ ຈາກ ຈີນ ກ່ອນ ຈຶ່ງ ຈະສາມາດ ໃຫ້ ຄຳຕອບໄດ້. ຄວາມ ຄືບຫນ້າ ເຣື້ອງ ໂຄງການ ຣົດໄຟ ຄວາມໄວສູງ ລາວ-ຈີນ ໃນ ປັດຈຸບັນ ກໍແມ່ນວ່າ ທາງການ ຈີນ ໄດ້ ສົ່ງ ເຈົ້າຫນ້າທີ່ ມາຝຶກ ອົບຮົບ ເຈົ້າຫນ້າທີ່ ລາວ ກ່ຽວກັບ ໂຄງການ ດັ່ງກ່າວ ຈຳນວນ 30 ຄົນ ເທົ່ານັ້ນ ແຕ່ ຍັງບໍ່ມີ ຫນ່ວຍງານ ໃດ ຂອງລາວ ຣາຍງານ ກ່ຽວກັບ ວັນ ເວລາ ທີ່ ແທ້ຈິງ ໃນການ ກໍ່ສ້າງ ເທື່ອ.