ຫຼວງນໍ້າທາຕຣຽມການທາງ ຣົດໄຟ
ທາງການລາວ ແຂວງ ຫຼວງນໍ້າທາ ຕຣຽມ ການໂຍກຍ້າຍ ປະຊາຊົນ ອອກຈາກ ເຂດ ແລວທາງ ຂອງ ໂຄງການ ທາງຣົດໄຟ ລາວ-ຈີນ.
-
ອຸ່ນແກ້ວ ສຸກສະຫວັນ
2016-04-25 -
-
-
Your browser doesn’t support HTML5 audio
ປັດຈຸບັນ ທາງການ ລາວ ກໍາລັງ ຕຣຽມການ ໂຍກຍ້າຍ ຜູ້ທີ່ຈະໄດ້ ຮັບ ຜົນກະທົບ ຈາກ ໂຄງການ ທາງຣົດໄຟ ລາວ-ຈີນ ຢູ່ໃນ ແຂວງ ຫຼວງນໍ້າທາ ພາກເໜືອ ຂອງ ປະເທດ ລາວ ຊຶ່ງ ປະຊາຊົນ ມີ ທັງເຮືອນ ແລະ ທີ່ດິນ ຢູ່ຕັ້ງແຕ່ ເຂດ ຊາຍແດນ ບໍ່ເຕັນ ຈົນຮອດ ເມືອງໝໍ້ ແຂວງ ອຸດົມໄຊ ຊຶ່ງ ເປັນເຂດ ທີ່ ທາງຣົດໄຟ ຈະຕັດຜ່ານ. ດັ່ງ ເຈົ້າໜ້າທີ່ ແຂວງ ຫຼວງນໍ້າທາ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 25 ເມສາ ວ່າ:
"ຕອນນີ້ເຂົາ ຫ້າງຫາກະກຽມ ກັນເນາະ ເຂົາເຈົ້າຊິ ສັ່ງບ່ອນໃດ ທີ່ ມັນຖືກດິນ ປະຊາຊົນ ຂະເຈົ້າ ກະຂຶ້ນແຜນ ຍົກຍ້າຍ ອິຫຍັງ ຕ່າງໆ ຕາມແຜນ ເຂົາ ແນວນັ້ນ".
ເຈົ້າໜ້າທີ່ ກ່າວຕື່ມວ່າ ຍັງບໍ່ມີ ພາກສ່ວນໃດ ເປີດເຜີຍ ຣາຍລະອຽດ ຈໍານວນ ຜູ້ທີ່ຖືກ ຜົນກະທົບ ຈາກ ໂຄງການນີ້ ແລະ ເງິນ ຄ່າຊົດ ເຊີຍ ຕໍ່ຜູ້ ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການ ດັ່ງກ່າວ ຍ້ອນວ່າ ມັນເປັນ ໂຄງການໃຫຍ່ ຂອງ ຣັຖບານ ໂດຍກົງ ແລະ ຫຼາຍຄັ້ງ ທີ່ ເຈົ້າໜ້າທີ່ ຈາກ ສູນກາງ ກໍລົງມາ ສໍາຣວດ ຂໍ້ມູນເອງ, ໂດຍ ເຈົ້າໜ້າທີ່ ຂັ້ນແຂວງ ຫລື ຂັ້ນທ້ອງຖິ່ນ ບໍ່ໄດ້ ເຂົ້າຮ່ວມ ແຕ່ຢ່າງໃດ.
ທ່ານ ກ່າວອີກວ່າ ສໍາລັບ ຄວາມພ້ອມ ໂຄງການ ທາງຣົດໄຟ ໃນແຂວງ ຫຼວງນໍ້າທາ ເລີ້ມ ກັນມາ ມີຄວາມຄືບໜ້າ ອີກຄັ້ງ ຫລັງຈາກ ປີໃໝ່ລາວ. ມາຮອດ ປັດຈຸບັນ ບໍຣິສັດ ຮັບເໝົາ ກໍ່ສ້າງ ໄດ້ກະກຽມ ວັດຖຸ ອຸປກອນ ການກໍ່ສ້າງ ແລະ ຄາດວ່າ ຈະລົງມື ໃນອີກ ບໍ່ດົນນີ້, ສ່ວນວ່າ ການສ້າງ ສະຖານນີ ຂະໜາດໃຫຍ່ ຢູ່ໃນເຂດ ເສຖກິຈ ບໍ່ເຕັນ ແດນງາມ ນັ້ນ ກໍໃກ້ຈະ ສໍາເຣັດແລ້ວ ຊຶ່ງ ສະຖານນີ ຈະເຊື່ອມ ຕໍ່ ໃສ່ເຂດ ບໍ່ຫານ ຂອງຈີນ.
ເມື່ອບໍ່ດົນ ມານີ້ ສໍານັກຂ່າວ ຂອງຈີນ ໄດ້ ຣາຍງານວ່າ ທາງການຈີນ ໄດ້ຈັດ ກອງປະຊຸມ ເລີ້ມມີ ການກໍ່ສ້າງ ທາງຣົດໄຟ ຈາກ ເມືອງ ຮົວຊີ ມົນທົນ ຢູນານ ມາຫາ ເມືອງບໍ່ຫານ ຊຶ່ງຕິດກັບ ຊາຍແດນ ແຂວງ ຫຼວງນໍ້າທາ, ຍາວປະມານ 500 ກິໂລແມັດ.
ນອກຈາກນີ້ ໃນວັນທີ 23 ເມສາ ຜ່ານມາ ທ່ານ ຫວັງ ລີ ຣັຖມົນຕຣີ ຕ່າງປະເທດ ຂອງຈີນ ໄດ້ເດີນທາງ ມາຢ້ຽມຢາມ ລາວ ຊຶ່ງ ທ່ານ ໄດ້ກ່າວວ່າ ຈະຊຸກຍູ້ ສ້າງໂຄງລ່າງ ພື້ນຖານ ການ ຄົມມະນາຄົມ ຂອງລາວ ໃຫ້ ຄືບໜ້າໄວໆ ຮວມທັງ ໂຄງການ ສ້າງ ທາງຣົດໄຟ ລາວ-ຈີນ.