ສະຖານີຣົດໄຟ ລາວ-ຈີນ ບໍ່ເຕັນ

ທາງການ ລາວ ຕຣຽມສ້າງ ສະຖານີ ຣົດໄຟ ລາວ-ຈີນ ຢູ່ເຂດ ເສຖກິດ ສະເພາະ ບໍ່ເຕັນ ແດນງາມ ຊຶ່ງ ເປັນ ສະຖານີ ທີ່ ຈະ ເຊື່ອມຕໍ່ ກັບ ແຂວງ ຂຸນຫມິງ ຂອງ ຈີນ.

ໂຄງການສ້າງ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຍັງຢູ່ໃນແຜນ ພັທນາ ຂອງຣັຖບານ ສປປ ລາວ RFA

ທາງການ ລາວ ຕຣຽມການ ກໍ່ສ້າງ ສະຖານີ ຣົດໄຟ ລາວ-ຈີນ ຢູ່ເຂດ ເສຖກິດ ສະເພາະ ບໍ່ເຕັນ ແດນງາມ,ໃນ ແຂວງ ຫຼວງນໍ້າທາ ຊຶ່ງເປັນ ສະຖານີ ທີ່ຈະ ເຊື່ອມຕໍ່ ກັບ ແຂວງ ຂຸນຫມິງ ຂອງ ຈີນ, ໃນ ແຜນການ ກໍ ຈະເລີ່ມ ສ້າງບ່ອນ ສົ່ງຖ່າຍ ສິນຄ້າ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ລາວ ທ່ານນຶ່ງ ໃນ ວັນທີ 22 ກັນຍາ ນີ້:

"ສະຖານີ ນຶ່ງ ຢູ່ນີ້ ເພາະວ່າ ມັນແມ່ນ ຊາຍແດນ ເດ໋ເນາະ ກຽມ ຖ່າຍສິນຄ້າ ຢູ່ນີ້ແຫຼະ, ເບື້ອງລາວ ຍັງເຮັດ ບ່ອນສ້າງ ກະກຽມ ຖ່າຍ ສິນຄ້າ ກໍາລັງ ເຮັດຢູ່ ດຽວນີ້ເນາະ ເຮັດລໍຖ້າ ໂຕນີ້ ແຫຼະ ຂຸນຫມິງ ຂະເຈົ້າ ລິເລີ່ມ ເຮັດແລ້ວ ເດ໋".

ທ່ານກ່າວ ອີກວ່າ ຖ້າ ໂຄງການ ທາງ ຣົດໄຟ ຄວາມ ໄວສູງ ລາວ-ຈີນ ລົງມືສ້າງ ແລ້ວ ສະຖານີ ຣົດໄຟ ແຫ່ງນີ້ ຈະເປັນ ສະຖານີ ທີ່ ສໍາຄັນ ແຫ່ງນຶ່ງ ໃນລາວ, ເພາະ ເຊື່ອວ່າ ຈະເປັນບ່ອນ ສົ່ງຖ່າຍ ສິນຄ້າ ຂນາດ ໃຫຍ່, ເພາະ ຢູ່ເຂດ ເສຖກິດ ແຫ່ງນີ້ ກໍາລັງ ມີການ ພັທນາ ຢ່າງ ຕໍ່ເນື່ອງ ມາໄດ້ ຫຼາຍປີແລ້ວ. ຖ້າທັງ ລາວ, ຈີນ ແລະ ໄທ ຫາກ ຕົກລົງ ກັນໄດ້, ໂຄງການ ສ້າງ ທາງຣົດໄຟ ຢູ່ລາວ ກໍ ຈະເລີ່ມ ສ້າງໄດ້.

ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຈາກ ນະຄອນຫຼວງ ວຽງຈັນ ໄປຫາ ແຂວງ ຫຼວງນໍ້າທາ ທີ່ ຕິດກັບ ຊາຍແດນ ຈີນ ມີຄວາມຍາວ 417 ກິໂລແມັຕ. ໃນນັ້ນ ຈະມີ ສະຖານີ 36 ແຫ່ງ ແລະ ມີອຸມົງ ລອດພູ 76 ແຫ່ງ. ປັຈຈຸບັນ ໂຄງການ ດັ່ງກ່າວ ຢູ່ໃນ ຂັ້ນຕອນ ການສຶກສາ ຄວາມ ເປັນໄປໄດ້ ແລະ ບໍ່ຮູ້ວ່າ ຈະເລີ່ມ ກໍ່ສ້າງ ໄດ້ ເມື່ອໃດ, ເຖິງແມ່ນວ່າ ນັກ ວິຊາການ ຈີນ ຈະໄດ້ ເຂົ້າມາ ສໍາຣວດ ພື້ນທີ່ ຢູ່ ແຂວງ ຫຼວງນໍ້າທາ, ອຸດົມໄຊ ແລະ ຫຼວງພຣະບາງ ແລ້ວ ກໍຕາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org