ແຂວງພາກເໜືອລະດົມ ສ້າງ ທາງ ຣົດໄຟ
ປັດຈຸບັນ ການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ໃນ 3 ແຂວງ ພາກເໜືອ ຂອງລາວ ກໍາລັງ ດໍາເນີນໄປ ທັງເວັນທັງຄືນ.
-
ມະນີຈັນ
2017-05-24 -
-
-
Your browser doesn’t support HTML5 audio
ປັດຈຸບັນຢູ່ 3 ແຂວງຄື ແຂວງຫລວງນໍ້າທາ ອຸດົມໄຊ ແລະ ຫລວງພຣະບາງ ກຳລັງມີການ ກໍ່ສ້າງ ທາງຣົຖໄຟ ຄວາມໄວສູງ ລາວ-ຈີນ ເຖິງແມ່ນ ຈະເລີ່ມເຂົ້າ ຣະດູຝົນ ແລ້ວກໍຕາມ. ໃນນັ້ນ ຜູ້ຮັບເໝົາກໍ່ສ້າງ ໃນແຂວງອຸດົມໄຊ ໄດ້ເຮັດວຽກ ຢ່າງໜັກເພື່ອ ຕຽມບຸກເບີກເສັ້ນ ທາງຣົດໄຟ ຜ່ານດິນນາ ປະຊາຊົນ ແລະໄດ້ເຈາະ ອຸມົງແລ້ວ ເປັນບາງແຫ່ງ, ແຕ່ເຣື່ອງຄ່າຊົດເຊີຍ ໃຫ້ປະຊາຊົນ ຍັງບໍ່ມີ ຄວາມຄືບໜ້າ, ດັ່ງເຈົ້າໜ້າທີ່ ແຂວງ ອຸດົມໄຊ ກ່າວໃນວັນທີ 23 ພຶສພາ ນີ້ວ່າ:
"ກະທະລຸ ກາງນາມາແລ້ວ ເຂົາຂຸດເຮັດທາງໄປແລ້ວ ກະສິນຳອຸປກອນເຂົ້າໄປ ອຸມົງນີ້ເຈາະແລ້ວ ບາງບ່ອນ ເຂົາລະບໍ່ເວົ້າ ເຣື່ອງແກ້ໄຂ ໃຫ້ປະຊາຊົນ ຈັກຢ່າງເທື່ອ ໃຫ້ຈີນເຮັດກ່ອນ ເຣື້ອງແກ້ໄຂ ປະຊາຊົນ ເປັນພູດ ຂອງຣັຖບານ ວ່າຈັ່ງຊັ້ນ ຫັ້ນແຫຼະ".
ທ່ານເວົ້າຕື່ມວ່າ ສະເພາະຢູ່ເຂດເມືອງໄຊ ລ່າສຸດນີ້ ໄດ້ນຳຄົນງານຈີນ ເຂົ້າມາເພີ່ມຕື່ມ ປະມານ 500 ຄົນ ສຳລັບເຮັດວຽກ ເຈາະອຸມົງ ແລະດຸດດິນນາ. ສ່ວນຄົນງານລາວ ທີ່ຮ່ວມເຮັດວຽກ ໃນໂຄງການ ນີ້ມີພຽງ 60 ຄົນ ຊຶ່ງວຽກ ຂອງຄົນງານລາວ ເປັນວຽກ ແບກຫາມ ອຸປກອນກໍ່ສ້າງ ຊຶ່ງບໍ່ຈຳເປັນ ຕ້ອງໃຊ້ສີມື ແລະ ປະສົບການ ຫຍັງຫລາຍ.
ໃນສ່ວນຂອງການເຈາະອຸມົງ ໂຄງການທາງຣົດໄຟ ໃນແຂວງຫລວງນ້ຳທາ ໄດ້ເລີ່ມແລ້ວ 3 ແຫ່ງ ຈາກທັງໝົດ 30 ແຫ່ງ ພ້ອມທັງຕຽມ ສ້າງຂົວ ຣົດໄຟຂ້າມ ນ້ຳທາ ເພື່ອເຊື່ອມຕໍ່ ລະຫວ່າງ ແຂວງຫລວງນ້ຳທາ ກັບແຂວງອຸດົມໄຊ. ຕາມການຣາຍງານ ຂອງໜັງສືພິມ ທາງ ການລາວເມື່ອວັນທີ 17 ພຶສພາ 2017.
ສ່ວນໃນແຂວງຫລວງພຣະບາງ ກໍເລີ່ມເຈາະອຸມົງແລ້ວ ຢູ່ເຂດບ້ານນາຊັງ ເມືອງຈອມເພັດ ແລະເຂດບ້ານພອນໄຊ ເມືອງຫຼວງພຣະບາງ ຫ້ອມກັບຕຽມ ສ້າງຂົວຣົດໄຟ ຂ້າມນ້ຳຂອງ ທີ່ເຊື່ອມຕໍ່ ລະຫວ່າງ ເມືອງຈອມເພດ ກັບເມືອງ ຫລວງພຣະບາງ ຊຶ່ງ ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະຂົນສົ່ງ ຫາກໍ່ເປີດເຜີຍ ຂໍ້ມູນ ວ່າການສ້າງ ທາງຣົດໄຟ ຢູ່ແຂວງ ຫລວງພຣະບາງ ມີຄວາມຍາວ 80 ກິໂລແມັຕຜ່ານ 19 ບ້ານ ໃນເມືອງຈອມເພັດ, 11 ບ້ານໃນເມືອງ ຫລວງພຣະບາງ ແລະ 14 ບ້ານ ໃນເມືອງຊຽງເງິນ. ໃນນັ້ນມີ ອຸມົງຮວມ 6 ແຫ່ງ. ສ່ວນແຂວງອື່ນໆ ຍັງບໍ່ເປີດເຜີຍ ຂໍ້ມູນລະອຽດ.