ການພັທນາທາງຣົດໄຟຂອງ ລາວ
ການ ພັທນາ ທາງ ຣົດໄຟ ຂອງ ລາວ ເຂົ້າກັບ ທິດທາງ ແຜນການ ຂອງ ໄທ ແລະ ຈີນ.
-
ສົມເນ
2014-11-12 -
-
-
Your browser doesn’t support HTML5 audio
ໄທ ແລະ ຈີນ ຕົກລົງ ກັນ ສ້າງ ທາງ ຣົດໄຟ ທີ່ ຈະເຊື່ອມຕໍ່ ບາງກອກ ກັບ ພາກໃຕ້ ຂອງ ປະເທດຈີນ ຈະເຮັດໃຫ້ ລາວ ມີຄວາມ ສໍາຄັນ ຂຶ້ນ ໃນນາມ ເປັນ ປະເທດ ທາງຜ່ານ. ຕາມຣາຍງານ ຈາກ ອົງການ ຂ່າວ ຂອງ ເອເຊັຽ CAN ຣາຍ ງານ ວ່າ ການພັທນາ ທາງ ຣົດໄຟ ຂອງລາວ ໃນ ປັດຈຸບັນ ນີ້ ຍັງມີ ຂນາດນ້ອຍ ຢູ່ ແຕ່ແຜນການ ຕໍ່ໆໄປ ຈະມີ ທ່າແຮງ ອັນ ມະຫາສານ ສໍາລັບ ເສຖກິດ ຂອງ ພູມີພາກ. ຣາຍງານ ໄດ້ ອ້າງ ຕາມຄໍາເວົ້າ ຂອງ ທ່ານ ສົມສະນະ ຣັສພົງ
ຫົວໜ້າ ກົມ ທາງ ຣົດໄຟ ທີ່ ເວົ້າວ່າ ລາວ ມີແຜນການ ສ້າງ ທາງຣົດໄຟ ສາຍໃຫຍ່ ສອງສາຍ ໃນ ອະນາຄົດ ໃກ້ໆນີ້ ສາຍ ທີນຶ່ງ ແມ່ນຈາກ ທາງເໜືອ ໄປຫາໃຕ້, ແລະ ສາຍທີ່ສອງ ແມ່ນເຊື່ອມຕໍ່ ຣະຫ່ວາງ ທິດ ຕະເວັນ ອອກ ກັບ ຕະເວັນ ຕົກ. ທັງສອງ ສາຍນີ້ ມີ ຈຸດປະສົງ ເຮັດໃຫ້ ລາວ ມີ ທາງອອກ ໄປສູ່ ທ່າເຮືອ ທະເລ.
ຣາຍງານ ກ່າວຕໍ່ ໄປວ່າ ການ ພັທນາ ທາງ ຣົດໄຟ ໃນລາວ ຈະມີຜົນດີ ຕໍ່ ພູມີພາກ. ເມື່ອ ບໍ່ນານ ມານີ້ ນາຍົກ ຣັຖມົນຕຣີ ໄທ ທ່ານ ປຣະຢຸດ ຈັນໂອຊາ ໄດ້ ອະນຸມັດ ແຜນການ ສ້າງ ທາງ ຣົດໄຟ ສາຍໃໝ່ ເຊື່ອມຕໍ່ ລາວ ກັບ ບາງກອກ ແລະ ເຊື່ອມຕໍ່ ໄປຍັງ ທ່າເຮືອ ທະເລ ໃນ ພາກ ຕະເວັນອອກ ຂອງໄທ ພາຍໃນ ປີ 2022 ຈະເຮັດໃຫ້ ລາວ ອອກສູ່ ທະເລ ໄດ້. ນັກ ຊ່ຽວຊານ ວ່າ ເສຖກິດ ໄທ ຈະ ມີທາງໄດ້ ຈາກ ແຜນການ ເຊື່ອມຕໍ່ ການ ຄົມມະນາຄົມ ພູມີພາກ, ແຕ່ໄດ້ ຊີ້ ໃຫ້ເຫັນວ່າ ລາວ ສາມາດ ເກັບກູ້ ເອົາ ຜົນປະໂຫຍດ ຈາກ ແຜນການ ນີ້ໄດ້ ເຊັ່ນ ດຽວກັນ.
ທ່ານ Yasushi Negishi ຜູ້ ອໍານວຍການ ທະນາຄານ ພັທນາ ເອເຊັຽ ປະຈໍາ ປະເທດ ໄທ ກ່າວວ່າ ໄທ ແລະ ຈີນ ຄວນ ອອກແຜນ ການ ສ້າງ ທາງຣົດໄຟ ທີ່ ລາວ ຈະໄດ້ຮັບ ຜົນປະໂຫຍດ ເຊັ່ນກັນ. ປັດຈຸບັນ ນີ້ ການ ຂົນສົ່ງ ທາງ ຣົດໄຟ ໃນລາວ ມີບົດບາດ ນ້ອຍ ທີ່ສຸດ ຕໍ່ການ ເຕີບໃຫຍ່ ຂອງ ເສຖກິດ ລາວ, ແຕ່ວ່າ ປະເທດ ເພື່ອນບ້ານ ສຸມໃສ່ ໂຄງການ ພັທນາ ທາງ ຣົດໄຟ ພູມີພາກ ເຮັດໃຫ້ ແຜນການ ສ້າງ ທາງ ຣົດໄຟ ໃນລາວ ກາຍເປັນ ຈຸດ ຍຸທສາດ ສໍາຄັນ ສໍາລັບ ອາຊຽນ ແລະ ຈີນ.