ທາງການຕຣຽມຮັບຜູ້ປະມູນ ສ້າງທາງ ຣົດໄຟ

ທາງການລາວ ຕຣຽມການ ເພື່ອໃຫ້ ບໍຣິສັດ ຮັບເໝົາ ມາສະເໜີ ປະມູນ ການ ກໍ່ສ້າງ ທາງ ຣົດໄຟ.

ຮູປຮ່າງຕົວຢ່າງຂອງຣົດໄຟ ຈີນ ທີ່ຈະໃຊ້ຢູ່ ສປປ ລາວ RFA

ປັດຈຸບັນ ທາງການລາວ ເລີ້ມຕຣຽມຮັບ ບໍຣິສັດ ຮັບເໝົາ ມາລົງທະບຽນ ສະເໜີ ປະມູນ ການສ້າງ ທາງຣົດໄຟ ໃນ ແຕ່ລະແຂວງ ທີ່ ທາງຣົດໄຟ ຈະຜ່ານ. ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ທີ່ ບໍ່ປະສົງ ອອກຊື່ ກ່າວຕໍ່ ເອເຊັຽເສຣີ ວ່າ, ບໍຣິສັດ ຕ່າງປະເທດ ທີ່ສົນໃຈ ມາປະມູນ ວຽກງານ ຕ່າງໆ ສ່ວນຫຼາຍ ແມ່ນ ບໍຣິສັດ ຈີນ, ແຕ່ຍັງບໍ່ທັນ ກໍານົດວັນ ຂອງການເປີດ ປະມູນ ເທື່ອ. ດັ່ງທ່ານ ກ່າວວ່າ:

"ປະມູນ ສ້າງທາງລົດໄຟ ຫັ້ນແຫຼະ ບໍ່ທັນ ປະມູນເທື່ອ ກ່າຊິ ປະມູນ ໄວໆນີ້ແຫຼະ ແມ່ນ ຣັຖບານ ຈັດປະມູນ ຕ່າງປະເທດ ຫັ້ນແຫຼະ ກ່າຊິແມ່ນ ຈີນ ຫັ້ນແຫຼະ ເບິ່ງກ່າ ນານາຊາຕ".

ທ່ານວ່າ ບໍຣິສັດ ທີ່ ມາສະເໜີ ປະມູນ ວຽກ ບໍ່ມີ ບໍຣິສັດ ພາຍໃນປະເທດ, ສ່ວນຫຼາຍ ແມ່ນ ບໍຣິສັດ ຈີນ ຍ້ອນວ່າ ບໍຣິສັດ ຂອງ ເຂົາເຈົ້າ ມີ ປະສົພການຫຼາຍ ໃນການສ້າງ ທາງລົດໄຟ.

ສໍາລັບ ຊ້ວງ ການກໍ່ສ້າງ ໃນແຕ່ລະ ແຂວງ ທີ່ ທາງຣົດໄຟ ຈະຜ່ານນັ້ນ ບໍ່ຄືກັນ ຍົກໂຕຢ່າງ ແຂວງ ອຸດົມໃຊ ຈະມີຊ້ວງ ການ ກໍ່ສ້າງ ທັງໝົດ 6 ຊ້ວງ ຊຶ່ງ ຕ້ອງມີ 6 ບໍຣິສັດ ຮັບເໝົາ ປະມູນ ເອົາວຽກ. ຫລວງນໍ້າທາ ມີຊ້ວງ ການກໍ່ສ້າງ ຊ້ວງດຽວ ກໍຕ້ອງ ການ 1 ບໍຣິສັດ ປະມູນ ເອົາວຽກ.

ກ່ອນ ການກໍ່ສ້າງ ຈະລົງມືໄດ້ ກໍຕ້ອງສໍາເຣັດ ການປະມູນ ເສັຽກ່ອນ. 5 ແຂວງ ທີ່ທາງຣົດໄຟ ຜ່ານນັ້ນ ກໍມີ ແຂວງ ຫຼວງນໍ້າທາ, ອຸດົມໄຊ, ຫຼວງພຣະບາງ ແຂວງວຽງຈັນ ແລະ ນະຄອນຫລວງ ວຽງຈັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org