ຝົນຕົກຕ້ອງໂຈະການເຈາະ ອຸມົງ
ປັຈຈຸບັນ ການເຈາະ ອຸມົງ ທາງຣົດໄຟ ລາວ-ຈີນ ຢູ່ແຂວງ ຫລວງນໍ້າທາ ໄດ້ໂຈະໄວ້ ຍ້ອນສະພາບ ດິນຟ້າ ອາກາດ ບໍ່ອຳນວຍ ຝົນຕົກໜັກ.
-
ຈໍາປາທອງ
2017-10-03 -
-
-
Your browser doesn’t support HTML5 audio
ການກໍ່ສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ເຊີ່ງເລີ່ມມາແຕ່ຕົ້້ນປີ 2017 ນັ້ນ ເວົ້າທົ່ວໄປແລ້ວ ມີຄວາມຄືບຫນ້າ ພໍສົມຄວນ ສຳລັບຢູ່ ແຂວງຫຼວງນໍ້າທາ. ແຕ່ສຳລັບ ການເຈາະ ອຸມົງ ແມ່ນໄດ້ຢຸດຊົ່ວຄາວ ໃນລະຍະລະດູຝົນນີ້. ສະພາບດິນຟ້າ ອາກາດບໍ່ອຳນວຍ ຝົນຕົກ, ການຂົນສົ່ງວັສດຸ ກໍ່ສ້າງຫຍຸ້ງຍາກລໍາບາກ ແຕ່ບາງວຽກງານ ກໍຍັງດຳເນີນໄປຢູ່, ເຊັ່ນ ການຕັດແລວທາງ ຣົດໄຟ. ຕາມຄຳເວົ້າຂອງ ນັກ ວິຊາການລາວ ທີ່ເຮັດວຽກກັບ ບໍຣິສັດ ກໍ່ສ້າງທາງ ຣົດໄຟ ຕໍ່ວິທຍຸ ເອເຊັຍເສຣີ:
"ຊ່ວງນີ້ມັນກະຝົນຕົກແດ່ ບາງວຽກທີ່ເຮັດບໍ່ໄດ້ ກະຢຸດລໍຖ້າໝົດຝົນ ຈີ່ງຊິໄດ້ເລີ່ມອີກ ບາງວຽກຄື ວຽກປັບ ດີນແລວທາງ ນີ້ແມ່ນຍັງສືບຕໍ່ ຢ້ານມັນເສັຽເວລາ”
ແຂວງຫຼວງນໍ້າທາ ນີ້ມີການເຈາະອຸມົງທັງໝົດ 4 ບ່ອນ ຄືໃນເຂດ ບ້ານບໍ່ເຕັນເກົ່າ 1 ບ່ອນ, ບ້ານຕີນສານ 1 ບ່ອນແລະບ້ານນາເຕີຍ 2 ບ່ອນ. ມາເຖິງ ປັຈຈຸບັນ ວຽກງານນີ້ ຄືບໜ້າ ໄປຫຼາຍເຕີບແລ້ວ. ຄົນງານທີ່ເຂົ້າມາ ເຮັດວຽກ ສ່ວນຫລາຍ ເປັນຄົນຈີນ.
ໃນລະຍະຣະດູຝົນນີ້ ຫຼາຍຄົນກໍໄດ້ກັບຄືນ ປະເທດ ຍ້ອນວຽກບາງຢ່າງ ໄດ້ຖືກໂຈະ ແລະຈະກັບເຂົ້າມາ ໃນຕົ້ນເດືອນພຶສຈິກາ ເພື່ອເລີ່ມ ວຽກງານ ເຈາະອຸມົງຕໍ່. ແຄ້ມຂອງຄົນງານ ທີ່ຕັ້ງຢູ່ໃກ້ກັບບ່ອນ ເຮັດວຽກ ໃນແຂວງຫລວງນໍ້າທາ ມີທັງໝົດ 7 ແຄ້ມໃຫ່ຍ. ແຕ່ລະແຄ້ມ ມີທັງຄົນງານຈີນ ແລະຄົນງານລາວ ປະມານ 100 ປາຍຄົນ.
ປັດຈຸບັນ ແຂວງຫຼວງນໍ້າທາ ປະກາດຮັບສະໝັກຄົນງານ ແລະ ພະນັກງານ ເພື່ອມາເຮັດວຽກ ໂຄງການກໍ່ສ້າງທາງຣົດໄຟ ຫຼາຍຕໍາແໜ່ງ ແຕ່ຍັງບໍ່ຮູ້ວ່າ ຕ້ອງການຈຳນວນ ເທົ່າໃດ ກັນແທ້ຈຶ່ງຈະພໍ.
ຕາມຂໍ້ມູນຂອງທາງການ ສປປລາວ, ເສັ້ນທາງລົດໄຟ ລາວ-ຈີນ ນີ້ມີຄວາມຍາວ 417 ກິໂລແມັດ ເສັ້ນທາງຜ່ານ ທັງໝົດ 5 ແຂວງ ຄື: ຫລວງນໍ້າທາ, ອຸດົມໄຊ, ຫລວງພຣະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ, ມີສະຖານີ ຣົດໄຟ 32 ສະຖານີ, ຂົວ 167 ແຫ່ງ ແລະ ອຸມົງ 75 ແຫ່ງ ໂດຍແມ່ນ ບໍຣິສັດຈີນ ເປັນຜູ້ຮັບເໝົາ ກໍ່ສ້າງ ໃນກຳນົດ 5 ປີ ຈຶ່ງຈະສຳເຣັດ.