ລາວ-ຈີນ ຈະຮ່ວມລົງທຶນທາງ ຣົດໄຟ
ລາວ ແລະ ຈີນ ຈະ ຮ່ວມກັນ ລົງທຶນ ສ້າງ ແລະ ຄຸ້ມຄອງ ບໍຣິຫານ ທາງ ຣົດໄຟ ຄວາມໄວ ສູງ ຢູ່ ປະເທສ ລາວ.
-
ຈໍາປາທອງ
2015-03-22 -
-
-
Your browser doesn’t support HTML5 audio
ລາວ ແລະ ຈີນ ຈະຮ່ວມກັນ ຕັ້ງ ບໍຣິສັດ ເພື່ອ ລົງທຶນ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ຢູ່ ສປປ ລາວ ແລະ ຈະ ຄຸ້ມຄອງ ບໍຣິຫານ ຮ່ວມກັນ. ຮູບແບບ ຂອງ ການ ຮ່ວມມື ຣະຫວ່າງ ຣັຖບາລ ສປປ ລາວ ແລະ ສປ ຈີນ ໃນ ການ ກໍ່ສ້າງ ທາງ ຣົດໄຟ ນັ້ນ ຈະ ເປັນ ການ ຮ່ວມທຶນ ໂດຍ ມີການ ຕັ້ງ ບໍຣິສັດ ຂຶ້ນມາ ຮັບ ຜິດຊອບ ການ ກໍ່ສ້າງ ແລະ ຄຸ້ມຄອງ ບໍຣິຫານ ໂຄງການ ຮ່ວມກັນ.
ປັດຈຸບັນ ຄນະ ຮັບ ຜິດຊອບ ຂອງ ທັງສອງ ຝ່າຍ ຍັງ ເຈຣະຈາ ກັນ ກ່ຽວກັບ ແບບແຜນ ການ ກໍ່ສ້າງ, ການກໍານົດ ສັດສ່ວນ ການ ຮ່ວມ ລົງທຶນ ແລະ ການ ຫາ ແຫລ່ງທຶນ ເງິນກູ້ ນັ້ນຢູ່. ສ່ວນທີ່ ຈະ ກູ້ຢືມ ຈາກ ທະນາຄານ ຂາເຂົ້າ ຂາອອກ ຂອງ ທາງການ ຈີນ ນັ້ນ ຈະ ມີມູນຄ່າ ບໍ່ເຖິງ 5 ຕື້ ໂດລາ ສະຫະຣັຖ. ສ່ວນ ທີ່ ເຫລືອ ສປປ ລາວ ຈະອອກ ທຶນ ປະມານ 840 ລ້ານ ໂດລາ ແລະ ຈີນ 1 ຕື້ 260 ລ້ານ ໂດລາ ຂນະທີ່ ມູນຄ່າ ການ ກໍ່ສ້າງ ທັງໝົດ ຈະມີ ເຖິງ 7 ຕື້ ກວ່າ ໂດລາ ສະຫະຣັຖ.
ໃນ ກອງ ປະຊຸມ ກະຕຣຽມ ຂອງ ຝ່າຍລາວ ຄັ້ງ ຫລ້າສຸດ ນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ຄາດວ່າ ຣັຖບາລ ສປປ ລາວ ກັບຈີນ ຈະ ສາມາດ ຕົກລົງ ກັນໄດ້ ກ່ຽວກັບ ການ ຮ່ວມມື ສ້າງ ທາງ ຣົດໄຟ ທີ່ ເຊື່ອມຕໍ່ ລາວ-ຈີນ ພາຍໃນ ເດືອນ ມິຖຸນາ 2015 ນີ້ ແລະ ຫລັງຈາກ ນັ້ນ ຣັຖບາລ ສປປ ລາວ ກໍ ຈະສເນີ ຂໍ້ ຕົກລົງ ດັ່ງກ່າວ ເພື່ອ ຂໍ ອະນຸມັດ ຈາກ ສະພາ ແຫ່ງຊາດ.