ມ.ຊຽງເງິນຄິດໄລ່ຄ່າຊົດເຊີຍ ຊາວບ້ານ

ແຂວງຫຼວງພຣະບາງ ເກັບກໍາຂໍ້ມູນ ເພື່ອຄິດໄລ່ ມູລຄ່າ ຄວາມເສັຽຫາຍ ຂອງ ຊາວເມືອງຊຽງເງິນ ຈາກການກໍ່ສ້າງ ທາງຣົດໄຟ ລາວ-ຈີນ.

ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ RFA/AS

ຫ້ອງການແຂວງຫລວງພຣະບາງ ກຳລັງຮິບໂຮມຂໍ້ມູນ ເພື່ອຄິດໄລ່ ມູນຄ່າ ຄວາມເສັຍຫາຍ ຂອງ ປະຊາຊົນ ຈຳນວນ 103 ຄອບຄົວ ຢູ່ເມືອງຊຽງເງິນ ຍ້ອນການ ກໍ່ສ້າງທາງ ຣົດໄຟ ລາວ-ຈີນ ຕາມດຳຣັຖ ຂອງນາຍົກຣັຖມົນຕຣີ ວ່າດ້ວຍການແກ້ໄຂ ຜົລກະທົບ ຈາກ ໂຄງການດັ່ງກ່າວ ທີ່ວ່າຈະຮັບປະກັນ ເຣຶ່ອງຄວາມໂປ່ງໃສ ແລະຍຸຕິທັມ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ແຂວງຫຼວງພຣະບາງ ໃນວັນທີ 2 ສິງຫາ ນີ້.

"103 ຄອບຄົວນີ໋ ໝາຍຄວາມວ່າດຽວນີ້ ພວກເຮົາກໍາລັງປະເມີນ ເຮືອນຂະເຈົ້າ ວ່າຣາຄາ ເທົ່າໃດເນາະ ຫລັງຈາກນັ້ນ ພວກເຮົາ ຈຶ່ງ ສິມາຜ່ານ ບັນດາຄອບຄົວ ວ່າມັນ ຖືກຕ້ອງ ຕາມຂະເຈົ້າ ຕີລາຄາ ບໍ່ຫັ້ນນະ, ຫລັງຈາກນັ້ນແລ້ວ ພວກເຮົາ ຈະເອົາລາຄາກາງ ຂອງ ກະຊວງໂຍທາ ທີ່ວາງອອກວ່າ ແມັດກາເຣນຶ່ງ ມູນຄ່າຖືກ ເທົ່າໃດ"..

ທ່ານກ່າວຕື່ມວ່າ ຫລັງຈາກຂັ້ນຕອນທີ່ ວ່ານັ້ນແລ້ວ ທາງການ ກໍຈະໄດ້ອອກແບບ ບ້ານຈັດສັນ ໃຫ້ປະຊາຊົນ ໂດຍອີງໃສ່ ມູນຄ່າເຮືອນ ເກົ່າທີ່ໄດ້ຮັບ ຄວາມເສັຍຫາຍ ຍ້ອນໂຄງການນີ້. ຄອບຄົວໃດ ທີ່ບໍ່ຢາກໄດ້ ຄ່າຊົດເຊີຍ ເປັນເຮືອນ ຢູ່ບ້ານຈັດສັນ ກໍມີສິດ ຂໍຄ່າຊົດເຊີຍ ເປັນເງິນ ສ້າງເຮືອນ ເອົາເອງ.

ແຕ່ທາງຂັ້ນເທິງ ຍັງບໍ່ຕັດສິນວ່າ ຈະໃຫ້ການຊົດເຊີຍນັ້ນ ເປັນເງິນໄດ້ ຫລືບໍ່ ຍ້ອນຍັງ ຄົ້ນຄວ້າຢູ່. ແລະວ່າ ເຣຶ່ອງການໂຍກຍ້າຍ ໄປຢູ່ ບ້ານຈັດສັນ ທີ່ຈະຕັ້ງຂຶ້ນນັ້ນ ຍັງບໍ່ທັນມີ ກຳນົດເວລາເທື່ອ.

ໜັງສືພິມ ຂອງທາງການລາວ ຣາຍງານໃນມື້ວັນທີ 30 ກໍຣະກະດາ 2017 ວ່າ ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ໄດ້ໄປ ໂອ້ລົມກັບປະຊາຊົນ ບ້ານບວມອໍ້ ແລະ ສັ່ງໃຫ້ພາກສ່ວນທີ່ ກ່ຽວຂ້ອງ ຮີບຈັດສັນ ບ່ອນທຳການຜລິດ ໃຫ້ປະຊາຊົນ ຫລັງຈາກໂຍກຍ້າຍ ພວກເຂົາເຈົ້າແລ້ວ.

ໂຄງການ ທາງຣົດໄຟ ລາວ-ຈີນ ຈະກວມເອົາດິນຢູ່ບ້ານບວມອໍ້ 3 ເຮັກຕາປາຍ ໃນນັ້ນເປັນດິນ ຂອງປະຊາຊົນ 94 ຕອນ ດິນໂຮງຮຽນ ແລະດິນອື່ນໆອີກ 4 ພັນປາຍ ຕາຕະລາງແມັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org