ລາວ-ຈີນເຈຣະຈາໂຄງການ ຣົດໄຟ

ທາງການ ລາວ-ຈີນ ກຳລັງ ເຈຣະຈາ ກັນ ໃນ ໂຄງການ ສ້າງ ທາງຣົດໄຟ ຄວາມໄວສູງ ແຕ່ ຄົງຈະ ບໍ່ງ່າຍ ເພາະ ຍັງມີ ບັນຫາ ຫຼາຍຢ່າງ.

ລາວແລະຈີນ ກຳລັງ ເຈຣະຈາ ໃນໂຄງການ ສ້າງທາງຣົດໄຟ ຄວາມໄວສູງ RFA

 

ເຈົ້າໜ້າທີ່ ທາງຣົດໄຟ ຂອງລາວ ທີ່ ບໍ່ປະສົງ ບອກຊື່ ຫຼື ອອກສຽງ ເວົ້າກັບ ນັກຂ່າວ ຂອງ ພວກເຂົາ ທາງ ໂທຣະສັບ ວ່າ ກ່ຽວກັບ ໂຄງການ ສ້າງທາງ ຣົດໄຟ ລາວ-ຈີນ ນັ້ນ ທ່ານ ຍັງບໍ່ ສາມາດ ໃຫ້ ຣາຍຣະອຽດ ຫຍັງໄດ້ ເທື່ອ ເພາະ ທ່ານ ກຳລັງ ເຂົ້າຮ່ວມ ກອງ ປະຊຸມ ກ່ຽວກັບ ເຣື້ອງນີ້ ຢູ່. ສ່ວນ ເຈົ້າໜ້າທີ່ ລາວ ອີກ ທ່ານນຶ່ງ ກໍເວົ້າວ່າ ເຖິງວ່າຈະ ເຈຣະກັນ ຢູ່ ກໍຕາມ ທັງຝ່າຍ ລາວແລະຈີນ ຄົງຈະບໍ່ ສາມາດ ຕົກລົງ ກັນໄດ້ ງ່າຍໆ ເພາະ ຍັງມີ ບັນຫາ ຫຼາຍຢ່າງ ໂດຍສະເພາະ ການກູ້ ຢືມເງິນ.

ໃນຣະຍະ ສອງ ອາທິດ ຜ່ານມາ ຂ່າວ ກ່ຽວກັບ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ປະກົດວ່າ ມີຄວາມ ກ້າວໜ້າ ແດ່ ເລັກນ້ອຍ. ໜັງສືພິມ ວຽງຈັນທາມ ກໍຣາຍງານ ວ່າ ທາງການ ລາວ-ຈີນ ກຳລັງ ເຈຣະຈາ ກັນຢູ່. ບັນຫາໃຫຽ່ ກໍແມ່ນ ເຣື້ອງ ຣາຍຣະອຽດ ທີ່ ຣັຖບານ ລາວ ຈະຢືມເງິນ ຈຳນວນ 7 ຕື້ ດອນລາ ສະຫະຣັຖ ຈາກ ຈີນ. ເມື່ອອາທິດ ທີ່ແລ້ວ ໜັງສືພິມ ຊິນຫົວ ຂອງຈີນ ກໍຣາຍງານ ວ່າ ຈີນ ພ້ອມແລ້ວ ທີ່ ຈະຮ່ວມມື ກັບລາວ ໃນໂຄງການ ສ້າງທາງ ຣົດໄຟ ດັ່ງກ່າວ.

ກອງເງິນທຶນ ສາກົນ (IMF) ໄດ້ເຄີຍເຕືອນ ຣັຖບານ ລາວ ວ່າ ປັດຈຸບັນ ປະເທດລາວ ຕິດໜີ້ ຕ່າງ ປະເທດ ເຖິງ 3.3 ຕື້ ດອນລ່າ ຫລື 33 ສ່ວນຮ້ອຍ ຂອງຜົນ ຜລິດລວມ ພາຍໃນ ປະເທດ ຫລື ຈີດີພີ; ຖ້າ ສປປລາວ ຢືມເງິນ 7 ຕື້ ດອນລ່າ ຈາກຈີນ ຕື່ມອີກ ລາວ ຈະຕິດ ໜີ້ ຕ່າງປະເທດ ເພີ້ມຂຶ້ນ ເປັນ 125 ສ່ວນຮ້ອຍ ຂອງ ຈີດີພີ ຊຶ່ງ ເປັນໜີ້ສິນ ທີ່ ຫຼາຍເກີນ ຄວາມ ສາມາດ ທີ່ ສປປ ລາວ ຈະ ໃຊ້ຄືນ ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org