ທາງການຊີ້ແຈງຄ່າ ຊົດເຊີຍ ຊັກຊ້າ
ທາງການລາວ ຊີ້ແຈງ ສາເຫດ ການຈ່າຍ ຄ່າຊົດເຊີຍ ໃຫ້ແກ່ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການຣົດໄຟ ລາວ-ຈີນ ຊັກຊ້າ.
-
ອຸ່ນແກ້ວ ສຸກສະຫວັນ
2017-07-18 -
-
-
Your browser doesn’t support HTML5 audio
ປັດຈຸບັນຫາງສຽງຈົ່ມກ່ຽວກັບ ການຈ່າຍຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການທາງລົດໄຟ ລາວ-ຈີນ ວ່າເປັນຫຍັງການຈ່າຍ ຄ່າຊົດເຊີຍ ຈຶ່ງຊັກຊ້າ ແລະ ຂະເຈົ້າ ຈະໄດ້ຮັບຄ່າຊົດເຊີຍເທົ່າໃດ. ກ່ຽວກັບເລື້ອງນີ້ໃນວັນທີ 17 ກໍຣະກະດາ ຂ້າພະເຈົ້າ ໄດ້ມີໂອກາດ ສຳພາດ ທ່ານ ລັດຕະນະມະນີ ຄູນນີວົງ ຮອງ ຣັຖມົນຕຼີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ທັງເປັນຫົວໜ້າ ຄນະຄຸ້ມຄອງ ໂຄງການ ກໍ່ສ້າງທາງ ລົດໄຟລາວ-ຈີນ: ສຽງສຳພາດ…
ບັນດາ ທ່ານ ປະເດັນທີ່ ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຼີ ກະຊວງໂຍທາທິການ ແລະຂົນສົ່ງ ແລະ ທັງເປັນຫົວໜ້າ ຄນະ ຄຸ້ມຄອງ ໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ ເວົ້າກໍຄື:
1.ການເກັບກຳຂໍ້ມູນ ເລື້ອງຄ່າຊົດເຊີຍ ຕ້ອງໃຊ້ເວລາ ໃນການປະເມີນ ລາຄາຄ່າຊົດເລີຍ ໃຫ້ແກ່ປະຊາຊົນ ຫລາຍກວ່າ 200 ລາຍການ ເພື່ອໃຫ້ເປັນໄປຕາມ ລາຄາທ້ອງຕລາດ. ໃນຈຸດນີ້ ທ່ານ ລັດຕະນະມະນີ ໃຫ້ເຫດຜົນ ວ່າບໍ່ຖືວ່າເປັນການຊັກຊ້າ ແຕ່ ການດຳເນີນການ ແມ່ນໃຫ້ເປັນໄປຕາມ ຂັ້ນຕອນລະອຽດ.
2.ປັດຈຸບັນໂຄງການຍັງບໍ່ໄດ້ ດຳເນີນການບຸກເບີກ ເນື້ອທີ່ດິນ ຂອງປະຊາຊົນ ຍ້ອນວ່າ ຍັງບໍ່ທັນ ມີການຕົກລົງເຫັນດີ ຈາກປະຊາຊົນ ສ່ວນວ່າ ການລົງມື ກໍ່ສ້າງ ແລະ ຂຸດ-ເຈາະ ອຸມົງ ແມ່ນຢູ່ສະເພາະເຂດ ທີ່ດິນຂອງຣັຖບານ ເທົ່ານັ້ນ.
3.ທີ່ດິນຂອງປະຊາຊົນ ຍັງບໍ່ທັນໄດ້ ບຸກເບີກເທື່ອ ເພາະຕ້ອງໄດ້ ຕົກລົງເລື້ອງຄ່າຊົດເຊີຍ ກັບ ປະຊາຊົນກ່ອນ.
4.ປັດຈຸບັນໂຄງການ ໄດ້ລົງມືຂຸດເຈາະອຸມົງ ໄປແລ້ວປະມານ 90 ຈຸດ.
ສະເພາະການຂຸດ-ເຈາະ ອຸມົງ, ຣັຖບານໄດ້ກຳນົດໃຫ້ ເຈົ້າໜ້າທີ່ ຂຸດ-ເຈາະ ອຸມົງ ເຮັດວຽກຮອດ 21 ໂມງ ເທົ່ານັ້ນ ເພື່ອບໍ່ໃຫ້ ເກີດສຽງ ເນືອງນັນ ລົບກວນ ປະຊາຊົນ ທີ່ຢູ່ໃກ້ເຂດກໍ່ສ້າງ ໃນເວລາກາງຄືນ ແລະ ໃນກໍIະນີ ບ້ານເຮືອນ ຂອງ ປະຊາຊົນ ໄດ້ຮັບ ຄວາມເສັຍຫາຍ ຈາກແຮງສັ່ນສະເທືອນ ໂຄງການ ກໍຈະຮັບຜິດຊອບ ສ້ອມແປງໃຫ້. ອີງຕາມການລາຍງານ ຂອງ ລາຍການ ຮູ້ທັນສັນຈອນ.
ໂຄງການທາງລົດໄຟ ລາວ-ຈີນ ໄດ້ຕັດຜ່ານ 5 ແຂວງ ຄື ແຂວງ ຫລວງນ້ຳທາ, ອຸດົມໄຊ, ຫລວງພຣະບາງ, ວຽງຈັນ, ແລະ ນະຄອນ ຫລວງວຽງຈັນ ໂດຍ ແມ່ນບໍຣິສັດ ທາງລົດໄຟ ເລກ 2 ເປັນຜູ້ຮັບເໝົາກໍ່ສ້າງ ແລະຈະໃຊ້ເວລາ 5 ປີ ໃຫ້ສຳເລັດ. ເສັນທາງລົດໄຟ ລາວ-ຈີນ ມີຄວາມຍາວປະມານ 400 ກິໂລແມັດ ມູນຄ່າການກໍ່ສ້າງ ປະມານ 6 ຕື້ ໂດລາ ສະຫະຣັຖ ໂດຍ ແມ່ນ ຣັຖບານລາວ ຖືຮຸ້ນປະມານ 30 ເປີເຊັນ ແລະ ຣັຖບານຈີນ ຖືຮຸ້ນ 70 ເປີເຊັນ.
ຣັຖບານລາວ ໄດ້ວາງສີລາເລິກ ໂຄງການທາງລົດໄຟ ລາວ-ຈີນ ໃນເດືອນ ທັນວາ ປີ 2016 ຢູ່ນະຄອນຫລວງວຽງຈັນ ຫລັງຈາກທີ່ ຣັຖບານຈີນ ຕົກລົງໃຫ້ເງິນ ກູ້ຢືມແກ່ ຣັຖບານລາວ.
ໃນວັນທີ 11 ທັນວາ ຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາ ແຫ່ງຊາດ ຊຸດທີ 7 ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກຣັຖມົນຕຼີ ຜູ້ຊີ້ນໍາ ວຽກງານທາງລົດໄຟ ໃນເວລານັ້ນ ຂຶ້ນກ່າວຢືນຢັນ ຕໍ່ສະມາຊິກ ສະພາແຫ່ງຊາດ ໃນການສ້າງ ຫລັງຈາກ ທີ່ມີການຕົກລົງ ເລື້ອງເງິນກູ້ຢືມ ຈາກການຈີນ.
ອີງຕາມຂໍ້ມູນຈາກ ທ່ານ ສົມສະຫວາດ ເລັ່ງສະຫວັດ, ໃນການຢືມເງິນຈາກຈີນ 450 ລ້ານ ໂດລາ ມາດຳເນີນໂຄງການ ທາງການລາວ ຈະເອົາບໍ່ແຮ່ຄ້ຳປະກັນ ເງິນກູ້ຢືມ ໃນອັດຕຣາດອກເບັ້ຍ 3 ເປີເຊັນ, ແຕ່ ທາງການລາວ ເຫັນວ່າ ດອກເບັ້ຍແພງ ຈຶ່ງຂໍຕໍ່ລອງ ລົງມາອີກ. ແຕ່ຈົນມາເຖີງປັດຈຸບັນນີ້ ກໍຍັງບໍ່ທັນມີການ ເປີດເຜີຍວ່າ ຣັຖບານຈີນ ໄດ້ຫລຸດດອກເບັ້ຍເທົ່າໃດ ໃຫ້ແກ່ ຣັຖບານລາວ.
ເຖິງຢ່າງໃດກໍຕາມ, ປະຊາຊົນ ແລະ ນັກວິຊາການລາວ ຫລາຍຄົນ ກໍສະແດງຄວາມເປັນຫ່ວງວ່າ ປະເທດລາວ ຈະຕົກເປັນໜີ້ ມະຫະສານ ແລະ ຜົນປະໂຫຍດ ໄລຍະຍາວ ສ່ວນຫລາຍ ຈະເປັນຂອງຈີນ ຫລາຍກວ່າ ໃນຂນະທີ່ ປະເທດລາວ ກໍພຽງແຕ່ຖືກໃຊ້ ເປັນທາງຜ່ານ ເທົ່ານັ້ນ.