ລາວ-ຈີນຈະຫາຣືກັນອີກ ໂຄງການ ທາງຣົຖໄຟ
ລາວ ແລະ ຈີນ ຈະເລີ້ມ ເຈຣະຈາ ກັນອີກ ໃນ ໂຄງການ ຣົຖໄຟ ຄວາມໄວສູງ ມູນຄ່າ ກວ່າ 7 ຕື້ ໂດລາ.
-
ສິດນີ
2014-06-17 -
-
-
Your browser doesn’t support HTML5 audio
ເພື່ອ ຜົລປະໂຫຍດ ຮ່ວມກັນ ສປປລາວ ແລະ ຈີນ ຈະເລີ້ມ ເຈຣະ ຈາ ກັນອີກ ໃຫມ່ ໃນໂຄງການ ຣົຖໄຟ ຄວາມໄວສູງ ມູນຄ່າ ປະ ມານ 7 ຕື້ 2 ຮ້ອຍ ລ້ານ ໂດລາ ຈາກ ຂຸນຫມີງ ຫາ ວຽງຈັນ. ຄວາມ ຄືບຫນ້າ ໃນ ໂຄງການ ດັ່ງກ່າວ ຍັງ ຈະສືບ ຕໍ່ ຫຼັງຈາກ ທີ່ ຜູ້ນຳ ຈາກ ສອງປະເທດ ໃຫ້ ຄຳຫມັ້ນ ສັນຍາ ຣະຫວ່າງ ກັນ ໃນຊ່ວງການ ປະຊຸມ ວ່າງຫລັງໆ ມານີ້. ນາຍົກ ຣັຖມົນຕຣີ ລາວ ແລະຈີນ ທ່ານ ທອງສິງ ທັມມະວົງ ແລະ ທ່ານ ລີ ກີກຽງ ກຳລັງ ຊອກ ຊ່ອງທາງ ຣາຍຣະອຽດ ກ່ຽວກັບ ຂໍ້ຕົກລົງ ເພື່ອ ຜົລປໂຍດ ສອງຝ່າຍ.
ສປປລາວ ສ້າງ ຄວາມຫວັງ ໃນການສ້າງ ທາງຣົຖໄຟ ຄວາມໄວ ສູງ ລາວ-ຈີນ ສາຍ ດັ່ງກ່າວ ເພື່ອ ຍົກຣະດັບ ການເຕີບ ຂອງ ເສຖກິດ ລາວ ໃນ ອະນາຄົດ ໃຫ້ໄດ້ ຢ່າງນ້ອຍ 8 ສ່ວນຮ້ອຍ ທີ່ ລາວ ມີຢູ່ໃນ ປັດຈຸບັນ ໄປຮອດ ທົສວັດ ຫນ້າ ເພື່ອ ຫລຸດຜ່ອນ ຄວາມ ທຸກຍາກ ໃນລາວ.
ການສ້າງ ຄວາມຫວັງ ທາງດ້ານ ເສຖກິດ ໃນການ ສ້າງເສັ້ນທາງ ຣົຖໄຟ ຄວາມໄວສູງ ສາຍ ດັ່ງກ່າວ ຂອງລາວ ໂດຍ ບໍ່ຄຳນຶງ ເຖິງ ຜົລກະທົບ ທາງລົບ ທີ່ ຈະໄດ້ຮັບ ຈາກການເປັນ ຫນີ້ສີນ ອັນ ມະຫາສານ ໃນ ເສັ້ນ ທາງ ຣົຖໄຟ ສາຍນີ້ ທີ່ ລາວ ຈະບໍ່ສາມາດ ຈ່າຍ ຄືນໄດ້. ສປປລາວ ມີແຜນການ ຈະສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສູງ ສອງເສັ້ນ ນຶ່ງແມ່ນ ລາວ-ຈີນ ສອງ ແມ່ນ ລາວ-ວຽດນາມ ທີ່ ແຂວງ ສວັນນະເຂດ.