ເມືອງນາໝໍ້ຕ້ອງຍົກຍ້າຍ ຊາວບ້ານ
ຊາວເມືອງ ນາໝໍ້ ແຂວງ ອຸດົມໄຊ 50 ຄອບຄົວ ຈະຕ້ອງໄດ້ ຍົກຍ້າຍ ທີ່ຢູ່ອາໄສ ເພື່ອ ຫລີກໃຫ້ ໂຄງການ ສ້າງທາງ ຣົດໄຟ ລາວ-ຈີນ.
-
ອະວາຣີ
2016-02-01 -
-
-
Your browser doesn’t support HTML5 audio
ປະຊາຊົນ ບ້ານ ນາໝໍ້ໃຕ້ ເມືອງ ນາໝໍ້ ແຂວງ ອຸດົມໄຊ ປະມານ 50 ຄອບຄົວ ຈະຕ້ອງຍ້າຍ ອອກຈາກ ບ້ານ ເພື່ອຫລີກທາງ ໃຫ້ການສ້າງ ທາງຣົດໄຟ ລາວ-ຈີນ. ປັດຈຸບັນ ຜູ້້ ຮັບຜິດຊອບ ການກໍ່ສ້າງ ໄດ້ ປັກຫລັກໝາຍ ເຂດທາງບ່ອນ ຈະສ້າງແລ້ວ. ຊາວບ້ານ ຈະຕ້ອງ ຍົກຍ້າຍ ພາຍໃນ ກາງປີນີ້. ດ່ັງ ເຈົ້າໜ້າທີ່ ຫ້ອງການ ໂຍທາ ທິການ ແລະ ຂົນສົ່ງ ເມືອງນາໝໍ້ ກ່າວກັບ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອອາທິດ ທີ່ແລ້ວວ່າ:
“ບ້ານນາໝໍ້ໃຕ້ ປະມານ 50 ຫລັງຄາ ເຮືອນ 50 ຄອບຄົວ ນີ່ແຫລະ ຍັງບໍ່ທັນ ບຸກເບີກ ກຳລັງ ປັກ ຫລັກໝາຍ ກຳລັງ ຕຽມການ ໄກ່ເກັ່ຍ ສິ່ງ ກີດຂວາງ ໃຫ້ ປະຊາຊົນ ຕ່າງໆກຽມ ຍົກຍ້າຍ ມັນຖືກ ສະຖານີ.”
ສຳລັບ ບ່ອນໃໝ່ ຫລື ບ້ານໃໝ່ ທີ່ຈະຍ້າຍ ໄປຢູ່ ແລະ ເງິນຄ່າ ຊົດເຊີຍ ນັ້ນ ທາງຄນະ ຮັບຜິດຊອບ ເມືອງ ກຳລັງ ປຶກສາຫາລື ກັນຢູ່. ປັດຈຸບັນ ປະຊາຊົນ ຮູ້ຂ່າວ ກ່ຽວກັບ ການຍົກຍ້າຍ ແລ້ວ.
ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ ເມືອງນາໝໍ້ ເປັນເມືອງນຶ່ງ ໃນແຂວງ ອຸດົມໄຊ ທີ່ ຈະຖືກເສັ້ນ ທາງຣົດໄຟ ຕັດຜ່ານ ສະເພາະ ຢູ່ ເມືອງນາໝໍ້ ຈະມີການ ສ້າງທາງ ຣົດໄຟ ປະມານ 54 ກິໂລແມັດ ແຕ່ສ່ວນໃຫຍ່ ຈະສ້າງຢູ່ ເຂດພູດອຍ ຊຶ່ງ ຈະມີການເຈາະ ອຸມົງ ຫຼາຍໆບ່ອນ.
ຕາມແຜນ ໂຄງການ ວາງໄວ້ ແຂວງ ອຸດົມໄຊ ຈະມີ ສະຖານີ ຣົດໄຟ ສາມແຫ່ງ ຄື: ແຫ່ງທີນຶ່ງ ຢູ່ເມືອງໄຊ ເມືອງເອກ ຂອງ ແຂວງ; ແຫ່ງທີ່ສອງ ຢູ່ເມືອງງາ ແລະ ແຫ່ງທີ່ສາມ ທີ່ ເມືອງນາໝໍ້.