ຈີນຕຣຽມວຽກງານເຈາະ ອຸມົງ

ຄົນງານ ສ້າງທາງ ຣົດໄຟ ລາວ-ຈີນ ເຂົ້າມາ ແຂວງຫຼວງນ້ຳທາ ເພີ້ມຂຶນ ເພື່ອຕຣຽມ ວຽກງານ ເຈາະ ອຸມົງ.

ເຂດທີ່ໃກ້ກັບສະຖານີໃຫຍ່ ຣົດໄຟ ລາວ-ຈີນ ທີ່ຈີນກໍາລັງມີການກໍ່ສ້າງ RFA/AS/PP

ນັບຕັ້ງແຕ່ ຕົ້ນເດືອນກຸມພາ ເປັນຕົ້ນມາ ໂຄງການ ສ້າງທາງ ຣົດໄຟ ລາວ-ຈີນ ທີ່ແຂວງຫຼວງນ້ຳທາ ໄດ້ມີຄົນງານຈີນ ເຂົ້າມາຫຼາຍຂຶ້ນ ແຕ່ບໍ່ເປີດເຜີຍ ຈຳນວນຕົວເລກ ທີ່ແນ່ນອນ ເພື່ອ ຕຣຽມວຽກງານ ເຈາະອຸມົງ ທາງຣົດໄຟ ຕາມເຂດ ມີຜ່ານພູ ຫຼາຍຈຸດ ຊຶ່ງຄາດວ່າຈະ ເລີ້ມລົງມື ເຈາະ ອຸມົງ ໃນເດືອນມິນາ ນີ້. ດັ່ງ ເຈົ້າຫນ້າທີ່ ແຂວງຫຼວງນ້ຳທາ ກ່າວໃນວັນທີ 15 ກຸມພາ ນີ້ວ່າ:

"ເຂົາເຈາະອຸມົງ ກໍສິແມ່ນເຂົ້າໄປ ໃນພຸ້ນ ເຈາະອຸມົງ ເຂົາເຈົ້າຂຸດປັບ ເອົາກັມມະກອນ ເດມາຢູ່ເປັນຈຸດໆ ອຸມົງເສັ້ນທາງ ຣົດໄຟ ກາຍ ນາເຕີຍ ໄປເບື້ອງບໍ່ເຕັນ ຄືສິແມ່ນ ເດືອນສາມ ສິມານີ້ແຫຼະ ຂະເຈົ້າເວົ້າຫັ້ນນະ ເປັນທາງການ ຫັ້ນນະ".

ທ່ານກ່າວຕື່ມວ່າ ໃນປັດຈຸບັນ ໃນເຂດທີ່ຈະເຈາະ ອຸມົງ ກັມມະກອນ ຈີນກຳລັງ ປັບທາງ ເພື່ອອຳນວຍ ຄວາມສະດວກ ໃນການຂົນສົ່ງ ເຄື່ອງຈັກ ແລະ ອຸປກອນ ຂນາດໃຫຍ່ ເຂົ້າໄປໃນ ບໍຣິເວນ ທີ່ຈະເຈາະອຸມົງ. ເຂດທີ່ຈະມີ ການເຈາະ ອຸມົງນັ້ນ ສ່ວນໃຫຍ່ ຈະເປັນເຂດ ພູດອຍຕິດກັນ ຫຼາຍຫນ່ວຍ ຍ້ອນທາງໂຄງການ ບໍ່ຢາກໃຫ້ມີ ຜົລກະທົບ ຕໍ່ບ້ານເຮືອນ ປະຊາຊົນຫຼາຍ ຈຶ່ງສ້າງຫ່າງ ຈາກຊຸມຊົນ.

ທ່ານກ່າວວ່າ ຕາມໂຄງການ ທາງຣົດໄຟ ລາວ-ຈີນ, ຈີນຈະສ້າງ CAMP ສຳລັບ ກັມມະກອນຈີນ ທີ່ເມືອງນາເຕີຍ ຊື່ງເປັນບອ່ນ ຕັ້ງ ສະຖານີ ຣົດໃຫຍ່ ຂນາດໃຫຍ່ ໃນເຂດ ພາກເຫນືອ ຂອງລາວ ກ່ອນຈະເຂົ້າ ໄປຈີນ. ສ່ວນເຣື້ອງການ ໃຫ້ຄ່າຊົດເຊີຍ ແກ່ ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ນັ້ນຍັງບໍ່ມີ ຄວາມຄືບຫນ້າເລີຍ ຊາວບ້ານ ມີຄວາມກົງວົນ ກ່ຽວກັບ ເຣື້ອງນີ້ຢູ່ ໃນເວລານີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org