ຄົນງານຈີນມາສ້າງທາງ ຣົດໄຟ
ຢູ່ ແຂວງຫຼວງນໍ້າທາ ແລະ ແຂວງ ອຸດົມໄຊ ຄົນງານຈີນ ເລີ້ມທະຍອຍ ເຂົ້າມາ ສ້າງ ທາງຣົດໄຟ.
-
ໄມຊູລີ
2017-04-03 -
-
-
Your browser doesn’t support HTML5 audio
ປັດຈຸບັນນີ້ ຄົນງານສ້າງ ທາງຣົດໄຟ ລາວ-ຈີນ ໄດ້ເຄື່ອນຍ້າຍ ເຂົ້າມາຢູ່ໃນ camp ຫຼື ຄ້າຍຄົນງານຈີນ ຕາມຈຸດຕ່າງໆ ຕາມແລວສ້າງ ທາງລົດໄຟ ທີ່ຜ່ານ ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຢ່າງເປັນຂະບວນ ເຮັດໃຫ້ ປະຊາຊົນ ໃນທ້ອງຖິ່ນ ພາກັນຕື່ນເຕັ້ນ, ຕາມ ການເປີດເຜີຍ ຂອງປະຊາຊົນ ທີ່ເດີນທາງໄປຄ້າຂາຍ ໃນເຂດດັ່ງກ່າວ:
“ຕັ້ງແຕ່ອອກບໍ່ເຕັນໄປ ເປັນຈຸດເປັນຈຸດ ໄປຮອດແຂວງອຸດົມໄຊ ເປັນຈຸດໆໄປ ມີຫຼາຍບ່ອນຢູ່ ກະຫຼາຍແຄັມ ຫຼາຍແຄັມ ຂະໜາດແຫຼະ ມັນມີ ກວ້າງໄປ 5 ໂລ 10 ໂລ ປະມານ 5 ໂລ 10 ໂລ ກໍມີແຄັມນຶ່ງແຫຼະ ແລະກ່າເຈາະອຸໂມງນັ້ນ ແຖວບໍ່ເຕັນຫັ້ນແຫຼະ ຊຽງຮຸ່ງນີ້ ມາຮອດບໍ່ຫານ ນີ້ຫຼາຍແລ້ວ”.
ປະຊາຊົນຜູ້ນີ້ເວົ້າວ່າໄດ້ໄປເຫັນ ຄ້າຍຄົນງານຈີນ ດ້ວຍຕົນເອງ ໃນເວລາເດີນທາງໄປ ທາງຣົດ ແຕ່ລະຄ້າຍ ມີຄົນງານຈີນ ຢູ່ກັນຫຼາຍ ຮ້ອຍຄົນ ແຕ່ປະເມີນບໍ່ໄດ້ ວ່າທັງໝົດມີ ເທົ່າໃດແທ້ ພຽງແຕ່ໄດ້ຍິນ ເຂົາເຈົ້າວ່າ ມີຫຼາຍພັນຄົນ.
ຢູ່ເຂດເມືອງຊຽງຮຸ່ງ ແຂວງຢຸນນ່ານກໍເຊັ່ນກັນ ເຫັນຄົນງານຈີນ ສ້າງທາງລົດໄຟ ເຂົ້າມາຕໍ່ໃສ່ບໍ່ຫານ ຈໍານວນຫຼວງຫຼາຍເຊັ່ນກັນ ແລະ ຜູ້ກ່ຽວ ຍັງໄດ້ຖ່າຍຮູບ ມາໃຫ້ເບິ່ງພ້ອມ.
ໃນຂນະດຽວກັນ ໜັງສືພິມທາງການລາວ ຣາຍງານວ່າ ຂະບວນຣົດບັນທຸກ ເຄື່ອງຈັກເຄື່ອງລາງ ສໍາລັບສ້າງ ທາງຣົດໄຟ ຫຼາຍຮ້ອຍຄັນ ໄດ້ເຄື່ອນຍ້າຍ ເຂົ້າມາ ດ່ານຊາຍແດນ ບໍ່ຫານ-ບໍ່ເຕັນ ແຂວງຫຼວງນໍ້າທາ ແລະວ່າ ໄດ້ຕຽມທາງເຂົ້າຈຸດ ເຈາະອຸໂມງໄວ້ ຈໍານວນນຶ່ງແລ້ວ ເພື່ອຈະສາມາດ ໃຫ້ຄົນງານ ເລີ້ມເຮັດວຽກ ເຈາະ ກ່ອນຈະຮອດ ລະດູຝົນ.