ພະນັກງານ ຣັຖວິສາຫະກິຈ ນ້ຳປະປາ ຢູ່ຈຳປາສັກ ບໍ່ໄດ້ເງິນເດືອນ ຫຼາຍເດືອນ
ພະນັກງານ ຣັຖວິສາຫະກິຈ ນໍ້າປະປາ ຢູ່ນະຄອນປາກເຊ, ເມືອງໂຂງ ແລະ ເມືອງໂພນທອງ ບໍ່ໄດ້ຮັບເງິນເດືອນ ເປັນໄລຍະເວລາ 10 ເດືອນແລ້ວ ເຮັດໃຫ້ປະສົບບັນຫາ ໃນການໃຊ້ຊີວິດ ແລະ ບໍ່ມີເງິນໃຊ້ຈ່າຍໃນແຕ່ລະມື້ ຂະນະທີ່ພາກສ່ວນກ່ຽວຂ້ອງ ຍັງບໍ່ມີຄຳອະທິບາຍ ຫຼື ຄຳຊີ້ແຈງແນວໃດໆ.
-
ໄຊຍາ
2023-01-25 -
-
-
Your browser doesn’t support HTML5 audio
ພະນັກງານ ຣັຖວິສາຫະກິຈ ນໍ້າປະປາ ໃນແຂວງຈຳປາສັກ ເປັນຕົ້ນ ນະຄອນປາກເຊ, ເມືອງໂຂງ ແລະ ເມືອງໂພນທອງ ຍັງບໍ່ທັນໄດ້ຮັບເງິນເດືອນ ເປັນໄລຍະເວລາ 10 ເດືອນແລ້ວ ເຮັດໃຫ້ພວກເຂົາເຈົ້າປະສົບບັນຫາ ໃນການໃຊ້ຊີວິດ ແລະ ບໍ່ມີເງິນໃຊ້ຈ່າຍ ໃນແຕ່ລະມື້ ຈົນຕ້ອງເຮັດການກະເສຕແທນ ເພື່ອຫາລ້ຽງຊີພ ໄປກ່ອນໃນໄລຍະລໍຖ້າ ການແກ້ໄຂບັນຫານີ້.
ດັ່ງພະນັກງານ ຣັຖວິສາຫະກິຈ ນໍ້າປະປາ ແຂວງຈຳປາສັກ ຜູ້ບໍ່ປະສົງອອກສື່ ແລະ ຕຳແໜ່ງຍານາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ມົກກະຣາ 2023 ນີ້ວ່າ:
“ໂຕນີ້ມັນກໍຄືຄືນສັນຍາຈ້າງເນາະ ເພິ່ນກໍໄດ້ແກ້ໄຂເບີດແລ້ວ ແຕ່ວ່າຣັຖກອນເຮົາ ຍັງບໍ່ທັນໄດ້ ເມືອງໂຂງກໍຍັງບໍ່ທັນໄດ້ ປາກເຊ ກໍຍັງບໍ່ທັນໄດ້ ໂພນທອງ ກໍບໍ່ໄດ້. ຣັຖກອນບໍ່ທັນໄດ້ ເອື້ອຍໄດ້ພຽງເດືອນທີ 6, ສ່ວນເດືອນ 7, 8, 9, 10, 11, 12 ບໍ່ທັນໄດ້. ກໍຫາກິນຕາມຫັ້ນແຫລະ ເພາະວ່າ ຢູ່ແຖວນີ້ມັນກໍຢູ່ແບບວ່າ ມີນໍ້າຂອງ ເຮັດໄຮ່ ເຮັດນາກັນໄປຫັ້ນແຫລະ.”
ຍານາງກ່າວຕື່ມວ່າ ພະນັກງານຣັຖວິສາຫະກິຈ ນໍ້າປະປາ ໃນຫລາຍເມືອງ ຂອງແຂວງຈຳປາສັກ ໄດ້ສອບຖາມ ໄປຍັງເຈົ້າໜ້າທີ່ ລະດັບສູງ ແລະພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບຄວາມຄືບໜ້າ ໃນການເຮັດເອກສານ ເບີກຈ່າຍເງິນເດືອນ ໃຫ້ແກ່ຣັຖກອນ ພາຍໃນສັງກັດ ພາຍຫລັງພວກເຂົາເຈົ້າ ບໍ່ໄດ້ຮັບເງິນເດືອນ ມາຫລາຍເດືອນແລ້ວ ແລະຫລ້າສຸດ ວັນທີ 20 ມົກກະຣາ 2023 ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ໄດ້ແຈ້ງໃຫ້ຮູ້ວ່າ ຈະເລັ່ງດໍາເນີນການເບີກຈ່າຍ ເງິນເດືອນ ໃຫ້ໄວທີ່ສຸດ ເທົ່າທີ່ສາມາດເຮັດໄດ້.
ກ່ຽວກັບເຣື່ອງນີ້ ພະນັກງານຣັຖວິສາຫະກິຈ ນໍ້າປະປາ ສາຂານະຄອນປາກເຊ ເກືອບທຸກຄົນ ບໍ່ໄດ້ຮັບເງິນເດືອນ ມາເປັນໄລຍະເວລາຫລາຍເດືອນ ແລະບໍ່ຮູ້ວ່າ ຈະໄດ້ຮັບເງິນເດືອນ ໃນມື້ໃດ ເຮັດໃຫ້ພວກເຂົາເຈົ້າ ໄດ້ຮັບຜົນກະທົບໜັກ ຍ້ອນບໍ່ມີເງິນພຽງພໍ ສຳລັບໃຊ້ຈ່າຍ, ແຕ່ພະນັກງານ ບໍ່ໄດ້ດຳເນີນການຟ້ອງຮ້ອງ ຍ້ອນຢ້ານວ່າ ຈະໄດ້ຮັບຜົນກະທົບ ຕໍ່ໜ້າທີ່ວຽກງານ.
ດັ່ງຜູ້ຮູ້ເຣື່ອງນີ້ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ກໍສາມາດຮ້ອງຟ້ອງໄດ້ຫັ້ນແຫລະເນາະ ກໍບໍ່ໄດ້ຮັບເງິນເດືອນຢູ່ຫລາຍເດືອນຢູ່ດອກ ມັນກໍເປັນຄວາມຈິງຫັ້ນແຫລະ ໂຕບໍ່ໄດ້ເງິນເດືອນແຕ່ວ່າ ຕາມລະບຽບກົດໝາຽຫັ້ນເນາະ ກົດໝາຽວ່າດ້ວຍແຮງງານ ຄືກັນມີສິກຮ້ອງຟ້ອງ ສະເພາະເພິ່ນກໍຍັງເວົ້າກັນເດ້ ເຂົາບໍ່ໄດ້ຮ້ອງຟ້ອງ ອີ່ຫຍັງດອກ ເພາະວ່າ ລະບົບຢູ່ລາວນີ້ຊິໄປຮ້ອງຟ້ອງ ເຈົ້າຮ້ອງຟ້ອງນາຍ ຜົນກະທົບ ຕໍ່ໂຕເອງບໍ່.”
ເຖິງວ່າພະນັກງານ ຣັຖວິສາຫະກິຈນໍ້າປະປາ ໃນຫລາຍເມືອງໂຂງ ແຂວງຈຳປາສັກ ຈຳນວນນຶ່ງຈະຍັງບໍ່ໄດ້ຮັບເງິນເດືອ ມາແລ້ວຫລາຍເດືອນ ແຕ່ກໍຍັງມີພະນັກງານບາງຄົນ ພາຍໃນບາງເມືອງ ໄດ້ຮັບເງິນເດືອນ ແລ້ວແຕ່ກໍບໍ່ເປັນໄປຕາມໄລຍະເວລາ ກຳນົດເປັນຕົ້ນ ຣັຖວິສາຫະກິຈ ນໍ້າປະປາ ຈະມີກຳນົດຈ່າຍເງິນເດືອນ ໃຫ້ແກ່ພະນັກງານ ໃນວັນທີ 25 ຂອງທຸກເດືອນ ແຕ່ສ່ວນຫລາຍພະນັກງານ ຈະໄດ້ຮັບເງິນເດືອນ ໃນໄລຍະຕົ້ນເດືອນ ຂອງເດືອນຕໍ່ໄປ.
ດັ່ງພະນັກງານ ຣັຖວິສາຫະກິຈ ນໍ້າປະປາ ແຂວງຈຳປາສັກ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ອີກທ່ານນຶ່ງກ່າວວ່າ:
“ອັນນ່າເບີກຈ່າຍ ມັນກໍບໍ່ແນ່ນອນໝາຍເຖິງວ່າ ບໍ່ໄດ້ເບີກຈ່າຍຕຣົງໂຕ ຢ່າງຄືມັນບໍ່ໄດ້ຕຣົງຄືກັນ ທຸກເດືອນ ເອີ ກຳນົດບໍ່ໄດ້ຫັ້ນນ່າ ຂ້ອຍເຮັດວຽກຢູ່ວິສາຫະກິຈ ເຣື່ອງການເບີກຈ່າຍ ຜ່ານລະບົບທັນສໄມ ແລ້ວມັນກໍຂຶ້ນກັບແຂວງ ເພິ່ນຈ່າຍໃຫ້ຄືກັນເພາະວ່າ ມັນມີບ່ອນເບີກຈ່າຍຢູ່ ບ່ອນດຽວ ໄດ້ທຸກເດືອນແຕ່ວ່າບໍ່ຕຣົງວັນທີ ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ ພະນັກງານຣັຖວິສາຫະກິຈ ນໍ້າປະປາ ໃນຫລາຍເມືອງ ແລະ ຫລາຍແຂວງທົ່ວປະເທດ ສ່ວນຫລາຍໄດ້ເງິນເດືອນ ປະມານເດືອນລະ 1,000,000 ປາຍກີບຕໍ່ເດືອນເທົ່ານັ້ນ ເຖິງຈະບໍ່ພຽງພໍຕໍ່ຄ່າໃຊ້ຈ່າຍ ໃນຊີວິດປະຈຳວັນ ທ່າມກາງເງິນເຟີ້ ທີ່ເຮັດໃຫ້ເຄື່ອງອຸປໂພກ-ບໍຣິໂພກ ແລະ ຄ່າຄອງຊີພເພີ່ມສູງຂຶ້ນ ແລະ ເມື່ອທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດຈ່າຍເງິນເດືອນ ໃຫ້ແກ່ພະນັກງານໄດ້ ຕາມກຳນົດເວລາກໍ ຍິ່ງເຮັດໃຫ້ພະນັກງານ ໄດ້ຮັບຜົນກະທົບຫລາຍຂຶ້ນ.
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ຣັຖວິສາຫະກິຈ ນໍ້າປະປາ ແຂວງຈຳປາສັກ ເພື່ອສອບຖາມ ກ່ຽວກັບສາເຫດທີ່ເຮັດໃຫ້ ພະນັກງານຈຳນວນນຶ່ງ ໃນຫລາຍເມືອງ ຢູ່ແຂວງຈຳປາສັກ ບໍ່ໄດ້ຮັບເງິນເດືອນ ເປັນໄລຍະເວລາຫລາຍເດືອນ ແຕ່ທາງຣັຖວິສາຫະກິຈນໍ້າປະປາ ບໍ່ສະດວກໃຫ້ສັມພາດ.
ພະນັກງານ ຣັຖວິສາຫະກິຈ ນໍ້າປະປາ ເປັນພະນັກງານທີ່ທຽບເທົ່າຣັຖກອນ ຊຶ່ງທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງດຳເນີນການ ເບີກຈ່າຍເງິນເດືອນ ໃຫ້ເປັນປະຈຳ ທຸກເດືອນ ຖ້າຫາກບໍ່ມີການເບີກຈ່າຍເງິນເດືອນ ໃຫ້ແກ່ພະນັກງານຂອງຣັຖນັ້ນ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະເປັນຕ້ອງດຳເນີນ ການກວດສອບ ເພື່ອແກ້ໄຂໃຫ້ເປັນໄປຕາມ ລະບຽບກົດໝາຽ.
ດັ່ງເຈົ້າໜ້າທີ່ ເຮັດວຽກດ້ານແຮງງານ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງຍານາງນຶ່ງກ່າວວ່າ:
“ເປັນພະນັກງານຣັຖກອນທີ່ວ່າ ໄດ້ສັງກັດຣັຖແທ້ບໍ່ຫັ້ນນ່າ ຫລື ວ່າເພິ່ນເປັນສັນຍາຈ້າງ ເພາະວ່າຄັນເວົ້າວ່າເປັນຣັຖກອນ ຕາມແຮງງານ ຂອງຣັຖເພິ່ນໄດ້ເງິນເດືອນ ແນ່ນອນ ເພາະວ່າຣັຖເຮົາ ຕ້ອງຈ່າຍໃຫ້ຢູ່ແລ້ວ ຕ່າງທີ່ວ່າຊິຈ່າຍຊ້າ ຫລື ຈ່າຍໄວ ເປັນອາສາສະມັກນີ້ ຈະບໍ່ໄດ້ເງິນເດືອນ ອາສາສະມັກ ຄືຄວາມພໍໃຈ ຂອງເຈົ້າເອງໃນການເຮັດວຽກ ກັບຣັຖ ແຕ່ວ່າລໍຖ້າຢາກເປັນຣັຖກອນເນາະ ເງິນທີ່ແບບວ່າ ໃນໜ່ວຽງານ ເຂົາອີ່ຕົນ ແລ້ວເຂົາໃຫ້ຊື່ໆ ຫັ້ນນ່າ.”
ເມື່ອວັນທີ 07 ທັນວາ 2022 ທີ່ຜ່ານມາ ຍານາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໄດ້ມີຄວາມເຫັນໃນກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນແກ້ໄຂບັນຫາ ເຣື່ອງການເບີກຈ່າຍເງິນເດືອນ ທີ່ມີຄວາມຫຍຸ້ງຍາກ ເນື່ອງຈາກມີພະນັກງານຣັຖກອນ ຈຳນວນບໍ່ໜ້ອຍໃນທົ່ວປະເທດ ໄດ້ຮັບຜົນກະທົບ.
ດັ່ງຍານາງໄດ້ກ່າວ ກອງປະຊຸມສະພາແຫ່ງຊາຕ ໃນຕອນນຶ່ງວ່າ:
“ໂດຍສະເພາະແມ່ນເງິນເດືອນ ພະນັກງານ ມັນບໍ່ແມ່ນແນວຕິດໜີ້ເນາະ ທ່ານປະທານເດືອນນຶ່ງ ຕ້ອງໄດ້ເບີກເງິນ ຊິມີຄວາມຫຍຸ້ງຍາກສໍ່າໃດ ກໍຢາກສເນີ ກະຊວງການເງິນນີ້ ຫາວິທີແກ້ໄຂ ເພາະບາງຄົນນີ້ຖ້າກີນແຕ່ເງິນເດືອນ ບາງຄົນບໍ່ໄດ້ 3 ເດືອນ ຂະເຈົ້າຊິຢູ່ແນວໃດ ໂຕນີ້ຍາກສໍ່າໃດກໍຕ້ອງແກ້ ແລ້ວບໍ່ຄວນມີອີກ.”
ໃນວັນທີ 21 ຕຸລາ 2022 ຜ່ານມາ ພະນັກງານຣັຖວິສາຫະກິຈ ນໍ້າປະປາ ແຂວງຈຳປາສັກ ຍານາງນຶ່ງໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່່າ ໃນໄລຍະ 2 ປີຜ່ານມາ ພະນັກງານຣັຖວິສາຫະກິຈ ນໍ້າປະປາແຂວງຈຳປາສັກ ຫລາຍຄົນບໍ່ໄດ້ຮັບເງິນເດືອນ ແລະ ເງິນເຮັດວຽກນອກເວລາ ຕາມກຳນົດ ອີກທັງພາກສ່ວນທີ່ກ່ຽວຂ້ອງ ຍັງມີລັກສະນະເບີກຈ່າຍເງິນເດືອນຊັກຊ້າ ເທື່ອລະປະມານ 40-50 ມື້ ຊຶ່ງສ້າງຄວາມຫຍຸ້ງຍາກ ສັບສົນ ແລະ ບໍ່ເປັນທັມຕໍ່ພະນັກງານ.
ຍານາງກ່າວຕື່ມວ່າ ບັນຫາດັ່ງກ່າວ ຈະກະທົບຊີວິດ ການເປັນຢູ່ຂອງພະນັກງານ ຫລາຍຄົນ ແຕ່ບໍ່ມີຜູ້ໃດອອກມາຮ້ອງຟ້ອງ ຂໍຄວາມເປັນທັມ ຍ້ອນພວກເຂົາເຈົ້າ ບໍ່ຕ້ອງການຂັດແຍ່ງ ກັບໜ່ວຽງານ ທີ່ເຮັດວຽກແລະຢ້ານຖືກຂົ່ມຂູ່. ສ່ວນເຈົ້າໜ້າທີ່ ລະດັບສູງ ຂອງຣັຖວິສາຫະກິຈ ນໍ້າປະປາ ແຂວງຈຳປາສັກ ກໍຍັງມິດງຽບ ບໍ່ມີການເຄື່ອນໄຫວ ຫລື ອອກມາຊີ້ແຈງ.