ທາງການ ຢືນຢັນການລົບລ້າງ ຄວາມທຸກຍາກ ຍັງທ້າທາຍ
ຄວາມທຸກຍາກ, ບໍ່ສເມີພາບ ແລະ ດ້ອຍໂອກາດໃນສັງຄົມ ເປັນບັນຫາທ້າທາຍ ຕໍ່ການແກ້ໄຂ ຄວາມທຸກຍາກ ໃນສປປລາວ, ຊຶ່ງສົ່ງຜົລໃຫ້ໂຕເລຂ ລົບລ້າງຄວາມທຸກຍາກ 4 ປີຜ່ານມາ ບໍ່ໄດ້ເຖິງເຄິ່ງນຶ່ງ.
-
ໄມຊູລີ ແລະ ໄຊຍາ
2022-09-24 -
-
-
Your browser doesn’t support HTML5 audio
ຣາຍການ “ມາຟັງນຳກັນ” ປະຈຳສັປດາ ສເນີໂດຍ ໄມຊູລີ ແລະ ໄຊຍາ. ໃນສັປດານີ້ ຈະໄດ້ເວົ້າເຖິງ “ສປປລາວ ຢືນຢັນ ການລົບລ້າງ ຄວາມທຸກຍາກ ຍັງທ້າທາຍ."
ວິຊາການ ທີ່ກ່ຽວຂ້ອງ ກັບໂຄງການ ຫຼຸດຜ່ອນຄວາມທຸກຍາກ ລະບຸວ່າ ຄວາມທຸກຍາກ ບໍ່ສເມີພາບ ດ້ອຍໂອກາດໃນສັງຄົມ ເປັນບັນຫາທ້າທາຍ ຕໍ່ການແກ້ໄຂ ຄວາມທຸກຍາກ ໃນສປປລາວ, ຊຶ່ງມັນສົ່ງຜົລໃຫ້ໂຕເລຂ ລົບລ້າງຄວາມທຸກຍາກ 4 ປີຜ່ານມາ ຍັງບໍ່ເຖິງເຄິ່ງນຶ່ງ ຂອງຈຳນວນທັງໝົດ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້າມາສູ່ຣາຍການ “ມາຟັງນໍາກັນ”. ສັປດານີ້ ຫົວຂໍ້ແມ່ນ ທາງການລາວ ຢືນຢັນ ການລົບລ້າງ ຄວາມທຸກຍາກ ໃນປະເທດລາວ ຍັງທ້າທາຍ. ຕໍ່ກັບຫົວຂໍ້ ໃນຣາຍການ ທ່ານມີຄວາມຄິດເຫັນແນວໃດ ກະຣຸນາ ອອກຄວາມເຫັນ ກັບພວກເຮົາດ້ວຍ. ທ່ານຜູ້ຟັງ ທ່ານໃດ ມີຄວາມສົນໃຈ ຈະເຂົ້າຮ່ວມກັບ ຣາຍການ ຂອງພວກເຮົາ ດ້ວຍຮູບແບບ ສັມພາດກະຣຸນາ ສົ່ງເບີ ໂທຣະສັບ ຂອງທ່ານ ລົງໃສ່ ຊ່ອງຄອມເມັ້ນ ທີ່ກຳລັງອອກ ຣາຍການຕອນນີ້ ແລ້ວພວກເຮົາ ຈະໂທສັມພາດ ມາອອກ ຣາຍການ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ກັບມາພົບກັບ ພວກເຮົາ ສອງຄົນ ກັບການສົນທະນາ ແລະ ແລກປ່ຽນຂ່າວສານ ປະຈຳສັປດາ ທີ່ຜ່ານມາ. ສັປດານີ້ ມາເວົ້າເຖິງ ໂຄງການຫຼຸດຜ່ອນ ຄວາມທຸກຍາກ ຂອງ ປະເທດລາວ ທີ່ກຳລັງເລັ່ງໃສ່ ແກ້ໄຂບັນຫາ ດັ່ງກ່າວ. ຫຼ້າສຸດ ທາງການລາວ ກໍອອກມາ ຣາຍງານໂຕເລຂ ທີ່ແກ້ໄຂໄດ້ ກໍປະກົດວ່າ ໂຕເລຂ ທີ່ແກ້ໄຂໄດ້ນັ້ນ ຍັງບໍ່ສູງປານໃດ ແລະ ກໍຍັງເປັນ ບັນຫາທ້າທາຍ ຕໍ່ກັບ ການປະຕິບັດໂຄງການ. ເນື່ອງດ້ວຍປັດຈັຍ ຂອງສະພາບ ເສຖກິຈ ທີ່ຫຼາຍຄູ່ ຮ່ວມພັທນາໄດ້ຖອນໂຄງການ ອອກໄປ. ພ້ອມນີ້ ລາວກໍຍັງ ປະເຊີນກັບ ພັຍພິບັດ ທາງທັມຊາດ ໜັກໜ່ວງຫຼາຍ ປີນີ້ ອັນເປັນປັດຈັຍນຶ່ງ ທີ່ເຮັດໃຫ້ ການແກ້ໄຂຄວາມທຸກຍາກ ພົບກັບຂໍ້ຫຍຸ້ງຍາກ ແລະ ອາຈແກ່ຍາວ ກວ່າຈະບັນລຸ ເປົ້າໝາຽ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)