ພາກເໜືອ ຊີ້ນໝູ ບໍ່ພຽງພໍ ບໍຣິໂພຄ
ຜົລກະທົບ ຂອງການຣະບາດ ພຍາດໝູ ອັຟຣິກາ ປີຜ່ານມາ ພາກເໜືອ ຊີ້ນໝູບໍ່ພຽງພໍ ຕໍ່ການບໍຣິໂພຄ.
-
ໄຊຍາ
2020-02-13 -
-
-
Your browser doesn’t support HTML5 audio
ເມື່ອປີຜ່ານມາ ເຂດພາກເໜືອ ຂອງລາວໄດ້ປະເຊີນກັບ ການຣະບາດ ຂອງພະຍາດ ອັຟຣິກາໝູ ຢ່າງໜັກ ຜ່ານມາ ທາງການລາວ ຍັງບໍ່ທັນສາມາດ ເຂົ້າໄປຊ່ອຍເຫຼືອ ຊາວກະສິກອນ ລ້ຽງໝູ ກັບຄືນມາສູ່ສະພາບ ປົກກະຕິ ມີຜູ້ປະກອບການ ຈຳນວນຫຼາຍ ຕ້ອງໄດ້ຢຸດເຊົາ ການລ້ຽງໝູ ອັນເປັນສາເຫດເຮັດໃຫ້ຊີ້ນໝູ ຂາດຕລາດ ບໍ່ສາມາດສນອງ ໃຫ້ພຽງພໍ ຕໍ່ການບໍຣິໂພກ ຂອງປະຊາຊົນ. ດັ່ງເຈົ້າໜ້າທີ່ ຂແນງລ້ຽງສັດ ແຂວງຫຼວງພຣະບາງ ໄດ້ກ່າວ ຕໍ່ນັກຂ່າວເອເຊັຽເສຣີ ເມື່ອວັນທີ 13 ກຸມພາວ່າ: ຊາວບ້ານລ້ຽງ ແບບປະປ່ອຍ ສ່ວນຫຼາຍ ແມ່ນໝູລາດ ໄດ້ຕາຍ ເຖີງ 50%:
"ປີຜ່ານມານີ້ຫຼັກ ໆ ມັນມີບັນຫາ ເຣື່ອງພະຍາດ ໝູອັຟຣິກາ ຫັ້ນເນາະ ສະເພາະ ຢູ່ຫຼວງພຣະບາງ ມັນເກີດນີ້ ເປັນນໍາໝູລາດ ທີ່ລ້ຽງແບບ ບໍ່ເປັນຟາມເນາະ ລ້ຽງແບບຊາວບ້ານ ປະປ່ອຍ ຕາມແຄມນໍ້າຕາຍ 50%ນີ້ແຫຼະ ແລ້ວມັນກາໜ້ອຍລົງ."
ແຂວງອຸດົມໄຊ ປີຜ່ານມາ ກໍໄດ້ຮັບຜົລກະທົບ ຈາກພະຍາດອັຟຣິກາ ໝູເຊັ່ນກັນ ໂດຍທາງເຈົ້າໜ້າທີ່ ຂແນງລ້ຽງສັດ ແຂວງອຸດົມໄຊ ໄດ້ກ່າວ ຕໍ່ນັກຂ່າວ ເອເຊັຽເສຣີວ່າ ປັດຈຸບັນຜູ້ລ້ຽງໝູນັ້ນ ຫຼຸດລົງ ຈຳເປັນຕ້ອງ ໄດ້ນໍາເຂົ້າ ຈາກແຂວງອື່ນ.
"ເຣື່ອງໜ້ອຍ ມັນກາໜ້ອຍຫັ້ນແຫຼະບໍ່ທັນໄດ້ຟື້ນຟູໝົດເທື່ອ ເນາະສິໃຫ້ພຽງພໍ ມັນກາບໍ່ພຽງພໍແຫຼະເນາະ ບໍ່ພຽງພໍເພາະ ພວກເຮົາ ໄດ້ນຳເຂົ້າກາຖືວ່າ ພໍກຸ່ມຢູ່ໂຕຊີ້ນງົວ ຊີ້ນຄວາຍນີ້."
ທາງແຂວງຫຼວງນໍ້າທາ ເຈົ້າໜ້າທີ່ ຂແນງລ້ຽງສັດ ໄດ້ກ່າວວ່າ ບັນຫາ ພາຍໃນແຂວງ ບໍ່ມີໃຜລ້ຽງໝູລາດແລ້ວ ພາຍຫຼັງ ທີ່ພະຍາດອັຟຣິກາ ຣະບາດ ປີຜ່ານມາ ສ່ວນການສນອງ ໃຫ້ຜູ່ບໍຣິໂພກ ແມ່ນມີນັກລົງທືນຈີນ ລ້ຽງເປັນຟາມ ຂນາດໃຫຍ່.
"ສ່ວນຫຼາຍ ເຂົາບໍ່ສູ້ລ້ຽງນ່າ ຄືວ່າ ບໍ່ມີເລີຍນ່າ ກໍຍ້ອນນັ້ນແຫຼະ ພະຍາດໝູອັຟຣິກາຫັ້ນແຫຼະ ເຂົາຍັງບໍ່ລ້ຽງນ່າ ຢ້ານມັນຕິດເດ້ ຊີ້ນໝູ ກໍແມ່ນ ພໍປ້ອນຕລາດ ຢູ່ໝູພັນ ພວກຈີນ ເຂົາມາລ້ຽງ ເປັນຟາມ ເທົ່ານັ້ນແຫຼະ."
ອີງຕາມ ສື່ທ້ອງຖີ່ນ ຣາຍງານ, ປັດຈຸບັນ ແຂວງອຸດົມໄຊ ມີຟາມໝູ ທັງໝົດ 6 ຟາມ ແລະ ຕລາດ ມີຄວາມຕ້ອງການ 180 ໂຕຕໍ່ມີື້ ເຊີ່ງສາມາດ ສນອງ ໄດ້ໃນຂນະທີ່ ຣາຄາຊີ້ນໝູ ກໍມີການ ຂື້ນຣາຄາ ຈາກປົກກະຕິດຂາຍ 23 ພັນກີບ ຕໍ່ກິໂລ ປັດຈຸບັນຂາຍ 50 ພັນກີບຕໍ່ກິໂລ ຕໍ່ບັນຫາ ດັ່ງກ່າວ ພາກສ່ວນການຄ້າແຂວງອຸດົມໄຊ ກໍຕ້ອງປ່ອຍໃຫ້ ເປັນໄປ ຕາມກົນໄກຕລາດ ບໍ່ສາມາດ ປັບຫຼຸດລົງ ໃຫ້ຂາຍໄດ້ ຄືກັບຣາຄາ ເມື່ອປີຜ່ານມາ.