ງົປສ້າງທາງເຂົ້າບ້ານພັກຣັດ
ປະຊາຊົນ ວິຈານ ເຈົ້າໜ້າທີ່ ກະຊວງ ໂຍທາ ສເນີ ໃຊ້ ງົປມານ ຂອງຣັຖ ສ້າງທາງ ເຂົ້າ ບ້ານ ຕົນເອງ ໃນຂນະ ທີ່ ເສັ້ນທາງ ຢູ່ ບ້ານອື່ນໆ ຍັງ ເປ່ເພ ແລະ ບໍ່ໄດ້ ຮັບການ ສ້ອມແປງ.
-
ສົມເນ
2015-05-15 -
-
-
Your browser doesn’t support HTML5 audio
ປະຊາຊົນ ໃນ ນະຄອນ ຫລວງ ພາກັນ ວິຈານ ໃນ ກໍຣະນີ ທີ່ ເຈົ້າໜ້າທີ່ ຣະດັບ ຫົວໜ້າ ກົມ ຂົວທາງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໄດ້ ຂໍ ອະນຸມັດ ເງິນ ຈາກ ກະຊວງ ເພື່ອ ມາສ້າງ ເສັ້ນທາງ ຮ່ອມ ເຂົ້າບ້ານ ຂອງ ຕົນເອງ ຄື: ຮ່ອມ 2 ແລະ ຮ່ອມ 3 ຢູ່ ເຂດບ້ານ ໂນນຫວາຍ ເມືອງ ໄຊເຊດຖາ ນະຄອນ ຫລວງ ວຽງຈັນ. ປະຊາຊົນ ເວົ້າວ່າ ເປັນການ ເຫັນ ແກ່ຕົວ ທີ່ສຸດ. ດັ່ງ ປະຊາຊົນ ທ່ານນຶ່ງ ໄດ້ ເວົ້າຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:
"ຫົວໜ້າ ໂຍທາ ເຮັດທາງ ໄປຮອດ ເຮືອນ ຂອງ ຕົນເອງ ແຕ່ຊອຍ ເສັ້ນ ອື່ນຍັງ ປະ ໃຫ້ເປື້ອນ ບໍ ຫລຶື ວ່າ ຂີ້ເຮິ ຢູ່ ຫັ້ນນ່າ ມັນ ສະແດງ ໃຫ້ ເຫັນຢ່າງ ຈະແຈ້ງ ວ່າ ລາວ ເປັນຄົນ ທີ່ ເຫັນ ແກ່ຕົວ ລາວ ບໍ່ໄດ້ ເອົາໃຈໃສ່ ຕໍ່ ຄວາມ ເປັນຈິງ ເອີ ຢາກຊ່ວຍ ປະຊາຊົນ ໃຫ້ ເຂົາເຈົ້າ ຢູ່ດີ ກິນດີ ຫລື ວ່າ ມີ ຄວາສະດວກ ສະບາຍ ຫັ້ນນ່າ, ມັນຕ້ອງ ໃຫ້ ເຫັນ ແບບນັ້ນ ບໍ່ ອັນນີ້ ມັນ ບໍ່ມີ ຄວາມ ເໝາະສົມ ກະຍັງມີ ຫລາຍໆ ເຄສ ເນາະ ທີ່ ເກີດຂຶ້ນ ໃນ ລັກສນະ ດຽວກັນ".
ອີິງຕາມ ໜັງສື ແຈ້ງການ ຂອງ ນາຍບ້ານ ໂນນຫວາຍ ແລະ ອີງຕາມ ໃບ ສະເໜີ ຂອງ ຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫລວງ ເຖິງ ຣັຖມົນຕຣີ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ນັ້ນ ທາງຮ່ອມ ເຂົ້າບ້ານ ທັງສອງ ເສັ້ນ ດັ່ງກ່າວ ມີ ຂະໜາດ ກວ້າງ 6 ແມັດ ແລະ ຍາວ 1,200 ແມັດ ຊຶ່ງ ຈະເປັນ ທາງ ຖອກ ເບຕົງ. ແຕ່ ໃນຂນະ ດຽວກັນ ປະຊາຊົນ ທີ່ ບ້ານ ເຮືອນ ຢູ່ຕາມ ຖນົນ ແລະ ຮ່ອມ ເຂົ້າບ້ານ ຂອງ ຫົວໜ້າ ກົມ ໂຍທາ ກໍດີໃຈ ເພາະ ຈະໄດ້ ໃຊ້ ທາງ ດີ.
ສິ່ງທີ່ ປະຊາຊົນ ວິຈານ ນັ້ນ ແມ່ນວ່າ ບ້ານໃດ ຄຸ້ມໃດ ບໍ່ມີ ເຮືອນ ຜູ້ຫລັກ ຜູ້ໃຫ່ຽ ຢູ່ໃກ້ ແລ້ວ ຖນົນ ຫົນທາງ ກໍເປັນ ດິນແດງ ເປັນຂຸມ ຊຶ່ງ ເຂົາເຈົ້າ ເຫັນວ່າ ບໍ່ ຍຸຕິທັມ. ກ່ຽວກັບ ບັນຫາ ພະນັກງານ ຣະດັບ ສູງ ຂອງ ຣັຖບານ ໃຊ້ ງົບປະມານ ລວມ ເພື່ອສ້າງ ເສັ້ນທາງ ເຂົ້າ ບ້ານ ຕົນເອງ ມັກມີ ຂຶ້ນ ເລື້ອຍໆ, ຕົວຢ່າງ ນຶ່ງ ກໍຄື: ຮອງ ເຈົ້າແຂວງ ຫລວງ ພຣະບາງ ໃຊ້ ງົບປະມານ ລວມ ສ້າງ ເສັ້ນທາງ ເຂົ້າບ້ານ ຂອງ ຕົນເອງ ຢູ່ບ້ານ ດອກເກົ່າ ເມືອງ ຫລວງ ພຣະບາງ ແຂວງ ຫລວງ ພຣະບາງ ແລະ ເປັນ ເສັ້ນທາງ ທີ່ ຕໍ່ໃສ່ ກັບ ເສັ້ນທາງ ບ້ານ ຊ່າງຄ້ອງ ຊຶ່ງເປັນ ບ້ານ ຫັຖກັມ ມີ ນັກ ທ່ອງທ່ຽວ ເຂົ້າ-ອອກ ໄປ ຊື້ເຄື່ອງ ຫລາຍ ຮ້ອຍຄົນ ໃນ ແຕ່ລະມື້, ແຕ່ ປະຊາຊົນ ຕັ້ງ ຄໍາຖາມ ວ່າ ເປັນຫຍັງ ເສັ້ນທາງ ບ້ານ ຊ່າງຄ້ອງ ຈຶ່ງ ຍັງເປັນ ທາງ ດິນແດງ ຢູ່ ຄືເກົ່າ ແລະ ບໍ່ໄດ້ຮັບ ການ ສ້ອມແປງ.