ປະຊາຊົນ ຍັງລຽນແຖວ ຖ້າໃສ່ນ້ຳມັນຣົຖ ເຊັ່ນເຄີຍ

ປະຊາຊົນ ຮູ້ສຶກຜິດຫວັງ ທີ່ຣັຖບານ ແກ້ໄຂບັນຫານໍ້າມັນ ບໍ່ເປັນໄປຕາມທີ່ ຣັຖມົນຕຣີ ກະຊວງການເງິນ ໄປປະກາດໄວ້ ໃນກອງປະຊຸມ ສະພາແຫ່ງຊາດ, ມາເຖິງຕອນນີ້ ປະຊາຊົນ ຕ້ອງລຽນແຖວ ເພື່ອຖ້າໃສ່ນ້ຳມັນຣົຖ ເຊັ່ນເຄີີຍ.

ຄົນລາວຜູ້ໃຊ້ຣົຖຈັກ, ຣົຖໃຫຍ່ ກຳລັງລໍຖ້າຕຣຽມໃສ່ນ້ຳມັນ ຢູ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນ ມິຖຸນາ 2022. ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນ ບັນດາປໍ້ານໍ້າມັນຫຼາຍແຫ່ງໃນລາວ ຍັງບໍ່ເປີດຂາຍເປັນປົກກະຕິ ຕາມທີ່ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ທີ່ໄດ້ກ່າວໃນກອງປະຊຸມສະພາ ວ່າໃນວັນທີ 20 ມິຖຸນາ 2022 ປໍ້ານໍ້າມັນ ຈະເຣີ່ມມີນໍ້າມັນຂາຍເປັນປົກກະຕິ ໂດຍບໍ່ຕ້ອງໄດ້ລຽນຄິວ. ແຕ່ສັປດານີ້ຊາວບ້ານຍັງຕ້ອງລຽນຄິວ ແລະໄປຫາຊື້ນໍ້າມັນ ຊຶ່ງຫຼາຍຄົນກໍຮູ້ສຶກຜິດຫວັງ.

ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 21 ມິຖຸນາ ນີ້ວ່າ:

ກາຄືເຂົາເວົ້າວ່າ ບໍ່ອຶດແລ້ວນໍ້າມັນ ກາບໍ່ແມ່ນຄວາມຈິງ ຈະໄປຊື້ນໍ້າມັນ ກາຖ້າລຽນຄິວຫັ້ນຄືເກົ່າ ເປັນຊົ່ວໂມງ ສອງຊົ່ວໂມງພຸ້ນແຫຼະ ຫຼາຍປໍ້າຍັງບໍ່ເປີດເທື່ອ ເມື່ອວານເຮົາໄປຊື້ 4-5 ປໍ້າເລີຍເດ້ ບໍ່ມີປໍ້າໃດເປີດ ແລ້ວໄປໄດ້ປໍ້າຢູ່ໜອງທາ ແລ້ວແມ່ນຖ້າຢູ່ 4 ຊົ່ວໂມງພຸ້ນ ໃຫ້ຄວາມຫວັງເຮົານັ້ນ ແລ້ວບໍ່ໄດ້ຕາມຄວາມຫວັງ ກໍຢາກຄຽດຫັ້ນນ່າ ເຮົານັ້ນຢາກໄປວຽກແລ້ວ ຖ້ານໍ້າມັນຢູ່ແຕ່ບໍ່ໄດ້ຈັ່ງສິນ່າ.

ຂະນະທີ່ປະຊາຊົນ ໃນແຂວງຫຼວງພຣະບາງທ່ານນຶ່ງ ໄດ້ກ່າວວ່າໃນແຂວງຫຼວງພຣະບາງ ກໍຍັງຫາຊື້ຍາກຢູ່ເຊັ່ນກັນ ໃນເວລາທີ່ຫາຊື້ນໍ້າມັນ ຍັງໄດ້ລຽນຄີວຄືເກົ່າ ເພາະຫຼາຍປໍ້າກໍຍັງບໍ່ທັນໄດ້ເປີດໝົດ ຕາມທີ່ທາງການເວົ້າ ໃນກອງປະຊຸມສະພາ.

ເຂົາເຈົ້າກະວ່າ ເປີດປົກກະຕິ ແຕ່ວ່າກາຍັງໄປຍາດຊື້ກັນຢູ່ຫັ້ນນ່າ ບາງປໍ້າຫັ້ນນ່າ ມັນຍັງບໍ່ປົກກະຕິ ບາງປໍ້າກໍມີແອັດຊັງ ບາງປໍ້າກໍມີກະຊວນສິຫັ້ນນ່າ ໄປຊື້ບາງເທື່ອໄປເຫັນຣົຖເຂົາເຈົ້າ ນັ້ນຫຼາຍແລ້ວກາບໍ່ຊື້ ບໍ່ລຽນຄີວນໍາເຂົາເຈົ້າ.

ປະຊາຊົນ ໃນແຂວງສວັນນະເຂດອີກທ່ານນຶ່ງ ກໍໄດ້ກ່າວວ່າສຳລັບ ແຂວງສວັນນະເຂດ ກໍຍັງບໍ່ເປັນປົກກະຕິເຊັ່ນກັນ ຍັງຫາຊື້ນໍ້າມັນບໍ່ໄດ້ຄືເກົ່າ ບາງເທື່ອປໍ້າຂອງຣັຖບານ ແລະ ປໍ້າ ປຕທ ເປີດຕອນເຊົ້າ, ສວຍມານໍ້າມັນໝົດ ຄົນທີ່ໄປລໍຖ້າໃສ່ນໍ້າມັນ ກໍບໍ່ໄດ້ໃສ່ນໍ້າມັນ ກໍຍັງມີ.

ບໍ່ມີເດ້ນໍ້າມັນ ບໍ່ພໍໃຊ້ເປີດເທື່ອລະຊົ່ວໂມງ ສອງຊົ່ວໂມງໝົດກ່ອນແຫຼະ ນໍ້າມັນກາປໍ້າຣັຖ ປໍ້າ ປຕທ ກາບໍ່ໄດ້ໃຊ້ເລີຍແລ້ວ ມັນກາບໍ່ມີນໍ້າມັນໃສ່ຣົຖ

ຂະນະທີ່ເຈົ້າຂອງປໍ້ານໍ້າມັນ ຂນາດໃຫຍ່ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ກ່າວວ່າ ກໍຖືວ່າຍັງບໍ່ເປັນປົກກະຕິ ເພາະກໍຍັງມີຄົນມາລຽນຄິວ ໃສ່ນໍ້າມັນຄືເກົ່າ ແລະກໍເຮັດໃຫ້ປໍ້າຕົນເອງ ນໍ້າມັນໝົດຊົ່ວຄາວ ແລະກໍໄດ້ປິດໄປກ່ອນ ໂດຍລໍຖ້າບໍຣິສັດ ມາສົ່ງນໍ້າມັນໃຫ້ ເຖິງຈະເປີດຂາຍໄດ້ໃໝ່ ໃນມື້ຖັດໄປ.

ມື້ໃດພວກເຮົາມີນໍ້າມັນ ພວກເຮົາກາເປີດ ມື້ນີ້ເຮົາກາເປີດຕ່າງແຕ່ວ່າ ນໍ້າມັນເຮົາໝົດແລ້ວ ເຮົາກາຈຳເປັນໄດ້ປິດ ເພາະພວກເຮົາຂາຍຕັ້ງແຕ່ເມື່ອຄືນກ່ອນ ແລະກໍມື້ເຊົ້າ ແລ້ວນໍ້າມັນ ມັນຫາກວ່າໝົດ ພວກເຮົາກໍຂຶ້ນກັບທີມງານ ສາງ ປຕທ ລາວ ທີ່ເພິ່ນຈະຊັບພອດທ໌ນໍ້າມັນໃຫ້.

ພ້ອມດຽວກັນນີ້ ປໍ້ານໍ້າມັນເອກຊົນຂນາດນ້ອຍ ແຫ່ງນຶ່ງໃນແຂວງຫຼວງພຣະບາງ ກໍໄດ້ກ່າວວ່າ ປໍ້າຕົນເອງຍັງບໍ່ເປີດເທື່ອ ຍ້ອນບໍຣິສັດທີ່ຈັດສົ່ງນໍ້າມັນໃຫ້ ບໍ່ສາມາດສົ່ງໃຫ້ເທື່ອ ຊຶ່ງຕົນເອງກໍກະຕຣຽມເງິນເອົາໄວ້ແລ້ວ ແລະເຈົ້າໜ້າທີ່ພາກຣັຖ ລົງມາກວດກາກໍບໍ່ເຫັນວ່າ ຈະສນອງນໍ້າມັນໃຫ້ ບັນດາປໍ້າທີ່ພ້ອມເປີດຂາຍ.

ແມ່ນແລ້ວ ບໍ່ໄດ້ເປີດຍັງຫຼາຍ ຜູ້ທີ່ສົ່ງນໍ້າມັນໃຫ້ຂ້ອຍ ຜູ້ນັ້ນຫັ້ນບໍ່ມາສົ່ງ ບໍ່ມີນໍ້າມັນພວກ ພນັກງານກໍມາກວດສອງມື້ແລ້ວ ຕຣຽມເດີ້ ຕຣຽມເດີ້ ກາບໍ່ເຫັນເອົາມາຈັກເທື່ອ ພນັກງານຣັຖນີ້ ຂ້ອຍກາສເນີວ່າກໍເອົາມາໃຫ້ຖະແມ ຂ້ອງກຽມເງິນໄວ້ບໍ່ເຫັນເອົາມາຈັກມື້.

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະຕຳແໜ່ງກໍໄດ້ກ່າວວ່າ ກໍຖືວ່າເຣື່ອງນໍ້າມັນຜ່ອນຄາຍ ລົງຫຼາຍກວ່າເກົ່າ ເພາະທາງການກໍສາມາດນຳເຂົ້າ ນໍ້າມັນໄດ້ແລ້ວ ແຕ່ຈຳນວນນຳເຂົ້າ ກໍຍັງອາຈບໍ່ໄດ້ຫຼາຍເທົ່າທີ່ຄວນ ຈຶ່ງເຮັດໃຫ້ຍັງໄປບໍ່ທົ່ວເຖິງ ບັນດາປໍ້າຫຼາຍແຫ່ງ.

ກາຊິແມ່ນຫັ້ນແຫຼະ ຍັງບໍ່ທົ່ວເຖິງ ມັນໜ້ອຍແຕ່ວ່າມັນຫຼາຍຂຶ້ນ ແລ້ວມັນກາລຽນຄິວ ບໍ່ຍາວເພາະວ່າມັນໝົດອີ່ຫຼີເດ ແຕ່ກີ້.

ອີງຕາມການ ຣາຍງນຂອງ ຍານາງ ຈັນສຸກ ແສງພຣະຈັນ ຮອງຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ໃນວັນທີ 20 ມິຖຸນາ 2022 ວ່າ ມີປໍ້ານໍ້າມັນເຊື້ອເພີງ ທີ່ເປີດໃຫ້ການບໍຣິການ ປົກກະຕິຢ່າງໜ້ອຍ 600 ປໍ້າ ເພື່ອຮັບປະກັນໃນການ ສນອງນໍ້າມັນ ໃຫ້ພຽງພໍກັບຄວາມຕ້ອງການ ຂອງສັງຄົມ.

ພ້ອມນີ້ຍັງໄດ້ກະຕຣຽມອະນຸມັດ ເປີດແອລຊີ (Letter of Credit) ຫຼື ບັນຊີຄໍ້າປະກັນ ການສຳຣະໃນມູນຄ່າສູງ ໃຫ້ແກ່ພາກຣັຖວິສາຫະກິຈ ນໍ້າເຊື້ອເພີງລາວ ແລະຈະຂຍາຍອອກໄປໄດ້ຕື່ມອີກ ເຊັ່ນ ປໍ້າຂອງບໍຣິສັດ ພີທີທີ ລາວ ຈຳກັດ ຈະສາມາດເປີດໄດ້ 43 ປໍ້າ ເພື່ອເປັນທາງເລືອກ ໃນການສນອງນໍ້າມັນເຊື້ອເພີງ ໃນສະເພາະໜ້າ ແລະຍາວນານ.

ນອກຈາກນີ້ ຣັຖບານຍັງມີທິດຊີ້ນໍາ ໃຫ້ບັນດາບໍຣິສັດ ນໍາເຂົ້າມັນເຊື້ອເພີງ ພາຍໃນປະເທດ ປຶກສາຫາລື ສົມທົບກັບກະຊວງອຸດສາຫະກັມ ແລະການຄ້າ ເພື່ອເຈຣະຈາຈັດຊື້ ນໍ້າມັນເຊື້ອເພີງ ຈາກຫຼາຍແຫ່ງ ຫຼືຈາກປະເທດ ຜູ້ຜລິດທີ່ມີລາຄາຖືກ່ວາ ແລະກະຊວງອຸດສາຫະກັມ ແລະການຄ້າ ຍັງໄດ້ຮ່ວມກັບຂແນງການ ກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາ ໂຮງງານປຸງແຕ່ງ ປະສົມນໍ້າມັນເຊື້ອເພີງ ພາຍໃນປະເທດຄາດວ່າ ຈະມີກຳລັງການຜລິດເບື້ອງຕົ້ນ ເປັນນໍ້າມັນແອັດຊັງ 65 ລ້ານລິຕຕໍ່ປີ, ນໍ້າມັນກະຊວນ 150 ລ້ານລິຕຕໍ່ປີ ແລະ ນໍ້າມັນກະຊວນຊີວະພາບ 4 ລ້ານລິຕຕໍ່ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org