ສຽງຈົ່ມວ່າ ຄ່າຜ່ານທາງແພງ

ປະ​ຊາ​ຊົນ ແຂວງ​ຈຳ​ປາ​ສັກ ບໍ່​ພໍ​ໃຈ​ ໃນ​ການ​ເກັບ​ຄ່າ​ຜ່ານ​ທາງ ວັງ​ເຕົ່າ-ປາກ​ເຊ ແພງ​ເກີນ​ໄປ.

ດ່ານຊາຍແດນ ລາວ-ໄທ ດ່ານວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ RFA/TP

ປະ​ຊາ​ຊົນ​ຫລາຍ​ຄົນ ​ທີ່​ແຂວງ​ຈຳ​ປາ​ສັກ ຜູ້​ທີ່​ໃຊ້ ​ຍວດ​ຍານ​ພາ​ຫະ​ນະ ສະ​ແດງ​ຄວາມບໍ່​ພໍ​ໃຈ ​ຕໍ່​ການ​ເກັບ​ຄ່າ​ຜ່ານ​ທາງ​ ຈາກ​ດ່ານ​ວັງ​ເຕົ່າ ​ຫາ​ເມືອງ​ປາກ​ເຊ ຕາມ ຖ​ນົນ​ເລກ​ທີ 16 ຂອງ​ບໍ​ຣິ​ສັດ ​ເອ​ກ​ຊົນ ຍ້ອນ​ວ່າ ມັນ​ແພງ​ເກີນ​ໄປ ໂດຍ​ສ​ເພາະ​ ຜູ້ຢູ່ບ້ານ​ໃກ້​ແຄມ​ທາງ​ ກໍ​ຕ້ອງ​ໄດ້​ເສັຽ​ຄ່າ​ຜ່ານ​ທາງ ຫຼາຍ​ຮອບ ​ໃນ​ແຕ່​ລະ​ມື້ ທັ້ງໆ​ທີ່ ​ຂັບ​ຣົດ​ບໍ່​ຮອດ 1 ​ກິ​ໂລແມັດ ​ກໍ​ຕ້ອງ​ໄດ້​ເສັຽ​ຄ່າ​ຜ່​ານ​ທາງ ​ແພງ​ເຖິງ 20 ພັນ​ກີບ ໃນແຕ່​ລະ​ຖ້ຽ​ວ, ດັ່ງ​ຊາວ​ບ້ານ​ທ່ານ​ນື່ງ ​ເວົ້າ​ວ່າ:

"ມັນ​ມີ​ຣົດ ແຕ່​ປະ​ເພດອິສັງ ​ເຂົາ​ຊິບອກດອກ ຂຶ້ນ​ໄປ​ຕັ້ງພຸ້ນຕັ້ງ​ແຕ່ 80 ບາດ​ຂຶ້ນ​ໄປ​ຮອດ​ ເປັນ​ພັນ ຫັ້ນຕິເນາະ ມັນ​ຂຶ້ນ​ກັບ​ ລົດ​ຊ​ນິດ​ ໃດ​ມາຈັງຊິນ້າ  ບາງ​ຄົນ ​ກໍ​ວ່າ​ລາຍ​ໄດ້​ນ້ອຍ​ກໍ​ວ່າ ຊາດ​ແພງ ຜູ້​ເຄີຍ​ໄປ​ເຄີຍ​ມາ ກະ​ຄິດ​ວ່າ​ທັມ​ມະ​ດາ ​ໄປ​ມາ​ກໍ 160 ບາດ​ນັ້ນ​ແຫລະ".

ທ່ານ​ກ່າວ​ຕື່ມວ່າ ຖ​ນົນ​ເສັ້ນ​ດັ່ງ​ກ່າວ ບໍ່​ໄດ້​ມາ​ຕ​ຖານ 2 ​ຂ້າງ​ທາງ ໃນ​ຣະ​ຍະ​ທາງ​ ຍາວ​ປະ​ມານ 421 ກິ​ໂລ​ແມັດ ​ຍັງ​ບໍ່​ມີ​ໄຟ​ຟ້າ ຕາມ​ແຄມ​ທາງ ເພື່ອ​ປ​້ອງ​ກັນ​ອຸ​ບັດຕິ​ເຫດ​ ໃນ​ຍາມກາງ​ຄືນ ຖ​ນົນ​ບາງ​ຈຸດ ກໍ​ຂາດ​ຄວາມ​ສວ່າງ ​ເຮັດ​ໃຫ້​ຜູ້​ຂັບ​ຣົດ​ ໃນ​ຍາມ​ກາງ​ຄືນ ມີ​ບັນ​ຫາ ຖ້າ​ຣົດ​ຕິດ​ຂັດ.

ເຈົ້າ​ຫ​ນ້າ​ທີ່ ​ແຂວງ​ຈຳ​ປາ​ສັກ ກໍ​ເຄີຍ​ສ​ເນີ​ ບັນ​ຫາ​ດັ່ງ​ກ່າວ ​ໄປ​ຫາ​ກະ​ຊວງ​ ໂຍ​ທາ​ທິ​ການ ​ແລະ ​ຂົນ​ສົ່ງ ໃຫ້​ບໍ​ຣິ​ສັດ​ ເອກ​​ຊົນ​ດັ່ງ​ກ່າວ ສ້ອມ​ແປງ​ ແລະ ຫຼຸດ​ ການ​ເກັບ​ຄ່າ​ຜ່ານ​ທາງ​ລົງ ພ້ອມ​ທັງ ​ໄດ້​ຮຽກ​ຮ້ອງ​ໃຫ້ ​ຣັ​ຖ​ບານ​ ຊື້​ສຳ​ປະ​ທານ​ ຄືນ​ຈາກ​ບໍ​ຣິ​ສັດ​ນີ້. ​ສ​ມາ​ຊິກ​ ສ​ພາ​ແຫ່ງ​ຊາດ ຈາກ​ແຂວງ​ຈຳ​ປາ​ສັກ ​ທ່ານ​ນື່ງ​ ກໍເຄີຍ​ສ​ເນີ​ບັນ​ຫານີ້ ​ຕໍ່​ກອງ​ປະ​ຊຸມສ​ພາ​ ວ່າງ​ທ້າຍ​ປີ ​ທີ່​ຜ່ານ​ມາ​ວ່າ:

"ແຂວງ​ຈຳ​ປາ​ສັກ ​ມິ​ການ​ເກັບ​ຄ່າ​ທາງ ດຽວນີ້​ພວກ​ເຮົາ​ ເກັບ​ຄ່າ​ທາງ​ 2 ​ບ່ອນ​ແລ້ວ ຍັງ​ສື​ບ​ຕໍ່ ​ກໍ່​ສ້າງ​ເສັ້ນ​ທາງ​ທີ​ 3 ໃນ​ຂອບ​ເຂດ​ທົ່ວ​ປະ​ເທດນີ້ ຕາມ​ຂ້າ​ພະ​ເຈົ້າ​ ເກັບ​ກຳ​ຂໍ້​ມູນ​ວ່າ ບໍ່​ທັນ​ມີ​ແຂວງ​ໃດ​ເຮັດ ແຂວງ​ຈຳ​ປາ​ສັກ​ນີ້​ ໃນ​ຂັ້ນ​ຕໍ່​ໄປ​ ອອກ​ຈາກ​ເຮືອນ​ ແມ່ນ​ເສັຽ​ເງິນ​ຫມົດ ​ຂື້ນ​ຣົດ​ໄປ​ທາງ​ໃດ ​ຊິໄປ​ທາງ​ໃຕ້​ກໍ​ເສັຽ ຊິໄປ​ທາງ​ເຫ​ນືອ​ ກະ​ເສັຽ ດີບໍ່​ດີ ​ຕໍ່ໄປ​ເພີ່ນ​ເຮັດ​ມາ​ແຕ່​ວຽງ​ຈັນ ​ກໍ​ຊີ່​ເສັຽອີກ".

ອັດ​ຕ​ຣາ​ ການ​ເກັບ​ຄ່າ​ຜ່ານ​ທາງ​ ໃນ​ປັດ​ຈຸ​ບັນ ຂື້ນ​ກັບ​ຊ​ນິດ ​ຂອງ​ຣົດ ເປັນ​ຕົ້ນ​ ລົດ​ຈັກ ລົດ​ຈຳ​ໂບ ຣົດ​ຕຸກໆ ຈະ​ເກັບ 5 ພັນ​ກີບ, ຣົດ​ເກັງ ລົດ​ຕູ້​ລົດ​ໂດຍ​ສານ ບໍ່​ເກີນ 7 ບ່ອນ​ນັ່ງ ເກັບ 20 ພັນ​ກີບ ຣົດ​ໂດຍ​ສານ 8-22 ບ່​ອນ​ນັ່ງ​ ຈະ​ເກັບ 25 ພັນ​ກີບ, 23-35 ບ່​ອນ​ນັ່ງ ​ເກັບ 30 ພັນ ​ແລະ 36 ​ນັ່ງ ​ຂຶ້ນ​ໄປ​​ເກັບ 40 ​ພັນ​ກີບ. ຣົດ​ບັນ​ທຸກ​ຫ​ນັກ ​ຂນາດ 7 ໂຕນ 30 ພັນ​ກີບ​ ຣົດ​ບັນ​ທຸກ​ໃຫ​ຍ່ ຂ​ນາດ 18 ລໍ້​ຂື້ນ​ໄປ ຮອດ 22 ລໍ້ ຣະ​ຫວ່າງ 60 ພັນ​ກີບ​ຫາ 80 ພັນ​ກີບ ແລະ​ ຣົດ​ບັນ​ທຸກ​ຫ​ນັກ​ພິ​ເສດ ​ຂ​ນາດ 20 ລໍ້​ຂື້ນ​ໄປ ເກັບ 1 ແສນ​ກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org