ປີນີ້ ນັກທ່ອງທ່ຽວ ມາລາວຫຼຸດລົງ
ນັກທ່ອງທ່ຽວ ມາທ່ຽວລາວ ຫຼຸດລົງປະມານ 80% ໃນ 6 ເດືອນຕົ້ນປີ 2020
-
ມະນີຈັນ
2020-09-23 -
-
-
Your browser doesn’t support HTML5 audio
ນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ຽວລາວ ຫຼຸດລົງ ປະມານ 80% ໃນ 6 ເດືອນຕົ້ນປີ 2020 ນີ້ ໂດຍສະເພາະ ແຂວງ ວຽງຈັນ ມີ ນັກທ່ອງທ່ຽວ ເຂົ້າມາທ່ຽວ 1 ແສນປາຍຄົນ ຫຼຸດລົງປະມານ 60% ຈາກປີກາຍ ທີ່ມີ 2 ແສນປາຍຄົນ ຍ້ອນຜົລກະທົບ ຈາກການຣະບາດ ຂອງເຊື້ອພຍາດ ໂຄວິດ-19 ທີ່ເຮັດໃຫ້ລາວ ປິດການ ເຂົ້າ-ອອກປະເທດ, ອີງຕາມຄໍາເວົ້າ ຂອງເຈົ້າ ໜ້າທີ່ຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແຂວງວຽງຈັນ ຜູ້ຂໍສງວນຊື່ ຕໍ່ RFA ໃນມື້ວັນທີ 23 ກັນຍານີ້:
“ກໍຖືວ່າຫຼຸດຫັ້ນແຫຼະ ເພາະວ່າ ທາງໄທເຮົານີ໋ ຍັງບໍ່ທັນໄດ້ເປີດເອົາ ຕ່າງປະເທດ ເທື່ອເດ໋ເນາະ ມີແຕ່ແຂກພາຍໃນ ພວກເຮົານີ໋ໄປ ຖືວ່າຫຼຸດ ຫຼາຍຫັ້ນແຫຼະ ເພາະວ່າຕ່າງປະເທດ ບໍ່ໃຫ້ເຂົ້າມາ.”
ທ່ານກ່າວຕື່ມວ່າ ພາກສ່ວນທີ່ກ່ຽວຂ້ອງ ກໍເຫັນເຖິງບັນຫານັ້ນ ແລະທີ່ຜ່ານມາ ກໍໄດ້ແຈ້ງໃຫ້ ຫົວໜ່ວຍທຸຣະກິຈ ທ່ອງທ່ຽວຕ່າງໆ ປັບປຸງ ສະຖານທີ່ທ່ອງທ່ຽວໃຫ້ດີຂຶ້ນ ເພື່ອພ້ອມຕ້ອນຮັບ ນັກທ່ອງທ່ຽວ. ຖ້າຫາກປະເທດຕ່າງໆ ອະນຸຍາດໃຫ້ພົລເມືອງຕົນ ເດີນທາງເຂົ້າ-ອອກ ປະເທດ ໄດ້ສະດວກ ບວກກັບ ມີການໂຄສະນາ ສົ່ງເສີມນະໂຍບາຍ “ລາວທ່ຽວລາວ” ຜ່ານທາງໂທຣະທັດ ເວັບໄຊກະຊວງ ແລະສື່ສັງຄົມ ອອນລາຍຕ່າງໆ ການທ່ອງທ່ຽວລາວ ກໍຈະດີຂຶ້ນ.
ເຈົ້າໜ້າທີ່ຜແນກຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ແຂວງຫຼວງພຣະບາງ ຄາດວ່າ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ແຂວງຫຼວງພຣະບາງ ຫຼຸດລົງ 50-80% ຍ້ອນຜົລກະທົບຈາກໂຄວິດ-19 ຊຶ່ງສ່ວນຫຼາຍເປັນນັກທ່ອງທ່ຽວ ຕ່າງປະເທດທີ່ທ່ຽວ ເມືອງວັງວຽງ ແຂວງ ວຽງຈັນ ແລ້ວກໍຈະມາ ທ່ຽວຕໍ່ ຫຼວງພຣະບາງເລີຍ:
“ສະເພາະ ຢູ່ຫຼວງພຣະບາງພວກເຮົາ ກໍເຣື່ອງຫຼຸດມັນຫຼຸດຮອດ 50-80% ນັກທ່ອງທ່ຽວ ມັນບໍ່ມີນັກທ່ອງທ່ຽວສາກົລ ດຽວນີ້ມີແຕ່ ນັກທ່ອງ ທ່ຽວພາຍໃນນີ້ຊື່ໆ. ນັກທ່ອງທ່ຽວພາຍໃນ ມີແຕ່ 10-20% ໃຫ້ມັນມາຫຼາຍ ກໍບໍ່ມີດອກ ຕອນນີ້ນະ. ສ່ວນໃຫຍ່ຈະເປັນ ນັກທ່ອງທ່ຽວທີ່ມາ ກອງປະຊຸມ ແລະມາທ່ຽວດ້ວຍໂຕເອງ ກໍມີຈໍານວນນຶ່ງ ແຕ່ກໍບໍ່ເຖິງຂັ້ນຮອດ 50-60% ມັນບໍ່ຮອດແລ້ວ.”
ກ່ຽວກັບເຣື່ອງນີ້ ເຈົ້າຂອງບ້ານພັກ ຢູ່ແຂວງວຽງຈັນ ທີ່ບໍ່ປະສົງອອກຊື່ ເວົ້າວ່າ ຕັ້ງແຕ່ລາວ ປິດປະເທດມານີ້ ລູກຄ້າທີ່ສ່ວນຫຼາຍ ເປັນນັກ ທ່ອງທ່ຽວຕ່າງປະເທດ ກໍຫຼຸດລົງເກືອບ 100% ຄືໃນປີ 2019 ກ່ອນເກີດ ການຣະບາດ ຂອງໂຄວິດ-19 ຈະມີລູກຄ້າເຂົ້າມາເຊົ່າຫ້ອງພັກ 35 ຫ້ອງຕໍ່ອາທິດ. ພໍມາຮອດຕົ້ນປີ 2020 ມີເຊື້ອໂຄວິດ-19 ຣະບາດ ລູກຄ້າເຂົ້າມາເຊົ່າ 4-5 ຫ້ອງຕໍ່ອາທິດ ເຖິງແມ່ນວ່າ ໃນປັດຈຸບັນ ໄດ້ມີການຫຼຸດຄ່າເຊົ່າຫ້ອງ ເຫຼືອ 80 ພັນກີບຈາກເດີມ 120 ພັນກີບ ແລ້ວກໍຕາມ:
“ປີກາຍນີ໋ ກໍໄດ້ຢູ່ປະມານສະເລັ່ຽ ຕົກຢູ່ມື້ນຶ່ງ 4-5 ຫ້ອງ ແຕ່ປີນີ້ອາທິດນຶ່ງ 4-5 ຫ້ອງ ກໍຍ້ອນພຍາດໂຄວິດ-19 ເພາະວ່າ ວັງວຽງຫັ້ນ ແມ່ນເຮົາກໍເອົາລູກຄ້າ ຕ່າງປະເທດເດ໋ເນາະ ພັດບໍ່ມີຕ່າງປະເທດ ກໍຫາຍໄປ.”
ເຈົ້າຂອງບ້ານພັກຜູ້ນີ້ ເວົ້າຕື່ມວ່າ ປັດຈຸບັນ ໄດ້ຂາຍຣົດນໍາທ່ຽວແລ້ວ ຍ້ອນບໍ່ມີເງິນສົ່ງຄ່າງວດ ແລະປິດສວນອາຫານ ເນື່ອງຈາກບໍ່ມີລູກຄ້າ ເຂົ້າມາໃຊ້ບໍຣິການ. ຖ້າຫາກສະພາບ ບໍ່ດີຂຶ້ນ ກໍອາຈຕ້ອງປິດບ້ານພັກຊົ່ວຄາວ ຂນະທີ່ບ້ານພັກ ໂຮງແຮມອ້ອມຂ້າງ ຕ່າງກໍ ຄ່ອຍໆປິດ ຕົວລົງ ຍ້ອນບໍ່ມີເງິນຈ່າຍຄ່າໄຟຟ້າ ແລະຄ່າອື່ນໆ.
ຜູ້ປະກອບການ ບໍຣິສັດນໍາທ່ຽວ ແຂວງ ຫຼວງພຣະບາງ ທີ່ຂໍສງວນຊື່ ອີກຜູ້ນຶ່ງເວົ້າວ່າ ຕັ້ງ ແຕ່ທາງການ ສັ່ງປິດປະເທດມາ ເຮັດໃຫ້ຈໍານວນ ນັກທ່ອງທ່ຽວຕ່າງປະເທດ ທີ່ມັກມາໃຊ້ບໍຣິການເຊົ່າຣົດ ພ້ອມພະນັກງານ ນໍາທ່ຽວ ຫຼຸດລົງເກືອບວ່າ 100% ຕ່າງຈາກຕົ້ນປີ 2019 ຊຶ່ງຈະ ມີລູກຄ້າ ເຂົ້າມາເຊົ່າຣົດ ມື້ລະ 10-20 ຄັນ. ພໍມາຕົ້ນປີ 2020 ລູກຄ້າເຂົ້າມາເຊົ່າຣົດ ມື້ນຶ່ງ ຄັນນຶ່ງ ກໍຫາຍາກແລ້ວ:
“ປີກາຍນີ້ ແຂກຫຼາຍຢູ່ ແຂກຫລາຍ ຣົດເຮົາຈະບໍ່ຫວ່າງ. ມັນບໍ່ໄດ້ເລີຍແຫຼະປີນີ້ເນາະ ຄືເວົ້າຫັ້ນແຫຼະ. ໂອ໋ ຍາກເນາະ ຄັນນຶ່ງກໍຍັງຍາກ ຕັ້ງແຕ່ໂຄວິດ-19 ມານີ໋ ມັນບໍ່ມີເລີຍ ຖືວ່າແຂກຕ່າງປະເທດນີ໋ ມັນຈະບໍ່ມີໃຫ້ເລີຍເນາະ.”
ຜູ້ປະກອບການ ບໍຣິສັດນໍາທ່ຽວຜູ້ນີ້ ເວົ້າຕື່ມວ່າ ປັດຈຸບັນ ກໍໄດ້ເລີກຈ້າງພະນັກງານນໍາທ່ຽວ ແລະຄົນຂັບຣົດນໍາທ່ຽວແລ້ວ ຍ້ອນບໍ່ມີ ຣາຍໄດ ເຂົ້າມາ.
ອີງຕາມຣາຍງານ ຂອງທາງການລາວ ໃນມື້ວັນທີ 21 ກັນຍາ 2020, ອົງການທ່ອງທ່ຽວໂລກ ຂອງສະຫະປະຊາຊາດ ຫຼື UNWTO ຄາດວ່າ ໃນປີ 2020 ນີ້ ນັກທ່ອງທ່ຽວ ຕ່າງປະເທດ ທີ່ເຂົ້າມາທ່ຽວລາວ ຫຼຸດລົງ 60-80% ຍ້ອນຜົລກະທົບ ຈາກການແຜ່ຣະບາດ ຂອງ ໂຄວິດ-19. ໃນ 6 ເດືອນຕົ້ນປີນີ້ ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາພຽງ 886 ພັນ 447 ຄົນ ຫຼຸດລົງ 60% ທຽບໃສ່ປີ 2019 ທີ່ລາວ ໄດ້ຕ້ອນຮັບ ນັກທ່ອງທ່ຽວ 4 ລ້ານ 58 ຄົນ ແລະຕັ້ງເປົ້າໝາຍ ໃຫ້ໄດ້ເຖິງ 5 ລ້ານຄົນໃນປີ 2020.