ຈຳນວນຄົນຈີນ ເດີນທາງເຂົ້າ ສປປ ລາວ ຫຼັງຈາກເປີດດ່ານ
ຊາວຈີນ ເດີນທາງເຂົ້າມາທ່ຽວ ແລະ ຜ່ານປະເທດລາວ ຍັງມີຈຳນວນໜ້ອຍ, ໃນທາງຕຣົງກັນຂ້າມ ມີຊາວຈີນ ບໍ່ໜ້ອຍທີ່ອາສັຍຢູ່ໃນປະເທດລາວ ເດີນທາງກັບຄືນປະເທດ ໃນເທດສະການ ປີໃໝ່ຊາວຈີນນີ້ ແລະ ຊາວລາວ ເດີນທາງເຂົ້າໄປຈີນ ຫລາຍກວ່າ ເມື່ອທຽບໃສ່ ຊາວຈີນ ທີ່ເດີນທາງເຂົ້າລາວ.
-
ພອນ ພູມມີທອນ
2023-01-09 -
-
-
Your browser doesn’t support HTML5 audio
ວັນທີ 8 ມົກກະຣາ 2023 ເປັນມື້ທໍາອິດ ທີ່ປະເທດລາວ ແລະ ຈີນ ເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ ຫລັງຈາກປິດດ່ານມາໄດ້ເກືອບ 3 ປີ ເຊິ່ງພາຍໃນ 24 ຊົ່ວໂມງ ຫລັງຈາກເປີດດ່ານສາກົລນັ້ນ ໄດ້ມີຊາວຈີນເຂົ້າມາທ່ຽວ ແລະ ຜ່ານປະເທດລາວ ຍັງບໍ່ຫລາຍປານໃດ ປະມານ 100 ຄົນ, ຂະນະທີ່ ຊາວຈີນ ທີ່ອາສັຍຢູ່ລາວ, ຊາວລາວ ພາກັນໄປທ່ຽວຈີນ ຈໍານວນຫລາຍ ປະມານ 300-400 ຄົນແລ້ວ.
ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ດ່ານສາກົລ ບໍ່ເຕັນ-ບໍ່ຫານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 9 ມົກກະຣາ ນີ້ວ່າ:
“ຄົນຈີນທີ່ເຂົ້າມາເນາະ ມື້ວານນີ້ບໍ່ຫລາຍເນາະ ກໍປານໃດ ມື້ວານນີ້ຄືມີແຕ່ເທົ່າໃດ ຄືວ່າມີເທົ່າໃດຫວ້າ 100 ປາຍນີ້ບໍ່. ຄົນຈີນບໍ່ຫລາຍ, ບໍ່ຫລາຍ ສ່ວນຫລາຍ ມາສ່ວນຕົວ ເປັນນັກທຸຣກິຈບໍ່ ມີຫຍັງ ບາງເທື່ອ ກໍມາອອກແຮງງານ. ບາງເທື່ອຄົນລາວໄປຈີນ ບ່ອນທີ່ວ່າ ເຫັນຫລາຍຫັ້ນນ່າ.”
ຊາວຈີນ ທີ່ເຂົ້າມາປະເທດລາວ ໃນວັນທີ 8 ມົກກະຣາ ທີ່ຜ່ານມານັ້ນ ສ່ວນຫລາຍ ໃຊ້ຣົຖສ່ວນໂຕ ຈາກຈີນເຂົ້າມາປະເທດລາວ ດ້ວຍໂຕເອງ ບໍ່ໄດ້ເຊົ່າຣົຖເພື່ອທ່ອງທ່ຽວ ແຕ່ຢ່າງໃດ ແລະ ຈຸດໝາຍທີ່ພວກເຂົາເຈົ້າຈະທ່ອງທ່ຽວ ສ່ວນຫລາຍ ແມ່ນແຂວງຫລວງພຣະບາງ ແລະ ຄາດວ່າ ໃນໄລຍະປີໃໝ່ຈີນ, ຄົນຈີນຈະມາທ່ຽວຢູ່ລາວຫລາຍ, ແຕ່ໃນໄລຍະນີ້ ຄົນຈີນທີ່ເຂົ້າມາເຮັດວຽກໃນລາວ ພາກັນ ທະຍອຍກັບປະເທດກ່ອນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ດ່ານສາກົລ ບໍ່ເຕັນ-ບໍ່ຫານ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ເຂົາ! ເຂົາເປີດປະເທດ ແລ້ວເຂົາກໍເຂົ້າມາ ບາງເທື່ອກໍໄປທ່ຽວແດ່ ຫລັກໆ ກໍຊິແມ່ນ ຫລວງພຣະບາງ ແຖວນີ້ແຫລະບໍ່ ຈໍານວນນຶ່ງ ກໍເຮັດທຸຣະກິຈຢູ່ລາວ ແລ້ວຊອກຂໍ້ມູນການເຮັດທຸຣກິຈບໍ່ ມີຫຍັງຕ່າງໆກໍຊິມີແຫລະ ຈໍານວນນຶ່ງ ມາບຸກຄົນ ກໍຊິບໍ່ມີຣົຖ ກໍສ່ວນໜ້ອຍ.”
ປັດຈຸບັນ ເສັ້ນທາງຣົຖໄຟ ລາວ-ຈີນ ຈາກນະຄອນຫລວງ ຄຸນຫມິງ ປະເທດຈີນ ມາລາວ (ສະຖານີ ຫລວງນ້ໍາທາ, ບໍ່ເຕັນ, ອຸດົມໄຊ, ຫລວງພຣະບາງ, ວັງວຽງ ແລະ ວຽງຈັນ) ຍັງບໍ່ເປີດບໍຣິການເທື່ອ ເພາະຍັງຢູ່ ລະຫວ່າງການປະຊຸມ ປືກສາຫາລື ເພື່ອຕຣຽມຮອງຮັບ ນັກເດີນທາງ ທັງຊາວຈີນ, ຊາວລາວ ພາຍຫລັງມີການເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ສະນັ້ນ ປັດຈຸບັນ ຢູ່ຊາຍແດນ ລາວ-ຈີນ ຍັງມີພຽງແຕ່ດ່ານສາກົລ ບໍ່ເຕັນ-ບໍ່ຫານ ທີ່ຊາວຈີນ, ຊາວລາວ ເດີນທາງ ເຂົ້າ-ອອກ ໄດ້.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫລວງນ້ໍາທາ ກ່າວໃນມື້ດຽວກັນນີ້ວ່າ:
“ຍັງ! ຍັງບໍ່ມີເທື່ອ (ເສັ້ນທາງຣົຖໄຟ ລາວ-ຈີນ ຄຸນຫມິງ-ລາວ) ນ່າຈະມີ ແຕ່ວ່າຍັງບໍ່ທັນເປີດ ເປັນທາງການ ແຕ່ດຽວນີ້ ເຂົາເຈົ້າກໍກໍາລັງປະຊຸມກັນ ມີຫຍັງຕ່າງໆ ນີ້ແຫລະ.”
ໂຮງແຮມແຫ່ງນຶ່ງ ທີ່ຕັ້ງຢູ່ໃນເຂດພັທນາ ເສຖກິຈພິເສດ ບໍ່ເຕັນ ເມືອງຫລວງນ້ໍາທາ ແຂວງຫລວງນ້ໍາທາ ມີຫ້ອງພັກໃຫ້ແຂກ ປະມານ 500 ຫ້ອງຕໍ່ຄືນ, ໃນມື້ວັນທີ 8 ມົກກະຣາທີ່ຜ່ານມາ ພາຍຫລັງທີ່ ລາວ-ຈີນ ເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ມີແຂກເຂົ້າພັກ ປະມານ 10-20 ຫ້ອງຕໍ່ຄືນ ໃນນັ້ນ ສ່ວນຫລາຍເປັນແຂກຊາວຈີນ ແລະ ຖືວ່າ ແຂກຊາວຈີນ ທີ່ເຂົ້າມາພັກ ຍັງບໍ່ຫລາຍເທື່ອ ຄາດວ່າໃນໄລຍະປີໃໝ່ຈີນ ຈະໄດ້ຕ້ອນຮັບ ແຂກຊາວຈີນຫລາຍກວ່ານີ້.
ດັ່ງຜູ້ປະກອບການ ຢູ່ແຂວງຫລວງນ້ໍາທາ ກ່າວໃນມື້ດຽວກັນນີ້ວ່າ:
“(ຄົນລາວ) ໄປຈີນກໍໄດ້ ຄົນຈີນມາລາວກໍໄດ້ຄືກັນ ແຕ່ວ່າ ຊ່ວງນີ້ ກໍຍັງ ຍັງຫາກໍເປີດມື້ວານນີ້ ຄົນກໍຍັງບໍ່ເຂົ້າມາຫລາຍ ແຂກກໍຄືນນຶ່ງ ກໍມີປະມານ 10 ປາຍຫ້ອງ 20 ຫ້ອງ ນັກທ່ອງທ່ຽວ ຍັງບໍ່ເຂົ້າມາເທື່ອນ່າ ເຂົາເຈົ້າຍັງບໍ່ທັນໄດ້ເທື່ອ ຄືຊິແມ່ນຊ່ວງ ຕຣຸດຈີນ ນີ້ແຫລະ ຈະມາຫລາຍ ທ້າຍເດືອນນຶ່ງນີ້ແຫລະ.”
ສະພາບໂຕຈິງ ຢູ່ແຂວງຫລວງພຣະບາງ ມີນັກທ່ອງທ່ຽວ ຊາວໄທຍ, ຊາວລາວ ແລະ ຊາວຍຸໂຣບ ເຂົ້າມາທ່ອງທ່ຽວ ຫລາຍກ່ວານັກທ່ອງທ່ຽວຈີນ ແລະ ບໍ່ວ່າຈະນັກທ່ອງທ່ຽວຊາຕໃດ ຊາວແຂວງຫລວງພຣະບາງ ຈໍານວນຫລາຍ ບໍ່ມີຄວາມກັງວົນ ຕໍ່ການແຜ່ຣະບາດ ຂອງເຊຶ້ອໂຄວິດ-19 ແລ້ວ ເນື່ອງຈາກ ຕັ້ງແຕ່ປາຍປີ ຈົນຮອດປັດຈຸບັນ ຍັງບໍ່ເຫັນຜູ້ຕິດເຊຶ້ອ ໂຄວິດ-19 ພາຍໃນແຂວງ ເພີ່ມຂຶ້ນຢ່າງລວງຫລາຍ ອີກທັງ ຊາວແຂວງຫລວງພຣະບາງ ໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ຈໍານວນ 3 ເຂັ້ມແລ້ວ ແລະ ກໍາລັງຈະສັກວັກຊິນ ປ້ອງກັນໂຄວິດ-19 ເຂັ້ມທີ່ 4 ເພີ່ມຕື່ມ.
ດັ່ງຊາວລາວ ຢູ່ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ຄັນແມ່ນ ໃນຕອນນີ້ ກໍ່ສ່ວນຫລາຍ ຈະມີແຕ່ລາວ ກັບໄທຍ ກໍ່ຈະມີທາງຍຸໂຣບມາບາງສ່ວນ ຄັນວ່າ ເວົ້າວ່າ ພະຍາດ ສ່ວນຫລາຍ ກໍບໍ່ເຫັນມີໂຕເລຂເພີ່ມຂຶ້ນ ເພາະວ່າຄັນແມ່ນປ່ວຍ ກໍກິນຢາ ກິນຫຍັງ ເພາະວ່າສ່ວນຫລາຍແລ້ວ ຄົນລາວເຮົາ ກໍເກືອບສັກວັກຊິນກັນເກືອບຮ້ອຍພຸ້ນແຫລະ ຄັນວ່າຢູ່ໃນເຂດຫລວງພຣະບາງ ດຽວນີ້ ກໍາລັງເຂົ້າເຂັ້ມທີ່ 4.”
ເຖິງແມ່ນວ່າ ລາວ-ຈີນ ເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ເພື່ອໃຫ້ພົລເມືອງ ທັງ 2 ປະເທດໄປມາຫາສູ່ກັນໄດ້ແລ້ວ ແຕ່ສະພາບໂຕຈິງ ທາງການລາວ ຍັງບໍ່ມີມາຕການ ສະເພາະແນວໃດ ຕໍ່ພົລເມືອງຈີນ ແຕ່ສືບຕໍ່ມາຕການ ລືບລ້າງການນໍາໃຊ້ ໃບຢັ້ງຢືນສັກວັກຊິນ ຄົບໂດສ ແລະ ລືບລ້າງການກວດຫາ ເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ ຕາມທີ່ ສໍານັກງານ ນາຍົກຣັຖມົນຕີຣ ແຈ້ງອອກມາຫລ້າສຸດ ເຊິ່ງແຈ້ງການສະບັບດັ່ງກ່າວ ນໍາໃຊ້ຕໍ່ພົລເມືອງຂອງທຸກໆປະເທດ.