ໂຄງການແຫຼ່ງທ່ອງທ່ຽວ ວັງວຽງ ບໍ່ຄືບໜ້າ

2 ປີ ປາຍແລ້ວ ທີ່ການເຈຣະຈາ ຣະຫວ່າງ ປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ແລະ ເຈົ້າຂອງໂຄງການ ແຫລ່ງທ່ອງທ່ຽວ ຄົບວົງຈອນ ຂອງຈີນ ຢູ່ ເມືອງວັງວຽງ ບໍ່ຄືບໜ້າ.

ທິວທັສທັມຊາດ ພູຜານ້ອຍ-ໃຫຍ່ ຕັ້ງເດັຽຣະດາດອ້ອມຮອບ ໂຕເມືອງວັງວຽງ ອັນສວຍສົດງົດງາມ ທີ່ເປັນເອກລັກສະເພາະ ຂອງ ເມືອງວັງວຽງ ແຂວງວຽງຈັນ. Photo taken October 2020: RFA

ຮອດປັດຈຸບັນ ກໍເປັນເວລາ 2 ປີ ປາຍແລ້ວ ການເຈຣະຈາເຣື່ອງຄ່າຊົດເຊີຍ ຄວາມເສັຍຫາຍ ຣະຫວ່າງ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ແລະ ເຈົ້າຂອງໂຄງການແຫລ່ງທ່ອງທ່ຽວ ຄົບວົງຈອນຂອງຈີນ ຢູ່ເມືອງ ວັງວຽງ ແຂວງວຽງຈັນ ຍັງບໍ່ມີຄວາມຄືບໜ້າ.

22 ບ້ານ ທີ່ຕ້ອງໄດ້ເສັຽດິນນາ-ດິນສວນ ໃນເນື້ອທີ່ 7 ພັນເຮັກຕາ ຍັງບໍ່ທັນໄດ້ຮັບຄໍາຕອບ ຈາກບໍຣິສັດພັທນາເຂດໃໝ່ວັງວຽງ ລາວຈໍາກັດ ທີ່ສັມປະທານດິນນັ້ນ ຈະຄິດໄລ່ໃຫ້ຕາແມັດລະເທົ່າໃດ. ແຕ່ຊາວບ້ານ 11 ບ້ານ ທີ່ຈະຕ້ອງໄດ້ເສັຽດິນນາ-ດິນສວນ ເປັນເອກພາບກັນວ່າ ຄວນໄດ້ຮັບຕາແມັດລະ 300 ໂດລາ ສະຫະຣັຖ ຈຶ່ງຈະຍອມຮັບເອົາຄ່າຊົດເຊີຍນັ້ນ, ອີງຕາມຄໍາເວົ້າຂອງຊາວບ້ານ ບ້ານນາຄູນ ເມືອງ ວັງວຽງ ທີ່ຂໍບໍ່ອອກ ຊື່ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ພຶສຈິກາ ນີ້:

“ຂັ້ນເທິງຍັງບໍ່ທັນໄດ້ເຈຣະຈາເທື່ອ ມີແຕ່ທາງບ້ານ ປະຊາຊົນເຂົາເຈົ້າເອກພາບວ່າ ດິນກະສິກັມນັ້ນບໍ່ໃຫ້ຕິວ່າດິນຢູ່ໄກທາງ ຫຼືນອກທາງ ເອກພາບດຽວເປັນແມັດນຶ່ງ 300 ຫລຽນ ຕໍ່ຕາແມັດ ເພາະວ່າປະຊາຊົນ ເຂົາເຈົ້າຕື່ນ ເພາະວ່າ ເຫັນບໍ່ທາງດ່ວນມັນເກີດ ໂຕທາງດ່ວນ ວັງວຽງ-ວຽງຈັນ ເນາະຣາຄາຊົດເຊີຍ ຍັງບໍ່ເທົ່າທຽມກັນຫັ້ນນ່າ.”

ຊາວບ້ານ 11 ບ້ານ ທີ່ວ່ານັັ້ນ ຮວມທັງບ້ານນາຄູນ ບ້ານນາມ່ວງ ບ້ານໂພນຄໍາ ເປັນບ້ານທີ່ຢູ່ໃນກຸ່ມບ້ານນາ ໜອງກວາງ. ຊາວບ້ານຢູ່ ບ້ານນາມ່ວງ ຊຶ່ງ ເປັນນຶ່ງໃນ 11 ບ້ານ ທີ່ບໍ່ຍອມຮັບຄ່າຊົດເຊີຍ ຍ້ອນທາງ ບໍຣິສັດຈະໃຫ້ຕໍ່າກວ່າ ຈໍານວນ ທີ່ພວກຕົນຄວນໄດ້ຮັບ ແຕ່ບໍ່ຮູ້ວ່າຈະໃຫ້ ຕໍ່າກວ່າເທົ່າໃດກັນແທ້ ເວົ້າຢູ່ກອງປະຊຸມຂັ້ນເມືອງ ຮວມກັບບ້ານນາຄູນ ເມື່ອເດືອນຕຸລາ ທີ່ຜ່ານມາວ່າ ການເຈຣະຈາ ເຣື່ອງຄ່າ ຊົດເຊີຍທີ່ດິນ ກັບບໍຣິສັດຈີນ ຍັງບໍ່ມີຄວາມຄືບໜ້າ ຕັ້ງແຕ່ທ້າຍປີ 2017 ມາ ແລະວ່າ ຢາກໃຫ້ຄ່າຊົດເຊີຍ ດິນເທົ່າກັນ ບໍ່ວ່າ ຈະເປັນດິນ ຢູ່ໃນເມືອງ ຫລື ບ້ານນອກ ຍ້ອນເສັຍພັລທະອາກອນ ຄືກັນ:

“ໄຮ່ ນາ ສວນນີ໋ເນາະ ເຮັດມາຫລາຍຊົ່ວຄົນແລ້ວ ລູກຫລານມັນກໍກິນມາ ທີ່ດິນນີ໋ກໍຖືວ່າ ເຂດນີ້ມັນກໍອຸດົມສົມບູນ ຫັ້ນນ່າ. ໄລຍະວັນທີ 27 ເບາະ ປະຊຸມນີ໋ ເພິ່ນກໍມາແຈ້ງປະຊາຊົນ ປະຊາຊົນ ບໍ່ເຫັນດີ ເພາະວ່າ ການຊົດເຊີຍມັນຕໍ່າ. ຖ້າວ່າຈະເອົາແທ້ ຊົດເຊີຍໃຫ້ມັນສູງ ໄປຊື້ ບ່ອນອື່ນໃຫ້ມັນໄດ້ ຫັ້ນນ່າ. ຄັນວ່າ ຖ້າຣາຄາບໍ່ເໝາະສົມ ປະຊາຊົນມັນຈະທຸກ ຕໍ່ໆໄປຫັ້ນນ່າ.”

ນອກຈາກນີ້ ຊາວບ້ານຢູ່ບ້ານຫ້ວຍແຍ້ 60 ປາຍຄອບຄົວ ກໍຍັງບໍ່ທັນໄດ້ຮັບແຈ້ງເຣື່ອງຄ່າຊົດເຊີຍ ຈາກທາງບໍຣິສັດຈີນເທື່ອວ່າຈະຊົດເຊີຍ ໃຫ້ເທົ່າໃດ ແລະຊາວບ້ານ ກໍຍັງບໍ່ເຫັນດີເອົາດິນທັງໝົດ 60 ປາຍ ເຮັກຕາ ໃຫ້ບໍຣິສັດສ້າງແຫລ່ງທ່ອງທ່ຽວເທື່ອ ເພາະບໍ່ເຫັນດີ:

“ກໍບໍ່ຢາກເຫັນດີ ເອົາໃຫ້ກໍບໍ່ມີແນວສິເຮັດ ບ່ອນທໍາກິນຫັ້ນແລ້ວ ສິບໍ່ມີບ່ອນເຮັດຢູ່ເຮັດກິນ ຫັ້ນນ່າ ເພິ່ນກໍວ່າຈັ່ງຊັ້ນແຫລະ ວ່າ ບໍ່ໂຍກຍ້າຍ ບ້ານເຮືອນໄປໃສແຫລ້ວ ເພິ່ນເອົາດິນເອົາໄຮ່ເອົານາ ເອົາສວນ ໄປໝົດ ໄປຢູ່ໃສປະຊາຊົນ ບໍ່ໂຍກຍ້າຍ ກໍສິຕ້ອງຂາຍບ່ອນເກົ່ານັ້ນຕົ໋ວ ສິໄປຊອກຫາຢູ່ຫາກິນຢູ່ໄສ.”  

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ດິນນາ-ດິນສວນທີ່ຊາວບ້ານ 22 ບ້ານໃຊ້ຜລິດກະສິກັມ ແມ່ນເປັນດິນຊາວບ້ານ ທີ່ເຮັດກິນມາຕັ້ງແຕ່ບັນພະບຸຣຸດ ເປັນ 100-200 ປີແລ້ວ. ແຕ່ສ່ວນໃຫຍ່ດິນນັ້ນ ບໍ່ມີໃບຕາດິນ ຂອບຄໍາ, ມີແຕ່ໃບຢັ້ງຢືນເສັຽພັນທະອາກອນດິນ ທີ່ທາງການອອກໃຫ້ ແລະ ສາມາດຮຽກຄືນຍາມໃດກໍໄດ້.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ກ່າວວ່າ ຄ່າຊົດເຊີຍໃຫ້ ຊາວບ້ານ 22 ບ້ານ ທີ່ຕ້ອງໄດ້ ເສັຽດິນ ເພື່ອການພັທນາແຫຼ່ງທ່ອງທ່ຽວຄົບວົງຈອນ ຂອງຈີນນັ້ນແມ່ນ ບໍຣິສັດກະກຽມສເນີແຜນ ຈ່າຍຄ່າຊົດເຊີຍໃຫ້ຂັ້ນເທິງ ພິຈາຣະນາ ແລ້ວ, ຄາດວ່າ ເດືອນສິມານີ້ ຈະໄດ້ຈັດກອງປະຊຸມ ເວົ້າເຣື່ອງຄ່າຊົດເຊີຍຄັກແນ່ ທັງຝ່າຍປະຊາຊົນ, ນັກລົງທຶນ ແລະທາງການ:

“ທາງບໍຣິສັດເພິ່ນ ຜູ້ເພິ່ນໄດ້ຮັບອະນຸຍາດ ສຶກສາສໍາຣວດ ຄວາມເປັນໄປໄດ້ ກໍາລັງກະກຽມເຣື່ອງຫົວໜ່ວຍຣາຄາ ເພື່ອທີ່ຈະສເນີທາງເທິງ ເພື່ອໄປ ທາບທາມນໍາປະຊາຊົນຍັງບໍ່ໄດ້ເວົ້າເຖິງ ດຽວນີ້ຄືສິແມ່ນ ເດືອນສິມາ ເພິ່ນກໍຈະຣາຍງານມາຫາການນໍາຂອງແຂວງແລ້ວການນໍາ ຂອງແຂວງ ຍັງບໍ່ມີຄວາມພ້ອມ ເພິ່ນຍັງມີຄາກອງປະຊຸມໃຫຍ່ ແລ້ວເພິ່ນຈັ່ງມີແຜນ ເພິ່ນສິລົງຣາຍງານລະອຽດຕື່ມ.”

ທ່ານກ່າວຕື່ມວ່າ ໂຄງການແຫລ່ງທ່ອງທ່ຽວ ຄົບວົງຈອນ ຢູ່ເມືອງວັງວຽງ ເປັນຂອງບໍຣິສັດພັທນາເຂດໃໝ່ ວັງວຽງລາວຈໍາກັດຂອງນັກລົງ ທຶນຈີນ ທີ່ຈະສ້າງໂຄງຮ່າງພື້ນຖານ: ຖນົນຫົນທາງ ທີ່ໄດ້ມາຕຖານ, ຂົວຂ້າມນໍ້າຊອງ 4 ແຫ່ງ, ບ່ອນທ່ອງທ່ຽວທັມຊາດ, ສູນການຄ້າ, ໂຮງຮຽນ, ໂຮງໝໍ, ຫໍປະຊຸມນາໆຊາດ ບ້ານພັກຄົນຊະລາ, ສນາມກັອບ ແລະອື່ນໆ ຢູ່ໃນພື້ນທີ່ດິນ 7 ພັນເຮັກຕາ ຂອງ 22 ບ້ານ ຊຶ່ງ ຈະໃຊ້ ງົບປະມານ 5.3 ຕື້ ໂດລາ ສະຫະຣັຖ.

ເບື້ອງຕົ້ນ ໂຄງການດັ່ງກ່າວ ມີພຽງການເຊັນ MOU ໃຫ້ສໍາຣວດສຶກສາ ຄວາມເປັນໄປໄດ້ ດ້ານເສຖກິດ-ເຕັກນິກ ເທົ່ານັ້ນ ຍັງບໍ່ທັນໄດ້ ເຊັນ MOU ໃຫ້ພັທນາເທື່ອ ດັ່ງນັ້ນຈຶ່ງຍັງບໍ່ທັນມີການ ກໍ່ສ້າງອັນໃດ ໃນຕອນນີ້, ຕ້ອງລໍຖ້າໃຫ້ປະຊາຊົນ ແລະ ນັກລົງທຶນ ຕົກລົງກັນ ເຣື່ອງຄ່າຊົດເຊີຍ ດິນໄດ້ກ່ອນ ດັ່ງທີ່ທ່ານກ່າວວ່າ:

“MOU ເບື້ອງຕົ້ນ ໃຫ້ດໍາເນີນການສຶກສາຄວາມເປັນໄປໄດ້ ແຕ່ພາຍຫລັງມີຄວາມເປັນໄປໄດ້ແລ້ວ ຕ້ອງເປັນ MOU ພັທນາ ຍັງບໍ່ທັນ ໄດ້ເຊັນໂຕນີ້. ຜົລກະທົບນີ໋ ຕ້ອງມີແຫລະ ແຕ່ວ່າມັນສິມີໜ້ອຍມີຫລາຍ ສໍ່າໃດ ກໍຕ້ອງຂຶ້ນກັບການວິເຄາະ ຂຶ້ນກັບຄວາມຕັດສິນໃຈ ຂອງຣັຖບານ ຈະອະນຸຍາດຫລືບໍ່ ທຸກໂຄງການຕ້ອງມີຜົລກະທົບ ຖ້າມີຜົລກະທົບຫລາຍ ເພິ່ນຈະບໍ່ອະນຸຍາດ.”

ອີງຕາມຣາຍງານຂອງສື່ມວນຊົນ ທາງການລາວ ໃນວັນທີ 15 ຕຸລາ 2020, ໂຄງການແຫລ່ງທ່ອງທ່ຽວ ຄົບວົງຈອນຂອງຈີນ ຈະເຮັດໃຫ້ ປະຊາຊົນໃນເຂດນັ້ນມີອາຊີບປະມານ 27,800 ຕໍາແໜ່ງ ແລະໂຄງການດັ່ງກ່າວ ບໍ່ມີການໂຍກຍ້າຍບ້ານ ບໍ່ມີການໂຍກຍ້າຍປະຊາຊົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org