ຜູ້ປະກອບການຂົນສົ່ງ ສ່ວນໃຫຍ່ ບໍ່ສົ່ງສິນຄ້າ ຜ່ານທາງຣົຖໄຟເທື່ອ

ການຂົນສົ່ງສິນຄ້າ ຈາກລາວໄປຈີນ ແລະຈາກຈີນມາລາວ ຍັງນໍາໃຫ້ການຂົນສົ່ງ ດ້ວຍຣົຖບັນທຸກສິນຄ້າຢູ່ ເນື່ອງຈາກການຂົນສົ່ງດ້ວຍ ຣົຖໄຟລາວ-ຈີນ ຍັງບໍ່ທັນມີຄວາມຈະແຈ້ງເຣື່ອງລະບົບຕ່າງໆ ແລະທາງຈີນ ຫາກໍເປີດປະເທດເມື່ອບໍ່ດົນມານີ້.

ກອງປະຊຸມ ປຶກສາຫາລື ລະຫວ່າງບໍຣິສັດ ທາຣົຖໄຟລາວ-ຈີນ ຈຳກັດ ແລະຜູ້ປະກອບການ ຂົນສົ່ງລາວ. ວັນທີ 26 ທັນວາ ປີ 2022. ຮູບພາບ: LCR

ເມື່ອບໍ່ດົນມານີ້ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ຈັດກອງປະຊຸມ ປຶກສາຫາລື ກັບຜູ້ປະກອບການ ການຂົນສົ່ງສິນຄ້າ ໃນລາວ ຈໍານວນ 50 ບໍຣິສັດ ເພື່ອຮັບຟັງຄໍາຄິດເຫັນ ແລະ ປຶກສາຫາຣື ກ່ຽວກັບການສົ່ງເສີມ ແລະ ການອໍານວຍຄວາມສະດວກ ຕໍ່ການຂົນສົ່ງສິນຄ້າ ດ້ວຍຣົຖໄຟ ລາວ-ຈີນ ແລະຮັບໃຊ້ຜູ້ປະກອບການ ໃນລາວ ໃຫ້ມີປະສິດທິພາບ, ໂດຍທ່ານ ຫຼິວ ຫົງ ຜູ້ອໍານວຍການໃຫຍ່ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ມີຄໍາເຫັນວ່າ ຈະສືບຕໍ່ສົ່ງເສີມ ໃຫ້ມີການປະສານງານ ຕິດຕໍ່ພົວພັນ ກັບຜູ້ປະກອບການ ການຂົນສົ່ງຂອງລາວຢ່າງເປັນປະຈໍາ ເຊິ່ງຈະມີການເປີດໃຊ້ສາຍດ່ວນ ແລະອີເມລ ເພື່ອອໍານວຍຄວາມສະດວກ ໃນການສອບຖາມຂໍ້ມູນ ແລະແຈ້ງບັນຫາຕ່າງໆ ຮວມທັງຈະສຸມໃສ່ການເພີ່ມປະຣິມານການຂົນສົ່ງ ສິນຄ້າ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງ ແລະອື່ນໆ, ອີງຕາມການຣາຍງານ ຂອງບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ເມື່ອວັນທີ 10 ມົກກະຣາ ປີ 2023.

ກ່ຽວກັບກອງປະຊຸມດັ່ງກ່າວນີ້ ກໍມີພຽງແຕ່ຜູ້ປະກອບການຂົນສົ່ງໃນລາວ ພຽງບາງສ່ວນ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ເຊິ່ງບັນດາຜູ້ປະກອບການ ການຂົນສົ່ງອີກຈໍານວນຫຼາຍບໍຣິສັດ ບໍ່ໄດ້ຖືກເຊີນ ເຂົ້າຮ່ວມໃນກອງປະຊຸມນໍາ ໂດຍຜູ້ປະກອບການ ການຂົນສົ່ງໃນລາວສ່ວນໃຫຍ່ ເຫັນວ່າ ໃນໄລຍະທີ່ຜ່ານມາ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ຍັງບໍ່ທັນສົ່ງເສີມໃຫ້ຜູ້ປະກອບການ ການຂົນສົ່ງໃນລາວ ໃຫ້ມີການໃຊ້ບໍຣິການ ການຂົນສົ່ງດ້ວຍຣົຖໄຟລາວ-ຈີນ ແລະການຂົນສົ່ງສິນຄ້າ ຈາກລາວໄປຈີນ ດ້ວຍຣົຖໄຟລາວ-ຈີນ ຍັງຂົນສົ່ງ ໄປໄດ້ແຕ່ດ່ານສາກົລບໍ່ເຕັນ ເທົ່ານັ້ນ ດັ່ງນັ້ນ ຫຼາຍບໍຣິສັດ ຍັງຂົນສົ່ງສິນຄ້າ ຈາກຈີນມາລາວ ດ້ວຍຣົຖບັນທຸກສິນຄ້າຢູ່.

ດັ່ງພະນັກງານ ບໍຣິສັດ ຂົນສົ່ງສິນຄ້າ ແຫ່ງນຶ່ງ ກ່າວວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ມົກກະຣາ ນີ້ວ່າ:

“ຍັງເທື່ອ ບໍ່ທັນມີການຊຸກຍູ້ແນວໃດ ເພາະວ່າຕອນນີ້ ແມ່ນຍັງບໍ່ປົກກະຕິ ລາວໄປຈີນ ຍັງບໍ່ທັນໄດ້ເທື່ອ ມັນຍັງມີໂຄວິດຊ່ວງນຶ່ງ ແລ້ວກະຈີນ ຫາກໍຊິເປີດຊ່ວງນຶ່ງຫັ້ນນ່າ ເຮົາກະຍັງບໍ່ຮູ້ວ່າ ແຈ້ງການເປັນແນວໃດ ຍັງບໍ່ໄດ້ຊັດເຈນໃນຂໍ້ມູນ.”

ໃນຂະນະທີ່ ຜູ້ປະກອບການ ການຂົນສົ່ງສິນຄ້າໃນລາວ ນາງນຶ່ງກ່າວວ່າ ມາຮອດປັດຈຸບັນ ການຂົນສົ່ງສິນຄ້າ ດ້ວຍຣົຖໄຟ ລາວ-ຈີນ ຍັງມີຂໍ້ຈໍາກັດຫຼາຍຢ່າງຢູ່ ເປັນຕົ້ນ ຍັງບໍ່ສາມາດຂົນສົ່ງສິນຄ້າ ປະເພດເຄື່ອງຍ່ອຍ ດ້ວຍຣົຖໄຟລາວ-ຈີນໄດ້ເທື່ອ ເຊິ່ງສິນຄ້າທີ່ສາມາດຂົນສົ່ງດ້ວຍຣົຖໄຟ ລາວ-ຈີນໄດ້ ສ່ວນໃຫຍ່ ແມ່ນສິນຄ້າປະເພດເຄື່ອງໃຫຍ່ ເປັນຕົ້ນ ເຫຼັກ, ແຮ່ທາດ ແລະອື່ນໆ ທີ່ຜລິຕໂດຍນັກລົງຈີນ ໃນລາວ ໂດຍຍານາງເອງກໍເຫັນວ່າ ການຂົນສົ່ງສິນນຄ້າ ປະເພດເຄື່ອງຍ່ອຍ ແລະສິນຄ້າອີກຫຼາຍປະເພດ ຍັງບໍ່ທັນໄດ້ຮັບການສົ່ງເສີມ ຈາກບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ເທື່ອ.

ດັ່ງຍານາງກ່າວວ່າ:

“ພວກຣົຖໄຟບໍ່ໄດ້ພົວພັນກັບເຮົາ ຂອງເຮົາມັນຈະເປັນອັນຍ່ອຍເນາະ ບໍ່ໄດ້ເອົາມາທາງນັ້ນ ສ່ວນຫຼາຍຄັນທາງຣົຖໄຟ ມັນຈະເປັນສິນຄ້າປະເພດດຽວກັນ ແບບວ່າ ເປັນຕູ້ໆເລີຍຫັ້ນນ່າ ແມ່ນແຫຼະ ມັນຕ້ອງເປັນສິນຄ້າແບບດຽວກັນ ໂຕຢ່າງວ່າ ຕູ້ນຶ່ງ 30 ຕັນ ມັນຕ້ອງ ສົມມຸດວ່າ ເຮົາເອົາເຫຼັກມາ ກະຕ້ອງເປັນເຫຼັກ 30 ຕັນ ເຄື່ອງຍ່ອຍມັນຊິເອົາມາທາງນັ້ນບໍ່ໄດ້.”

ສ່ວນຜູ້ປະກອບການ ການຂົນສົ່ງສິນຄ້າ ອີກທ່ານນຶ່ງ ທີ່ໄດ້ຮັບຂົນສົ່ງສິນຄ້າ ຈາກຈີນ ເຂົ້າມາໃນລາວ ກ່າວວ່າ ບໍຣິສັດຂອງທ່ານເອງ ບໍ່ໄດ້ຖືກເຊີນ ໄປຮ່ວມກອງປະຊຸມ ດັ່ງກ່າວ ແຕ່ຢ່າງໃດ ແລະສໍາລັບການນໍາສິນຄ້າ ຈາກຈີນເຂົ້າມາລາວ ກໍຍັງໃຊ້ວິທີການຂົນສົ່ງ ດ້ວຍຣົຖບັນທຸກຢູ່ ແຕ່ໃນອະນາຄົດ ກໍອາຈມີການໃຊ້ບໍຣິການ ຂົນສົ່ງ ດ້ວຍຣົຖໄຟລາວ-ຈີນ ຄັນວ່າ ລູກຄ້າບາງສ່ວນ ຢາກໃຫ້ມີການຂົນສົ່ງສິນຄ້າ ຈາກຈີນເຂົ້າມາລາວ ດ້ວຍທາງຣົຖໄຟ ລາວ-ຈີນ ແຕ່ກໍຕ້ອງເບິ່ງເງື່ອນໄຂອີກວ່າ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ຈະມີການສົ່ງເສີມ ແລະອໍານວຍຄວາມສະດວກ ໃຫ້ແນວໃດແດ່.

ດັ່ງທ່ານກ່າວວ່າ:

“ສ່ວນຫຼາຍຈະມີ ມັນຈະມາທາງຣົຖບັນທຸກ ພໍດີເພິ່ນຫາກໍເປີດ ກະເຮັດເປີດອັນນັ້ນ ແຕ່ວ່າໂຕນີ້ຕ້ອງໄດ້ລໍຖ້າເບິ່ງຕາມຈັງຫວະ ເບິ່ງຕາມບໍຣິສັດເພິ່ນ ຄັນວ່າເຄື່ອງບາງທີເຂົາເຈົ້າເໝົາເບາະ ບາງທີເຂົາກະຊິເອົາເປັນຣົຖຣົຖໄຟ ແຕ່ວ່າ ກະແລ້ວແຕ່ລູກຄ້າ.”

ທາງດ້ານພະນັກງານ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ນາງນຶ່ງກ່າວວ່າ ສໍາລັບຜູ້ປະກອບການ ການຂົນສົ່ງໃນລາວ ທີ່ຈະສາມາດໃຊ້ບໍຣິການຂົນສົ່ງ ສິນຄ້າທັງຈາກຈີນມາລາວ ແລະ ຈາກລາວໄປຈີນ ຜ່ານຕູ້ຄອນເທັນເນີ້ ຂອງບໍຣິສັດທາງທາງຣົຖໄຟ ລາວ-ຈີນ ໄດ້ນັ້ນ ຈະຕ້ອງເຊັນສັນຍາ ກັບບໍຣິສັດໂຕແທນ ທີ່ຮັບຜິດຊອບດ້ານນີ້ໂດຍຕຣົງ ທັງໝົດ 2 ສັນຍາ ຈຶ່ງຈະສາມາດຂົນສົ່ງ ດ້ວຍຣົຖໄຟ ລາວ-ຈີນ ໂດຍຕ້ອງເສັຍຄ່ານໍາໃຊ້ຕູ້ຄອນເທັນເນີ້ຣ໌ ໃນລາຄາຕູ້ລະ ປະມານ 8,000 ຢວນ ຫຼື 20 ລ້ານປາຍກີບຕໍ່ຖ້ຽວ.

ດັ່ງຍານາງກ່າວວ່າ:

“ແມ່ນ ໃຫ້ເຊັນສັນຍາ ມີ 2 ສັນຍາ ສັນຍາແບບຈ່າຍເງິນ ເອົາເງິນເຂົາບັດໄວ້ເນາະ ແລ້ວມີຄ່າໃຊ້ຈ່າຍຫຍັງ ພວກເຮົາຈະຫັກຢູ່ບັດ ແລ້ວອີກສັນຍານຶ່ງ ຈະເປັນສັນຍານໍາໃຊ້ຕູ້ຄອນເທັນເນີ້ ຕ້ອງໄດ້ເຊັນສັນຍານໍາໃຊ້ຕູ້ ລາຄາແມ່ນ ຈະເກັບວຽງຈັນຮອດບໍ່ເຕັນ ຕູ້ນຶ່ງປະມານ 7,000 ປາຍ - 8,000 ຢວນ.”

ຢ່າງໃດກໍຕາມ ໃນງວດທໍາອິດຂອງຕົ້ນປີ 2023 ນີ້ ຣົຖໄຟ ລາວ-ຈີນ ສາມາດຂົນສົ່ງສິນຄ້າ ຈາກລາວໄປຈີນ ໄດ້ທັງໝົດ 40 ຕູ້ຄອນເທັນເນີ້ຣ໌ ເຊິ່ງໃນວັນທີ 7 ມົກກະຣາ ທີ່ຜ່ານມານີ້ ອັນເປັນມື້ທໍາອິດ ຂອງການຂົນສົ່ງ ໃນໄລຍະພາຍຫຼັງປີໃໝ່ສາກົລ ປະຈໍາປີ 2023 ນັ້ນ ຂະບວນຣົຖໄຟ ລາວ-ຈີນ ໄດ້ຂົນສົ່ງສິນຄ້າ ແລ່ນອອກຈາກດ່ານສາກົລບໍ່ເຕັນ ຜ່ານເຂົ້າໄປດ່ານສາກົລບໍ່ຫານ ຂອງຈີນ ເຊິ່ງສ່ວນໃຫຍ່ ແມ່ນສິນຄ້າ ປະເພດແປ້ງມັນຕົ້ນ ແລະເບັຍ ໂດຍມີປາຍທາງ ການຂົນສົ່ງຢູ່ທີ່ ນະຄອນຄຸນໝິງ ແຂວງຍຸນນານ ຂອງຈີນ ກ່ອນທີ່ຈະຖືກສົ່ງໄປຈໍາໜ່າຍ ຢູ່ຕລາດແຂວງໃກ້ຄຽງ ເປັນຕົ້ນ ແຂວງເສສວນ, ແຂວງຫູນານ ແລະແຂວງອື່ນໆ, ອີງຕາມການຣາຍງານ ຂອງວິທຍຸສາກົລແຫ່ງປະເທດຈີນ ເມື່ອວັນທີ 7 ມົກກະຣາ ປີ 2023.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org