ນັກທ່ອງທ່ຽວຈີນ ເຣີ່ມໃຊ້ບໍຣິການ ຣົຖໄຟລະຫວ່າງປະເທດ ຫຼາຍຂຶ້ນ
ປະຊາຊົນລາວ ສ່ວນໃຫຍ່ ຍັງບໍ່ໃຊ້ບໍຣິການ ຣົຖໄຟ ລາວ-ຈີນ ລະຫວ່າງ 2 ປະເທດ ເນື່ອງຈາກ ບັນຫາເສຖກິຈ-ການເງິນ ເຊິ່ງຫຼາຍຄົນ ຈຶ່ງບໍ່ໄດ້ວາງແຜນ ຈະໃຊ້ບໍຣິການ ຣົຖໄຟລາວ-ຈີນ ເພື່ອທ່ອງທ່ຽວ ຂະນະທີ່ ນັກທ່ອງທ່ຽວຈີນ ໃຊ້ຣົຖໄຟ ລະຫວ່າງປະເທດ ເຂົ້າມາລາວເປັນຈຳນວນຫຼາຍ.
-
ໄຊຍາ
2023-04-18 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 31 ເມສາ ທີ່ຜ່ານມາຣົຖໄຟ ລາວ-ຈີນ ໄດ້ເປີດນຳໃຊ້ຂະບວນໂດຍສານ ລະຫວ່າງປະເທດປະກອບດ້ວຍຖ້ຽວ D888 ຈາກນະຄອນຫຼວງວຽງຈັນ ໄປ ນະຄອນຄຸນໝິງ ແລະ ຖ້ຽວ D887 ຈາກນະຄອນຄຸນໝິງ ຫາ ນະຄອນຫຼວງວຽງຈັນ, ແຕ່ມາຮອດປັດຈຸບັນ ຊາວລາວສ່ວນໃຫຍ່ ຍັງບໍ່ນິຍົມໃຊ້ບໍຣິການ ຣົຖໄຟລາວ-ຈີນ ຂະບວນລະຫວ່າງ 2 ປະເທດ ຍ້ອນມີຂໍ້ຈຳກັດຫຼາຍຢ່າງ ໂດຍສະເພາະໃນໄລຍະນີ້ ຊາວລາວສ່ວນໃຫຍ່ ຍັງປະສົບບັນຫາ ດ້ານເສຖກິຈ-ການເງິນ ແລະ ກຳລັງຟື້ນຟູ ທຸຣະກິຈ ຂອງພວກເຂົາເຈົ້າ ຈຶ່ງຍັງບໍ່ທັນມີແຜນຈະຊື້ປີ້ໂດຍສານ ຣົຖໄຟລາວ-ຈີນ ສຳລັບໄປທ່ອງທ່ຽວ ປະເທດຈີນ ຊຶ່ງສວນທາງ ກັບນັກທ່ອງທ່ຽວຈີນ ທີ່ນັ່ງຣົຖໄຟຂ້າມປະເທດ ມາລາວຫຼາຍກ່ວາ.
ດັ່ງຊາວລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສານີ້ວ່າ:
“ບໍ່ຄ່ອຍຫຼາາຍປານໃດ ເພາະວ່າເຂົາຫາກໍເຣີ້ມເປີດເນາະ ຊ່ວງນີ້ມັນຈະເປັນຊ່ວງຄົນລາວເຮົາ ເຣີ່ມຟື້ນໂຕ ຫຼື ຕັ້ງໂຕນີ້ນ່າ ຫຼັງການຈາກການແຜ່ຣະບາດ ຂອງພະຍາດໂຄວິດ ຫຼາຍຄົນກໍບໍ່ມີວຽກເຮັດ ງານທຳ ຊ່ວງນີ້ເຂົາກຳລັງຟື້ນໂຕ ອາດຈະເປັນອະນາຄົດ ຫຼື ປີໜ້າອາດຈະໄດ້ໄປຫຼາຍ.”
ຊາວລາວອີກທ່ານນຶ່ງ ທີ່ໄປ-ມາສະຖານີຣົຖໄຟ ລາວ-ຈີນ ທຸກມື້ກໍເຫັນວ່າ ສ່ວນຫຼາຍແລ້ວ ຢາກມີແຕ່ນັກທ່ອງທ່ຽວຈີນ ທີ່ເດີນທາງດ້ວຍຣົຖໄຟ ລາວ-ຈີນ ຜ່ານແດນມາລາວຫຼາຍກ່ວາ ຊຶ່ງໃນໄລຍະນີ້ ຊາວລາວສ່ວນໃຫຍ່ ຍັງຢູ່ໃນໄລຍະເຮັດວຽກຫາເງິນ ແລະ ຍັງທັນບໍ່ມີແຜນ ທີ່ຈະໄປທ່ອງທ່ຽວ ປະເທດຈີນ. ສ່ວນຊາວລາວທີ່ໃຊ້ບໍຣິການ ຣົຖໄຟລາວ-ຈີນ ໄປນະຄອນຄຸນໝິງ ນັ້ນ ທ່ານເອງກໍເຫັນວ່າມື້ນຶ່ງມີບໍ່ເຖິງ 300 ຄົນ ຊຶ່ງສ່ວນຫຼາຍກໍມີແຕ່ບັນດານັກສຶກສາ ແລະ ນັກທຸຣະກິຈ ທີ່ເດີນທາງໄປປະເທດຈີນ.
ດັ່ງທ່ານໄດ້ກ່າວວ່າ:
“ຄົນລາວນີ້ ບໍ່ຄ່ອຍໄປຫຼາຍປານໃດ ໄປຈີນສ່ວນຫຼາຍ ມີແຕ່ຈີນເຂົ້າມາລາວ ມັນບໍ່ມີວຽກ ມັນບໍ່ແມ່ນເທສການ ບໍ່ແມ່ນຣະດູທີ່ເຂົາຈະມາທ່ຽວ ຊ່ວງນີ້ມັນຊ່ວງຊອກເງິນ ຊອກເງິນ ຂອງຄົນລາວ ກຸ່ມນັກສຶກສານີ້ແຫຼະ ກຸ່ມນັກສຶກສາ ຈະເຂົ້າໄປຮຽນ ກາເດີນທາງຢູ່ຣົຖໄຟນີ້ແຫຼະ.”
ການຂຶ້ນຣົຖໄຟ ລາວ-ຈີນ ຈາກນະຄອນຫຼວງວຽງຈັນ ໄປຍັງນະຄອນຄຸນໝິງ ຈະຕ້ອງໄດ້ເສັຽເງິນຄ່າປີ້ໂດຍສານ ຈຳນວນ 1,192,000 ກີບ ແລ້ວກໍຍັງໄດ້ເສັຽຄ່າເຮັດວີຊ້າ ຕື່ມອີກ 15 ໂດລ້າຣ໌ສະຫະຣັຖ ຕໍ່ຄົນ ຕໍ່ເທື່ອ ນຳດ້ວຍ.
ນັກວິຊາການ ດ້ານການທ່ອງທ່ຽວ ນາງນຶ່ງກໍເຫັນວ່າ ຊາວລາວສ່ວນໃຫຍ່ ທີ່ໃຊ້ບໍຣິການຂຶ້ນຣົຖໄຟ ລາວ-ຈີນ ຖ້ຽວຈາກນະຄອນຫຼວງວຽງຈັນ ໄປນະຄອນຄຸນໝິງ ກໍຍັງມີຈຳນວນໜ້ອຍ ແລະບໍ່ຄຶກຄັກເທົ່ານັກທ່ອງທ່ຽວຈີນ ທີ່ຂຶ້ນຣົຖໄຟເຂົ້າມາລາວ ຊຶ່ງນາງເອງກໍເຫັນວ່າ ສາເຫດທີ່ຄົນລາວຍັງບໍ່ຂຶ້ນຣົຖໄຟ ໄປທ່ຽວຈີນນັ້ນຍ້ອນຕິດຄັດ ບັນຫາດ້ານເສຖກິຈ ເນື່ອງການໄປທ່ອງທ່ຽວ ປະເທດຈີນນັ້ນ ນອກຈາກເສັຽຄ່າປີ້ຣົຖໄຟ ແລ້ວຍັງຕ້ອງມີຄ່າໃຊ້ຈ່າຍ ຫຼາຍຢ່າງ.
ດັ່ງຍານາງກ່າວວ່າ:
“ກາມີຢູ່ ແຕ່ບໍ່ເຖິງຂັ້ນວ່າຫຼາຍແທ້ ຫຼາຍວ່າ ດອກກາທັມມະດາ ສຳລັບຜູ້ທີ່ວ່າມີປັດໄຈ ທີ່ສາມາດໄປໄດ້ ໄປກາ ມັນບໍ່ແມ່ນວ່າ ມີ່ແຕ່ຄ່າເດີນທາງ ໄປພຸ້ນມັນກາຕ້ອງມີຄ່າໃຊ້ຈ່າຍອື່ນ.”
ຊາວລາວຈຳນວນນຶ່ງ ທີ່ມີແນວຄິດຢາກໜັ່ງຣົຖໄຟ ລາວ-ຈີນ ໄປຮອດນະຄອນຄຸນໝິງ ແຕ່ອາດບໍ່ແມ່ນພາຍໃນປີນີ້ ເພາະວ່າຍັງຕ້ອງໃຊ້ເວລາ ໃນການທ້ອນເງິນ ສຳລັບເປັນຄ່າເດີນທາງ ແລະ ຄ່າໃຊ້ຈ່າຍສຳລັບເດີນທາງ ໄປປະເທດຈີນ ຊຶ່ງບໍ່ແມ່ນເຣື່ອງງ່າຍ ທີ່ຈະຊອກຫາຄ່າໃຊ້ຈ່າຍ ໄດ້ພາຍໃນບໍ່ພໍເທົ່າໃດເດືອນ ດັ່ງຊາວລາວນາງນຶ່ງກ່າວວ່າ:
“ມີແນວຄິດຢູ່ຢາກໄປຈີນ ແຕ່ວ່າຊ່ວງນີ້ໄດ້ມິດຍັງບໍ່ທັນໄດ້ມີແຜນ ໄປເທື່ອ ເພາະວ່າ ຊ່ວງນີ້ນ້ອງເຮັດງານປະຈຳ ກໍເລີຍວ່າຍັງບໍ່ມີແຜນ ໄປທ່ຽວເທື່ອຫັ້ນນ່າ ກາຢາກໄປຢູ່ແລ້ວ ນ້ອງກາຕິດຕາມຢູ່ ໃນເພຈແຕ່ວ່າເຮົາກາ ບໍ່ຮູ້ໄປທ່ຽວຢູ່ຈຸດໃດ ຫັ້ນນ່າ.”
ອະດີດເຈົ້າໜ້າທີ່ ຂແນງການທ່ອງທ່ຽວ ກໍຍອມຮັບວ່າ ພາຍຫຼັງຈາກຣົຖໄຟ ລາວ-ຈີນ ໄດ້ເປີດຂະບວນໂດຍສານ ລະຫວ່າງປະເທດແລ້ວ ຈຳນວນນັກທ່ອງທ່ຽວລາວ ທີ່ຈະເດີນທາງໄປຈີນນັ້ນກໍຍັງໜ້ອຍຢູ່ ຍ້ອນການເດີນທາງ ໄປທ່ຽວປະເທດຈີນນັ້ນ ຂ້ອນຂ້າງເປັນເຣື່ອງທີ່ແປກໃໝ່ ຂອງຊາວລາວ ສ່ວນໃຫຍ່ຊຶ່ງຫຼາຍຄົນຍັງລຶ້ງເຄີຍ ກັບການໄປທ່ຽວປະເທດໄທຍ ແລະປະເທດວຽດນາມ ຫຼາຍກ່ວາ.
ດັ່ງທ່ານກ່າວວ່າ:
“ກຳລັງເປີດ ມັນບໍ່ທັນເປັນຂະບວນປານໃດ ມີແຕ່ວ່າເຂົາຕິມາຫຼາຍ ກາບໍ່ທັນນິຍົມແດ່ ກາເລັກໆນ້ອຍໆ ຫັ້ນແຫຼະ ມັນມ່ວນແທ້ໆ ກາໄປໄທຍໄປວຽດ ຄືກັນກັບວ່າ ໄປກັມພູຊາ ຈັ່ງຊິນ່າ ມັນກາບໍ່ນິຍົມໄປ ຢູ່ທາງການ ແຕ່ວ່າໄປທ່ຽວ ແບບຂະບວນການ ໄປມັນບໍ່ຫຼາຍ.”
ສຳລັບຣົຖໄຟ ລາວ-ຈີນ ທີ່ເດີນທາງ ຈາກນະຄອນຄຸນໝິງ ຫາ ນະຄອນຫຼວງວຽງຈັນ ໃນຖ້ຽວປະຖົມມະຣຶກນັ້ນ ມີຜູ້ໂດຍສານຊາວຈີນ ຈຳນວນ 200 ປາຍຄົນ ທີ່ເດີນທາງເຂົ້າມາລາວ ໃນມື້ດັ່ງກ່າວ. ສ່ວນຂະບວນຣົຖໄຟ ລາວ-ຈີນ ຈາກນະຄອນຫຼວງວຽງຈັນ ຫາ ນະຄອນຄຸນໝິງ ບໍ່ມີຣາຍງານຄັກແນ່ວ່າ ມີຈຳນວນຜູ້ໂດຍສານເທົ່າໃດ ແລະສ່ວນຫຼາຍແລ້ວ ແມ່ນຜູ້ໂດຍສານ ສັນຊາຕໃດ.
ຣົຖໄຟລາວ-ຈີນ ຂະບວນໂດຍສານ ລະຫວ່າງ 2 ປະເທດ ໄດ້ນຳໃຊ້ຮູບແບບ ຖ້ຽວໄປ-ກັບ ມື້ລະ 1 ຂະບວນ ໂດຍຈອດຮັບສົ່ງຜູ້ໂດຍສານຢູ່ 8 ສະຖານີ ໄດ້ແກ່ ນະຄອນຫຼວງວຽງຈັນ, ວັງວຽງ, ຫຼວງພຣະບາງ, ບໍ່ເຕັນ, ບໍ່ຫານ, ສິບສງປັນນາ, ພູເອີ ແລະ ສະຖານີຄຸນໝິງໃຕ້ ໂດຍຈະຢຸດພັກ ເພື່ອກວດກາ ແລະແຈ້ງ ເຂົ້າ-ອອກ ເມືອງ ຢູ່ສະຖານີບໍ່ເຕັນ ແລະ ສະຖານີບໍ່ຫານ.