ນາຍທຶນຈີນ, ໝາກ້ວຍຈີນ, ປູກຢູ່ລາວ, ສົ່ງໄປຈີນ, ລາວໄດ້ຫຍັງ
ກ້ວຍຈາກປະເທດລາວ ທີ່ສົ່ງອອກໄປປະເທດ ເປັນທຸຣະກິຈ ຂອງນັກລົງທຶນ ຊາວຈີນ ທີ່ເຂົ້າມາສັມປະທານດິນ ພາຍໃນປະເທດລາວ ແລະສາຍພັນກ້ວຍ ທີ່ສົ່ງອອກ ເປັນພັນທີ່ຕລາດຈີນ ຕ້ອງການ, ຂະນະທີ່ຄົນລາວ ຈຳນວນຫຼາຍ ໄດ້ພຽງແຕ່ເຂົ້າໄປເປັນລູກຈ້າງ ຫຼືເປັນຄົນງານ ໃນສວນກ້ວຍເຫຼົ່ານັ້ນ.
-
ສຸພັດຕາ
2023-02-21 -
-
-
Your browser doesn’t support HTML5 audio
ໃນວັນທີ 20 ທັນວາ ທີ່ຜ່ານມາ ກົມປູກຝັງ ກະຊວງກະສິກັມ ແລະປ່າໄມ້ ໄດ້ອອກຄໍາແນະນໍາ ສບັບເລຂທີ 2603 ກ່ຽວກັບເງື່ອນໄຂ ສຸຂອານາໄມພືດ ສໍາລັບການສົ່ງອອກໝາກກ້ວຍ ຈາກປະເທດລາວ ໄປປະເທດຈີນ ຂະນະທີ່ ຊາວກະສິກອນລາວ ມີຄວາມເຫັນວ່າ ໝາກກ້ວຍທີ່ໄດ້ຮັບການຄັດເລືອກໃຫ້ສົ່ງອອກໄປປະເທດຈີນ ແມ່ນເປັນທຸຣະກິຈຂອງນັກລົງທຶນຊາວຈີນ ທີ່ເຂົ້າມາສັມປະທານດິນ ພາຍໃນປະເທດລາວ ເພື່ອເຮັດການກະເສຕ.
ດັ່ງນັກຊ່ຽວຊານ ດ້ານການສົ່ງເສີມກະສິກັມ ແລະປ່າໄມ້ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 21 ກຸມພາ 2023 ນີ້ວ່າ:
“ຈະເປັນນາຍທຶນຂອງຈີນເລີຍ ແລ້ວກໍຄົນຈີນຈະມາຄຸມງານ ມີແຕ່ຈະມາເຊົ່າພື້ນທີ່ຢູ່ລາວ ແລ້ວກໍມາຮັບກັມມະກອນຄົນລາວ ແຕ່ວ່າເຣື່ອງວິຊາການອິຫຍັງຕ່າງໆ ຂະເຈົ້າຈະຮັບເອົາຄົນຈີນເບິດເລີຍ ໂອ້ ຈະເປັນຂອງຄົນຈີນ ສະເພາະເລີຍ ເພາະວ່າຂະເຈົ້າເອົາອອກ ສົ່ງປະເທດເຂົາໂດຍຕຣົງເລີຍ ລາວເຮົາ ບໍ່ໄດ້ເຮັດເປັນສົ່ງອອກເລີຍ.”
ສໍາລັບການດໍາເນີນການ ຜລິດໝາກກ້ວຍ ຂອງນັກລົງທຶນຊາວຈີນນັ້ນ ພວກເຂົາເຈົ້າ ຈະເຂົ້າມາຂໍສັມປະທານດິນ ພາຍໃນປະເທດລາວ ແລະຈໍາເຂົ້າສາຍພັນໝາກກ້ວຍ, ອຸປະກອນໃນການປູກຝັງ ແລະຄວາມຮູ້ທາງວິຊາການຕ່າງໆ ຈາກປະເທດຈີນໂດຍຕຣົງ ສ່ວນຄົນງານ ທີ່ເຮັດວຽກໃຫ້ແກ່ພວກເຂົາເຈົ້າ ແມ່ນເປັນຄົນງານລາວ.
ດັ່ງນັກຊ່ຽວຊານ ຜູ້ດຽວກັນນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ ອີກວ່າ:
“ຈີນນີ້ມັນ ຂະເຈົ້າຈະເອົາແນວພັນ ມາຈາກຂະເຈົ້າເລີຍ ອັນໄທເຮົາກໍບໍ່ມັກແນວພັນ ຂະເຈົ້າຫັ້ນນ່າເນາະ ມັນຊິເປັນສາຍພັນ ຂອງຂະເຈົ້າເລີຍ ມັນຊິເປັນໜ່ວຍຍາວໆເລີຍ ຂະເຈົ້າຈະເອົາຣົຖໃຫຍ່ ຣົຖພ່ວງຫັ້ນເລີຍມາ ຂະເຈົ້າຈະເອົາມາເລີຍ ແບບວ່າ ຢູ່ສວນແລ້ວຂະເຈົ້າກະຈະເອົາເຂົ້າມາເລີຍ (ຝຸ່ນເຄມີ) ຂະເຈົ້າເອົາມາເອງເບິດເລີຍ ແຕ່ວ່າຂະເຈົ້າຈ້າງເຮົາໄປສີດເບິດເລີຍ.”
ເຖິງແມ່ນວ່າ ທາງການລາວ ແລະທາງການຈີນ ຈະມີແຜນສົ່ງອອກໝາກກ້ວຍ ຈາກປະເທດລາວ ໄປຍັງປະເທດຈີນຫຼາຍຂຶ້ນ ແຕ່ຢ່າງໃດກໍຕາມ ກໍຍັງເປັນເຣີື່ອງຍາກ ຂອງຊາວກະສິກອນລາວ ຍ້ອນມາຕຖານໃນການສົ່ງອອກທັງໝົດ ທາງການຈີນເປັນຜູ້ກໍານົດ ຂະນະທີ່ ໝາກກ້ວຍທີ່ຜລິດໂດຍຄົນລາວ ພັດຍັງບໍ່ທັນເປັນໄປຕາມມາຕຖານດັ່ງກ່າວນີ້ເທື່ອ ຍ້ອນຊາວກະສິກອນ ທີ່ເຮັດອາຊີປູກໝາກກ້ວຍ ຍັງຂາດຄວາມຮູ້ ແລະງົບປະມານ ໃນການລົງທຶນ.
ດັ່ງເຈົ້າຂອງສວນໝາກກ້ວຍ ຢູ່ແຂວງອຸດົມໄຊ ນາງນຶ່ງ ກ່າວວ່າ:
“ເຮົາມີແຕ່ຂາຍພາຍໃນ (ສ່ວນການສົ່ງອອກ) ມີແຕ່ວ່າ ເປັນຂອງຈີນມາລົງທຶນ ຂາຍຢູ່ພາຍໃນ ມັນເປັນພັນພື້ນບ້ານ ເຮົາປູກແບບທັມມະຊາຕຫັັ້ນນ່າ ແຕ່ສົ່ງໄປຈີນຫັ້ນ ເປັນໝາກໃຫຍ່ ເຄືອໃຫຍ່ ກໍມີແຕ່ວ່າ ຕ້ອງເຮັດຍກາ ເປັນຕາມມາຕຖານ ມາຕຖານຂອງເຂົາຫັ້ນ ມີເຄື່ອງແທກແຕ່ລະໜ່ວຍເລີຍຫັ້ນນ່າ.”
ທາງດ້ານຊາວກະສິກອນ ອີກຈໍານວນນຶ່ງ ກໍບໍ່ທັນໄດ້ມີຄວາມຮູ້ ກ່ຽວກັບການຜລິດໝາກກ້ວຍ ເພື່ອສົ່ງອອກໄປຍັງປະເທດຈີນ ແລະຍັງບໍ່ມີຄວາມສົນໃຈ ຍ້ອນເປັນໄປໄດ້ຍາກ ເນື່ອງຈາກທີ່ຜ່ານມາ ໝາກກ້ວຍທີ່ສົ່ງອອກ ໄປຍັງປະເທດຈີນເກືອບທັງໝົດ ແມ່ນເປັນໝາກກ້ວຍ ຂອງກຸ່ມນັກລົງທຶນຊາວຈີນ ແລະຍັງບໍ່ທັນເຄີຍເຫັນເທື່ອວ່າ ມີຊາວກະສິກອນລາວ ສາມາດສົ່ງໝາກກ້ວຍ ອອກໄປຍັງປະເທດຈີນໄດ້.
ດັ່ງແມ່ຄ້າຂາຍໝາກກ້ວຍແປຮູບ ຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ນາງນຶ່ງ ກ່າວວ່າ:
“ປູກແຕ່ກ້ວຍນໍ້ານ່າ ເປັນກ້ວຍນໍ້າ ກ້ວຍນໍ້າກິນດີ ແລ້ວກໍກ້ວຍນໍ້າ ກ້ວຍໄຂ່ ກ້ວຍຫອມກໍກິນດີຢູ່ ກ້ວຍຈີນ ກ້ວຍຫອມມັນຈະເປັນໜ່ວຍມົນ ຄືກັບກ້ວຍໄຂ່ນີ້ແຫຼະ ແຕ່ວ່າໜ່ວຍໃຫຍ່ກ່ອນກ້ວຍໄຂ່ ເພິ່ນກໍປູກຢູ່ ຄູ່ມື້ນີ້ມັນບໍ່ຄ່ອຍຈະມີຫຼາຍແລ້ວນ່າ ເພາະວ່າ ປູກກ້ວຍນໍ້າຫຼາຍກ່ອນ ເອື້ອຍກໍບໍ່ເຄີຍ (ສົ່ງອອກໄປຕ່າງປະເທດ) ກໍມີແຕ່ປູກແລ້ວເອົາໄປຂາຍເດີ່ນປອດສານພິດ.”
ຂະນະດຽວກັນ ໝາກກ້ວຍທີ່ຊາວລາວຜລິດພາຍໃນປະເທດ ສ່ວນຫຼາຍ ແມ່ນເປັນໝາກກ້ວຍນໍ້າ ແລະໝາກກ້ວຍໄຂ່ ເຊິ່ງໄດ້ຮັບຄວາມນິຍົມຈາກຄົນລາວ ສ່ວນໝາກກ້ວຍທີ່ຄົນຈີນຜລິດ ແລະສົ່ງອອກໄປຍັງປະເທດຈີນ ແມ່ນເປັນໝາກກ້ວຍຫອມ ແລະໝາຍກ້ວຍຍາວ ສະນັ້ນ ໝາກກ້ວຍສາຍພັນທີ່ຄົນລາວຜລິດ ຈຶ່ງບໍ່ເປັນທີ່ຕ້ອງການ ຂອງຕລາດຈີນແຕ່ຄັ້ງທໍາອິດ.
ດັ່ງແມ່ຄ້າຂາຍໝາກກ້ວຍ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:
“ເຮົາກໍບໍ່ໄດ້ສຶກສາຫັ້ນນ່າ ມີແຕ່ວ່າ ເຮົາກໍໄດ້ຮູ້ຄ້າວໆນ່າ ວ່າເພິ່ນຮັບຢູ່ຫັ້ນນ່າ ແຕ່ວ່າເຮົາປູກຢູ່ພາຍໃນຊື່ໆ ເຮົາບໍ່ພໍທີ່ຈະສົ່ງອອກຈີນຫັ້ນນ່າ ຂາຍພາຍໃນຊື່ໆ ແມ່ນ ຂາຍແຕ່ພາຍໃນກໍບໍ່ພໍແລ້ວ ກ້ວຍນໍ້ານິ່ນ່າ ມັນມີກ້ວຍນໍ້າບ້ານ ເນື້ອທີ່ເຮົາບໍ່ພໍຫັ້ນນ່າ ເຮົາຍັງບໍ່ທັນໄດ້ຄຶດເທື່ອ.”
ທີ່ຜ່ານມາ ການລົງທຶນດ້ານການກະເສຕ ເປັນອາຊີບທີ່ສງວນໄວ້ ໃຫ້ແຕ່ສະເພາະຄົນລາວ ແຕ່ຢ່າງໃດກໍຕາມ ໃນໄລຍະເກືອບ 20 ປີມານີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ອະນຸຍາດ ໃຫ້ນັກລົງທຶນຈາກປະເທດຈີນ ເຂົ້າມາສັມປະດິນ ເພືິ່ອລົງທຶນດ້ານການກະເສຕຂນາດໃຫຍ່ ເຊິ່ງສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ພາຍໃນປະເທດລາວ ຢ່າງກວ້າງຂວາງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:
“ສປປ ລາວ ສາມາດຜລິດກະສິກັມ ມີຫຍັງແດ່ ເພິ່ນກໍມີຜລິຕພັນ ທີ່ສງວນລິຂະສິດໄວ້ໃຫ້ຄົນລາວເຮັດ ຂະເຈົ້າຈີນ ມາເຮັດທຸກມື້ນີ້ລະແມ່ນຂະເຈົ້າ ສັມປະທານຫຼາຍປີເນາະ ແຕ່ມາຮອດຍຸກນີ້ ປີນີ້ ນາຍົກໃໝ່ນີ້ ເພິ່ນກໍໂຈະ ບໍ່ໃຫ້ເຮັດເບິດແລ້ວເດ້ ເບິດອາຍຸສັມປະທານ ເພາະວ່າຂະເຈົ້າ ບໍ່ເຊົາໃຊ້ສານເຄມີ ໃຊ້ຫຍັງຫຼາຍ ມັນເປັນຜົລກະທົບ ຕໍ່ສິ່ງແວດລ້ອມ.”
ຍານາງກ່າວຕື່ມວ່າ ທີ່ຜ່ານມາ ນັກລົງທຶນຊາວຈີນ ທີ່ເຂົ້າມາເຊົ່າສັມປະທານດິນ ເພື່ອປູກໝາກກ້ວຍ ພາຍໃນປະເທດລາວ ສ່ວນຫຼາຍແມ່ນເປັນພື້ນທີ່ ທາງພາກເໜືອ ເປັນຕົ້ນ ແຂວງບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ ແລະແຂວງຫຼວງພຣະບາງ ແລະຫຼາຍພື້ນທີ່ ທາງພາກໃຕ້ ສ່ວນແຂວງຜົ້ງສາລີ ແລະແຂວງຫົວພັນ ພັດຍັງບໍ່ທັນໄດ້ຮັບຄວາມນິຍົມ ຍ້ອນເປັນພື້ນທີ່ ທີ່ມີອາກາດຂ້ອນຂ້າງໜາວ.
ໃນໄລຍະທີ່ຜ່ານມາ ກະຊວງກະສິກັມແລະປ່າຂອງປະເທດລາວ ໄດ້ລົງນາມໃນອະນຸສັນຍາ ຮ່ວມກັບອົງການບໍຣິຫານພືດ ຂອງປະເທດຈີນ ກ່ຽວກັບເງື່ອນໄຂດ້ານສຸຂອານາໄມພືດ ສໍາລັບການສົ່ງອອກໝາກກ້ວຍຈາກປະເທດລາວ ໄປຍັງປະເທດຈີນ ຍ້ອນເຫັນວ່າ ມີການປູກໝາກກ້ວຍໃນຫຼາຍພື້ນທີ່ ແຕ່ການຊຸກຍູ້ສົ່ງເສີມໃນຂອດດັ່ງກ່າວ ຍັງບໍ່ທັນສອດຄ່ອງກັບຂໍ້ກໍານົດ ແລະເງື່ອນໄຂ ເປັນຕົ້ນ ລະບົບການຜລິດ, ການຕິດຕາມ, ການຈັດການສັດຕູພືດໃນສວນປູກ, ການບໍາບັດ, ການຈັດການຄວາມສະອາດ ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະການຈົດບັນທຶກ.
ກ່ຽວກັບເຣື່ອງນີ້ ທາງການລາວ ແລະທາງການຈີນ ຈຶ່ງໄດ້ຮ່ວມກັນລົງນາມ ໃນສົນທິສັນຍາ ວ່າດ້ວຍການປ້ອງກັນພືດສາກົລ ກ່ຽວກັບການສົ່ງອອກໝາກກ້ວຍ ຈາກປະເທດລາວ ໄປຍັງປະເທດຈີນ ເປັນຕົ້ນ ຕ້ອງມີຊະນິດພັນ ທີ່ມີຊື່ທາງວິທະຍາສາດ ເປັນໝາກກ້ວຍທີ່ມີອາຍຸ 10-11 ສັປດາ ນັບແຕ່ມື້ທີ່ອອກ, ເກັບກ່ຽວໃນເວລາທີ່ກ້ວຍຍັງບໍ່ທັນສຸຂ, ຕ້ອງບໍ່ປົນເປື້ອນກິ່ງງ່າ, ໃບແລະດິນ ແລະຕ້ອງບໍ່ຕິດແປດສັດຕູພືດກັກກັນ ທີ່ຝ່າຍຈີນກໍານົດໄວ້ 11 ຊະນິດ ເຊັ່ນ: ແມງມີ່ຂາວກຽວ, ເພັ້ຽຫອຍສີເຫຼືອງ ແລະແມງວັນທອງໝາກໄມ້, ຜູ້ປະກອບການ ຈະຕ້ອງມີການບັນທຶກລະອຽດ ກ່ຽວກັບຊື່ສານເຄມີທີ່ນໍາໃຊ້, ລະດູການນໍາໃຊ້ ແລະຈໍານວນຄັ້ງທີ່ນໍາໃຊ້ ອີກທັງ ສະຖານທີ່ການຜລິດ ແລະໂຮງເຮືອນຫຸ້ມຫໍ່ ຈະຕ້ອງມີມາຕຖານ ແລະຄວບຄຸມການຕິດແປດ ຂອງໂຄວິດ-19.