ຣາຍຮັບທີ່ສູນຫາຍໄປໃຫ້ການ ຄົດໂກງ
ຄັງຫລວງ ສູນເສັຍ ຣາຍຮັບ ກວ່າ 1 ພັນ 2 ຮ້ອຍ ຕື້ກີບ ຍ້ອນການ ສໍ້ຣາສ ບັງຫລວງ ໃນ ສປປ ລາວ.
-
ສິດນີ
2014-07-21 -
-
-
Your browser doesn’t support HTML5 audio
ຫນ່ວຍກວດສອບ ແຫ່ງຣັຖ ສປປ ລາວ ຣະບຸວ່າ ຣາຍຮັບ ຫລື ຊັພສົມບັດ ຂອງຣັຖ ໃນມູລຄ່າ ກວ່າ 1 ພັນ 2 ຮ້ອຍ ຕື້ກີບ ສູນເສັຽ ໃນການ ສໍ້ຣາສ ບັງຫລວງ ໃນລາວ ເລີ້ມຈາກ ປີ 2012 ມາຮອດ ປັດຈຸບັນ ສ່ວນໃຫຍ່ ເກີດຈາກ ການໃຊ້ ອຳນາດ ເກີນຂອບເຂດ ໃຊ້ ຫນ້າທີ່ ຕຳແຫນ່ງ ການງານ ເພື່ອ ຜົລປໂຍດ ຕົນເອງ ແລະ ຫມູ່ຄນະ ການຮັບ ສິນບົນ ຊື້ຈ້າງ ຈອບອອຍ ແລະ ທ່ວງເວລາ ໃນການ ໃຫ້ໃບ ອະນຸຍາດ ໃນການ ສຳປະທານ ຫລື ກິຈການ ຕ່າງໆ ເພື່ອ ຮຽກຮ້ອງ ສິນບົນ.
ດຣ ບຸນທົງ ຈີດມະນີ ຫົວຫນ້າ ຫ້ອງການ ກວດກາ ແຫ່ງຣັຖ ສປປລາວ ກ່າວ ກ່ຽວກັນ ການສືບສວນ ສອບສວນ ຂອງ ຫນ່ວຍງານ ຕ້ານການ ສໍ້ຣາສ ບັງຫລວງ ຕໍ່ສະພາ ແຫ່ງຊາດ ວ່າງຫລັງໆ ມານີ້ວ່າ ຫ້ອງການ ຂອງທ່ານ ໄດ້ສືບສວນ ກວ່າ 300 ຫນ່ວຍງານ ຫລື ຫ້ອງການ ຂອງຣັຖ ເລີ້ມແຕ່ປີ 2012 ເປັນຕົ້ນມາ ພົບວ່າ ຣາຍຮັບ ຫລື ຊັພສີນ ຂອງຣັຖ ໃນມູລຄ່າ ກວ່າ 1 ພັນ 2 ຮ້ອຍ ຕື້ກີບ ຮົ່ວໄຫລ ຍ້ອນການ ສໍ້ຣາສ ບັງຫລວງ ໃນລາວ.
ທ່ານວ່າ ການສໍ້ຣາສ ບັງຫລວງ ຂອງ ເຈົ້າຫນ້າທີ່ ຣັຖ ໃນລາວ ມີຫລາຍ ຮູບແບບ ໃນນັ້ນ ຮ່ວມດ້ວຍ ການ ໃຊ້ອຳນາດ ຫນ້າທີ່ ຕຳ ແຫນ່ງ ການງານ ເພື່ອຜົລປໂຍດ ຕົນເອງ ແລະ ຫມູ່ຄນະ ການຮັບສິນບົນ ການປອມແປງ ເອກສານ ການແຈ້ງ ມູລຄ່າ ຂອງໂຄງການ ທີ່ ບໍ່ຖືກຕ້ອງ, ການດັດແປງ ມາຕຖານ ທາງດ້ານ ເທັກນິກ ໃນ ການກໍ່ສ້າງ ແລະ ການຊັກຊ້າ ໃນການ ອອກໃບ ອະນຸຍາດ ເພືື່ອ ຮຽກຮ້ອງ ສິນບົນ ສີ່ງດັ່ງກ່າວ ທັງຫມົດນີ້ ແມ່ນການ ສໍ້ຣາສ ບັງຫລວງ ທັງສິ້ນ.