ລາວ ຍັງ​ບໍ່​ສາ​ມາດ ແກ້ໄຂ ບັນຫາ ຣົດເຖື່ອນ

ທາງການລາວ ຍັງບໍ່ສາມາດ ແກ້ໄຂບັນຫາ ການນຳເຂົ້າຣົດເຖື່ອນ ຫລື ຣົດບໍ່ຖືກຕ້ອງຕາມກົດໝາຍໃຫ້ຫມົດໄດ້ ຍ້ອນການສໍ້ຣາສບັງຫລວງ ແລະ ການຊື້ຈ້າງຈອບອອຍ ຂອງເຈົ້າຫນ້າທີ່ ທ້ອງຖິ່ນ ໃນລາວ, ຊຶ່ງໃນປັດຈຸບັນ ມີຣົດເຖື່ອນໃນລາວ ໃນທົ່ວປະເທດ ຫຼາຍພັນຄັນ ທີ່ທາງການລາວ ຍັງບໍ່ສາມາດກວດກາໄດ້ ຍ້ອນປ່ຽນທະບຽນ ແລະ ໃສ່ຊື່ ຜູ້ທີ່ມີອຳນາດ ແລະ ເສັ້ນສາຍໃນລາວ.

ແຂວງ ຫລວງນໍ້າທາ ເລັ່ງກວດກາ ຍານ ພາຫະນະ ທີ່ນຳເຂົ້າ ບໍ່ຖືກຕ້ອງ RFA/VD

ໃນແຕ່ລະປີ, ທົ່ວປະເທດ ຈະມີຍານພາຫະນະເພີ່ມຂຶ້ນ ຢ່າງຫຼວງຫຼາຍ, ຄາດວ່າ ໂດຍສເລັ່ຽ ປີນຶ່ງປະມານ 120,000 ຄັນ; ໃນນັ້ນ ຮວມດ້ວຍ ຣົດ ທີ່ນຳເຂົ້າແບບບໍ່ຖືກຕ້ອງ. ໃນປີ 2017 ທົ່ວປະເທດ ມີຍານພາຫະນະຂຶ້ນທະບຽນຢ່າງຖືກຕ້ອງ ຕາມລະບຽບກົດໝາຍ ຈໍານວນ 1,979.007ຄັນ; ໃນນັ້ນ, ບໍ່ນັບຣົດ ທີ່ນໍາເຂົ້າບໍ່ຖືກຕ້ອງຕາມກົດຫມາຍ ຫລື ຣົດເຖື່ອນຫຼາຍພັນຄັນ ເພື່ອລໍຖ້າ ແກ້ໄຂຕາມລະບຽບຫຼັກການ; ຄຽງຄູ່ກັນນັ້ນ, ກໍມີຣົດ ທີ່ຖືກລັກລອບນຳເຂົ້າ (ຣົດ ຍ້າຍພວງມະລັຍ) ຣົດໃສ່ປ້າຍຣົດເຖື່ອນ, ປ້າຍປອມ, ສວມທະບຽນ ຫຼື ໃສ່ປ້າຍຣົດຊ້ຳຊ້ອນ ກັບຣົດຄັນອື່ນ ພາໃຫ້ມີຍານພາຫະນະ ທີ່ບໍ່ມີໃບອະນຸຍາດ ສັນຈອນຕາມທ້ອງຖະໜົນ ຫຼາຍຂຶ້ນ ເຮັດໃຫ້ເກີດສະພາບ ການສັນຈອນແອອັດ ຕາມມາ ແລະ ຍັງເຮັດໃຫ້ ການເກັບພາສີນຳເຂົ້າຣົດ ບໍ່ໄດ້ຕາມຄາດໝາຍ.

ຕາມສະພາບຄວາມເປັນຈິງ; ໃນປັດຈຸບັນນີ້, ການລັກລອບນໍາເຂົ້າຍວດຍານພາຫະນະຍັງມີຫຼາຍຢູ່ ເປັນຕົ້ນແມ່ນ: ການນໍາເຂົ້າຣົດທີ່ບໍ່ຢູ່ໃນ ບັນຊີການອະນຸຍາດຈາກທາງການ ຍ້ອນມີຜູ້ສວຍໃຊ້ໂອກາດນໍາເຂົ້າແລ້ວແລ່ນເຮັດໜັງສືເພື່ອຂາຍຕໍ່ ໃຫ້ຜູ້ທີ່ມີເງື່ອນໄຂຕ້ອງການຊື້ ນອກ ຈາກນີ້, ກໍມີກຸ່ມຄົນບາງກຸ່ມຜູ້ທີ່ອຳນາດໃນເຂດນະຄອນຫຼວງວຽງຈັນ ແລະບັນດາແຂວງທີ່ມີຊາຍແດນຕິດຈອດກັບ ປະເທດເພື່ອນບ້ານ ໄດ້ ລັກລອບນໍາຣົດຈັກ ແລະ ຣົດໃຫຍ່ເຂົ້າມາແບບບໍ່ຖືກຕ້ອງ ແລ້ວເອົາໄປຂາຍຕໍ່ ໃຫ້ບຸກຄົນທີ່ຕ້ອງການຊື້. ພຶດຕິກຳດັ່ງກ່າວ ທ່ານຈະເຫັນ ການປະກາດຂາຍຣົດມືສອງ ແລະ ຣົດລັກເຂົ້າມາປະມູນຂາຍ ໃນສື່ສັງຄົມອອນລາຍໃນລາວ ຊື່ງຣົດຈຳນວນດັ່ງກ່າວນັ້ນ ສ່ວນໃຫຍ່ແມ່ນ ເອົາມາແບບບໍ່ຖືກຕ້ອງຕາມກົດຫມາຍ ແລ້ວມາດັດແປງໃຫມ່ ແຕ່ການສະກັດກັ້ນແກ້ໄຂ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ.

ທີ່ຜ່ານມາ ບັນຫານີ້ ກົມພາສີ ກະຊວງການເງິນ ກໍໄດ້ປະຕິບັດຕາມ ແຈ້ງການຂອງຣັຖຖບານ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເປັນຊ່ອງວ່າງ ໃນການລັກລອບນໍາເຂົ້າ ຍານພາຫະນະ ທີ່ຜິດກົດຫມາຍ ແຕ່ການແກ້ໄຂບໍ່ສິ້ນສຸດ ຈັກເທື່ອ. ກ່ອນໜ້ານີ້, ຫ້ອງວ່າການ ສຳນັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ສະບັບເລກທີ 142/ຫສນຍ, ລົງວັນທີ 25 ມົກຣາປີ 2017 ກ່ຽວກັບ ການແກ້ໄຂ ການນໍາເຂົ້າຣົດ ທີ່ບໍ່ຖືກຕ້ອງໃນທົ່ວປະເທດ ຄື:

1. ໃຫ້ກະຊວງການເງິນ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ກວດກາ ແລະ ແກ້ໄຂຣົດນໍາເຂົ້າທີ່ບໍ່ຖືກຕ້ອງ ໃນຂອບເຂດ ທົ່ວປະເທດ ຈໍານວນ 5,639 ຄັນໃຫ້ສໍາເຣັດ, ສໍາລັບຣົດ ທີ່ມີການລັກມາ ຈາກປະເທດໃກ້ຄຽງ ແລ້ວນໍາເຂົ້າມາຈໍາໜ່າຍ ຢູ່ ສປປລາວ ທີ່ຜິດກົດໝາຍ ນັ້ນ, ຖ້າກວດເຫັນແມ່ນໃຫ້ຢຶດ ແລະປະຕິບັດຕາມລະບຽບກົດໝາຍ ແລ້ວນໍາສົ່ງກັບຄືນ ປະເທດດັ່ງກ່າວ ໂດຍໃຫ້ມີການ ມອບ-ຮັບ ເປັນ ທາງການຢ່າງຄັກແນ່.

2. ສໍາລັບການນໍາເຂົ້າຣົດ ທີ່ມີການປອມແປງເອກະສານ ແມ່ນໃຫ້ຢຶດເປັນຂອງຣັຖ ແລະ ໃຫ້ດໍາເນີນມາຕການ ຕາມລະບຽບຫຼັກການ ຕໍ່ຜູ້ກະທຳຜິດ ຕົວຢ່າງ, ຖ້າບໍຣິສັດໃດ ຫາກກະທໍາຜິດ ກໍໃຫ້ຖອນ ໃບວິສາຫະກິຈຂອງບໍລິສັດ ດັ່ງກ່າວ.

3. ເຫັນດີໃຫ້ກະຊວງການເງິນ ແຕ່ງຕັ້ງ 2 ໜ່ວຍງານ ເພື່ອດໍາເນີນການແກ້ໄຂຣົດນໍາເຂົ້າບໍ່ຖືກຕ້ອງຄື: ໜ່ວຍງານກວດກາ ແລະ ໜ່ວຍງານເກັບກູ້;

4. ສໍາລັບຣົດທີ່ນໍາເຂົ້າບໍ່ຖືກຕ້ອງຢູ່ຕ່າງແຂວງ ແມ່ນໃຫ້ປະຕິບັດຕາມ ມາດຕະການແກ້ໄຂ ທີ່ໄດ້ລະບຸໄວ້ໃນແຈ້ງການ ຂອງຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ສະບັບເລກທີ 1943/ຫສນຍ, ລົງວັນທີ 8 ທັນວາປີ 2016, ເຊິ່ງເນື້ອແຈ້ງການ ໃນສະບັບດັ່ງກ່າວລະບຸໄວ້ ວ່າ: ເພື່ອຮັບປະກັນ ໃນການແກ້ໄຂ້ບັນຫາຣົດເຖື່ອນໃຫ້ຫມົດໄປໃນລາວ ໃຫ້ຕີຣາຄາຣົດຕາມກົດຣະບຽບຂອງທາງການ ແລະ ໃຫ້ປະຕິບັດ ຕາມກົດຫມາຍຢ່າງເຄັ່ງຄັດ.

5. ສໍາລັບລົດນໍາເຂົ້າ ເພື່ອສົ່ງອອກໄປປະເທດທີ 3 ຢູ່ດ່ານພາສີສາກົນ ຂົວມິດຕະພາບແຫ່ງ ທີ 1 (ດ່ານພາສີສາງທ່ານາແລ້ງ) ຈຳນວນ 1,947 ຄັນ, ກາຍກໍານົດ 4 ເດືອນ ຈໍານວນ 435 ຄັນນັ້ນ ຕ້ອງເຊີນເອົາບໍລິສັດມາຕັກເຕືອນກ່ອນ ແລະ ໃຫ້ ກໍານົດເວລາປະຕິບັດຕື່ມ ແຕ່ຖ້າບໍ່ສາມາດປະຕິບັດໄດ້ ໃຫ້ຢຶດເປັນຂອງຣັຖ.

6. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກວດກາຄືນສະພາບການ ອອກປ້າຍຣົດ ທີ່ບໍ່ຖືກຕ້ອງໃຫ້ບັນດາເປົ້າໝາຍຕ່າງໆ ທີ່ຂແນງການຕົນຮັບຜິດຊອບ ໃນໄລຍະຜ່ານມາ ເພື່ອຣາຍງານ ຣັຖບານ; ພ້ອມນັ້ນ, ກໍໃຫ້ຄົ້ນຄວ້າ ແລະ ກວດກາຄືນບັນດານິຕິກໍາ ໃນການຄຸ້ມຄອງປ້າຍ ແລະ ອອກທະບຽນຣົດ ເພື່ອປັບປຸງໃຫ້ຮັດກຸມ ແລະ ຖືກຕ້ອງ ຕາມລະບຽບກົດໝາຍ;

7. ໃຫ້ມີມາຕການດ້ານວິໄນຢ່າງເຂັ້ມງວດ ຕໍ່ບໍຣິສັດທີ່ເຮັດຜິດກົດໝາຍ ແລະ ພະນັກງານຣັຖທີ່ສົມຮູ້ຮ່ວມຄິດ ໃນການນໍາເຂົ້າຣົດບໍ່ຖືກຕ້ອງ ຕາມລະບຽບກົດໝາຍມາລົງໂທດ.

ແຕ່ກົດຣະບຽບຄຳສັ່ງດັ່ງກ່າວ ບໍ່ຖືກປະຕິບັດໃຊ້ຢ່າງຈິງຈັງ ຫລາຍແຂວງ ຍັງລັກນຳເຂົ້າຍວນຍານພາຫານະ ແບບບໍ່ຖືກຕ້ອງຕາມກົດຫມາຍ ຫລື ຣົດເຖື່ອນຫຼາຍຢູ່ ເປັນຕົ້ນວ່າງຫລັງໆມານີ້. ແຂວງຫລວງນໍ້າທາ ໄດ້ເປີດໃຫ້ເຈົ້າຂອງ ຍວດຍານພາຫະນະ ປະເພດຣົດຍົນ ຊຶ່ງນໍາເຂົ້າ ແບບບໍ່ຖືກຕ້ອງຕາມກົດໝາຍ ແລະ ເສັຽພາສີໄປແລ້ວນັ້ນ ໃຫ້ມາເສັຽພາສີ ກ່ອນເດືອນ ມິນາ ປີ 2017, ແຕ່ປະກົດວ່າ ມີຜູ້ມາເສັຽພາສີ ພຽງແຕ່ 400 ຄັນ ຍ້ອນເຂົາເຫັນວ່າ ຄ່າພາສີແພງ ແລະເຈົ້າຂອງຣົດ ກໍບໍ່ມີເງິນມາເສັຽ. ອີງຕາມການເປີດເຜີຍ ຂອງເຈົ້າໜ້າທີ່ຜແນກ ໂຍທາແຂວງ ຜູ້ຂໍສງວນຊື່:

“ຂໍ້ມູນໃນປັດຈຸບັນ ຈໍານວນຣົຖທີ່ເຂົ້າມາແຈ້ງ ກໍມີປະມານ 3 ພັນກ່ວາຄັນ, ຣົຖທີ່ໄດ້ມາຈົດທະບຽນ ແລະເສັຽພາສີໄປ ກ່າຍັງມີບໍ່ຫຼາຍ ມີຢູ່ ປະມານ 3 ຫາ 4 ຮ້ອຍກວ່າຄັນ ສໍາລັບທີ່ມາແຈ້ງ 3 ພັນກວ່າຄັນ ແລະຍັງມີຣົຖອີກ ຈໍານວນນຶ່ງ ທີ່ຍັງບໍ່ທັນ ເຂົ້າມາແຈ້ງ. ທາງເຮົາ ເຫັນວ່າຈະ ພິຈາຣະນາ ເປີດໃຫ້ມາແຈ້ງໃນຊ່ວງ ເດືອນ 8 ຫລື ຕົ້ນເດືອນ 9 ເພາະວ່າ ດຽວນີ້ໄດ້ປິດແລ້ວ”.

ໃນການກວດກາ ຜ່ານມາພົບວ່າ ແຂວງຫລວງນໍ້າທາ ເປັນແຂວງ ທີ່ມີຣົດນໍາເຂົ້າ ແບບບໍ່ຖືກຕ້ອງຕາມກົດໝາຍຫຼາຍກວ່າແຂວງອື່ນໆ. ປະເພດ ຣົດກະບະ ແມ່ນຖືກລັກລອບ ຫລືນໍາເຂົ້າຈາກປະເທດໄທ, ສ່ວນຣົດເກັງ ແມ່ນນໍາເຂົ້າ ຈາກ ປະເທດຈີນ.ໃນການແກ້ໄຂ ບັນຫາຄັ້ງນີ້ ແຂວງຫລວງນໍ້າທາ ໄດ້ກໍານົດໃຫ້ ເຈົ້າຂອງຣົດມາແຈ້ງເສັຽພາສີ ກ່ອນເດືອນມິນາ ແລະໃຫ້ເສັຽພາສີ ໃຫ້ແລ້ວພາຍໃນ ເດືອນສິງຫາ. ຖ້າເຈົ້າໜ້າທີ່ກວດເຫັນ ວ່າບໍ່ເສັຽພາສີກໍຈະຍຶດ ເປັນຂອງຣັຖ. ນອກຈາກແຂວງນີ້ແລ້ວ ຍັງມີຫລາຍແຂວງໃນລາວ ທີ່ສົມຮູ້ຮ່ວມຄິດ ກັບເຈົ້າຫນ້າທີ່ທ້ອງຖີ່ນ ລັກເອົາຣົດເຖື່ອນ ເຂົ້າມາຂາຍ.

ໃນປັດຈຸບັນ, ຍານພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງຕາມກົດໝາຍ ພາກສ່ວນທີ່ກ່ຽວຂ້ອງ ພວມຂຸ້ນຂ້ຽວແກ້ໄຂເພື່ອໃຫ້ການຊົມໃຊ້ຍານພາຫະນະ ຢູ່ລາວ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອເປັນການຊຸກຍູ້ ການແກ້ໄຂຍານພາຫະນະນໍາເຂົ້າ ທີ່ບໍ່ຖືກຕ້ອງ ໄດ້ຮັບການແກ້ໄຂ ຢ່າງ ຕໍ່ເນື່ອງ ຖືກຕ້ອງຕາມລະບຽບກົດໝາຍ ໃນຂອບເຂດທົ່ວປະເທດ ເພືຶ່ອຮັບປະກັນ ການເກັບຣາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກໍານົດເວລາ; ຕາມຕົວເລກທີ່ເປີດເຜີຍຂອງ ພາກສ່ວນທີ່ກ່ຽວຂ້ອງ ມີຣົົດທີ່ບໍ່ຖືກຕ້ອງຕາມກົດຫມາຍ ກວ່າ 6,000 ຄັນ. ທົ່ວປະເທດ ສາມາດແກ້ໄຂຣົດນໍາເຂົ້າ ບໍ່ຖືກຕ້ອງໄດ້ທັງໝົດ 11,030 ຄັນ; ໃນນີ້, ເປັນຣົດໃຫຍ່ 4,449 ຄັນ ແລະ ຣົດຈັກ 6,581 ຄັນ; ສາມາດເກັບຣາຍຮັບເຂົ້າ ງົບປະມານໄດ້ທັງໝົດ 177,7 ຕື້ກີບ; ໃນນັ້ນ, ຄ່າພາ ສີ-ອາກອນ 168,8 ຕື້ກີບ ແລະ ຄ່າປັບໃໝ 8,9 ຕື້ກີບ.

ການນຳເຂົ້າຣົດເຖື່ອນ ໃນລາວ ສ່ວນໃຫຍ່ແມ່ນການສົມຮູ້ຮ່ວມຄິດ ກັບເຈົ້າຫນ້າທີ່ທ້ອງຖີ່ນໃນລາວ ໃນໂຄງການພັທນາ ໃນເຂດເສຖກິດ ພິເສດ ການນຳຣົດເຂົ້າມາໃຊ້ໃນຣາຊການ ຮັບແຂກທາງການ ແລະ ຣົດເພືື່ອໃຊ້ຂອງກຸ່ມຜູ້ນຳ ຣະຂັ້ນກາງ ຂັ້ນແຂວງ ແລະຂັ້ນທ້ອງຖິ່ນ ແຕ່ເອົາເຂົ້າມາເກີນໂຄຕາ ແລ້ວເອົາໄປຂາຍໃຫ້ຜູ້ທີ່ຕ້ອງການຊື້ຣົດ. ປະຊາຊົນຄົນທັມມະດາ ຈະບໍ່ສາມາດນຳເຂົ້າມາໄດ້ ນອກຈາກ ຈະລັກ ເອົາເຂົ້າມາ ແຂວງທີ່ຕິດກັບ ປະເທດເພື່ອນບ້ານ ດັ່ງໄທ ແລະ ວຽດນາມ ເປັນແຂວງທີ່ນຳເຂົ້າຣົດເຖື່ອນຫລາຍກວ່າ ແຂວງອື່ນໆໃນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org