ນັກລົງທຶນຈີນສົນໃຈຂແນງ ທ່ອງທ່ຽວ
ກຸ່ມ ນັກ ລົງທຶນ ຈີນ ສົນໃຈ ລົງທຶນ ໃນ ທຸຣະກິດ ການ ທ່ອງທ່ຽວ ທີ່ ແຂວງ ຫຼວງພຣະບາງ ຫລາຍຂຶ້ນ.
-
ສິດນີ
2014-09-14 -
-
-
Your browser doesn’t support HTML5 audio
ປັດຈຸບັນ ນັກ ທຸຣະກິດ ຈີນ ເລິ້ມ ເຂົ້າມາ ລົງທຶນ ຂແນງການ ທ່ອງທ່ຽວ ທີ່ ແຂວງ ຫຼວງພຣະບາງ ເປັນຕົ້ນ ສ້າງ ໂຮມແຮມ ບ້ານພັກ ຣິສອດ ຈັດຕັ້ງ ບໍຣິສັດ ທ່ອງທ່ຽວ ຫລາຍຂຶ້ນ ກວ່າ ແຕ່ກອ່ນ ພາຍຫລັງ ທີ່ ທາງການ ແຂວງ ໄດ້ ເປີດກວ້າງ ການ ລົງທຶນ ຈາກ ຕ່າງ ປະເທດ ໃນຂແນງ ດັ່ງກ່າວ ເພື່ອ ສົ່ງເສີມ ການຂຍາຍໂຕ ດ້ານ ເສຖກິດ ຂອງ ແຂວງ. ດັ່ງ ເຈົ້າຫນ້າທີ່ ກ່ຽວຂ້ອງ ເວົ້າວ່າ:
"ຄົນຈີນ ນີ້ ກະຫາມີ ກະຫາ ເຂົ້າມາ ການ ຮ່ວມມື ພົວພັນ ເຣື້ອງ ການ ທ່ອງທ່ຽວ ກະມີ ໂຮງແຮມ ມີ ຣິຊອດ ແລ້ວກະມີ ບໍຣິສັດ ທ່ອງທ່ຽວ ເນາະ ເຮົາກະເປັນ ແຂວງ ທີ່ ເປີດກວ້າງ ເຣື້ອງ ການ ລົງທຶນ ບໍ່ແມ່ນ ແຕ່ຈີນ ໄທ ວຽດນາມ ຫລື ວ່າ ຊາວ ເອີຣົບ ສາ ມາດ ເຂົ້າມາ".
ທ່ານກ່າວ ຕໍ່ໄປວ່າ ນັກລົງທືນ ຈີນ ເຂົ້າມາ ລົງທຶນ ດ້ານນີ້ ຖືວ່າ ສຳຄັນ ຕໍ່ ການພັທນາ ການ ທ່ອງທ່ຽວ ໃນແຂວງ ສ່ວນໃຫຍ່ ກຸ່ມດັ່ງ ກ່າວ ຈະເຂົ້າມາ ລົງທຶນ ສ້າງ ໂຮງ ແຮມ ຫລາຍ ກວ່າຫມູ່ ສ່ວນ ຣິຊອດ ນັ້ນມີ 3 ແຫ່ງ ແລະ ບໍຣິສັດ ນຳທ່ຽວ ມີ 3 ຫາ 4 ແຫ່ງ ນອກຈາກ ກຸ່ມ ນີ້ແລ້ວ ກໍຍັງມີ ນັກລົງທຶນ ຈີນ ກຸ່ມອື່ນໆ ອີກ ຢາກມາ ລົງທຶນ ໃນຂແນງ ການ ທ່ອງທ່ຽວ ໃນແຂວງ ຫລວງ ພຣະບາງ ແຕ່ຍັງບໍ່ ສະແດງ ເຈດຈຳນົງ ເທື່ອ ທາງການ ແຂວງ ກໍຍິນດີ ເປີດຮັບ ເພີ້ມຕື່ມ ຖ້າຂະເຈົ້າ ສົນໃຈ.
ສື່ມວນຊົນ ພາກຣັດ ສປປລາວ ຣາຍງານວ່າ ປັດຈຸບັນ ມີ ນັກທ່ອງທ່ຽວ ເຂົ້າມາ ທ່ຽວ ສປປ ລາວ ເພີ້ມຂື້ນ ຈາກ 1 ລ້ານ ຄົນ ໃນປີ 2010 ມາເປັນ 2 ລ້ານກວ່າ ຄົນ ໃນປີ 2013 ຍ້ອນຈີນ ມີຊາຍແດນ ຕິດກັບ ລາວ ໄປມາ ສະດວກ. ກຸ່ມດັ່ງກ່າວ ຫລາຍຄົນ ກໍສົນໃຈ ຢາກມາ ລົງທຶນ ໃນລາວ.