ພັຍຂົ່ມຂູ່ ຕໍ່ ແມ່ນ້ຳຂອງ

ການລົງທຶນ ຂອງ ບໍຣິສັດ ມາເລເຊັຽ Mega-First ເປັນ ພັຍ ຂົ່ມຂູ່ ຕໍ່ ແມ່ນ້ຳຂອງ ໃນ ອະນາຄົດ.

ກອງປະຊຸມ ບັນຫາ ຄວາມຂ້ອງໃຈ ຂອງ ມວນຊົນ ກ່ຽວກັບໂຄງການ ສ້າງເຂື່ອນ ດອນສະໂຮງ ວັນທີ 12 ທັນວາ 2014 ທີ່ ເມືອງປາກເຊ ແຂວງ ຈໍາແາສັກ RFA

ໂຄງການ ລົງທຶນ ຂອງ ຕ່າງ ປະເທສ ຫລາຍ ໂຄງການ ທີ່ ມີ ຄວາມສ່ຽງ ສູງ, ໄດ້ ເຮັດໃຫ້ ມີຄວາມ ກັງວົນ ເພິ່ມຂຶ້ນ ຕໍ່ ກິຈກັມ ໃນ ເຂດ ລຸ່ມ ແມ່ນ້ຳຂອງ. ບໍຣິສັດ Mega-First Berhad ຂອງ ມາເລເຊັຽ ມີ ແນວ ໂນ້ມ ທີ່ ຈະຖືກ ໂຈມຕີ ຢູ່ ໃນ ກອງປະຊຸມ ໃຫຍ່ ປະຈຳ ປີ ໃນ ວັນທີ 22 ພຶສພາ 2015, ໃນ ຂນະທີ່ ບໍຣິສັດ ດັ່ງກ່າວ ປະເຊີນ ກັບ ການ ວິພາກ ວິຈານ ຫຼາຍຂຶ້ນ ກ່ຽວກັບ ເຣຶ່ອງ ເຂື່ອນ ດອນ ສະໂຮງ, ຊຶ່ງ ມີແຜນ ສ້າງ ໃສ່ ແມ່ນ້ຳຂອງ ໃນເຂດ ຂອງລາວ ທີ່ ມີການ ຂັດແຍ່ງ ກັນ.

ບໍຣິສັດ Mega-First ຂອງ ມາເລເຊັຽ ທີ່ ເປັນ ຜູ້ສ້າງ ໂຄງການ ນີ້ ໄດ້ ຊຸກຍູ້, ໃຫ້ ມີການ ປະຕິບັດ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ຊຶ່ງ ເປັນເຂື່ອນ ແຫ່ງ ທີສອງ ທີ່ ຈະສ້າງ ໃສ່ ແມ່ນ້ຳຂອງ, ເຖິງ ຈະມີການ ຕໍ່ຕ້ານ ຈາກ ຣັຖບາລ ກຳພູຊາ, ໄທ ແລະ ວຽດນາມ ທີ່ ຮຽກຮ້ອງ ໃຫ້ ມີ ການ ສຶກສາ ເຖິງ ຜົລກະທົບ ຂອງ ໂຄງການ ນັ້ນ ອີກຕື່ມ.

ທີ່ຕັ້ງ ຂອງ ເຂື່ອນ ດອນ ສະໂຮງ ແມ່ນ ຢູ່ ສີພັນດອນ ແຂວງ ຈຳປາສັກ ພາກໃຕ້ ຂອງລາວ, ຊຶ່ງ ເປັນບ່ອນ ດຽວ ຂອງ ຣະບົບນິເວດ ທີ່ ອຸດົມ ສົມບູນ ຂອງ ແມ່ນ້ຳຂອງ. ເຂດ ດັ່ງກ່າວ ມີ ຊື່ສຽງ ໃນດ້ານ ການ ປະມົງ ທີ່ ອຸດົມ ໄປດ້ວຍ ໝູ່ປາ ຫລາຍ ກວ່າ 200 ຊນິດ, ຊຶ່ງ ເປັນ ອາຫານ ຫຼັກ ສຳລັບ ການ ດຳຣົງ ຊີວິດ ຂອງ ຊຸມຊົນ ໃນ ທ້ອງຖິ່ນ ນັ້ນ. ຫາກ ມີການ ສ້າງ ເຂື່ອນ ໃສ່ ກໍຈະຕັນ ຮູ ປາ ຂຶ້ນ-ລ່ອງ ອັນ ຈະເປັນ ຜົລ ເສັຽຫາຍ ທີ່ ຈະປ່ຽນແປງ ຄືນມາ ບໍ່ໄດ້, ໃນ ເຣຶ່ອງ ຄວາມ ໝັ້ນຄົງ ຂອງ ອາຫານ ແລະ ວິຖີ ຊີວິດ ຂອງ ປະຊາຊົນ ຫລາຍ ລ້ານ ຄົນ, ທີ່ ຢູ່ໃນ ຂົງເຂດ ແມ່ນ້ຳຂອງ ຕອນລຸ່ມ.

ປະຊາຊົນ ໄທ, ກຳພູຊາ ແລະ ວຽດນາມ, ຄັດຄ້ານ ໂຄງການ ນັ້ນ ຢ່າງ ເປີດເຜີຍ ແລະ ຮຽກຮ້ອງ ໃຫ້ ບໍຣິສັດ Mega-First ຢຸດເຊົາ ການ ກໍ່ສ້າງ ໂດຍໄດ້ ຂຽນ ຈົດໝາຍ ຮ້ອງຮຽນ ແລະ ປະທ້ວງ ຢ່າງ ສັນຕິ. ກອງທຶນ ສັດປ່າ ໂລກ ໄດ້ ຈັດຕັ້ງ ເອົາ ລາຍເຊັນ ທີ່ ມີ ຫາຍກວ່າ 50,000 ຄົນ ລົງນາມ, ແລະ ໄດ້ ສົ່ງໄປ ໃຫ້ ປະທານ ບໍຣິຫານ ຂອງ ບໍຣິສັດ Mega-First, ໂດຍ ຮຽກຮ້ອງ ໃຫ້ ທ່ານ ຢຸດເຊົາ ໂຄງການ ນັ້ນ.

ເຖິງຢ່າງໃດ ກໍຕາມ ມາຮອດ ປັດຈຸບັນ ຄວາມ ກັງວົນ ຂອງ ປະຊາຊົນ ກໍຍັງ ເພິ່ມຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org