ແຫຼ່ງທ່ອງທ່ຽວ ພ້ອມຕ້ອນຮັບ ນັກທ່ອງທ່ຽວ ຊາວຈີນແລ້ວ

ພາຍຫຼັງທີ່ຈີນ ໄດ້ເປີດປະເທດ ຢ່າງເປັນທາງການ ໃນວັນທີ 8 ມົກກະຣາ 2023 ທີ່ຜ່ານມາ ຫຼາຍພາກສ່ວນຂອງລາວ ກໍໄດ້ມີການຕຣຽມຄວາມພ້ອມ ດ້ານຕ່າງໆ ເພື່ອຕ້ອນຮັບ ນັກທ່ອງທ່ຽວຈີນ ທີ່ຈະເຂົ້າມາທ່ຽວໃນປະເທດລາວ ຫຼາຍຂຶ້ນ.

ປະຕູໄຊ ນະຄອນຫຼວງວຽງຈັນ, ວັນທີ 14 ມົກກະຣາ 2023. ຮູບພາບໂດຍ: ນັກຂ່າວ ພົລເມືອງ

ພາຍຫຼັງທີ່ຈີນ ໄດ້ເປີດປະເທດຢ່າງເປັນທາງການ ໃນວັນທີ 8 ມົກກະຣາ 2023 ທີ່ຜ່ານມາ ຫຼາຍພາກສ່ວນ ກໍໄດ້ມີການຕຣຽມຄວາມພ້ອມ ໃນການຕ້ອນຮັບ ນັກທ່ອງທ່ຽວຈີນ ທີ່ໃນຕໍ່ໜ້າຈະຫຼັ່ງໄຫຼເຂົ້າມາທ່ຽວໃນລາວຫຼາຍຂຶ້ນ; ເປັນຕົ້ນ ແຂວງຫຼວງນໍ້າທາ ເຊິ່ງເປັນແຂວງ ທີ່ມີຊາຍແດນຕິດກັບ ປະເທດຈີນ ໄດ້ມີການກະຕຣຽມ ຄວາມພ້ອມໄວ້ຫຼາຍຢ່າງ ທັງການປັບປຸງສະຖານທີ່ ທ່ອງທ່ຽວຕ່າງໆ ໃນເຂດເສຖກິຈພິເສດບໍ່ເຕັນ ແລະໃນແຂວງຫຼວງນໍ້າທາ ຮວມໄປເຖິງ ການປັບປຸງພື້ນຖານ ໂຄງຮ່າງເຮືອນພັກ, ໂຮງແຮມ, ຮ້ານອາຫານ ໃຫ້ມີຄວາມສະອາດ ທັງຍັງປັບປຸງ ສະຖານທີ່ຈອດເຮືອ ຢູ່ອ່າງນໍ້າຫົວນໍ້າທົ່ງ ແລະປັບປຸງຖນົນຫົນທາງ ຈາກດ່ານບໍ່ເຕັນ ຫາແຂວງຫຼວງນໍ້າທາ.

ສ່ວນແຂວງຫຼວງພຣະບາງ ຊຶ່ງເປັນເມືອງມໍຣະດົກໂລກ ທີ່ນັກທ່ອງທ່ຽວສົນໃຈຢາກມາທ່ຽວ ກໍມີການຕຣຽມຄວາມພ້ອມ ເໝືອນກັນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ 18 ມົກກະຣາ ນີ້ວ່າ:

“ພວກເຮົາຈະເຣີ່ມ ພັທນາແຫຼ່ງທ່ອງທ່ຽວ ຈຸດນຶ່ງຫັ້ນແມ່ນຢູ່ບໍ່ເຕັນເນາະ ທີ່ວ່າພວກເຮົາເຄີຍພັທນາມາແລ້ວ ແຕ່ວ່າຖືກໂຄວິດ ເຊັ່ນວ່າ ສະຖານທີ່ທ່ອງທ່ຽວທັມມະຊາຕ ແລ້ວກະທາງໂຮງແຮມ ຮ້ານອາຫານຕ່າງໆນີ້ ກໍໄດ້ປັບປຸງຄືນໃໝ່ ໝົດຫັ້ນແຫຼະ ເສັ້ນທາງມາຈາກດ່ານບໍ່ເຕັນ ມາຮອດຫຼວງນໍ້າທານີ້ ເປັນຂຸມເປັນຫຍັງ ພວກເຮົາກໍໄດ້ປັບປຸງຄືນ ແຕ່ວ່າມັນກໍຍັງຫຍຸ້ງຍາກ ໜ້ອຍນຶ່ງຫັ້ນນ່າ ເພາະວ່າມີຣົຖບັນທຸກໄປຫຼາຍເດ້.”

ທ່ານກ່າວຕື່ມວ່າ ນອກຈາກນີ້ ຍັງໄດ້ແນະນໍາໃຫ້ຜູ້ປະກອບການ ດ້ານການທ່ອງທ່ຽວ ອົບຮົມພະນັກງານຂອງຕົນເອງ ເພື່ອຕ້ອນຮັບນັກທ່ອງທ່ຽວ ຮວມໄປເຖິງການຮຽນຮູ້ພາສາຈີນ, ການປຸງແຕ່ງອາຫານຈີນ, ຜລິຕພັນຂອງທີ່ຣະນຶກ ການໂຄສະນາ ຕິດປ້າຍແຫຼ່ງທ່ອງທ່ຽວ ທີ່ຢູ່ໃນສະຖານທີ່ຕ່າງໆນໍາດ້ວຍ.

ສ່ວນຢູ່ດ່ານບໍ່ເຕັນ ເຈົ້າໜາທີ່ ບໍ່ໄດ້ມີການກວດກາ ເຊື້ອໂຄວິດ-19 ກັບຄົນຈີນ ທີ່ຈະເຂົ້າມາລາວແລ້ວ  ເພາະທາງການລາວ ແລະທາງການຈີນ ຕົກລົງເຫັນດີຮ່ວມກັນແລ້ວ ຖ້າຫາກຄົນຈີນ ມີເອກກະສານຖືກຕ້ອງ ກໍສາມາດເຂົ້າມາລາວໄດ້ເລີຍ ເຊິ່ງຖືວ່າເປັນການ ອໍານວຍຄວາມສະດວກ ໃຫ້ແກ່ຄົນຈີນ ແລະຄົນລາວ ເຂົ້າ-ອອກ ໄດ້ງ່າຍຂຶ້ນ:

“ໂຕນີ້ເພິ່ນຂຶ້ນກັບຣັຖບານ ເພິ່ນປະເມີນແລ້ວຫັ້ນນ່າ ກໍເຫັນດີໃຫ້ເປີດດ່ານເນາະ ກໍໜ້າຈະບໍ່ມີບັນຫາຫຍັງ ເພາະວ່າຣັຖບານ ຄະນະສະເພາະກິຈ ຂອງພວກເຮົາຫັ້ນປະເມີນ ເຫັນດີນໍາເພິ່ນແລ້ວ ພວກເຮົາຈັ່ງເປີດຫັ້ນນ່າ ທາງຈີນເພິ່ນອະນຸມັດ ທາງພຸ້ນມາແລ້ວ ກະເອກກະສານຖືກຕ້ອງເນາະ ແມ່ນຫຍັງຕ່າງໆ ກໍໃຫ້ເຂົ້າໝົດເລີຍ.”

ຂະນະທີ່ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍໄດ້ມີການຕຣຽມຄວາມພ້ອມ ສໍາລັບນັກທ່ອງທ່ຽວຈີນແລ້ວເຊັ່ນກັນ ໂດຍສະເພາະ ເຣື່ອງການບໍຣິການ ກໍເນັ້ນໃຫ້ຜູ້ປະກອບການດ້ານການທ່ອງທ່ຽວ ມີການປັບປຸງໂຄງຮ່າງພື້ນຖານ ເຮືອນພັກ, ຮ້ານອາຫານ ແລະການບໍຣິການຕ່າງໆ ໃຫ້ມີຄວາມພ້ອມ ເນື່ອງຈາກວ່າໃນຕໍ່ໜ້າ ຈະມີນັກທ່ອງທ່ຽວຈີນ ເຂົ້າມາຫຼາຍ ນອກຈາກນີ້ ກໍໄດ້ມີການປັບປຸງເສັ້ນທາງ ສະຖານທີ່ທ່ອງທ່ຽວ ຕ່າງໆນໍາດ້ວຍ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນເມືອງວັງວຽງ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ພວກເຮົາກໍໄດ້ມີການກະຕຣຽມ ຜູ້ປະກອບການ ທັງພາກຣັຖຂອງເຮົາຫັ້ນແຫຼະ ສະຖານທີ່ທ່ອງທ່ຽວ ສະຖານທີ່ພັກເຊົາ ເວົ້າເຣື່ອງອາຫານການກິນ ຫັ້ນແຫຼະະເນາະ ສະຖານທີ່ໃຫ້ມັນມີຄວາມສະອາດ ງົດງາມ ທາງເຂົ້າໄປສະຖານທີ່ທ່ອງທ່ຽວ ພວກເຮົາກໍກໍາລັງປັບປຸງຢູ່ ຄືທາງໄປແກ້ງຍຸຍ ພວກເຮົາກໍເຮັດທາງເບຕົ້ງ ຖືວ່າໃກ້ຈະສໍາເຣັດແລ້ວເນາະ ກໍມີຄວາມພ້ອມທີ່ຢູ່ໃນລະດັບ ທີ່ພວກເຮົາສາມາດຮອງຮັບໄດ້ຫັ້ນແຫຼະເນາະ.”

ຢ່າງໃດກໍຕາມ ໄລຍະນີ້ ນັກທ່ອງທ່ຽວຈີນ ຍັງບໍ່ຄ່ອຍຫຼັ່ງໄຫຼເຂົ້າມາທ່ຽວລາວ ຫຼາຍປານໃດ ແຕ່ບັນດາຜູ້ປະກອບການ ດ້ານການທ່ອງທ່ຽວຕ່່າງໆ ກໍໄດ້ມີການຕຣຽມຄວາມພ້ອມ ໄວ້ແລ້ວເຊັ່ນກັນ ເພາະບໍ່ໄດ້ລໍຖ້າແຕ່ນັກທ່ອງທ່ຽວຈີນ ຍັງມີນັກທ່ອງທ່ຽວຊາຕອື່ນໆ ເຂົ້າມາທ່ຽວຢູ່ຕໍ່ເນື່ອງ ການຕຣຽມຫ້ອງພັກ, ການປຸງແຕ່ງອາຫານ, ການຝຶກອົບຮົມພະນັກງານ ກໍມີຄວາມພ້ອມຢູ່ແລ້ວ ແລະຜູ້ປະກອບການດ້ານການທ່ອງທ່ຽວຫຼາຍຄົນ ບໍ່ໄດ້ມີຄວາມກັງວົນໃຈ ເຊິ່ງຫຼາຍຄົນເຫັນວ່າ ເປັນເຣື່ອງດີຫຼາຍກວ່າ ເພາະບັນດາຜູ້ປະກອບການ ດ້ານການທ່ອງທ່ຽວ ກໍຈະໄດ້ມີລາຍຮັບເພີ່ມຂຶ້ນ.

ດັ່ງຜູ້ປະກອບການ ເຮືອນພັກ ໃນແຂວງຫຼວງນໍ້າທາ ທ່ານນຶ່ງກ່າວວ່າ:

“ຜ່ານມາເຮົາກໍເປັນຫ່ວງ ເພາະວ່າ ເຮົາກໍຝຶກພະນັກງານເຮົາ ຕຣຽມຄວາມພ້ອມຕລອດ ເຣື່ອງເງື່ອນໄຂເຂົ້າມາ ແມ່ນດີເນາະ ເພາະວ່າ ຢ່າງໜ້ອຍກະ ແຕ່ລະບ່ອນກໍມີຣາຍຮັບເຂົ້ານີ້.”

ພ້ອມດຽວກັນນີ້ ເຈົ້າຂອງເຮືອນພັກ ໃນເມືອງວັງວຽງ ທ່ານນຶ່ງກໍກ່າວວ່າ ປັດຈຸບັນ ຍັງບໍ່ຄ່ອຍມີຄົນຈີນ ເຂົ້າມາທ່ຽວວັງວຽງຫຼາຍປານໃດ ມີແຕ່ຄົນຈີນທີ່ອາສັຍ ຢູ່ພາຍໃນເມືອງນີ້ເທົ່ານັ້ນ ແຕ່ຖ້າໃນຕໍ່ໜ້າ ຄົນຈີນຫຼັ່ງໄຫຼເຂົ້າມາທ່ຽວລາວເພີ່ມຂຶ້ນ ທ່ານເອງບໍ່ໄດ້ມີຄວາມກັງວົນ ແຕ່ຢ່າງໃດ ເພາະຕຣຽມຄວາມພ້ອມ ຕລອດ ແລະຍັງມີນັກທ່ອງທ່ຽວຊາຕອື່ນ ເຂົາມາທ່ຽວວັງວຽງຕໍ່ເນື່ອງ ເຊິ່ງລາວເຫັນວ່າ ຖ້າຫາຄົນຈີນເຂົ້າມາທ່ຽວລາວ ກໍເປັນເຣື່ອງດີ ຈະໄດ້ມີຣາຍໄດ້ເພີ່ມຂຶ້ນ ເພາະການເຮັດທຸຣະກິຈ ທ່ອງທ່ຽວ ຕ້ອງການລູກຄ້າຫຼາຍຢູ່ແລ້ວ ແລະຄົນຈີນ ບໍ່ໄດ້ນິສັຍເສັຍຄືກັນໝົດທຸກຄົນ ເປັນພຽງບາງບຸກຄົນເທົ່ານັ້ນ:

“ອັນນີ້ ກໍຈະມີສ່ວນໜ້ອຍ ບາງຄົນຊິ ບໍ່ເຂົ້າໃຈພາສາລາວ ມັນແຕກຕ່າງກັັນ ບາງທີກະມາເຫັນແລ້ວກໍບໍ່ມັກ ຖ້າມີລູກຄ້າມາພັກຫຼາຍໆກໍດີຢູ່ ເພາະວ່າ ທຸຣະກິຈ ກໍຕ້ອງການລູກຄ້າໃຫ້ໄດ້ຫຼາຍໆ.”

ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນເມືອງວັງວຽງ ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ກ່າວວ່າ ໃນປັດຈຸບັນນີ້ ນັກທ່ອງທ່ຽວຈີນ ຍັງບໍ່ຄ່ອຍເຂົ້າມາທ່ຽວລາວຫຼາຍປານໃດ ສ່ວນໃຫຍ່ມີແຕ່ຊາວຕ່າງປະເທດ ເປັນຕົ້ນວ່າ ຝຣັ່ງ, ອັງກິດ, ເກົາຫລີໃຕ້ ແລະຊາວໄທຍ ໄດ້ເດີນທາງເຂົ້າມາທ່ຽວຫຼາຍກວ່າຄົນຈີນ ແຕ່ໃນຕໍ່ໜ້າ ຄາດວ່າ ຄົນຈີນ ຈະເຂົ້າມາທ່ຽວຫຼາຍຂຶ້ນແນ່ນອນ ເນື່ອງຈາກ ບໍ່ໄດ້ມີເງືື່ອນໄຂຫຍຸ້ງຍາກ ໃນການເດີນທາງແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org