ລາວຍັງປະເຊີນກັບ ນ້ຳມັນກາຊວນ ຂາດແຄນ

ສປປ ລາວ ຍັງປະເຊີນກັບບັນຫາ ການຂາດແຄນ ນ້ຳມັນກາຊວນ ເຖິງແມ່ນວ່າພາກຣັຖ ແລະຜູ້ນໍາເຂົ້ານ້ຳມັນກາຊວນ ກໍາລັງເລັ່ງແຈກຢາຍນ້ຳມັນແລ້ວກໍຕາມ, ຂະນະທີ່ ຄົນລາວຈໍານວນນຶ່ງ ຕ້ອງນຳຣົຖໄປຕື່ມນ້ຳມັນກາຊວນ ຢູ່ປະເທດໄທຍແທນ.

ປ້ຳນ້ຳມັນ ປຕທ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ຂຶ້ນປ້າຍບອກລູກຄ້າວ່າ ນ້ຳມັນກາຊວນໝົດແລ້ວ. ວັນທີ 24 ມົກກະຣາ 2024. RFA

ໃນໄລຍະສັປດານີ້, ທົ່ວປະເທດ ຍັງປະເຊີນກັບບັນຫາ ການຂາດແຄນ ນ້ຳມັນກາຊວນ ເຖິງແມ່ນວ່າພາກຣັຖ ແລະຜູ້ນໍາເຂົ້ານ້ຳມັນກາຊວນ ກໍາລັງເລັ່ງແຈກຢາຍ ນ້ຳມັນກາຊວນໄປຕາມປ້ຳນ້ຳມັນເຊື້ອເພີງຕ່າງໆ ແລ້ວກໍຕາມ, ແຕ່ກໍຍັງມີມີຜູ້ໃຊ້ຣົຖຈໍານວນນຶ່ງ ຕ້ອງໄດ້ລຽນຄິວຕື່ມນ້ຳມັນກາຊວນ ຢູ່ໜ້າປ້ຳນ້ຳມັນຫຼາຍແຫ່ງ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ. ລວມທັງນຳຣົຖຂ້າມໄປຕື່ມຢູ່ໄທຍນຳດ້ວຍ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຊາວບ້ານ ຢູ່ເມືອງທຸລະຄົມແຂວງວຽງຈັນ. ທ່ານ ກ່າວວ່າ ນ້ຳມັນກາຊວນຢູ່ເມືອງທຸລະຄົມ ຍັງບໍ່ມີຈຳໜ່າຍທຸກປ້ຳ. ບາງຄົນກໍໄປລຽນຄິວລໍຖ້າຕື່ມນ້ຳມັນແລ້ວນ້ຳມັນໝົດກ່ອນ ໄດ້ຕື່ມຕ້ອງໄດ້ດູດນ້ຳມັນຈາກຣົຖຄັນອື່ນມາໃສ່ຊົ່ວຄາວ.

ດັ່ງທີ່ທ່ານກາວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມົກກະຣາ 2024 ນີ້ວ່າ:

ໂອ້໋! ເຣື່ອງນ້ຳມັນກາຊວນກະມີຕົວະ ມັນຂາດ. ເອີ້! ອັນນີ້ເມືອງທຸຣະຄົມ. ປ້ຳຫວາ! ເມືອງທຸລະຄົມເຮົາໂອ້! ມັນມີ 20 ປາຍກວ່າປ້ຳນ່າຕົວະ ມັນບໍ່ມີນ້ຳມັນ. ແມ່ນຕົວະ, ໂອ້! ຊິໄດ້ໃສ່ບາງເທື່ອກະ ບາງຄົນກະບໍ່ໄດ້ໃສ່ ໝົດກ່ອນກະມີ. ຕອນນີ້ອັ່ນນ່າ ເມືອງທຸຣະຄົມ ເວົ້າເຖິງກາຊວນຫັ້ນຖືວ່າ ໝົດທຸກປ້ຳ.”

ຊາວບ້ານ ອີກຜູ້ນຶ່ງຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນກ່າວວ່າ ທ່ານເອງບໍ່ສາມາດຊອກຫາ ປ້ຳນ້ຳມັນເພື່ອຕື່ມນ້ຳມັນກາຊວນໄດ້ ມາປະມານ 4-5 ມື້ແລ້ວ ຍ້ອນປ້ໍາບໍ່ມີນໍ້າມັນກາຊວນໃຫ້ໃສ່, ແລະໄດ້ເຫັນຂ່າວຣົຖໄປລຽນຄິວ ຕື່ມນ້ຳມັນກາຊວນຕາມສື່ສັງຄົມອ໋ອນລາຍນ໌ ແລ້ວ.

ດັ່ງທີ່ລາວ ກ່າວວ່າ:

ນ້ຳມັນກາຊວນບໍ່! ແມ່ນ (ຂາດແຄນແທ້). ດຽວນີ້ຢູ່ທ່າງ່ອນອ້າຍ. ໂອ້, ກໍສ່ວນຫຼາຍ ກໍເຕີມນຳປ້ຳທົ່ວໄປນີ້ແຫຼະ. ໂອ້, ຫຼາຍມື້ລະ ປະມານ 4-5 ມື້ນີ້ຫຼະ ຢູ່ວຽງນ່າ. ເຫັນແຕ່ລົງຄຼິບລົງຫຍັງຫັ້ນແຫຼະ ໄດ້ລຽນຄິວວ່າຊັ້ນ.”

ທີ່ຜ່ານມາ, ທາງສະມາຄົມນ້ຳມັນເຊື້ອເພີງ ແລະອາຍແກັສລາວ ໄດ້ອອກບົດຖແລງຊີ້ແຈງ ສາເຫດການຂາດແຄນນ້ຳມັນ ກາຊວນເທື່ອນີ້ວ່າ ຍ້ອນມີການປິດປັບປຸງ ສາຍການຜລິດນ້ຳມັນ ຢູ່ໂຮງກັ່ນນ້ຳມັນຂອງໄທຍ. ໂດຍສຳນັກຂ່າວໄທຍຣັຖ ຂອງໄທຍ ລະບຸຂໍ້ມູນຕຶ່ມວ່າ ການປັບປຸງສ້ອມແປງ ໜ່ວຍກັ່ນນ້ຳມັນດິບທີ 3 ຂອງໂຮງງານກັ່ນນ້ຳມັນ ບໍຣິສັດ ໄທຍອອຍລ໌ (Thai Oil) ຢູ່ແຂວງຊົນບູຣີ ປະເທດໄທຍ ສົ່ງຜົລກະທົບໃຫ້ ກຳລັງການຜລິດນ້ຳມັນ ກາຊວນຫຼຸດລົງ ເຖິງ 240 ລ້ານລິດ, ທາງການໄທຍ ຈຶ່ງໄດ້ຫ້າມການສົ່ງອອກນ້ຳມັນ ກາຊວນ ຍົກເວັ້ນກໍຣະນີຈຳເປັນ ຕາມສັນຍາເພື່ອຮັກສາລະດັບ ປະຣິມານນ້ຳມັນໃຫ້ພຽງພໍ ຕໍ່ການຊົມໃຊ້ ພາຍໃນປະເທດໄທຍ.

ດ້ວຍສາເຫດດັ່ງກ່າວ, ເຮັດໃຫ້ລາຄານ້ຳມັນເຊື້ອເພີງ ຢູ່ລາວ ປັບເພີ່ມຂຶ້ນຕໍ່ເນື່ອງ 3 ເທື່ອ ໃນໄລຍະເດືອນມົກກະຣານີ້ ໂດຍນ້ຳມັນກາຊວນປັບຂຶ້ນລວມ 1,240 ກີບຕໍ່ລິດຂະນະທີ່ ນ້ຳມັນແອັດຊັງພິເສດ 95 ປັບຂຶ້ນລວມ 1,380 ກີບຕໍ່ລິດ ແລະ ນໍ້າມັນແອັດຊັງທັມມະດາ 91 ປັນຂຶ້ນລວມ 850 ກີບຕໍ່ລິດ.

ທັງນີິ້, ທາງຣັຖວິສາຫະກິຈ ນ້ຳມັນເຊື້ອໄຟລາວ ໄດ້ອອກປະກາດໃນມື້ວັນທີ 24 ມົກກະຣານີ້ວ່າ ມື້ນີ້, ມີປ້ຳນ້ຳມັນ ໂຕແບບຂອງຣັຖວິສາຫະກິຈດັ່ງກ່າວ ຈຳນວນ 4 ປ້ຳ ຢູ່ນະຄອນຫຼວງວຽງຈັນ ທີ່ຍັງມີນ້ຳມັນກາຊວນໃຫ້ບໍຣິການ ຕາມປົກກະຕິປະກອບມີ ປໍ້າສິວິໄລ ບ້ານສິວິໄລ ເມືອງໄຊທານີ, ປໍ້າແສງສະຫວ່າງ ບ້ານດົງຈອງ ເມືອງໄຊເສດຖາ, ປ້ຳໂພນສະອາດ ບ້ານໂພນສະອາດ ເມືອງໄຊເສດຖາ ແລະປ້ຳຈອມທອງ ບ້ານສວນມອນ ເມືອງສີສັດຕະນາກ. ໂດຍແຕ່ລະມື້ ອາດມີການປ່ຽນແປງ ແລະທາງຣັຖວິສາຫະກິຈ ກຳລັງດຳເນີນການນຳເຂົ້າ ຢ່າງຕໍ່ເນື່ອງ.

ຂະນະທີ່ເຈົ້າຂອງປ້ຳນ້ຳມັນ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າມື້ນີ້ຍັງມີຣົຖມາລຽນຄິວຕື່ມນ້ຳມັນກາຊວນ ຢູ່ເປັນຈຳນວນຫຼາຍສົມຄວນ ໂດຍທີ່ປ້ຳຂອງລາວຍັງມີນ້ຳມັນກາຊວນ ພ້ອມຈຳໜ່າຍຢູປະມານ 10,000 ລິດ ຊຶ່ງຄາດວ່ານ້ຳມັນກາຊວນ ໜ້າຈະໝົດປ້ຳພາຍໃນເວລາ ປະມານ 14 ໂມງ ຫາ 15 ໂມງແລງນີ້.

ດັ່ງທີ່ລາວ ກ່າວວ່າ:

ເຈົ້າໆ ມີໆ. ໂອ້, ຫຼາຍເຕີບ ຄິວຍາວເຕີບ. ປະມານ 10 ນາທີ, 10 ປາຍນາທີນີ້ກະໄດ້ລະ. ນ້ຳມັນຍັງເຫຼືອປະມານ 10,000 (ລິດ) ອາດຈະບໍ່ຮອດຄ່ຳ ປະມານ 2-3 ໂມງນີ້ກະໝົດລະເດ້.”

ທາງດ້ານ ເຈົ້າໜ້າທີ່ບໍຣິສັດນ້ຳມັນເຊື້ອເພີງ ຍານາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ, ໃນມື້ນີ້ ທາງບໍຣິສັດ ໄດ້ທະຍອຍຈ່າຍນ້ຳມັນກາຊວນ ປ້ຳລະ 4,000 ລິດ ທົ່ວນະຄອນຫຼວງວຽງຈັນ ແຕ່ກໍຄາດວ່າ ໜ້າຈະໃຊ້ເວລາຂາຍແຕ່ພຽງ 2 ຊົ່ວໂມງ ກໍໝົດແລ້ວ.

ດັ່ງທີ່ຍານາງ ກ່າວວ່າ:

ກາຊວນ, ມື້ນີ້ມີທະຍອຍຈ່າຍໄປປ້ຳລະ 4,000 (ລິດ) ທົ່ວນະຄອນຫຼວງ 21 ປ້ຳ. ຄັນແມ່ນຕອນນີ້ຫັ້ນແມ່ນໂພນຕ້ອງກະໄດ້ເຈົ້າກັບໜອງແຕ່ງ (ທີ່ມີນ້ຳມັນກາຊວນຂາຍ). ມັນໆຈະທະຍອຍໄປນ່າແຕ່ວ່າຕອນນີ້ຫັ້ນລົງນ້ຳມັນບໍ່ທັນແລ້ວເທື່ອ. ຊ່ວງ 10 ໂມງຂຶ້ນໄປນີ້ເນາະ ເຮົາຈະທະຍອຍຈ່າຍໄປປ້ຳລະ 4,000 (ລິດ) ໝາຍຄວາມວ່າ ຣົຖມັນຈະພ້ອມກັນໄປເນາະ ສົມມຸດວ່າ ລົງວຽງຈະເລີນແລ້ວເນາະ ຈະລົງກິ່ງນະຄອນເນາະ ປ້ຳລະ 4,000 ແຕ່ວ່າສ່ວນຫຼາຍນ່າ ກາຊວນຫັ້ນ ຂາຍປະມານ 2 ຊົ່ວໂມງມັນກະໜ້າຈະໝົດແລ້ວຫັ້ນນ່າ.”

ຊາວລາວຈໍານວນຫຼາຍ ທີ່ສາມາດຂັບຣົຖຂ້າມໄປປະເທດໄທຍ ໄປຕື່ມນ້ຳມັນກາຊວນ ຢູ່ໄທຍນຳດ້ວຍ ດັ່ງທີ່ພະນັກງານປ້ຳນ້ຳມັນ ນາງນຶ່ງ ຢູ່ແຂວງໜອງຄາຍ ປະເທດໄທຍ ກ່າວວ່າ ມີຣົຖກະບະ ແລະຣົຖຈິບລາວ ເຂົ້າມາຕື່ມນ້ຳມັນ ຢູ່ໃນປ້ຳຂອງນາງ ເປັນຈຳນວນຫຼາຍ ໃນໄລຍະນີ້.

ດັ່ງທີ່ນາງ ກ່າວວ່າ:

(ພາສາໄທຍ) ຫຼາຍນ່າຊ່ວງນີ້. ເພາະວ່າຕັ້ງແຕ່ອາທິດທີ່ແລ້ວ ກໍຮູ້ສຶກຜິດສັງເກດວ່າຣົຖຫຼາຍ. ແລ້ວກໍອາທິດນີ້ຣົຖຍິ່ງຫຼາຍແຮ່ງຂຶ້ນ. ແມ່ນໆ, ຣົຖກະບະເຈົ້າ. ສ່ວນຫຼາຍກໍຣົຖລາວກໍຫຼາຍຢູ່ແລ້ວ ແຕ່ຊ່ວງນີ້ເບິ່ງຄືວ່າມັນຫຼາຍແຮ່ງຂຶ້ນ. ອັນນີ້ມັນກະບໍ່ໄດ້ ສ່ວນຫຼາຍເພິ່ນກະເຕີມເຕັມຖັງຢູ່ແລ້ວ ຄັນຖ້າເປັນຣົຖລາວ. ສ່ວນຫຼາຍກໍຈະເປັນພວກຟໍຈູນເນີ້, ຣົຖວິໂກ້ 4 ປະຕູ. ສ່ວນຫຼາຍຈະເປັນ 4 ປະຕູ.”

ເຈົ້າໜ້າທີ່ກ່ຽວຂ້ອງ ຍານາງນຶ່ງຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວວ່າການນຳເຂົ້ານ້ຳມັນ ຂອງລາວຍັງຄົງສືບຕໍ່ ຕາມປົກກະຕິ ແລະຈະມີການແຈກຢາຍນ້ຳມັນຢ່າງທົ່ວເຖິງ ໃນໄວໆ ນີ້ຕາມ ການປະເມີນປະຣິມານນ້ຳມັນ ຂອງທາງການ.

ດັ່ງທີ່ຍານາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ໂດຍ, ການນຳເຂົ້າເຮົາແມ່ນນຳເຂົ້າປົກກະຕິເຈົ້າ. ໂດຍ, ແມ່ນລະ ເພາະວ່າເພິ່ນຈະຮູ້ຈຳນວນນ້ຳມັນຫັ້ນນ່າວ່າ ແຕ່ລະປ້ຳມີເທົ່າໃດ.”

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດ ຊຶ່ງບໍ່ປະສົງອອກຊື່, ຕໍາແໜ່ງ ແລະສຽງ ກ່າວວ່າທາງການໄທຍໄດ້ມີການປັບປຸງ ໂຄງສ້າງລາຄານ້ຳມັນເທື່ອໃໝ່ ທີ່ອາດສົ່ງຜົລໃຫ້ ທາງການໄທຍຫຼຸດຜ່ອນການສົ່ງອອກ ນ້ຳມັນແກ່ລາວນຳດ້ວຍ ແລະເຮັດໃຫ້ລາວຕ້ອງນຳເຂົ້າ ນ້ຳມັນຈາກວຽດນາມ ຫຼາຍຂຶ້ນ.

ທັງນີ້, ຄວາມຕ້ອງການຊົມໃຊ້ນ້ຳມັນກາຊວນ ຢູ່ປະເທດລາວ ແມ່ນສູງຫຼາຍກວ່ານ້ຳມັນປະເພດອື່ນໆ ຍ້ອນເປັນນ້ຳມັນ ສຳລັບຣົຖບັນທຸກຂົນສົ່ງສິນຄ້າ ທັງຂນາດໃຫຍ່ ແລະນ້ອຍ, ຣົຖເມໂດຍສານ, ຣົຖກະບະ, ຣົຖຈີບ ແລະຣົຖຕູ້. ໂດຍອັດຕຣາການໃຊ້ ນ້ຳມັນກາຊວນ ຂອງລາວ ຢູ່ທີ່ 3.5 ລ້ານລິດຕໍ່ມື້ ແລະນໍ້າມັນແອັດຊັງ ຢູ່ທີ່ 1 ລ້ານລິດຕໍ່ມື້.

ໂດຍໃນປີ 2023 ທີ່ຜ່ານມາ, ລາວນຳເຂົ້ານ້ຳມັນເຊື້ອເພີງທັງໝົດ 1,654 ລ້ານລິດ ປະກອບມີ:

  1. ນ້ຳມັນກາຊວນ ຈຳນວນ 1,259 ລ້ານລິດ, ຄິດໄລ່ເປັນ 76.12% ຫຼືຫຼາຍກວ່າ 3 ໃນ 4 ຂອງນ້ຳມັນເຊື້ອເພີງທັງໝົດ.
  2. ນ້ຳມັນແອັດຊັງທັງປະເພດພິເສດ 95 ແລະປະເພດທັມມະດາ 91 ຈຳນວນ 365 ລ້ານລິດ, ຄິດໄລ່ເປັນ 22.07%.
  3. ນ້ຳມັນປະເພດອື່ນໆ ຈຳນວນ 29.94 ລ້ານລິດ, ຄິດໄລ່ເປັນ 1.81%.
2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org