ເດັກນ້ອຍ, ຊາວໜຸ່ມ ຫຼາຍແສນຄົນ ບໍ່ໄດ້ຮຽນໜັງສື

ຢູ່ສປປລາວ ຍັງມີເດັກນ້ອຍ ແລະ ຊາວໜຸ່ມລາວ 4 ແສນຄົນ ທີ່ບໍ່ໄດ້ເຂົ້າໂຮງຮຽນ ຍ້ອນຄວາມທຸກຍາກ

ເດັກນ້ອຍ ເຂດຊົນນະບົດ ຢູ່ສປປລາວ Citizen Journalist

ການສໍາຣວດ ແລະ ຮິບ​ໂຮມຂໍ້ມູນ ຂອງກະຊວງສຶກສາທິການ ແລະ ກິລາ ໃນໄລຍະ 3 ປີ ຜ່ານມາ ພົບວ່າ ສປປລາວ ມີເດັກນ້ອຍ ແລະ ຊາວໜຸ່ມ ຫຼາຍກ່ວາ 380,000 ຄົນ ທີ່ຍັງບໍ່ໄດ້ເຂົ້າໂຮງຮຽນ ຍ້ອນຄວາມທຸກຍາກ, ບ້ານໃນເຂດພູດອຍ ບໍ່ມີໂຮງຮຽນ ຫຼື ສູນການສອນ ຂັ້ນບ້ານ ຈິ່ງຈໍາເປັນ ຕ້ອງສົ່ງລູກຫລານ ເຂົ້າມາຮຽນ ໃນເມືອງ, ຫົນທາງບໍ່ດີ ຜູ້ມີໂອກາດ ໄປໂຮງຮຽນ ກໍພົບຄວາມຫຍຸ້ງຍາກ, ດັ່ງປະຊາຊົນ ໃນແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນມື້ວັນທີ 15 ກຸມພາ ນີ້ວ່າ:

“ການສັນຈອນ ຢູ່ບ້ານນອກ ກະມີບາງຄົນ ເຂົາລົງໄປ ໃນເມືອງ ເຂົ້າໂຮງຮຽນ ຍາມພັກກັບມາ ວັນເສົາທິດ ກັບມາ ຝົນຕົກ ເຂົາ ກໍບໍ່ຊ່າງໄປ ໂຮງຮຽນ ເປັນອາທິດນື່ງ ສອງອາທິດ ກໍມີ ໄປ-ມາ ກໍມັນລໍາບາກ ການຂີ່ຣົດ ໄປ-ມາ ທາງບໍ່ດີແດ່ ແລະ ກໍມີບາງຄົນເຂົ້າ ເຂົ້າກາງປີອອກມາ ພໍ່ແມ່ ມີບັນຫາເຣື້ອງເງິນທອງ ບໍ່ມີເງິນ ບໍ່ມີຄໍາ ໄດ້ອອກມາກໍມີ.”

ແລະ ດ້ານປະຊາຊົນ ແຂວງສວັນນະເຂດ ກໍໄດ້ເວົ້າສູ່ຟັງວ່າ ການສຶກສາ ເປັນສິ່ງສໍາຄັນ ແຕ່ເພາະທຸກຍາກຂາດເຂີນ ເຮັດໃຫ້ບໍ່ມີໂອກາດ ໄດ້ເຂົ້າໂຮງຮຽນ ດັ່ງທ່ານກ່າວວ່າ:

“ບໍ່ມີການສຶກສາ ກໍຫາງານເຮັດຍາກ ກໍໄດ້ເປັນ ກັມມະກອນ ແຄ່ນັ້ນແຫລະ ບ້ານເຮົາ ມັນກັນດານຫລາຍ ຫມ່ອງກໍບໍ່ມີໃຜໄປຊ່ອຍເຂົາ ຄັນວ່າຊິ ຊ່ອຍກໍຕ້ອງຊ່ອຍ ໃຫ້ເຕັມທີ່ ຊ່ອຍຈົນເຂົາຮຽນຈົບ ປຣິນຍາພຸ້ນ ຕ້ອງຕິດຕາມ ເຂົາຕລອດ ລົງໄປພົບພໍ່ແມ່ ເຂົາແມ່ນບໍ່ລະ ອັນນິໃຫ້ຢູ່ ຂ້ອຍເຄີຍໄດ້ຍິນຢູ່ວ່າ ເຂົາລົງມາໃຫ້ ຊື້ອິຫຍັງໃຫ້ ເຄື່ອງຮຽນນັ້ນແຫລະ ເທື່ອດຽວນັ້ນ ແລະກໍຫາຍຈ້ອຍ ມັນບໍ່ຕິດຕາມ ໃຜຕ້ອງການຮຽນອີຫລີ ລົງມາເທື່ອດຽວ ປ່ອຍເຂົາລະກະແລ້ວ ເຂົາກະໃຈອອກແຫຼະ.”

ແຕ່ເຖິງຢ່າງໃດກໍຕາມ ຮອງຫົວໜ້າ ກົມສຶກສາ ນອກໂຮງຮຽນກະຊວງສຶກສາທິການ ແລະ ກິລາ ກ່າວວ່າ ເພື່ອແກ້ໄຂບັນຫາດັ່ງກ່າວ ອົງກອນຕ່າງປະເທດ ແລະ ພາກຣັຖ ກໍພຍາຍາມ ຊ່ອຍເຫລືອ ເພື່ອເຮັດໃຫ້ເດັກນ້ອຍ ທີ່ຕ້ອງປະລະໂຮງຮຽນ ໃຫ້ຫລຸດລົງກ່ວາ 10%-15% ພາຍໃນ ປີ 2020:

"ກະໃຫ້ຢ່າງນ້ອຍ ກະໃຫ້ເຂົາເຈົ້າຮູ້ ເຖິງໄລ່ເລກເປັນ ອ່ານເປັນ ຂຽນໜັງສືເປັນ ແລ້ວຈາກນັ້ນ ເຂົາເຈົ້າ ກໍຢາກສືບຕໍ່ ໄປຮຽນເອງ ເລີຍພາກັນ ຊ່ອຍກັນເຮັດແນວໃດ ໃຫ້ທຸກຄົນ ປີ 2020 ໃຫ້ມັນໄດ້ຮຽນ ຂັ້ນປະຖົມໝົດ ທຸກໆຄົນ ເຫດຜົນຫລັກໆ ທີ່ອົງການ ຢູເນສໂກມາເຮັດ ແລະ ເຮົາຈະບໍ່ມີ ຫ້ອງຮຽນ ກໍເລີຍເຮັດເປັນ ສູນຮຽນຮູ້ ຊຸມຊົນສອນຕາມນັ້ນ ບ່ອນໃດ ທີ່ມີໂຮງຮຽນ ກໍສອນຢູ່ໃນໂຮງຮຽນ ຖ້າວ່າ ບ່ອນໃດ ທີ່ນັກ ຮຽນບໍ່ໄປໂຮງຮຽນ ເຮົາກໍເອົາຄຣູ ໄປສອນກັບທີ່ເລີຍ.”

ໃນສົກປີຜ່ານມາ ກະຊວງສຶກສາ ຂອງລາວ ຣາຍງານວ່າ ໄດ້ຂຍາຍໂອກາດ ແລະ ຄວາມເທົ່າທຽມກັນ ໂດຍໄດ້ຈັດແບ່ງ ການຮຽນານສອນ ເດັກນ້ອຍ ອາຍຸ 6-14 ປີ ໄດ້ເຂົ້າຮຽນ ຈໍານວນ 4,819 ຄົນ, ເປັນເພດຍິງ 2,131 ຄົນ ໃນ 10 ແຂວງ ແລະໄດ້ຈັດຕັ້ງ ການຮຽນການ ສອນໃຫ້ຊາວໜຸ່ມ ແລະ ຜູ້ໃຫຍ່ ອາຍຸ 14-40 ປີ ໄດ້ເຂົ້າໂຮງຮຽນ ຈໍານວນ 19,000 ຄົນ ເປັນເພດຍິງ 10,000 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org