ທ.ໂບ່ຍ ຖືກຄຸກກິນບໍ່ອີ່ມ ພີ່ນ້ອງ ບໍ່ໃຫ້ຢ້ຽມ
ທ້າວ ໂບ່ຍ ຊາວບ້ານ ບ້ານຊຽງດາ ນະຄອນຫລວງວຽງຈັນ ທີ່ຖືກຈັບ ຂັງຄຸກ ມາເກືອບ 3 ເດືອນ ບໍ່ໄດ້ກິນ ເຂົ້າອີ່ມ ແລະ ຍັງບໍ່ໃຫ້ ຄອບຄົວ ເຂົ້າຢ້ຽມ
-
ມະນີຈັນ
2020-06-12 -
-
-
Your browser doesn’t support HTML5 audio
ນັບຕັ້ງແຕ່ເດືອນມີນາມາ, ກໍເກືອບ 3 ເດືອນແລ້ວທີ່ ທ້າວ ໂບ່ຍ ຊາວບ້ານ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຖືກຈັບ ຍ້ອນກໍຣະນີຂໍ້ຂັດແຍ້ງ ໃນເຣຶ່ອງທີ່ດິນ ກັບໂຄງການກໍ່ສ້າງ ວິທຍາລັຍ ວິທຍາສາຕ ສຸຂພາບ ຢູ່ເຂດບ້ານດັ່ງກ່າວ ແລະ ມາຮອດດຽວນີ້ ກໍຍັງຖືກຂັງຄຸກຢູ່.
ມາເຖິງປັດຈຸບັນ, ທາງຄອບຄົວຂອງ ທ້າວ ໂບ່ຍ ໄດ້ຮັບຂ່າວຈາກຄົນຮູ້ຈັກ ທີ່ພົວພັນກັບຄ້າຍຄຸມຂັງ ເມືອງໄຊເສດຖາ ວ່າລາວກິນເຂົ້າບໍ່ອີ່ມ ແລະຢາກໃຫ້ສົ່ງເຂົ້າໃຫ້ກິນຫຼາຍໆແດ່, ອີງຕາມຄວາມເວົ້າ ຂອງ ຊາວບ້ານ ທີ່ຮູ້ຈັກກັບ ທ້າວ ໂບ່ຍ, ຜູ້ຂໍສງວນຊື່ ແລະສຽງ ທີ່ໄດ້ຢືນຢັນຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ ທ່ານເວົ້າວ່າ:
“ທ້າວ ໂບ່ຍ ຖືກຂັງຄຸກເປັນເວລາເກືອບ 3 ເດືອນແລ້ວ, ເຈົ້າໜ້າທີ່ ຍັງບໍ່ໃຫ້ຄອບຄົວຢ້ຽມຢາມ ແລະ ໄດ້ຍິນນຳຄົນຮູ້ຈັກ ຢູ່ແຖວບ້ານ ທີ່ພົວພັນກັບຄ້າຍຄຸມຂັງ ເມືອງໄຊເສດຖາ ວ່າ ທ້າວ ໂບ່ຍ ກິນເຂົ້າບໍ່ອີ່ມ, ໃຫ້ສົ່ງເຂົ້າມາໃຫ້ກິນ ຫຼາຍໆແດ່. ທັງໆທີ່ໃນຄວາມຈິງແລ້ວ ຄອບຄົວ ແລະ ຍາຕພີ່ນ້ອງ ກໍໄປສົ່ງເຂົ້າສົ່ງນ້ຳ ຕາມປົກກະຕິ ສູ່ມື້ໄດ໋, ອັນນີ້ກະສົງໄສວ່າ ເປັນຫຍັງລາວ ຈຶ່ງບໍ່ໄດ້ກິນເຂົ້າອີ່ມ.”
ທ່ານກ່າວຕື່ມອີກວ່າ ຕັ້ງແຕ່ ທ້າວ ໂບ່ຍ, ຖືກຈັບຂັງຄຸກ ເມື່ອເດືອນມີນາ, ທາງຄອບຄົວ ກໍໄດ້ປະກອບເອກກະສານຕ່າງໆ ເພື່ອຂໍຄວາມ ເມດຕາເຫັນໃຈ ແລະ ຂໍເຂົ້າຢ້ຽມ ຖາມຂ່າວ ທ້າວ ໂບ່ຍ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຍັງບໍ່ອະນຸຍາດໃຫ້ເທື່ອ. ທາງຄອບຄົວບໍ່ຮູ້ ແລະ ບໍ່ໄດ້ຮັບແຈ້ງ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ ວ່າ ທ້າວ ໂບ່ຍ ມີຄວາມຜິດອັນໃດ ແລະ ຈະມີການດຳເນີນຄະດີ ຢູ່ສານແນວໃດ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກອງບັນຊາການ ປ້ອງກັນຄວາມສງົບ ແລະຫ້ອງການ ສັນຕິບານ ເມືອງໄຊເສຖາ ເພື່ອຂໍຮູ້ລາຍລະອຽດ ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ເຣຶ່ອງນີ້ຍັງບໍ່ ສະດວກ ທີ່ຈະໃຫ້ຄໍາເຫັນ, ພ້ອມດຽວກັນນີ້ ກໍໄດ້ຕິດຕໍ່ໄປຫາອົງການ ອັຍການ ປະຊາຊົນພາກກາງ ຊຶ່ງເຈົ້າໜ້າທີ່ຜູ້ຂໍສງວນຊື່ ແລະສຽງໄດ້ຊີ້ແຈງວ່າ:
“ປັດຈຸບັນ ທາງອົງການອັຍການ ຍັງບໍ່ທັນໄດ້ຮັບສໍານວນຄະດີ ທ້າວ ໂບ່ຍ ເທື່ອ ແລະຍັງບໍ່ສາມາດ ໃຫ້ຄໍາເຫັນໃດໆກ່ຽວກັບເຣື່ອງນີ້ໄດ້.”
ນັກຊ່ຽວຊານດ້ານກົດໝາຍ ໃນລາວທ່ານນຶ່ງເວົ້າວ່າ ຕາມປົກກະຕິແລ້ວ ເມື່ອເຈົ້າໜ້າທີ່ຕໍາຣວດ ຈັບປະຊາຊົນມາດໍາເນີນ ຄະດີໃດກໍຕາມ ທີ່ບໍ່ແມ່ນຄະດີຮ້າຍແຮງ ຈະຕ້ອງໄດ້ສືບສວນສອບສວນຄະດີ ແລະສລຸບສົ່ງສໍານວນ ຄະດີ ໃຫ້ທາງອັຍການພາຍໃນ ເວລາ 2 ເດືອນ, ແຕ່ກໍສາມາດຂໍຂຍາຍເວລາຕື່ມໄດ້ ຕື່ມອີກ 2 ເທື່ອ ແຕ່ຮວມທັງໝົດ ບໍ່ໃຫ້ກາຍ 6 ເດືອນ ເນື່ອງຈາກວ່າ ບາງຄະດີ ກໍຈໍາເປັນຕ້ອງໃຊ້ ເວລາຍາວ ໃນການສືບສວນສອບສວນ ແລະຮວບຮວມຂໍ້ມູລ ຫລັກຖານ ເພື່ອໃຫ້ຄະດີມີນໍ້າໜັກ ພຽງພໍ ກ່ອນທີ່ຈະສົ່ງສໍານວນຄະດີ ໃຫ້ອັຍການ, ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ມິຖຸນາ ນີ້ວ່າ:
“ມັນກະບໍ່ຜິດປົກຕິ ເພາະວ່າຕາມກົດໝາຍລາວນີ້ເນາະ ຖ້າຫາກວ່າເນາະ ຕາມອາຍຸຄວາມໃນການເປີດ ການສືບສວນສອບສວນນີ໊ມັນ ຈະມີອາຍຸຢູ່ 2 ເດືອນ, ຫາກວ່າມີຄວາມຫຍູ້ງຍາກ ຄະດີມັນຍັງບໍ່ຈະແຈ້ງ ບໍ່ສໍາເຣັດກະສາມາດ ຕໍ່ໄດ້ອີກ 2 ເທື່ອ ກະສາມາດເປັນ 6 ເດືອນ ສົ່ງໃຫ້ອົງການອັຍການ.”
ທ່ານກ່າວຕື່ມວ່າ ໃນຣະຫວ່າງທີ່ ຜູ້ຕ້ອງຫາ ຖືກຂັງຄຸກກ່ອນຂຶ້ນສານນັ້ນ ທາງຄອບຄົວກໍສາມາດຢ້ຽມຜູ້ກ່ຽວ ຫຼື ສົ່ງເຂົ້າສົ່ງນໍ້າໄດ້ຕາມ ປົກກະຕິ ອີງຕາມສິດທິຂັ້ນພື້ນຖານຂອງຜູ້ຕ້ອງຫາ ແຕ່ສໍາລັບຄະດີຂອງ ທ້າວ ໂບ່ຍ ຕົນກໍບໍ່ຮູ້ຄັກແນ່ວ່າ ເປັນໄປຄືແນວໃດແທ້ ດັ່ງນັ້ນ ຈຶ່ງບໍ່ສາມາດໃຫ້ຄໍາເຫັນໄດ້.
ທ່ານ Phill Robertson ຮອງຜູ້ອໍານວຍການ ອົງການສິດທິມະນຸດ Human Rights Watch ປະຈໍາພາກພື້ນເອເຊັຽ-ປາຊີຟິກ ໃຫ້ ຄໍາເຫັນກ່ຽວກັບເຣື່ອງນີ້ວ່າ ການທີ່ ທ້າວ ໂບ່ຍ ຖືກເຈົ້າໜ້າທີ່ ທໍຣະມານ ດ້ວຍການໃຫ້ກິນເຂົ້າ ບໍ່ອີ່ມ ແລະ ບໍ່ໃຫ້ຄອບຄົວຢ້ຽມນັ້ນ ແມ່ນເປັນການຣະເມີດ ສິດທິມະນຸດ ຢ່າງຮ້າຍແຮງ. ແລະໃນຂນະດຽວກັນ ການຖືກຂັງຄຸກ ເປັນເວລາ 3 ເດືອນ ໂດຍບໍ່ທັນນໍາຕົວ ຂຶ້ນສານນັ້ນ ກໍໜ້າເປັນຫ່ວງ:
“ອັນນີ້ແມ່ນເປັນການຣະເມີດ ສິດທິແບບເຕັມທີ່ ນ່າເປັນຫ່ວງເລີຍ ຂ້າພະເຈົ້າຄິດວ່າຖ້າເຂົາເຮັດອິຫຍັງທີ່ຜິດ ຕາມກົດໝາຍຕ້ອງດໍາເນີນ ຄະດີຂຶ້ນສານ ພ້ອມທັງໃຫ້ເຂົາມີໂອກາດ ໄດ້ມີທະນາຍຄວາມ. ກະຕ້ອງເຮັດຕາມຂະບວນການ ບໍ່ແມ່ນຂັງໄວ້ ແລ້ວກໍບໍ່ໃຫ້ກິນເຂົ້າອີ່ມ ອັນນີ້ແມ່ນລ່າຫລັງຫລາຍ.”
ທ່ານກ່າວຕື່ມອີກວ່າ ການທີ່ເຈົ້າໜ້າທີ່ຕໍາຣວດ ສົ່ງສໍານວນຄະດີລ່າຊ້ານັ້ນ ອາຈມີຄວາມເປັນໄປໄດ້ວ່າ ເປັນຍ້ອນຄວາມບໍ່ມັກສ່ວນໂຕ ຫລື ກັ່ນແກ້ງ ທ້າວ ໂບ່ຍ ຊຶ່ງຕົນເຫັນວ່າ ຈະສົ່ງຜົລເສັຽຫາຍ ຕໍ່ຣະບົບ ການສືບສວນ ສອບສວນ ໃນລາວ. ດັ່ງນັ້ນຈຶ່ງຕ້ອງມີການແກ້ໄຂແລະ ໃຫ້ຄວາມເປັນທັມ ແກ່ ທ້າວ ໂບ່ຍ.
ທ້າວ ໂບ່ຍ ຖືກເຈົ້າໜ້າທີ່ຕໍາຣວດເມືອງໄຊເສດຖາຈັບ ເມື່ອວັນທີ 18 ມິນາ ຜ່ານມາໃນຂໍ້ຫາຂັດຂວາງ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ແລະມີປາກສຽງ ກັບເຈົ້າໜ້າທີ່ ທີ່ມາດຸດດິນ ເພື່ອກໍ່ສ້າງໂຄງການ ມະຫາວິທຍາລັຍ ວິທຍາສາດສຸຂພາບ ສູນອາຫານແລະຢາ ແລະໂຮງໝໍ 400 ຕຽງ ຍ້ອນບໍ່ພໍໃຈ ທີ່ເຈົ້າໜ້າທີ່ ມາບຸກລຸກ ທີ່ດິນຂອງຄອບຄົວຕົນ ເພາະຍັງບໍ່ທັນໄດ້ຕົກລົງກັນ ເຣື່ອງຄ່າຊົດເຊີຍແລ້ວເທື່ອ.
ແລະເມື່ອກ່ອນນັ້ນ ນາງ ແກ້ວ ຊາວບ້ານ ບ້ານຊຽງດາ ກໍຖືກເຈົ້າໜ້າທີ່ຈັບໂຕ ໄປໃນມື້ວັນທີ 16 ມິນາ ແຕ່ຖືກປ່ອບໂຕ ອອກຈາກຄຸກ ຫລັງຈາກທາງຄອບຄົວ ໄດ້ຕັດສິນໃຈຮັບເອົາທີ່ດິນ ຊົດເຊີຍ 500 ຕາຕະລາງ ແມັດ ຈາກໂຄງການດັ່ງກ່າວ ແລະ ຮັບປາກວ່າຈະບໍ່ໄປ ກ່ຽວຂ້ອງ ກັບທີ່ດິນຕອນນັ້ນອີກ.
ບໍ່ພຽງເທົ່ານັ້ນ, ນັບແຕ່ເກີດເຫຕການ ຂໍ້ຂັດແຍ້ງທີ່ດິນ ເມື່ອເດືອນມີນາ ທີ່ຜ່ານມາຊາວບ້ານຜູ້ໄດ້ຮັບ ຜົລກະທົບຫຼາຍຄອບຄົວ ທີ່ບໍ່ຍອມ ຮັບເອົາຄ່າຊົດເຊີຍ ກໍຖືກເຈົ້າໜ້າທີ່ ທີ່ກ່ຽວຂ້ອງນາບຂູ່ໂດຍທາງອ້ອມ ດ້ວຍຫຼາຍວິທີ ຈົນເຮັດໃຫ້ຊາວບ້ານ ບໍ່ກ້າເວົ້າເຣື່ອງທີ່ດິນດັ່ງກ່າວ ກັບພາກສ່ວນໃດອີກ, ອີງຕາມການບອກເລົ່າຂອງຊາວບ້ານ ບ້ານຊຽງດາ ຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 12 ມິຖຸນາ ນີ້.
ຫຼ້າສຸດນີ້ຊາວບ້ານ ບ້ານຊຽງດາປະມານ 10 ປາຍຄົນ ຕາງໜ້າໃຫ້ແກ່ຄອບຄົວ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວໄດ້ພາກັນ ເດີນທາງໄປຍື່ນເອກະສານ ທີ່ຫ້ອງການສຳນັກງານນາຍົກຣັຖມົນຕຣີ ເພື່ອຮ້ອງທຸກ ແລະຂໍຄວາມເປັນທັມ ກັບນາຍົກຣັຖມົນຕຣີ ເມື່ອ ວັນພຸດ ທີຜ່ານມາ, ແຕ່ກໍຖືກເຈົ້າໜ້າທີ່ຂໍຄວາມຮ່ວມມືນຳ ເພື່ອບໍ່ໃຫ້ມາສ້າງຄວາມວຸ້ນວາຍຢູ່ແຖວນີ້ ແລະຊາວບ້ານກໍພາກັນເດີນທາງ ກັບເມືອເຮືອນ ໃຜລາວ ຖ່າມກາງຄວາມໂສກເສົ້າເສັຽໃຈ ເພາະໄຮ້ທາງອອກ.
ປັດຈຸບັນ, ດິນເຂດບ້ານ ບ້ານຊຽງດາ ຂອງຫຼາຍຄອບຄົວ ທີ່ຖືກຜົລກະທົບນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ກໍມາດຸດໝົດແລ້ວ ເຮັດໃຫ້ທົ່ງນາ ທີ່ຕຣຽມດິນໄວ້ ເພື່ອຫວ່ານກ້າ ດຳນາປີ ແລະ ສວນໝາກເຜັດ ທີ່ປູກໄວ້ ແຕ່ຍາມແລ້ງ ເສັຽຫາຍໝົດ ຊາວບ້ານ ກໍຍິ່ງຢາກໃຫ້ພາກສ່ວນ ກ່ຽວຂ້ອງ ລົງແກ້ໄຂບັນຫາໃຫ້ຊາວບ້ານ ຢ່າງເປັນທັມໂດຍໄວ ເພາະບໍ່ມີບ່ອນຊິທຳມາຫາກິນ.
ທີ່ດິນຢູ່ເຂດບ້ານຊຽງດາ ທີ່ກາຍເປັນຂໍ້ຂັດແຍ່ງທີ່ວ່ານັ້ນ ຜ່ານມາເຄີຍເປັນດິນນາທີ່ບັນພະບຸຣຸດ ຂອງຊາວບ້ານເຮັດນາທໍາກິນມາໄດ້ຫຼາຍ ເຊັ່ນຄົນແລ້ວ ແລະຄັ້ງນຶ່ງ ເຄີຍຖືກເອົາໄປເປັນນາລວມໝູ່ ຂອງ ສະຫະກອນ ຣະຫວ່າງ ປີ 1979 ຫາປີ 1980. ຫລັງຈາກສະຫະກອນ ຍຸບໄປແລ້ວຊາວບ້ານຈຶ່ງແບ່ງກັນຄຸ້ມຄອງ ໂດຍທີ່ເຈົ້າໜ້າທີ່ບໍ່ໄດ້ອອກໃບຕາດິນ ຂອບຄໍາໃຫ້ພຽງແຕ່ໃຫ້ຊາວບ້ານນໍາໃຊ້ ແລະເສັຽພາສີ ທີ່ດິນທຸກປີ.
ແຕ່ຕົກມາປີ 2010 ທາງການມີແຜນນໍາໃຊ້ທີ່ດິນ ບໍຣິເວນນັ້ນ ເພື່ອສ້າງວິທຍາລັຍ ວິທຍາສາດສຸຂພາບ, ສູນອາຫານແລະຢາ ແລະໂຮງໝໍ 400 ຕຽງ ດັ່ງນັ້ນຈຶ່ງເກີດຂໍ້ຂັດແຍ່ງກັບຊາວບ້ານ 50 ປາຍ ຄອບຄົວ ທີ່ຈະຕ້ອງ ໄດ້ໂຍກຍ້າຍອອກ.
ໃນນັ້ນ 20 ປາຍຄອບຄົວ ບໍ່ຍອມຮັບເອົາຄ່າຊົດເຊີຍ ຍ້ອນເຫັນວ່າ ຄ່າຊົດເຊີຍທີ່ດິນ, ສິ່ງປຸກສ້າງ ແລະຜົລປູກນັ້ນ ຕໍ່າເກີນໄປ.