ມ.ຊຽງເງິນຖ້າເງິນສ້າງ ບ້ານຈັດສັນ

ເມືອງຊຽງເງິນ ແຂວງຫລວງພຣະບາງ ລໍຖ້າເງິນ ຈາກຣັຖບານ ເພື່ອສ້າງ ບ້ານຈັດສັນ ໃຫ້ ປະຊາຊົນ ທີ່ ຖືກຜົລກະທົບ ຈາກ ໂຄງການ ທາງຣົດໄຟ ລາວ-ຈີນ.

ການກໍ່ສ້າງທາງຣົດໄຟ ໃນແຂວງຫຼວງພຣະບາງ RFA

ທາງຫ້ອງການເມືອງຊຽງເງິນ ແຂວງຫຼວງພຣະບາງ ລໍຖ້າງົບປະມານ ຈາກຣັຖບານ ເພື່ອສ້າງບ້ານຈັດສັນໃຫ້ ປະຊາຊົນ ບ້ານບວມອໍ້ 107 ຄອບຄົວ ທີ່ຖືກໃຫ້ໂຍກຍ້າຍ ຍ້ອນໂຄງການທາງຣົດໄຟ ລາວ-ຈີນ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງຊຽງເງິນ ຕໍ່ RFA ໃນມື້ວັນທີ 17 ກໍຣະກະດາ ນີ້. ທ່ານກ່າວຕອນນຶ່ງວ່າ:

"ເວົ້າສະເພາະບ້ານຈັດສັນນີ໋ມີ 107 ຄອບຄົວຖືກມູນຄ່າການຈັດຕັ້ງບ້ານໃໝ່ນີ໊ 123 ຕື້ ປາຍເນາະ ບ້ານຈັດສັນນີ້ເຮົາກໍາລັງກຽມສິ claim ເອົາເງິນມາເນາະ ສິຊົດເຊີຍເນາະເພາະວ່າ ພວກເຮົາກໍາລັງ ກຽມລໍຖ້າ ແຕ່ທາງຂັ້ນເທິງ ເພິ່ນອະນຸມັດເທົ່ານັ້ນ ອະນຸມັດເງິນມາ."

ທ່ານກ່າວຕື່ມວ່າ ສໍາລັບພື້ນທີ່ ທີ່ຈະເປັນບ່ອນສ້າງບ້ານຈັດສັນນັ້ນ ທາງການກໍໄດ້ກະກຽມໄວ້ຮຽບຮ້ອຍແລ້ວ ຢູ່ບໍຣິເວນບ້ານບວມອໍ້ ແຕ່ຕ້ອງ ໄດ້ບຸກເບີກ ແລະປັບໜ້າດິນຕື່ມ. ເມື່ອໄດ້ຮັບງົບປະມານ ຈາກຣັຖບານ ມາແລ້ວ ຈຶ່ງຈະໄດ້ເລີ່ມລົງມືສ້າງຕາມແຜນ.

ຢ່າງໃດກໍຕາມ ຕາມຄໍາເວົ້າຂອງ ທ່ານ ຣັດຕະນະມະນີ ຄູນນິວົງ ຮອງຣັຖມົນຕຣີ ກະຊວງໂຍທາ ທິການ ແລະ ຂົນສົ່ງ ຕໍ່ກອງປະຊຸມ ຄນະຊີ້ນໍາ ໂຄງການຣົດໄຟ ລາວ-ຈີນ ຄັ້ງທີ 6 ເມື່ອວັນທີ 5 ກໍຣະກະດາ ນີ້ແລ້ວແມ່ນວ່າ, ປັດຈຸບັນກໍາລັງຂໍຄວາມຊ່ອຍເຫຼືອ ຈາກ ຣັຖບານຈີນ ໃນການໂຍກຍ້າຍຈັດສັນ ປະຊາຊົນ ທີ່ຖືກຜົລກະທົບ ຈາກໂຄງການຣົດໄຟທັງໝົດ 4 ບ້ານຄື; ບ້ານບວມອໍ້ ເມືອງຊຽງເງິນ ແຂວງ ຫຼວງພຣະບາງ ບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບ້ານນາຄົກ ແລະບ້ານນມໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org