35 ຄອບຄົວບ້ານນາເຕີຍ ໄດ້ຊົດເຊີຍ

ຊາວບ້ານນາເຕີຍ ໄດ້ຄ່າຊົດເຊີຍ ຈາກ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຕື່ມອີກ 35 ຄອບຄົວ.

ເຮືອນຂອງປະຊາຊົນ ໃນເຂດບ້ານນາເຕີຍ ແຂວງຫຼວງນໍ້າທາ ທີ່ຕ້ອງປະຖິ້ມໄປ ໃຫ້ໂຄງການທາງຣົດໄຟ RFA

ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເຂດ ສະຖານີ ບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທາງການ ໄດ້ມອບຄ່າຊົດເຊີຍ ແລະ ດິນຈັດສັນໃຫ້ ກັບ ປະຊາຊົນທີ່ໄດ້ ຮັບຜົລກະທົບ ຕື່ມອີກ 35 ຄອບຄົວ ໃນທ້າຍເດືອນ ກັນຍາ 20 ຜ່ານມາ.

ການມອບເງິນຄ່າຊົດເຊີຍດັ່ງກ່າວ ແມ່ນໄດ້ຮັບການຢັ້ງຢືນ ຈາກຜູ້ທີ່ໄດ້ຮັບຜົລກະທົບ ເມື່ອວັນທີ 19 ຕຸລາ 20. ດັ່ງປະຊາຊົນໄດ້ກ່າວວ່າ:

"ເອີ ເອີ ໄດ້ແລ້ວໆ ຂະເຈົ້າໂອນເຂົ້າບັນຊີແລ້ວ ເພິ່ນຊົດເຊີຍເປັນເງິນໃຫ້, ໃຫ້ຕາມນະໂຍບາຍ ຂອງສູນກາງເພິ່ນເຮັດມາຫັ້ນແຫຼະ. ເທື່ອນີ້ ມີປະມານ 30 ປາຍຄອບຄົວ 35 ຄອບຄົວຊຸດນີ້."

ສ່ວນຜູ້ທີ່ໄດ້ມອບດິນສວນໃຫ້ກັບໂຄງການ ທາງຣົດໄຟ ລາວ-ຈີນ ທີ່ ບ້ານນາເຕີຍ ອີກຄົນນຶ່ງ ກໍ່ຮູ້ສຶກເສັຍດາຍດິນ ຂອງຕົນເນື່ອງຈາກໄດ້ ຮັບຄ່າຊົດເຊີຍ ບໍ່ຫຼາຍປານໃດສ່ວນເຮືອນ ທີ່ອາສັຍຢູ່ໃນປັຈຈຸບັນ ບໍ່ໄດ້ຖືກໂຍກຍ້າຍອອກ. ດັ່ງທ່ານໄດ້ກ່າວຕໍ່ເອເຊັຽເສຣີ ວ່າ.

"ຈະວ່າດີໃຈ ກາບໍດີໃຈ ກາຢາກເສັຍດາຍນ້ອຍນຶ່ງ ໄດ້ດົນແລ້ວລະ 5 ລ້ານກີບ ຖືກແຕ່ນ້ອຍດຽວນະ. ສ່ວນຫຼາຍກາໄດ້ແລ້ວເບາະ ສະເພາະ ຊຸດນີ້ອ້າຍນີ້ໄດ້ໝົດແລ້ວ ນ່າມັນມັນຫຼາຍຊຸດ ເດ້."

ຕໍ່ກັບການຈ່າຍຄ່າຊົດເຊີຍ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຜ່ານແຂວງຫຼວງນໍ້າທາ ມາເຖິງປັຈຈຸບັນສາມາດມອບ ພື້ນທີ່ໃຫ້ຜູ້ຮັບ ເໝົາດຳເນີນ ການກໍ່ສ້າງແລວທາງໄດ້ໝົດແລ້ວ ຍັງເຫຼືຶອເຂດ ທີ່ຈະສ້າງ ສະຖານີ ເທົ່ານັ້ນ.

ໂດຍໄດ້ໄກ່ເກັ່ຍສີ່ງທີ່ໄດ້ຜົລກະທົບ ແລະ ເບີກຈ່າຍໃນຈຳນວນ 3 ບ້ານ ຄື ບ້ານບໍ່ເຕັນ, ບ້ານບໍ່ປຽດ ແລະ ບ້ານຕີນຕົກ. ສ່ວນບ້ານນາເຕີຍ ເຊີ່ງເປັນບ້ານທີ່ໄດ້ຮັບ ຜົລກະທົບຫຼາຍ ກວ່າໝູ່ຍ້ອນຢູ່ ຈຸດກໍ່ສ້າງ ສະຖານີໃຫຍ່ ກວມເອົາເນື້ອທີ່ ເຖີງ 80 ເຮັກຕ້າ ປະຊາຊົນໄດ້ ຮັບຜົລ ກະທົບ 191 ຄອບຄົວ ແຕ່ໄດ້ເບີກຈ່າຍພຽງ ຈຳນວນນຶ່ງ. ດັ່ງເຈົ້າໜ້າທີ່ ໄກ່ເກັ່ຍໄດ້ກ່າວ ຕໍ່ຊື່ມວນຊົນທ້ອງຖີ່ນວ່າ:

"ຍັງບໍ່ທັນໄດ້ໝົດດອກ ຍັງຈຳນວນນ້ອຍ ກາຊົດເຊີຍຣາຄາຫົວໜ່ວຍ ອີ່ຫຍັງຕ່າງໆ ກໍຖືວ່າກາຍີນຍອມຮັບເອົາຫັ້ນແຫຼະເນາະ ກາແຕ່ວ່າ ບາງຄົນກາຢາກໄດ້ຫຼາຍ ມີຜົລງານ ແນວນັ້ນ ແນວນີ້ ກາຢາກສເນີວ່າ ເປັນພິເສດຫັ້ນນ່າ. ແຕ່ຄວາມເປັນຈີງ ຣາຄາຫົວໜ່ວຍ ທີ່ ສະພາ ປະຊາຊົນແຂວງ ໄດ້ຕົກລົງຮັບຮອງເອົາ ແລະ ອອກເປັນຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ກາຖືວ່າເປັນເງື່ອນໄຂທີ່ສົມເຫດສົມຜົລ.

ໂດຍສະເພາະ ປະຊາຊົນທີ່ໄດ້ຮັບ ຜ່ານມາ ໂຕຢ່າງວ່າ ຜູ້ທີ່ຖືກຜົລກະທົບບາງຄົນກາເປັນໄມ້ເຮືອນ ອັນນີ້ເນາະແຕ່ວ່າພາຍຫຼັງ ທີ່ໄດ້ຮັບ ການຊົດເຊີຍ ແລ້ວພັດເປັນເຮືອນ ດີກ່ວາເກົ່າເຮັດໃຫ້ ຊີວິດການເປັນຢູ່ ດີຂື້ນ."

ທາງການແຂວງຫຼວງນໍ້າທາ ຢັ້ງຢືນວ່າມາເຖີງປັຈຈຸບັນ ໄດ້ຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນໄດ້ ຮັບຜົລກະທົບໄປແລ້ວ 74% ແລະຄາດວ່າ ສ່ວນທີ່ຍັງເຫຼືອ 36% ຈະຈ່າຍໃຫ້ສຳເຣັດພາຍ ໃນປີ 2021.

ຜ່ານມາຄະນະໄກ່ເກັ່ຍຜົລກະທົບ ທາງຣົດໄຟ ລາວ-ຈີນ ແຂວງຫຼວງນໍ້າທາ ໄດ້ຈ່າຍຄ່າຊົດເຊີຍໄປແລ້ວ ຈຳນວນ 131.916 ຕື້ກີບ ໂດຍ ໄດ້ຮັບທັງໝົດ 218 ຄອບຄົວ ຈາກທັງໝົດ ທີ່ໄດ້ຮັບຜົລກະທົບ 321 ຄອບຄົວ ຮວມມູນຄ່າທີ່ຕ້ອງຈ່າຍ ທັງໝົດ 179 ຕື້ກີບ.

ປັດຈຸບັນຄະນະໄກ່ເກັ່ຍ ແຂວງຫຼວງນໍ້າທາ ກຳລັງເລັ່ງເບີກຈ່າຍ ຄ່າຊົດເຊີຍ ງວດທີ 8 ຈຳນວນ 46 ຕືກີບ ເຊີ່ງນອນໃນເຂດກໍ່ສ້າງ ສະຖານີ ຣົດໄຟ 2 ແຫ່ງ ຈຳນວນ 21 ຄອບຄົວ ເພື່ອສ້າງ ອາຄານແລະທາງເຂົ້າ ສະຖານີ ນາເຕີຍ ໃຫ້ສຳເຣັດພາຍໃນປີ 2021.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org