ຫຼວງພຣະບາງ ເກັບເງິນງົບປະມານ ກຸ້ມຕົນເອງໄດ້ ແຕ່ປະຊາຊົນ ຍັງຂາດເຂີນ
ແຂວງຫຼວງພຣະບາງ ສາມາດເກັບພາສີອາກອນ ເຂົ້າງົບປະມານ ໃຊ້ຈ່າຍປະຈຳປີ ແລະສົ່ງເຂົ້າສູນກາງ ຖືວ່າກຸ້ມຕົນເອງ ດ້ານງົບປະມານຣັຖ ຂະນະທີ່ປະຊາຊົນ ບໍ່ສາມາດກຸ້ມຕົນເອງ ທາງດ້ານເສຖກິຈ ໂດຍສະເພາະ ລາຍຮັບໜ້ອຍກວ່າ ລາຍຈ່າຍ ໃນໄລຍະຄາຄອງຊີບ ສູງຂຶ້ນຕໍ່ເນື່ອງ.
-
ໄຊຍາ
2023-02-15 -
-
-
Your browser doesn’t support HTML5 audio
ໃນປີ 2023 ນີ້ແຂວງຫຼວງພຣະບາງ ຖືກຮັບຮອງເປັນແຂວງກຸ້ມຕົນເອງທາງ ດ້ານງົບປະມານ ແລະລາຍຈ່າຍ ເພາະຕາມຣາຍງານ ຂອງທ່ານ ພູຄຳ ແສງດາໄລ ຮອງຫົວຫນ້າ ຜແນກການເງິນ ແຂວງຫຼວງພຣະບາງ ໄດ້ຣາຍງານການຈັດຕັ້ງ ແຜນງົບະມານທົ່ວແຂວງ ປະຈຳປີ 2022 ແລະ ທິດທາງແຜນງົບປະມານ ປະຈຳປີ 2023 ວ່າ ການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງຣັຖ ໃນປີ 2022 ທີ່ຜ່ານມາທາງການແຂວງຫຼວງພຣະບາງ ມີລາຍຮັບກຸ້ມກັບລາຍຈ່າຍ ແລະມີສ່ວນເຫລືອ ໃຫ້ສູນກາງ ແລະ ໃນປີ 2023 ນີ້ທາງການ ຄາດຫມາຍຈະສູ້ຊົນ ເກັບລາຍຮັບໃຫ້ກຸ້ມກັບລາຍຈ່າຍ ໃຫ້ໄດ້ຕາມຄາດຫມາຍ ທີ່ກຳນົດໄວ້.
ແຕ່ປັດຈຸບັນ ຊາວໃນແຂວງຫຼວງພຣະບາງ ສ່ວນໃຫຍ່ກໍຍັງມີຄວາມເປັນຢູ່ ທີ່ທຸກຍາກຂາດເຂີນ ຫາເຊົ້າກິນຄໍ່າ ແລະບໍ່ສາມາດກຸ້ມຕົນເອງໄດ້ ຍັງມີຫລາຍ.
ດັ່ງຊາວບ້ານ ໃນແຂວງຫຼວງພຣະບາງ ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ກຸມພາ ນີ້ວ່າ:
“ອັນວ່າກຸ້ມຢູ່ກຸ້ມກິນນີ້ມັນກໍເປັນໂຕເລກລວມສື່ ໆ ຄັນເອົາຜູ້ຮັ່ງໄປສະເລັ່ຽໃສ່ ຜູ້ທຸກມັນກໍກຸ້ມກິິນຫັ້ນຕິປະຊາຊົນ ຍັງທຸກຍັງຍາກຢູ່ນ່າຂາດໆເຂີນໆ, ແລ້ວບາງຄົນກໍຍັງບໍ່ມີມັນລາຍຮັບ ລາຍຈ່າຍ ມັນບໍ່ຄືກັນມັນກໍຍັງເປັນຄອບຄົວ ທຸກຍາກຄັນຊິວ່າຫັ້ນນ່າ.”
ຊາວບ້ານໃນແຂວງຫຼວງພຣະບາງ ອີກທ່ານນຶ່ງກ່າວວ່າ ທີ່ທາງການຮັບຮອງເອົາ ແຂວງຫຼວງພຣະບາງສາມາດກຸ້ມຕົນເອງ ດ້ານລາຍຮັບ ແລະລາຍຈ່າຍໄດ້ນັ້ນ ຖ້າເປັນຄົນໃນເມືອງທີ່ມີທຸຣະກິຈ ສາມາດກຸ້ມຕົນເອງດ້ານລາຍຮັບ-ລາຍຈ່າຍໄດ້ ແຕ່ສະພາບໂຕຈິງຂອງຊາວ ບ້ານທົ່ວໄປໂດຍສະເພາະ ຢູ່ເຂດຊົນນະບົດຜູ້ທີ່ບໍ່ມີທີ່ດິນ ໄວ້ທຳມາຫາກິນ ມີຄວາມເປັນຢູ່ທຸກຍາກ ລາຍຈ່າຍບໍ່ກຸ້ມກັບລາຍຮັບ ດິ້ນຮົນຫາເຊົ້າກິນຄໍ່າກໍຍັງມີຫລາຍ.
“ທີ່ຈິງບໍ່ກຸ້ມເທື່ອນ່າ ຖ້າຢູ່ໃນເມືອງອາດຈະກຸ້ມຫມົດເນາະ ຖ້າກຸ້ມຕົນເອງໄດ້ ກໍຄືມີທຸຣະກິຈເລັກນ້ອຍ ທຸຣະກິຈ ຄອບຄົວ ແຕ່ວ່າຢູ່ແຖວນອກໆ ຈະບໍ່ກຸ້ມເນາະ ຖ້າຢູ່ບ້ານນອກຫັ້ນນ່າ ຄືພວກທີ່ເປັນປະຊາຊົນ ທີ່ເຂົາບໍ່ມີດິນມີດອນ ພວກນາຍທຶນແຫລະ ມາຍຶດເອົາຫມົດ.”
ຊາວບ້ານ ໃນແຂວງຫຼວງພຣະບາງ ອີກທ່ານນຶ່ງກໍໄດ້ໃຫ້ຄວາມເຫັນວ່າ ໃນຄວາມເປັນຈິງ ຊາວບ້ານທົ່ວໄປກໍບໍ່ໄດ້ມີຊີວິດ ທີ່ດີຄືພາກຣັຖເວົ້າໃນດ້ານລາຍຮັບ ຊຶ່ງປັດຈຸບັນນີ້ ປະຊາຊົນກໍຍັງຂາດເຂີນ ແຕ່ພັດລາຍຈ່າຍກັບຫລາຍຂຶ້ນ. ໂດຍສະເພາະ ຄົນຫາເຊົ້າກິນຄໍ່າໃນຍຸກເສຖກິຈ ຕົກຕໍ່າແບບນີ້ລວມເຖິງຊາວກະສິກັມທີ່ອາໄສເຮັດໄຮ່ ເພື່ອຫວັງຈະໃຫ້ພໍກຸ້ມຊິວິດ ແລະຄອບຄົວແຕ່ພັດບໍ່ກຸ້ມ ບາງເທື່ອໄດ້ຜົນຜລິດຫນ້ອຍ ພົບບັນຫາຂາດທຶນ ຢ່າງຫນັກກໍດີ້ນຮົນຫາເງິນເສັຽພາສີ ອາກອນໃຫ້ແກ່ພາກຣັຖຄືເກົ່າ.
“ບາງຄົນກໍບໍ່ກຸ້ມຕົນເອງເທື່ອ ກໍຍັງຂາດໆເຂີນໆ ເງິນຄຳເບາະຫລືວ່າອື່ນໆ ເນາະຍັງຕິດຫນີ້ຕັດສິນບໍ່ມີເງິນເສັຽຄ່ານໍ້າ ຄ່າໄຟ ຫລືວ່າຍັງບໍ່ກຸ້ມລູກກຸ້ມເຕົ້າເທື່ອ ມີຢູ່ໂຕນີ້ນ່າ ໂຕຢ່າງວ່າໄດ້ເຂົ້າຫນ້ອຍດຽວ ກໍໄດ້ເສັຽພາສີ ກໍໄດ້ເສັຽຄືເກົ່າ ໂຕນັ້ນນ່າ.”
ກ່ຽວກັບເຣື່ອງນີ້ ເຈົ້າຫນ້າທີ່ທີ່ກ່ຽວຂ້ອງ ໃນແຂວງຫຼວງພຣະບາງ ທ່ານນຶ່ງກໍກ່າວວ່າ ສ່ວນໃຫຍ່ລາຍຮັບທີ່ຣັຖບານ ເກັບໄດ້ເກີນເປົ້າໝາຽນັ້ນ ກໍເກັບຕາມຫົວຫນ່ວຍທຸຣະກິຈ ທີ່ເຂົ້າມາລົງທຶນ ໃນແຂວງຫຼວງພຣະບາງ ແລະການເກັບກູ້ພາສີ ອາກອນ ລາຍໄດ້ຂອງປະຊາຊົນ ທີ່ຢູ່ໃນແຜນພັທນາ ປະເທດຢູ່ແລ້ວ ໃນປີນີ້ກໍປະຕິບັດຄືເກົ່າ.
“ຄັນກໍຣະນີທີ່ເຮົາເກັບລາຍຮັບ ອັນຢູ່ໃນໂຕທີ່ວ່າເຫມາະສົມ ກັບແຜນລາຍຈ່າຍກາຍນັ້ນ ເຮົາກໍດຸນໃຫ້ສູນກາງເກັບກັບພວກບັນດາຫົວຫນ່ວຍທຸຣະກິຈທີ່ເຄື່ອນໄຫວຢູ່ແຂວງຫຼວງພຣະບາງຄັນປະຊາຊົນເຮົາເກັບແຕ່ອາກອນຣາຍໄດ້ພັທນາເສຖກິຈແະສັງຄົມເດ້ມັນກໍນອນຢູ່ໃນຫັ້ນ.”
ອີງຕາມການຣາຍງານ ຂອງທ່ານ ພູຄຳ ແສງດາໄລ ຮອງຫົວຫນ້າ ຜແນກການເງິນ ແຂວງຫຼວງພຣະບາງໄດ້ຣາຍງານ ການຈັດຕັ້ງແຜນງົບປະມານ ທົ່ວແຂວງປະຈຳປີ 2022 ແລະ ທິດທາງແຜນງົບປະມານປະຈຳປີ 2023 ວ່າການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງຣັຖປີ 2022 ດ້ານລາຍຮັບລວມຂອງສູນກາງ ແລະທ້ອງຖິ່ນຈຳນວນ 377 ຕື້ປາຍກີບ ສາມາດປະຕິບັດໄດ້ 432 ຕື້ປາຍກີບ ເທົ່າກັບປະມານ 114% ຂອງແຜນດັດແກ້ ທຽບໃສ່ໄລຍະດຽວກັນ ໄດ້ເພີ່ມຂຶ້ນປະມານ 13%.
ສ່ວນລາຍຈ່າຍ ມີຈຳນວນ 693 ຕື້ປາຍກີບ ປະຕິບັດ 690 ຕື້ປາຍກີບ ເທົ່າກັບປະມານ 99% ສ່ວນການດຸ່ນດ່ຽງ ງົບປະມານການເງິນ, ດຸ່ນດ່ຽງຈາກສູນກາງ ແຜນ 283 ຕື້ປາຍກີບ ປະຕິບັດໄດ້ 283 ຕື້ປາຍກີບເທົ່າກັບ 100% ຂອງແຜນດັດແກ້. ສ່ວນທິດທາງ ແຜນງົບປະມານ ແຫ່ງຣັຖປີ 2023 ແຂວງຫຼວງພຣະບາງ ຈະສືບຕໍ່ເກັບລາຍຮັບຄຸ້ມຄອງ ລາຍຈ່າຍຕໍ່ໄປ ໃຫ້ໄດ້ຕາມຄວາມຄາດຫມາຍ ທີ່ວາງໄວ້.