ການສ້າງພຣະພຸທຮູບ ຄວນເປັນແບບລາວ: ຊາວລາວ
ຄົນລາວ ຮຽກຮ້ອງໃຫ້ສ້າງ ພຣະພຸທຮູບ ທີ່ເປັນ ສິລປະ ແບບລາວ ແທນທີ່ ຈະເປັນ ສິລປະແບບຈີນ ໃນເຂດເສຖກິຈພິເສດ ບຶງທາດຫຼວງ ໃນຂະນະທີ່ ມີການຫາລືກັນຢູ່ ລະຫວ່າງ ລາວແລະຈີນ.
-
ສິດນີ
2021-09-08 -
-
-
Your browser doesn’t support HTML5 audio
ຄົນລາວ ຫຼາຍຄົນ ໄດ້ຮຽກຮ້ອງ ໃຫ້ສ້າງ ພຣະພຸທຮູບ ທີ່ເປັນ ສິລປະ ແບບລາວ ແທນທີ່ ຈະເປັນ ສິລປະ ແບບຈີນ ຖ້າຈະສ້າງໃສ່ ເຂດເສຖກິຈພິເສດ ບຶງທາດຫຼວງ ໃນນະຄອນຫຼວງ ວຽງຈັນ ຍ້ອນຖ້າສ້າງເປັນ ສິລປະ ແບບຈີນ ໃນໃຈກາງ ນະຄອນຫຼວງ ວຽງຈັນ ອາດເຮັດໃຫ້ເສັຽ ເອກລັກ ຄວາມເປັນລາວ ທັງໃນສາຍຕາ ຂອງຄົນລາວ ແລະ ນັກທ່ອງທ່ຽວ ຈາກຕ່າງປະເທດ ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 7 ກັນຍານີ້ວ່າ:
“ກໍຍິນ ແວ່ວໆຢູ່ ແຕ່ວ່າ ຍັງບໍ່ທັນຮູ້ ກໍຄິດວ່າ ໜ້າຈະສ້າງ ເປັນແບບລາວ ຖ້າວ່າ ສ້າງເປັນ ແບບຈີນ ກະໜ້າຈະສົ່ງ ຜົລຢູ່ ເປັນພຣະພຸທຮູບ ລາວນີ້ແຫລະ.”
ຊາວລາວ ອີກທ່ານນຶ່ງ ກໍເວົ້າ ຄືກັນວ່າ ຖ້າຈະສ້າງ ພຣະພຸທຮູບ ຂນາດໃຫຍ່ ຢູ່ໃນເຂດເສຖກິຈພິເສດ ບຶງທາດຫຼວງ ເພື່ອໃຫ້ເປັນ ສັນຍາລັກ ໃນເຂດດັ່ງກ່າວ ທ່ານເອງ ກໍຄິດວ່າ ຄວນສ້າງ ພຣະພຸທຮູບ ທີ່ມີ ສິລປະລາວ ຈະດີກວ່າ ເປັນແບບ ສິລປະຈີນ ເພື່ອບໍ່ໃຫ້ ເສັຽພາບພົດ ຂອງຄວາມເປັນລາວ ດັ່ງທ່ານກ່າວວ່າ:
“ຊິສ້າງ ແບບອົງດຽວນີ້ ຄັນເຮັດ ແບບຈີນນີ້ ມັນກະບໍ່ຖືກ ລັກສນະມັນ ກໍຕ້ອງສ້າງ ແບບລາວເຮົາ ຫັ້ນແຫລະ ອົງດຽວ ແລ້ວເຮັດແບບຈີນນີ້ ໂອຍ ບໍ່ໄດ້ແຫລ້ວ ອັນນີ້ໆ ມັນກະເສັຽ ພາບພົດລາວແຫລ້ວ.”
ທ່ານກ່າວຕື່ມວ່າ ຖ້າເຂດດັ່ງກ່າວ ມີຄວາມຕ້ອງການ ຢາກສ້າງ ພຣະພຸທຮູບ ຂນາດໃຫຍ່ ໂດຍມີ ວັດຖຸປະສົງ ເພື່ອສະແດງ ຄວາມຮ່ວມມື ລະຫວ່າງຈີນ ກັບ ລາວແທ້ ກໍຄວນຈະມີ ການສ້າງ ພຣະພຸທຮູບ ທັງສິລປະຈີນ ແລະ ລາວ ຢ່າງລະ 1 ອົງ ໃຫ້ມີ ຄວາມຜສົມກັນ ທາງດ້ານ ວັທນະທັມ ລາວ-ຈີນ ເຫັນວ່າ ມີຄວາມເໝາະສົມກວ່າ ແລະ ຢາກໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ນຳຄວາມຄິດເຫັນ ຂອງທ່ານ ແລະ ຂອງຊາວລາວ ຫຼາຍຄົນ ໄປພິຈາຣະນາ ລະອຽດ ກ່ອນຈະສ້າງ.
ສ່ວນຊາວລາວ ອີກທ່ານນຶ່ງ ກໍມີຄວາມເຫັນ ແບບດຽວກັນ ກັບທັງສອງ ທີ່ກ່າວມາ ຂ້າງເທີງນີ້ ເຖິງແມ່ນວ່າ ຢູ່ເຂດດັ່ງກ່າວ ໄດ້ຖືກ ສັມປະທານ ໂດຍ ນັກລົງທຶນຈີນ ກໍຕາມ ແຕ່ຕ້ອງຮັກສາ ຄວາມເປັນ ເອກກະລັກ ຂອງລາວໄວ້ ດັ່ງທ່ານເວົ້່າວ່າ:
“ໃນຖານະ ສ່ວນໂຕນ່າ ກະເຫັນດີນຳ ເພິ່ນຢູ່ ແຕ່ວ່າ ມັນກໍບໍ່ທັນ ເໝາະປານໃດ ຫັ້ນນ່າ ເຮັດຂຶ້ນໃໝ່ ມັນໃໝ່ ແຕ່ວ່າ ອັນໃດ ກໍບໍ່ສູ້ໂຕເກົ່າ ຫັ້ນແຫລ້ວ ບໍ່ທັນຮູ້ ຈຸດປະສົງ ບໍ່ທັນຊັດເຈນ ປານໃດ.”
ຂນະທີ່ ຄຣູບາ ອົງການນຶ່ງ ທີ່ເປັນນັກວິຊາການ ດ້ານພຣະພຸທສາສນາ ກ່າວວ່າ ທ່ານເອງ ກໍບໍ່ເຫັນດີນຳ ຖ້າຈະມີ ການສ້າງພຣະພຸທຮູບ ສິລປະ ແບບຈີນ ຢູ່ໃນເຂດ ເສຖກິຈພິເສດ ບຶງທາດຫຼວງ ແຕ່ຄວນຈະສ້າງ ພຣະພຸທຮູບ ສິລປະ ແບລາວຂຶ້ນກ່ອນ ແລ້ວຈຶ່ງສ້າງ ພຣະພຸທຮູບ ສິລປະ ແບບຈີນ ນຳຫຼັງ ຈຶ່ງຈະມີ ຄວາມເໝາະສົມກວ່າ.
“ສຳລັບ ຄຣູບາເອງນີ້ ກໍບໍ່ຢາກໃຫ້ ສ້າງແບບຈີນ ປານໃດ ຫັ້ນແຫລະ ເຣື່ອງແບບນີ້ໆ ມັນໜ້າຈະເປັນ ພຣະພຸທຮູບ ທີ່ເປັນ ລັກສນະ ຂອງລາວເຮົາ ໃຫຍ່ກ່ອນ ມາກ່ອນ ຈຶ່ງຈະມີ ແບບມະຫາຍານ ນຳຫຼັງ ກະຊິໄຄ ອັນນີ້ ມັນໂພ່ມາ ບາດຽວ ແບບມະຫາຍານ ມັນກະເລີຍ ບໍ່ຄັກປານໃດ.”
ທ່ານກ່າວຕື່ມວ່າ ຈາກການເບິ່ງ ຮູບຈຳລອງ ຂອງໂຄງການ ສ້າງພຣະພຸທຮູບ ແບບດັ່ງກ່າວ ເຫັນຊັດວ່າ ແມ່ນສິລປະ ແບບຈີນ ຊຶ່ງເປັນ ພຣະພຸທຮູບ ນິກາຍ ມະຫາຍານ ໂດຍຮູບຊົງ ຂອງພຣະພຸທຮູບ ດັ່ງກ່າວ ມີລັກສນະ ຢືນສງົບ ຕາມປົກກະຕິ ແຕ່ວ່າ ລັກສນະ ຂອງຜ້າຈີວອນ ມີຄວາມຍາວຫຼາຍ ແລະ ບໍຣິເວນ ໜ້າເອິກ ຂອງພຣະພຸທຮູບນັ້ນ ມີຄວາມແຕກຕ່າງ ກັບພຣະພຸທຮູບ ນິກາຍ ຫິນະຍານ ຢ່າງຈະແຈ້ງ ຊຶ່ງທາງດ້ານ ບັນດາ ຄຣູບາ ຂັ້ນຜູ້ໃຫຍ່ ຫຼາຍອົງ ກໍມີຄວາມເຫັນ ນຳກັນວ່າ ບໍ່ເໝາະສົມ ແທນທີ່ ຈະສ້າງ ພຣະພຸທຮູບ ນັ່ງສັມມະທິ ທີ່ເປັນ ສິລປະ ແບບລາວ, ແຕ່ເຖິງຢ່າງ ໃດກໍຕາມ ຄັນເຈົ້າຂອງ ໂຄງການດັ່ງກ່າວ ອ້າງວ່າ ສາມາດສ້າງ ພຣະພຸທຮູບ ແບບໃດກໍໄດ້ ໃນເຂດທີ່ ຂະເຈົ້່າ ສັມປະທານ ກໍຄົງຈະ ບໍ່ສາມາດຫ້າມ ຂະເຈົ້າໄດ້.
ກ່ຽວກັບ ເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຫາ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫຼວງ ວຽງຈັນ ເພື່ອສອບຖາມ ຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບອກວ່າ ບໍ່ໄດ້ເຂົ້າຮ່ວມ ການຫາລື ກ່ຽວກັບ ໂຄງການດັ່ງກ່າວ ຈຶ່ງບໍ່ສາມາດ ອອກຄວາມເຫັນໄດ້.
ໃນຂະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຫາ ຫ້ອງການ ເຂດເສຖກິຈພິເສດ ບຶງທາດຫຼວງ ເພຶ່ອສອບຖາມ ຣາຍລະອຽດ ກ່ຽວກັບເຣື່ອງນີ້ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກຳລັງ ຢູ່ໃນການຫາລື ໂຄງການສ້າງ ພຣະພຸທຮູບ ດັ່ງກ່າວຢູ່ ແລະ ຍັງບໍ່ສາມາດ ໃຫ້ຂໍ້ມູນ ແກ່ຜູ້ສື່ຂ່າວໄດ້.
ກ່ອນໜ້ານີ້ ໃນວັນທີ 30 ສິງຫາຜ່ານມາ ກໍມີ ກອງປະຊຸມ ຄນະຊີ້ນຳ ຣະດັບຊາດ ກ່ຽວກັບ ໂຄງການສ້າງ ພຣະພຸທຮູບ ຂນາດໃຫຍ່ ຢູ່ໃນເຂດ ເສຖກິຈພິເສດ ບຶງທາດຫຼວງ ໂດຍມີ ເຈົ້າໜ້າທີ່ ຣະດັບສູງ ຈາກຫຼາຍພາກສ່ວນ ເຂົ້າຮ່ວມ ຊຶ່ງກອງປະຊຸມ ດ່ັງກ່າວ ໄດ້ຫາລື ກ່ຽວກັບ ແຜນສ້າງ ພຣະພຸທຮູບ ຂນາດໃຫຍ່ ດັ່ງກ່າວ ຕາມຂໍ້ຕົກລົງ ຂອງຫ້ອງການ ນາຍົກຣັຖມົນຕຣີ ໂດຍຊີ້ແຈງ ເຖິງຈຸດປະສົງ ການກໍ່ສ້າງວ່າ ເປັນໂຄງການ ທີ່ແນ່ໃສ່ ການອະນຸຮັກ ແລະ ສົ່ງເສີມ ດ້ານວັທນະທັມ, ປວັດສາດ ແລະ ຮີດຄອງ ປະເພນີ ຂອງລາວ ຊຶ່ງໄດ້ຂໍ ຄວາມຮ່ວມມື ຈາກກະຊວງຕ່າງໆ ໃຫ້ເອົາໃຈໃສ່ ໃນການຄົ້ນຄວ້າ ຮູບພາບ ແລະ ໂຄງສ້າງ ຂອງພຣະພຸທຮູບ ໃຫ້ຖືກຕ້ອງ ທາງດ້ານ ສຖາປັຕຍະກັມ ແລະ ສອດຄ່ອງ ຕາມຮີດຄອງ ປະເພນີ ແລະ ວັທນະທັມລາວ, ອີງຕາມ ຂໍ້ມູນ ຈາກເຂດ ເສຖກິຈພິເສດ ບຶງທາດຫຼວງ.
ກອ່ນໜ້ານີ້ ນັກລົງທຶນຈີນເອງ ມີຄວາມພຍາຍາມ ທີ່ຈະປະດັບປະດາ ສັນຍາລັກ ຂອງຈີນ ໃນລາວ ໃສ່ຫຼາຍບ່ອນ ໃນນະຄອນຫຼວງ ວຽງຈັນ ເປັນຕົ້ນ ຢູ່ບໍຣິເວນ ແຄມຂອງ ຖນົນ ເຈົ້າຟ້າງຸ່ມ ແຕ່ສັງຄົມລາວ ຢູ່ນະຄອນຫຼວງ ວຽງຈັນ ບໍ່ເຫັນດີນຳ ເພາະນີ້ ເປັນນະຄອນຫຼວງ ວຽງຈັນ ບໍ່ແມ່ນ ນະຄອນຫຼວງ ປັກກິງ.