ຄ່າໄຟຟ້າແພງຂຶ້ນຫຼາຍເທົ່າ
ປະຊາຊົນ ຈົ່ມວ່າ ກ່ຽວກັບ ຄ່າໄຟຟ້າ ແພງຂຶ້ນ ຫຼາຍເທົ່າ ຢາກຂໍໃຫ້ ທາງການ ອອກມາ ຊີ້ແຈງ ຫຼື ສືບສວນ ເບິ່ງແດ່ວ່າ ຍ້ອນຫຍັງ.
-
ສິດນີ
2016-05-24 -
-
-
Your browser doesn’t support HTML5 audio
ຊາວລາວ ເກືອບທົ່ວປະເທດ ພາກັນຈົ່ມວ່າ ພວກຕົນ ເດືອດຮ້ອນຫຼາຍ ທີ່ຕ້ອງໄດ້ຈ່າຍ ຄ່າໄຟຟ້າ ຂອງເດືອນພຶສພາ ແພງຜິດ ປົກກະຕິ ກວ່າ ທີ່ຜ່ານມາ ຫຼາຍເທົ່າ. ຊາວລາວ ວິພາກ ວິຈານ ຜ່ານ ສື່ ສັງຄົມ ອອນລາຍ ວ່າ ພວກຕົນ ຈ່າຍຄ່າໄຟຟ້າ ຕາມ ປົກກະຕິ ທຸກໆເດືອນ ບາງເດືອນ ກໍອາຈສູງແດ່ ເລັກນ້ອຍ ຍ້ອນ ອາກາດຮ້ອນ ແຕ່ຕົກມາ ເດືອນ ພຶສພາ ຄ່າໄຟຟ້າ ພັດເພີ້ມຂຶ້ນ 1 ທົບ ຫຼື 2 ທົບ ໂດຍບໍ່ຮູ້ ສາເຫຕ, ທັ້ງໆທີ່ໃຊ້ ໄຟຟ້າ ແບບ ປົກກະຕິ ຢູ່ແລ້ວ. ດັ່ງ ຊາວນະຄອນຫຼວງ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ພຶສພາ 2016 ນີ້ວ່າ:
"ປົກກະຕິ ແລ້ວ ໃຊ້ໄຟ ແຕ່ລະເດືອນ ຕົກຢູ່ປະມານ 280 ຫາ 300 ປາຍ ນີ້ລະ ບໍ່ເກີນ 400 ດອກ. ບາດຮອດ ເດືອນນີ້ ມັນຂຶ້ນມາ ຮອດ 780, ໂຕນີ້ມັນ ຄືວ່າເປັນ ຈັ່ງໃດ? ຄືວ່າຂຶ້ນ ພີລຶກພີໂລ ແທ້ຫັ້ນນ່າ, ຄືວ່າໃຊ້ໄຟ ກະໃຊ້ ປົກກະຕິ ຫັ້ນນ່າ. ກະຢາກໃຫ້ ທາງ ບໍຣິສັດ ອອກມາຊີ້ແນະ ເບິ່ງວ່າ ມັນເປັນຈັ່ງໃດ ເພາະວ່າ ປະຊາຊົນ ເກືອບ ທຸກຄົນ ເດືອດຮ້ອນ ຫຼາຍ".
ທ່ານກ່າວ ຕື່ມວ່າ, ຕາມປົກກະຕິ ຄ່າໄຟຟ້າ ໃນເຮືອນທ່ານ ຕົກຢູ່ ປະມານ 3 ແສນ 5 ຫາ 4 ແສນກີບ, ແຕ່ໃນເດືອນ ພຶສພາ ນີ້ ແມ່ນສູງເຖິງ 8 ແສນ ກວ່າກີບ, ແຕ່ກໍ ຕ້ອງໄດ້ຈ່າຍ ເພາະ ບິລໄຟຟ້າ ມາແນວນັ້ນ ຖ້າບໍ່ຈ່າຍ ເພິ່ນ ກໍຈະຫາວ່າ ເຮົາບໍ່ ປະຕິບັດ ຣະບຽບ ແລະ ນຳໄປສູ່ ການຕັດໄຟ.
ຕໍ່ບັນຫາ ດັ່ງກ່າວນີ້, ຜູ້ສື່ຂ່າວ ເອເຊັຽເສຣີ ໄດ້ ໂທຣະສັບ ຕິດຕໍ່ຫາ ເຈົ້າໜ້າທີ່ ຂອງບໍຣິສັດ ຣັຖວິສຫະກິຈ ໄຟຟ້າລາວ ທີ່ ຂໍສງວນຊື່ ທ່ານນຶ່ງ ເວົ້າວ່າ:
"ຄ່າໄຟມັນ ຊິຖືກຫຼືແພງ ມັນຂຶ້ນກັບ ອັນນ່າ ພລັງງານ ທີ່ ເຮົາໃຊ້ເນາະ, ຫັ້ນນ່າ. ບໍ່ຮູ້ວ່າ ພລັງງານ ທີ່ເຮົາໃຊ້ ໃນ ປະຈຸບັນ ນີ້ ກັບເດືອນກ່ອນ ມັນທໍ່ກັນບໍ່? ຖ້າຫາກວ່າ ພລັງງານ ທີ່ເຮົາໃຊ້ ໃນ ປະຈຸບັນ ນີ້, ມັນຫາກ ແພງກວ່າ ເດືອນກ່ອນ ກະສະແດງວ່າ ເຮົາໃຊ້ຫຼາຍ ຂຶ້ນເນາະ".
ທ່ານກ່າວ ຕື່ມວ່າ ບໍຣິສັດ ໄຟຟ້າລາວ ກໍ່ຢາກໃຫ້ ຜູ້ທີ່ບໍ່ ເຂົ້າໃຈ ໄປສອບຖາມ ກັບ ສະຖານີ ເກັບເງິນ ຄ່າໄຟຟ້າ ໃກ້ບ້ານທ່ານ ໂດຍຕຣົງ, ຖ້າຫາກ ພົບວ່າ ມີການຄິດໄລ່ ບໍ່ຖືກຕ້ອງ, ເຈົ້າໜ້າທີ່ ກໍ່ຈະໄດ້ ດັດແປງ ແກ້ໄຂໃຫ້. ທ່ານວ່າ:
"ຖ້າຫາກວ່າ ບໍ່ຖືກຕ້ອງເນາະ ທາງໄຟຟ້າ ເຮົາຍິນດີເນາະ, ຍິນດີດັດແກ້ ລະກະເອົາເງິນ ດັ່ງກ່າວ ນັ້ນເນາະ ອາຈໄປທົດແທນ ເດືອນໜ້າ. ເດືອນໜ້າ ສົມມຸດວ່າ ຄ່າໄຟເຈົ້າມາ, ກະບໍ່ໄດ້ຈ່າຍ ເນາະ ເຮົາຈະເອົາເງິນ ໂຕນີ້ ດັດແກ້ໄປໃສ່ ເດືອນໜ້າ ຖ້າຫາກ ໄຟຟ້າເຮົາ ຄິດໄລ່ ຜິດເນາະ. ຢາກໃຫ້ ປະຊາຊົນ ໄດ້ເຂົ້າມາ ພົວພັນ ຫັ້ນນ່າ, ສົມມຸດວ່າ ມັນບໍ່ຖືກຕ້ອງ ເຮົາກະຈະ ດັດແກ້ໃຫ້".
ເຖິງຢ່າງໃດກໍ່ຕາມ, ມີຣາຍງານວ່າ ບໍຣິສັດ ຣັຖວິສຫະກິຈ ໄຟຟ້າລາວ, ນະຄອນຫຼວງ ວຽງຈັນ ຈະຈັດ ຖແລງຂ່າວ ໃນຕອນບ່າຍ ເວລາ 14:00 ໂມງ ວັນທີ 24 ພຶສພາ 2016 ນີ້ ເພື່ອຊີ້ແຈງ ໃນບັນຫາ ຕ່າງໆ.