ຊາວລາວວ່າຕູ້ຄໍາເຫັນ ໄຟຟ້າລາວ ອ່ານແລ້ວລືມ

ປະຊາຊົນລາວ ບໍ່ໝັ້ນໃຈ ເລື່ອງ ຣັຖວິສາຫະກິດ ໄຟຟ້າລາວ ຈະແກ້ໄຂ ຄ່າໄຟຟ້າແພງ ໄດ້, ດ້ວຍວິທີ ໃຊ້ຕູ້ຮັບຟັງ ຄໍາຄິດເຫັນ ຂອງສັງຄົມ.

ຕູ້ຮັບຟັງຄໍາຄິດເຫັນ ທີ່ວ່າຈະແກ້ໄຂ ຄ່າໄຟຟ້າແພງ. ພາບປະກອບ: ນັກຂ່າວພົລເມືອງ

ປະຊາຊົນລາວ ບໍ່ໝັ້ນໃຈນໍາ ຣັຖວິສາຫະກິດ ໄຟຟ້າລາວ ທີ່ວ່າຈະແກ້ໄຂບັນຫາ ຣາຄາໄຟຟ້າແພງນັ້ນໄດ້ ເຖິງແມ່ນວ່າຈະເປີດຕູ້ ຮັບຟັງຄໍາຄິດເຫັນຂອງສັງຄົມ, ຍ້ອນຢ້ານແຕ່ວ່າ ສຽງຂອງປະຊາຊົນ ເປັນພຽງສຽງນົກສຽງກາ ທີ່ບໍ່ມີຄວາມໝາຍ ແລະ ທີ່ຜ່ານມາ ຈົນຮອດປັດຈຸບັນ ປະຊາຊົນກໍຂໍຮ້ອງ ໃຫ້ຫລຸດຣາຄາ ໄຟຟ້າລົງ ແຕ່ບໍ່ພຽງບໍ່ຫລຸດລົງເທົ່ານັ້ນ ແຕ່ຄ່າ ໄຟຟ້າຍັງສູງຂຶ້ນຕື່ມໄປເລື້ອຍໆ ດັ່ງທີ່ປະຊາຊົນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ມິນາ ນີ້ວ່າ:

“ເຂົາເຈົ້າບໍ່ແມ່ນຫລຸດດອກ ເຂົາເຈົ້າຄູນຂຶ້ນ ເວົ້າແນວນຶ່ງກໍເຮັດອີກແນວນຶ່ງ ເຮົາກໍບໍ່ມີທາງເລືອກ ເຮົາຈໍາເປັນໃຊ້ກໍໄດ້ໃຊ້ກັນໝົດ ຄັນບໍ່ເສັຽຄ່າໄຟ ເຂົາກໍມາຕັດໄຟ ຕູ້ຄໍາຄິດເຫັນ ກໍຂຽນໃບຊື່ໆນີ້ນ່າ ໄທເຮົາເວົ້ານີ້ ສໍ່າສຽງນົກສຽງກາ.”

ປະຊາຊົນຢູ່ນະຄອນຫຼວງວຽງຈັນ ບໍ່ໝັ້ນໃຈວ່າ ການທີ່ຣັຖວິສາຫະກິດໄຟຟ້າລາວ ເປີດຕູ້ຮັບຄໍາຄິດເຫັນ ຂອງປະຊາຊົນນັ້ນຈະມີ ຄວາມຈິງໃຈກັບປະຊາຊົນພຽງໃດ, ອາຈເປັນການ ເປີດຕູ້ ພໍແຕ່ມີຕູ້ຊື່ໆ. ດັ່ງນັ້ນຈຶ່ງຢາກສເນີວ່າ ຫາກປະຊາຊົນມີຄໍາເຫັນ ຂໍໃຫ້ ຫລຸດຄ່າໄຟຟ້ານັ້ນລົງ ກໍຕ້ອງແກ້ໄຂ ຍ້ອນວ່າປະເທດລາວ ເປັນບ່ອນຜລິດໄຟຟ້າ ຣາຄາໄຟຟ້າກໍຄວນ ຈະຖືກ ດັ່ງທີ່ທ່ານກ່າວວ່າ:

“ເຂົາກໍເປີດຮັບຮັບຄໍາຄິດເຫັນ ຂອງປະຊາຊົນ ກໍໂອເຄ ແຕ່ນ້ອງບໍ່ຮູ້ວ່າ ເຂົາສິຈິງໃຈກັບເຮົາບໍ໋ ເຂົາເຮັດພໍມັນມີຊື່ໆບໍ່ ເຮົາກໍບໍ່ຮູ້ເບື້ອງ ໜ້າເບື້ອງຫລັງ ຖ້າເຂົາຮັບໄປພິຈາຣະນາແທ້ ເວລາປະຊາຊົນລົງຄໍາຄິດຄໍາເຫັນຫຍັງ ມັນກໍດີ ກໍຢາກໃຫ້ຫລຸດຄ່າໄຟລົງ ຫັ້ນແຫລະ ເພາະວ່າປະເທດເຮົາ ຜລິດໄຟຟ້າເອງເດ໋.”

ແລະປະຊາຊົນຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກໍເວົ້າວ່າ ຣັຖວິສາຫະກິດໄຟຟ້າລາວ ເປີດຕູ້ຮັບຄໍາຄິດເຫັນຂອງ ສັງຄົມ ກໍຖືວ່າເປັນເຣື່ອງດີ ທີ່ທາງບໍຣິສັດນັ້ນຈະຮູ້ ເຣື່ອງຄວາມຕ້ອງການຂອງສັງຄົມ. ແຕ່ວ່າທຸກອາທິດ ທາງບໍຣິສັດຕ້ອງມາ ເປີດຄໍາຄິດເຫັນ ຂອງປະຊາຊົນນັ້ນໄປຄົ້ນຄວ້າ ເພື່ອກໍານົດຄ່າໄຟຟ້າ ໃຫ້ຫລຸດລົງ ດັ່ງທີ່ທ່ານ ກ່າວວ່າ:

“ຄັນແມ່ນເພິ່ນມາຕັ້ງ ກໍຖືວ່າທຸກໆອາທິດເນາະ ເພິ່ນກໍຕ້ອງມາເປີເອົາ ຄວາມຄິດເຫັນຂອງປະຊາຊົນ ທີ່ຂຽນແລ້ວໄປປ່ອນລົງປະມານ ນີ້ແຫລະ ແລ້ວກໍປະທານ ຣັຖວິສາຫະກິດ ໄຟຟ້າລາວ ເອົາໄປສຶກສາ ໄປຄົ້ນຄວ້າກັນວ່າ ສິຫລຸດໄດ້ແບບໃດ ຖ້າຄ່າໄຟຍັງຄືເກົ່າ ປະຊາຊົນກໍສິຂຽນໄປອີກ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ຣັຖວິສາຫະກິດໄຟຟ້າລາວ ແຂວງຄໍາມ່ວນກ່າວວ່າ ຕາມຂັ້ນຕອນຂອງການແກ້ໄຂບັນຫາຄໍາຄິດ ເຫັນ ທີ່ປະຊາຊົນສົ່ງມາໃຫ້ ຣັຖວິສາຫະກິດ ໄຟຟ້າ ນັ້ນ ທາງພາກສ່ວນ ທີ່ກ່ຽວຂ້ອງຈະພິຈາຣະວ່າ ສິ່ງໃດແກ້ໄຂໄດ້ ແລະສິ່ງໃດ ແກ້ໄຂບໍ່ໄດ້ ເປັນຕົ້ນເຣື່ອງຄ່າໄຟຟ້ານັ້ນ ແມ່ນຖືກຕ້ອງຕາມຫລັກການ ຄໍານວນຂອງຣັຖບາລແລ້ວ ຫາກຈະແກ້ໄຂເຣື່ອງຄ່າໄຟຟ້າ ແພງ ກໍຕ້ອງລໍຖ້າຄໍາສັ່ງ ຂອງຣັຖບາລ ທີ່ເປັນຜູ້ກໍານົດອັດຕຣາ ການຄິດໄລ່ອອກມາ:

“ຄັນໄປຍື່ນຫັ້ນກໍ ເຂົາກໍໄປກວດກາເບິ່ງ ພາຍຫລັງເຂົາເຫັນ ໂຕສິ່ງໃດເຂົາກໍແກ້ໄຂ ສິ່ງໃດແກ້ບໍ່ໄດ້ ກໍແກ້ບໍ່ໄດ້. ຖ້າວ່າມັນຖືກຕ້ອງ ດຽວນີ້ເຮົາກໍໃຫ້ຈ່າຍເນາະ ຄັນບໍ່ຈ່າຍນີ໋ ເຂົາກໍງົດ ໄຟ ຫລຸດ ບໍ່ແມ່ນໄຟຟ້າຫລຸດ ຣັຖບານພຸ້ນເປັນຜູ້ຫລຸດ ຕາມຂັ້ນເທິງ ຣາຄາຫັ້ນ ອັນເກົ່າ ບໍ່ແມ່ນໄຟຟ້າ ເປັນຜູ້ວາງ ຣັຖບານ ທາງກະຊວງພຸ້ນ ເປັນຜູ້ກໍານົດຣາຄານີ໋ ຄືກັນກັບພາສີ ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ຫາກຜູ້ໃດຕິດໜີ້ຄ່າໄຟເກີນ 3 ເດືອນ ກໍຈະມີໃບທວງໜີ້ ມາຮອດບ້ານ. ຫາກບໍ່ໄປຈ່າຍ ກໍຈະຖືກຕັດໄຟທັນທີ. ຖ້າຫາກບໍ່ຢາກຖືກຕັດໄຟ ກໍຕ້ອງໄປຫາ ຣັຖວິສາຫະກິດໄຟຟ້າ ປະຈໍາທ້ອງຖິ່ນ ເພື່ອເຮັດເອກສານຜ່ອນຜັນ ຊໍາຮະໜີ້ໄດ້ແຕ່ 15 ວັນຫາ 60 ວັນ ຕາມເງື່ອນໄຂທີ່ສົມເຫດສົມຜົລ.

ອີງຕາມຣາຍງານຂອງ ເພຈເຟສບຸກ ຣັຖວິສາຫະກິດໄຟຟ້າລາວ EDL ວັນທີ 22 ມິນາ 2021, ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍ ການໃຫຍ່ຣັຖວິສາຫະກິດ ໄຟຟ້າລາວ ໄດ້ເປີດ ພິທີນໍາໃຊ້ຕູ້ຮັບຄໍາຄິດເຫັນ ຈາກສັງຄົມ ເພື່ອກວດກາ ແກ້ໄຂໃຫ້ທ່ວງທັນ ກັບສະພາບການ ແລະຖືກຈຸດ ແລະເພື່ອຫລີກລ່ຽງການຮ້ອງຟ້ອງ ໂຈມຕີທັບຖົມ ຢ່າງບໍ່ມີຫລັກຖານ ແລະບໍ່ມີມູນຄວາມຈິງ.

ຕູ້ຮັບຄໍາຄິດເຫັນຈາກສັງຄົມ ໄລຍະທີ 1 ໄດ້ຕັ້ງຢູ່ 8 ຈຸດ ໃນເຂດສໍານັກງານ ຂອງບໍຣິສັດຢູ່ນະຄອນຫລວງວຽງຈັນ ຊຶ່ງເລີ່ມຈາກ ສໍານັກງານໃຫຍ່ ແລະຈະມີຢູ່ຕາມສາຂາ ໃນຂອບເຂດ ທົ່ວປະເທດ ໃນໄລຍະທີ 2.

ແລະອີງຕາມແຈ້ງການ ຂອງກະຊວງພະລັງງານ ແລະບໍ່ແຮ່ ວັນທີ 4 ມິນາ 2021, ໄດ້ປັບຣາຄາໄຟຟ້າ ເພີ່ມຂຶ້ນ 2% ໃນປີ 2021 ສໍາລັບ ທຸກກຸ່ມລູກຄ້າ ຄື: ປະເພດທີ່ຢູ່ອາສັຍ ແຕ່ 0-25 ກິໂລວັດໂມງ ຈາກເດີມ 348 ກີບເປັນ 355 ກີບ. ແຕ່ 26-150 ກິໂລວັດໂມງ ຈາກ 414 ກີບເປັນ 422 ກີບ. ແຕ່ 151-300 ກິໂລວັດໂມງ ຈາກ 799 ກີບ ເປັນ 815 ກີບ. ແຕ່ 301-400 ກິໂລວັດໂມງ ຈາກ 880 ກີບເປັນ 898 ກີບ. ແຕ່ 401-500 ກິໂລວັດໂມງ ຈາກ 965 ກີບເປັນ 984 ກີບ. ແລະຫລາຍກວ່າ 500 ກິໂລວັດໂມງ ຈາກ 999 ກີບເປັນ 1,019 ກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org