ພະນັກງານຣັຖ ສໍ້ຣາສ ຖືກ ໃສ່ໂທດ

ທາງການ ແຂວງໄຊຍະບູລີ ລົງໂທດ ພະນັກງານ ທີ່ ສໍ້ຣາດບັງຫລວງ.

ແຂວງໄຊຍະບູຣີ Fb/Mek

ທາງການແຂວງໄຊຍະບູລີ ລົງໂທດພະນັກງານຣັຖ ທີ່ສໍ້ຣາດບັງຫຼວງ ດ້ວຍການປະຕິບັດວິນັຍ 4 ຄົນ ທີ່ສໍ້ໂກງເງິນຂອງຣັຖ ຮວມມູນຄ່າ ເສັຽຫາຍ 407 ລ້ານກີບ ແລະ 630 ພັນບາດ  ແຕ່ທາງການບໍ່ໄດ້ເປີດເຜີຍວ່າ ແມ່ນພະນັກງານ ພາກສ່ວນໃດແລະຊື່ ວ່າແນວໃດ.

ນອກຈາກນັ້ນຄນະກວດກາ ແຂວງໄຊຍະບູລີ ກຳລັງສືບສວນ ພະນັກງານຣັຖ ທີ່ມີພຶດຕິກັມ ສໍ້ຣາດບັງຫຼວງໄດ້ອີກ 23 ຄົນໃນນັ້ນໄດ້ຖືກ ສົ່ງສານຕັດສິນແລ້ວ 2 ຄົນ ສ່ວນທີ່ເຫລືອຍັງຢູ່ໃນຂັ້ນຕອນ ປະກອບສຳນວນຄະດີ ແລະສອບສວນ. ລວມມູນຄ່າ ການເສັຽຫາຍຈາກ ການສໍ້ຣາດບັງຫລວງ 7.6 ຕື້ກີບ ຊຶ່ງສາມາດເກັບກູ້ຄືນໄດ້ແລ້ວ 6.7 ຕື້ກີບ; ດັ່ງເຈົ້າໜ້າທີ່ຄນະກວດກາພັກ ແຂວງໄຊຍະບູລີ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 04 ເມສາ ນີ້ວ່າ:

"ຈຳນວນນຶ່ງກະໄດ້ອອກ ຈຳນວນນຶ່ງກະແມ່ນການປະຕິບັດວິນັຍ ຕາມລະບຽບການກົດໝາຍ ດຳເນີນຄະດີ ງົບປະມານທີ່ເສັຽໄປສ່ວນຫຼາຍ ແມ່ນກູ້ຄືນໄດ້ ຍັງຈຳນວນນຶ່ງ ສືບຕໍ່ເກັບກູ້ຫັ້ນແຫລະ."

ເຈົ້າໜ້າທີ່ກ່າວຕື່ມວ່າ ພະນັກງານຣັຖທີ່ຖືກລົງໂທດທາງວິນັຍ ແບ່ງອອກເປັນ, ຖືກໄລ່ອອກການ 1 ຄົນ ແລະຖືກດຳເນີນຄະດີ ສົ່ງຟ້ອງ ອັຍການ ປະຊາຊົນແຂວງ 3 ຄົນ.

ທ່ານກ່າວຕື່ມວ່າ ຫຼັງກວດພົບບັນຫາດັ່ງກ່າວ ເຮັດໃຫ້ຄນະກວດກາ ພັກຣັຖແຂວງໄຊຍະບູລີ ໄດ້ເພີ່ມການກວດກາ ພະນັກງານເຂັ້ມງວດ ຫລາຍຂຶ້ນ ເພື່ອສະກັດກັ້ນການສໍ້ໂກງ ງົບປະມານ ແລະ ຊອກຄົ້ນພະນັກງານ ທີ່ເຮັດຜິດມາລົງໂທດ ອີກຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org