ຊາວເມືອງວັງວຽງຍັງຖ້າ ຄ່າຊົດເຊີຍ
ຊາວເມືອງວັງວຽງ ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການ ສ້າງທາງຣົຖໄຟ ລາວ-ຈີນ ຍັງລໍຖ້າ ຄ່າຊົດເຊີຍ.
-
2019-03-04 -
-
-
Your browser doesn’t support HTML5 audio
ຊາວບ້ານປະມານ 50 ຄອບຄົວ ໃນເຂດບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ, ທີ່ສູນເສັຽທີ່ດິນໃຫ້ແກ່ໂຄງການ ສ້າງທາງຣົຖໄຟ ລາວ-ຈີນ ຍັງລໍຖ້າຄ່າຊົດເຊີຍຄວາມເສັຽຫາຍ ຈາກໂຄງການ, ດັ່ງຊາວບ້ານທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ມີນານີ້ວ່າ:
“ຫລາຍເນາະ, ຮອດ ສີ່ ຫ້າສິບ ພຸ້ນນະ ຢູ່ບ້ານພູດິນແດງ, ເຮົາມີດິນເປົ່າວ່າງນີ້ຫລາຍເນາະ, ເພິ່ນສໍາຣວດເພິ່ນເລັ່ງໃສ່ແຕ່ບ່ອນເປົ່າວ່າງ, ແຕ່ວ່າດິນຢູ່ບ້ານພູດິນແດງເຮົາ, ບໍ່ແມ່ນປະຊາຊົນ ຢູ່ບ້ານພູດິນແດງແທ້ບໍ່ມີດອກ ມີແຕ່ຢູ່ບ້ານອື່ນ.”
ທ່ານກ່າວອີກວ່າ, ດິນທີ່ຖືກໂຄງການ ຣົຖໄຟກວມເອົານັ້ນ, ເປັນດິນທີ່ຊາວບ້ານພູດິນແດງ ເຄີຍເປັນເຈົ້າມາກ່ອນ, ແຕ່ໄດ້ຂາຍໃຫ້ ປະຊາຊົນ ບ້ານອື່ນໄປຕັງແຕ່ດົນ, ຫຼັງຈາກນັ້ນບາງຄອບຄົວ ທີ່ເປັນເຈົາຂອງດິນຢູ່ພູດິນແດງ ກໍໄດ້ມາພົວພັນກັບອໍານາດ ການປົກຄອງບ້ານພູດິນແດງ ເພື່ອໃຫ້ຊ່ວຍຕິດຕາມ ຄວາມຄຶບໜ້າ ເຣື້ອງ ຄ່າຊົດເຊີຍ, ແຕ່ມາຮອດປັຈຈຸບັນ ກໍຍັງບໍ່ມີຫຍັງຄຶບໜ້າເທື່ອ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງວັງວຽງ, ເພື່ອຂໍ ຂໍ້ມູນເພີ້ມຕື່ມກ່ຽວກັບຄວາມຄືບໜ້າ ເຣື້ອງການຊົດເຊີຍ, ແຕ່ເຈົ້າໜ້າທີ່ບອກວ່າ ຍັງບໍ່ຮູ້ກໍານົດເທື່ອ ຍ້ອນທາງຄນະກັມມະການ ໂຄງການ ຣົຖໄຟ ບໍ່ໄດ້ແຈ້ງຂ່າວມາໃຫ້ຮູ້, ເຖິງແມ່ນວ່າເມື່ອເດືອນຜ່ານມາ, ມີຂ່າວວ່າທາງໂຄງການ ມີແຜນໃຫ້ເງິນ ຊົດເຊີຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບ ໃນໄວໆນີ້ ກໍຕາມ.
ກ່ອນໜ້ານີ້ ໂຄງການສ້າງທາງຣົຖໄຟ ລາວ-ຈີນ ໄດ້ຊົດເຊີຍ ໃຫ້ແກ່ປະຊາຊົນແລ້ວ ໃນຫລາຍພື້ນທີ່ຄື: ເມືອງໄຊ ແຂວງອຸດົມໄຊ ຈໍານວນ 13 ຄອບຄົວ, ເມືອງຫິນເຫີບແຂວງວຽງຈັນ 13 ຄອບຄົວ, ແລະເມືອງຫຼວງນໍ້າທາ 138 ຄອບຄົວ, ແລະ ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ 2 ບ້ານ ແຕ່ບໍ່ຮູ້ຈໍານວນຄອບຄົວ, ສ່ວນຢູ່ເມືອງວັງວຽງ ຍັງບໍ່ຊົດເຊີຍເທື່ອ.
ປັຈຈຸບັນ ການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ຢູ່ເມືອງວັງວຽງ ມີຄວາມຄຶບໜ້າໄປເລື້ອຍໆ, ໃນນັ້ນທັງວຽກງານເຈາະອຸໂມງ, ສ້າງຂົວ, ແລະ ສ້າງສະຖານີໃຫຍ່, ອິງຕາມແຫລ່ງຂ່າວຊິນຫົວຂອງຈີນ ເມື່ອວັນທີ 22 ກຸມພາ ຜ່ານມາເວົ້າວ່າ; ການສ້າງເສັ້ນທາງ ຣົຖໄຟ ລາວ-ຈີນ ໃນລາວ ຈະມີຄວາມຄືບໜ້າ 90 ເປີເຊັນ ພາຍໃນປີນີ້, ແຕ່ມາຮອດປັຈຈຸບັນ ຄືບໜ້າແຕ່ພຽງ 50 ເປີເຊັນ.