ການເງິນຈຸລພາກຂາດເງິນ ໝູນວຽນ

ສະຖາບັນ ການເງິນຈຸລພາກ ເພື່ອ ການພັທນາ ຂາດເງິນໝູນວຽບ ບໍ່ມີເງິນ ໃຫ້ ລູກຄ້າຖອນ.

ປະຊາຊົນຊາວບ້ານສົງເປືອຍ ເມືອງນາຊາຍທອງ ໂຮມກັນ ຂໍຖອນເງິນຈາກ ສະຖາບັນການເງິນ ຈຸລພາກ ເພື່ອ ການພັທນາ ເມື່ອວັນທີ 30 ມິນາ 2018 Screen captured from: ບອກຂ່າວວັນນີ້

ປະຊາຊົນ ຢູ່ບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ນຳເງິນມາຝາກກັບສະຖາບັນ ການເງິນຈຸລພາກ ເພື່ອການພັທນາ ຮຽກຮ້ອງໃຫ້ທະນາຄານແຫ່ງ ສປປລາວ ເຂົ້າມາແກ້ໄຂ ກໍຣະນີບໍ່ມີເງິນໃຫ້ສະມາຊິກຖອນ ໂດຍອ້າງວ່າຂາດເງິນໝູນວຽນ ຊຶ່ງປະຊາຊົນ ເຫັນວ່າ ມີພືດຕິກັມເຂົ້າຄ່າຍສໍ້ໂກງ ເຖິງວ່າກ່ອນໜ້ານີ້ໄດ້ປະກາດວ່າ ໃຫ້ມາຖອນເງິນໄດ້ ຮອດວັນທີ 25 ເມສາ. ດັ່ງ ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ຊີ້ແຈງ ຕໍ່ວິທຍຸເອເຊັຍເສຣີ ວ່າ:

"ຢາກໃຫ້ນາຍບ້ານນີ້ແຫລະເຮັດໃບສະເໜີໄປຫາທາງຂັ້ນເທິງ ທະນາຄານກາງເບາະ ໄດ້ຫລາຍເດືອນແລ້ວ ຂະເຈົ້າກາເດືອດຮ້ອນເດ້ ຂະເຈົ້າຖອນບໍ່ໄດ້ ແລະຍາກມີປັນຫາເກີດຂຶ້ນແຫລະ ເພິ່ນກາໃຫ້ຄຳຕອບບໍ່ໄດ້ເທື່ອ ປັດຈຸບັນນີ້ ເພີ່ນກະຍັງຊອກຄົນມາຊື້ນຮຸ້ນຢູ່ ດຽວນີ້ຫັ້ນນ່າ ຕົວະມື້ນີ້ ມື້ນັ້ນຢູ່."

ເຈົ້າໜ້າທີ່ກ່າວຕື່ມວ່າ ທ່ານ ສົມຈິດ ບຸນເຫຼື່ອມ ຜູ້ອຳນວຍການສະຖາບັນການເງິນ ໄດ້ລາອອກຈາກຕຳແໜ່ງໄປແລ້ວ ພ້ອມກັບນຳເງິນ ອອກໄປຈຳນວນ 19 ຕື້ກີບ ປັດຈຸບັນທາງສະຖາບັນ ໄດ້ແຕ່ງຕັ້ງຄນະບໍຣິຫານຊຸດໃໝ່ ແຕ່ຍັງມີບັນຫາດ້ານເງິນທຶນ ເພາະຍັງບໍ່ມີຜູ້ມາ ຮ່ວມທຶນ ດັ່ງນັ້ນຈື່ງບໍ່ສາມາດ ໃຫ້ຄຳຕອບໄດ້ ວ່າຈະມີເງິນໃຫ້ປະຊາຊົນ ຖອນຄົບທຸກຄົນເມື່ອໃດ.

ທ່ານກ່າວຕື່ມວ່າ ທຸກມື້ນີ້ ມີປະຊາຊົນປະມານ 100 ຄົນຕໍ່ມື້ ໄປລໍຖ້າຖອນເງິນ ຢູ່ສະຖາບັນດັ່ງກ່າວ ແຕ່ເຊົ້າຮອດຄໍ່າ. ບາງມື້ມີລູກຄ້າ ຈຳນວນນຶ່ງ ສາມາດຖອນເງິນໄດ້ແຕ່ 20 ຫາ 100 ພັນກີບ ແຕ່ລູກຄ້າສ່ວນຫຼາຍຖອນບໍ່ໄດ້. ບາງຄົນພັກວຽກໝົດມື້ ມາລໍຖ້າຖອນເງິນ.

ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຫາ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ແຕ່ໜ່ວຍງານບໍ່ສະດວກ ໃຫ້ສຳພາດ.

ສະຖາບັນການເງິນຈຸລພາກ ເພື່ອການພັທນາ ຮັບເງິນຝາກ ຕັ້ງຢຸູ່ບ້ານສົງເປືອຍໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຮັບ ອະນຸຍາດຈາກທະນາຄານແຫ່ງ ສປປລາວ ເລີ້ມເປີດບໍຣິການ ມາຕັ້ງແຕ່ປີ 2001 ຊຶ່ງມີສະມາຊິກຈຳນວນຫຼວງຫຼາຍ ເອົາເງິນມາຝາກ ຢ່າງຕໍ່າຜູ້ລະ 2 ລ້ານກີບ ແລະສູງເຖິງ 2 ຕື້ກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org