ທາງຕານມີໄຊ-ສີເກີດ ຍັງສ້າງ ບໍ່ແລ້ວ
ເສັ້ນທາງ ຕານມີໄຊ ສີເກີດ ຫາ ດົງໂດກ ຍັງສ້າງບໍ່ສໍາເຣັດ, ຊຶ່ງ ຕາມກໍານົດ ຕ້ອງສໍາເຣັດ ໃນທ້າຍປີ 2018 ນີ້.
-
ໄມຊູລີ
2018-10-22 -
-
-
Your browser doesn’t support HTML5 audio
ນັບແຕ່ຕົ້ນປີຜ່ານມາທາງໜອງບຶກ (ຕານມີໄຊ-ສີເກີດ) ຫາດົງໂດກ ນະຄອນຫຼວງວຽງຈັນ ມີບັນຫາເຣື້ອງຂິ້ຝຸ່ນ ສ້າງຜົນກະທົບ ຕໍ່ສຸຂພາບ ຂອງປະຊາຊົນ ຢ່າງ ຫລວງຫລາຍ ແລະ ມາຮອດປັຈຈຸບັນ ການກໍ່ສ້າງເສັ້ນທາງ ດັ່ງກ່າວຍັງບໍ່ສໍາເຣັດເທື່ອ.
ກ່ຽວກັບເຣື້ອງນີ້ ປະຊາຊົນ ເມືອງສີໂຄຕບອງ ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ຕາມກໍານົດ ຂອງທາງການ ເສັ້ນທາງດັ່ງກ່າວ ຕ້ອງສໍາເຣັດ ພາຍໃນ 2 ເດືອນ ຂ້າງໜ້າ ແຕ່ເບີ່ງສະພາບຕົວຈິງແລ້ວ ຄົງຈະເປັນໄປບໍ່ໄດ້ ເພາະສະພາບ ເສັ້ນທາງຍັງຄື ເກົ່າ.
“ຍັງເມິດຫັ້ນລະ ທາງຫັ້ນນະ ຄັນວ່າປີນີ້ຍັງແຕ່ສອງເດືອນນື່ງ ຄືຊິບໍ່ທັນແລ້ວຕິ້ ເຮັດມາຫລາຍປີແລ້ວ ກໍຍັງບໍ່ສໍາເຣັດ ສອງເດືອນຢ້ານ ບໍ່ແລ້ວດອກ ເພາະວ່າກໍຍັງຫລາຍຢູ່ເດ ທາງກໍດາຍ ມັນໄປມາໂອ້ຍຫຍຸ້ງຍາກຫລາຍ ມັນເປັນຂຸມ ເປັນຄື້ນເນາະ ຄັນວ່າຍາມຝົນ ຍາມແລ້ງກໍພັດຝຸ່ນ ໂອ້ກຸບເລີຍ ຄັນມັນແດດແລ້ວ ຝົນບາດນີ້ ຝົນຕົກແລ້ວ ເປັນຕົມຫັ້ນນະ.”
ເມື່ອກາງປີ 2017 ຜ່ານມາ ທ່ານ ບຸນມາຄອງ ສຸຣິຍະໄທ ຫົວໜ້າ ໂຄງການກໍ່ສ້າງເສັ້ນທາງ ໄດ້ໃຫ້ສັມພາດ ແລະ ຊິ້ແຈງ ຕໍ່ນັກຂ່າວ ຂອງທາງການລາວວ່າ ຈະພຍາບຍາມສ້າງ ໃຫ້ສໍາເຣັດຕາມກໍານົດ ໃນທ້າຍເປີ 2018 ນີ້.
ອິງຕາມຂໍ້ມູນ ຂອງເຈົ້າໜ້າທີ່ ໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ເສັ້ນທາງດັ່ງກ່າວ ເຣີ້ມກໍ່ສ້າງ ມາແຕ່ທ້າຍປີ 2016 ໂດຍ ການສ້ອມແປງ ໄດ້ແບ່ງອອກເປັນ 2 ຣະຍະຄື: ຣະຍະທໍາອິດ ຈາກດົງໂດກ ຫາຕານມີໄຊ ແລະຣະຍະທີ່ສອງ ຈາກຕານມີໄຊ ຫາໜອງບຶກ ມີຄວາມຍາວ ປະມານ 9 ກິໂລແມດ.
ແລະວ່າ ເສັ້ນທາງດັ່ງກ່າວ ຈະສ້າງເປັນທາງ ເບຕົງ ເຫລັກໜາ 23 ຊັງຕີແມດ, ມີ 6 ເລນ ຈາຣະຈອນ, ມີ ຄູ ກາງທາງ, ມີຮ່ອງ ຣະບາຍນໍ້າ ແລະ ມີທາງຍ່າງ ສອງເບື້ອງ ພ້ອມກັບຕິດຕັ້ງ ຣະບົບໄຟເຍືອງທາງ ແລະ ປ້າຍສັນຍານ ຈາຣະຈອນ ຄົບຊຸດ ຮວມມູນຄ່າກໍ່ສ້າງ ຫລາຍ ກ່ວາ 45 ລ້ານ ດອນລ່າ ສະຫະຣັຖ. ແຕ່ປັຈຈຸບັນ ຍັງສ້າງບໍ່ສໍາເຣັດ ເທື່ອ.